ເອຊາຢາ29
ວິບັດແກ່ເມືອງດາວິດ
1ວິບັດແກ່ເຈົ້າ, ອາຣີເອນ, ອາຣີເອນ,ນະຄອນທີ່ດາວິດຕັ້ງຂຶ້ນ!ປີຕໍ່ປີແລະ ໃຫ້ວົງຈອນແຫ່ງເທດສະການຂອງເຈົ້າດໍາເນີນໄປ.2ແຕ່ເຮົາຈະລ້ອມເມືອງອາຣີເອນໄວ້;ເມືອງນັ້ນຈະທຸກໂສກ ແລະ ຄ່ຳຄວນ,ມັນຈະເປັນເໝືອນເຕົາໄຟແທ່ນບູຊາ ສຳລັບເຮົາ.3ເຮົາຈະຕັ້ງຄ້າຍອ້ອມຮອບຕໍ່ສູ້ເຈົ້າທຸກດ້ານ;ເຮົາຈະສ້າງປ້ອມອ້ອມຮອບເຈົ້າແລະ ຈະປິດລ້ອມນະຄອນນີ້ໄວ້ຕໍ່ສູ້ກັບເຈົ້າ.4ເມື່ອຕົກຕ່ຳລົງແລ້ວ, ເຈົ້າຈະເວົ້າຂຶ້ນຈາກພື້ນດິນ;ຄຳເວົ້າຂອງເຈົ້າຈະດັ່ງອອກມາຈາກຂີ້ຝຸ່ນ.ສຽງຂອງເຈົ້າຈະເປັນດັ່ງສຽງຜີດັ່ງຂຶ້ນມາຈາກພື້ນໂລກ;ສຽງເວົ້າຂອງເຈົ້າຈະຊິ່ມອອກມາຈາກຂີ້ຝຸ່ນ.5ແຕ່ສັດຕູທັງຫລາຍຂອງເຈົ້າຈະກາຍເປັນເໝືອນຂີ້ຝຸ່ນລະອຽດ,ກຸ່ມຄົນໂຫດຮ້າຍຈະເປັນເໝືອນແກບປິວໄປກັບລົມ.ໃນທັນທີທັນໃດ, ໃນພິບຕາດຽວ,6ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະມາດ້ວຍສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ສຽງດັງອັນໃຫຍ່.ມາດ້ວຍລົມພະຍຸ ແລະ ສຽງແກ ແລະ ແປວໄຟເຜົາຜານ.7ດັ່ງນັ້ນ ບັນດາຊົນຊາດທັງໝົດທີ່ລວມໂຕກັນມາຕໍ່ສູ້ອາຣີເອນ,ມາໂຈມຕີອາຣີເອນ ແລະ ປ້ອມປ້ອງກັນຂອງນາງ ແລະ ລ້ອມນາງໄວ້,ຈະເປັນດັ່ງມັນເປັນຄວາມເໝືອນ,ເໝືອນນິມິດໃນຕອນກາງຄືນ8ເໝືອນຄົນຫິວຝັນວ່າໄດ້ກິນ,ແຕ່ເມື່ອຕື່ນຂຶ້ນມາກໍຍັງຫິວຢູ່;ເໝືອນຄົນກະຫາຍນ້ຳຝັນວ່າໄດ້ດື່ມ,ແຕ່ພໍຕື່ນຂຶ້ນມາກໍຍັງໝົດແຮງ ແລະ ຍັງຫິວກະຫາຍຢູ່ສະນັ້ນ ບັນດາປະຊາຊາດທັງໝົດທີ່ລວມໂຕກັນມາຕໍ່ສູ້ພູເຂົາຊີໂອນ ກໍຈະເປັນເຊັ່ນນີ້.9ຈົ່ງຕົກໃຈ ແລະ ປະຫລາດໃຈ,ທໍາທ່າຕາບອດ ແລະ ເບິ່ງບໍ່ເຫັນສິ່ງໃດ;ຈົ່ງເມົາ, ແຕ່ບໍ່ແມ່ນເພາະເຫລົ້າອະງຸ່ນ,ເຊໄປມາ, ແຕ່ບໍ່ແມ່ນເພາະເບຍ.10ພຣະເຈົ້າຢາເວນຳການຫລັບສະໜິດມາເໜືອເຈົ້າ:ພຣະອົງປິດຕາຂອງເຈົ້າ (ຄືຜູ້ທຳນວາຍ);ພຣະອົງໄດ້ຄຸມຫົວຂອງເຈົ້າ (ຄືຜູ້ທຳນວາຍ).11ນິມິດທັງໝົດນີ້ບໍ່ມີສິ່ງໃດເລີຍສຳລັບເຈົ້ານອກຈາກເປັນຖ້ອຍຄຳທີ່ຖືກປະທັບຕາໄວ້ໃນໜັງສືມ້ວນ. ແລະ ຖ້າເຈົ້າຍື່ນໜັງສືມ້ວນໃຫ້ຄົນທີ່ອ່ານອອກ, ແລະ ບອກວ່າ, “ຊ່ວຍອ່ານໃຫ້ແດ່,” ພວກເຂົາກໍຈະຕອບວ່າ, “ຂ້ອຍອ່ານບໍ່ໄດ້; ມັນຖືກປະທັບຕາໄວ້”.12ຫລື ຖ້າເຈົ້າຍື່ນໜັງສືໃຫ້ຄົນທີ່ອ່ານບໍ່ອອກ, ແລະ ບອກວ່າ, “ຊ່ວຍອ່ານໃຫ້ແດ່”, ພວກເຂົາກໍຈະຕອບວ່າ, “ຂ້ອຍບໍ່ຮູ້ຈັກອ່ານ”.13ອົງພຣະຜູ້ເປັນເຈົ້າກ່າວວ່າ:“ປະຊາຊົນເຫລົ່ານີ້ເຂົ້າມາໃກ້ເຮົາແຕ່ປາກຂອງພວກເຂົາແລະ ໃຫ້ກຽດເຮົາດ້ວຍຮີບສົບຂອງພວກເຂົາເທົ່ານັ້ນ,ແຕ່ໃຈຂອງພວກເຂົາຫ່າງໄກຈາກເຮົາ.ພວກເຂົານະມັດສະການເຮົາຕາມກົດເກນທີ່ມະນຸດສອນກັນມາເທົ່ານັ້ນ. 14ເຫດສະນັ້ນ ເຮົາຈະເຮັດໃຫ້ປະຊາຊົນເຫລົ່ານີ້ສະດຸ້ງຕື່ນອີກຄັ້ງດ້ວຍການອັດສະຈັນຊ້ອນການອັດສະຈັນ;ສະຕິປັນຍາຂອງຄົນມີປັນຍາຈະພິນາດຈິບຫາຍ,ຄວາມສະຫລາດຂອງຄົນສະຫລາດຈະຫາຍໄປ”.15ວິບັດແກ່ຄົນເຫລົ່ານັ້ນທີ່ໄປຍັງບ່ອນເລິກເພື່ອເຊື່ອງແຜນການຂອງຕົນໄວ້ຈາກພຣະເຈົ້າຢາເວ,ຜູ້ທີ່ເຮັດວຽກຂອງຕົນໃນບ່ອນມືດ ແລະ ຄິດວ່າ,“ຜູ້ໃດຈະເຫັນພວກເຮົາ? ຜູ້ໃດຈະຮູ້ໄດ້?”16ເຈົ້າເຮັດໃຫ້ສິ່ງຕ່າງໆປີ້ນກັບດ້ານ,ຄືກັບວ່າຊ່າງປັ້ນໝໍ້ເປັນດິນໜຽວ!ຄືດິນໜຽວທີ່ຖືກປັ້ນຈະເວົ້າກັບຜູ້ທີ່ເປັນຊ່າງປັ້ນວ່າ!“ທ່ານບໍ່ໄດ້ສ້າງຂ້ອຍ”?ໄຫຈະເວົ້າກັບຊ່າງປັ້ນວ່າ,“ທ່ານບໍ່ຮູ້ສິ່ງໃດ”?17ໃນເວລາສັ້ນໆ, ເລບານອນຈະບໍ່ກັບກາຍເປັນທົ່ງອັນອຸດົມສົມບູນບໍ?ແລະ ທົ່ງອັນອຸດົມສົມບູນຈະກາຍເປັນປ່າບໍ?18ໃນວັນນັ້ນຄົນຫູໜວກຈະໄດ້ຍິນຖ້ອຍຄຳໃນໜັງສືມ້ວນ,ແລະ ຄົນຕາບອດ ແລະ ຢູ່ໃນຄວາມມືດຕາຂອງຄົນຕາບອດຈະແນມເຫັນ.19ຜູ້ຖ່ອມໃຈຈະຊື່ນຊົມຍິນດີໃນພຣະເຈົ້າຢາເວອີກຄັ້ງ;ຄົນຂັດສົນຈະຊື່ນຊົມໃນອົງບໍລິສຸດແຫ່ງອິດສະຣາເອນ.20ຄົນໂຫດຮ້າຍຈະໝົດໄປ,ຄົນເຢາະເຢີ້ຍຈະສູນຫາຍໄປ,ແລະ ທຸກຄົນທີ່ຈົດຈໍ່ຢູ່ທີ່ຄວາມຊົ່ວຮ້າຍຈະຖືກກໍາຈັດໃຫ້ໝົດໄປ21ຄືບັນດາຜູ້ໃສ່ຮ້າຍປ້າຍສີຄົນອື່ນ,ຜູ້ວາງກັບດັກໄວ້ທຳຮ້າຍຜູ້ປົກປ້ອງຄວາມຍຸຕິທຳໃນສານແລະ ຜູ້ທີ່ເປັນພະຍານບໍ່ຈິງເຮັດໃຫ້ຜູ້ບໍລິສຸດບໍ່ໄດ້ຮັບຄວາມຍຸຕິທຳ.22ເຫດສະນັ້ນ ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ຜູ້ໄດ້ໄຖ່ອັບຣາຮາມ, ກ່າວກ່ຽວກັບເຊື້ອສາຍຂອງຢາໂຄບວ່າ:“ຢາໂຄບຈະບໍ່ຕ້ອງອັບອາຍອີກຕໍ່ໄປ;ໜ້າຂອງພວກເຂົາຈະບໍ່ຈືດອີກແລ້ວ.23ເມື່ອພວກເຂົາເຫັນຜົນງານຂອງເຮົາ,ທີ່ເຮົາເຮັດທ່າມກາງພວກລູກຫລານຂອງພວກເຂົາ,ພວກເຂົາຈະຮັກສານາມຂອງເຮົາໃຫ້ບໍລິສຸດ;ພວກເຂົາຈະຍອມຮັບຮູ້ຄວາມບໍລິສຸດຂອງອົງບໍລິສຸດແຫ່ງຢາໂຄບ,ແລະ ຈະຢືນສະຫງົບດ້ວຍຄວາມຢຳເກງພຣະເຈົ້າແຫ່ງອິດສະຣາເອນ.24ຜູ້ທີ່ໃຈດື້ດ້ານຈະໄດ້ຮັບຄວາມເຂົ້າໃຈ;ຜູ້ທີ່ຈົ່ມຈະຍອມຮັບຄຳສອນ”.Biblica, Inc.