ເອຊາຢາ2
ພູເຂົາຂອງພຣະເຈົ້າຢາເວ
1ນີ້ຄືສິ່ງທີ່ເອຊາຢາລູກຊາຍຂອງອາໂມດເຫັນນິມິດກ່ຽວກັບຢູດາຍ ແລະ ເຢຣູຊາເລັມ:2ໃນວັນສຸດທ້າຍພູເຂົາທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ຈະໄດ້ຮັບການສະຖາປະນາຂຶ້ນໃຫ້ເປັນພູເຂົາທີ່ສູງທີ່ສຸດເໜືອພູເຂົາທັງຫລາຍ;ວິຫານຈະໄດ້ຮັບການຍົກຂຶ້ນເໜືອບັນດາເນີນພູທັງຫລາຍ,ແລະ ຊົນຊາດທັງໝົດຈະຫລັ່ງໄຫລໄປທີ່ນັ້ນ.3ປະຊາຊາດທັງຫລາຍຈະມາ ແລະ ກ່າວວ່າ,“ຈົ່ງມາ, ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,ໄປທີ່ວິຫານຂອງພຣະເຈົ້າຂອງຢາໂຄບ.ພຣະອົງຈະສອນວິຖີທາງຂອງພຣະອົງໃຫ້ພວກເຮົາ,ເພື່ອພວກເຮົາຈະເດີນໃນວິຖີທາງຂອງພຣະອົງ”.ກົດບັນຍັດຈະອອກມາຈາກຊີໂອນ,ຖ້ອຍຄຳຂອງພຣະເຈົ້າຢາເວຈະອອກມາຈາກເຢຣູຊາເລັ.4ພຣະອົງຈະຕັດສິນຄວາມລະຫວ່າງຊົນຊາດທັງຫລາຍແລະ ຈະຢຸດຕິກໍລະນີຜິດພາດຕ່າງໆໃຫ້ປະຊາຊົນທັງຫລາຍ.ພວກເຂົາຈະຕີດາບໃຫ້ເປັນໝາກກະສົບໄຖແລະ ຕີຫອກໃຫ້ເປັນມີດຕັດຕົ້ນໄມ້.ຊົນຊາດຈະບໍ່ຍົກດາບຂຶ້ນຕໍ່ສູ້ຊົນຊາດອື່ນ,ທັງຈະບໍ່ມີການຝຶກສູ້ຮົບອີກຕໍ່ໄປ.5ຈົ່ງມາ, ເຊື້ອສາຍຂອງຢາໂຄບ,ໃຫ້ພວກເຮົາເດີນໃນແສງສະຫວ່າງຂອງພຣະເຈົ້າຢາເວ.ວັນແຫ່ງພຣະເຈົ້າຢາເວ
6ພຣະອົງ, ພຣະເຈົ້າຢາເວ, ໄດ້ປະຖິ້ມປະຊາຊົນຂອງພຣະອົງ,ຄືເຊື້ອສາຍຂອງຢາໂຄບ.ພວກເຂົາເຕັມໄປດ້ວຍຄວາມເຊື່ອເລື່ອງໂຊກຊະຕາຈາກຕາເວັນອອກ;ພວກເຂົາທໍານວາຍໂຊກຊະຕາຄືຊາວຟີລິດສະຕິນແລະ ຍອມຮັບປະເພນີຂອງຄົນທີ່ບໍ່ນັບຖືພຣະເຈົ້າ.7ດິນແດນຂອງພວກເຂົາເຕັມໄປດ້ວຍເງິນ ແລະ ຄໍາ;ຊັບສົມບັດຂອງພວກເຂົາບໍ່ມີທີ່ສິ້ນສຸດ.ດິນແດນຂອງພວກເຂົາເຕັມໄປດ້ວຍມ້າ;ລົດຣົບຂອງພວກເຂົາບໍ່ມີທີ່ສິ້ນສຸດ.8ດິນແດນຂອງພວກເຂົາເຕັມໄປດ້ວຍຮູບເຄົາລົບ;ພວກເຂົາກົ້ມກາບສິ່ງທີ່ໂຕເອງສ້າງຂຶ້ນ,ສິ່ງທີ່ເຮັດຂຶ້ນດ້ວຍມືຂອງພວກເຂົາ.9ດັ່ງນັ້ນມະນຸດຈະຖືກເຮັດໃຫ້ຕົກຕ່ຳລົງແລະ ທຸກຄົນໄດ້ຖ່ອມຕົວລົງຢ່າອະໄພໃຫ້ພວກເຂົາ .10ຈົ່ງເຂົ້າໄປໃນໂງ່ນຫີນທັງຫລາຍ, ເຊື່ອງໂຕຢູ່ໃນພື້ນດິນໃຫ້ພົ້ນຈາກການປາກົດຕົວທີ່ໜ້າຢ້ານກົວຂອງພຣະເຈົ້າຢາເວແລະ ຈາກຄວາມຍິ່ງໃຫຍ່ແຫ່ງພຣະບາລະມີຂອງພຣະອົງ!11ສາຍຕາຂອງຄົນຈອງຫອງຈະຖ່ອມຕົວລົງແລະ ຄວາມຈອງຫອງຂອງມະນຸດຈະຕໍ່າລົງ;ໃນວັນນັ້ນພຣະເຈົ້າຢາເວພຽງຜູ້ດຽວຈະຖືກຍົກຂຶ້ນ.12ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ຕຽມວັນນັ້ນໄວ້ສຳລັບບັນດາຄົນຍິ່ງ ແລະ ຈອງຫອງ,ສຳລັບທຸກສິ່ງທີ່ເປັນທີ່ຍົກຍ້ອງເທີດທູນ(ແລະສິ່ງເຫລົ່ານັ້ນຈະຖ່ອມຕົວລົງ),13ສຳລັບຕົ້ນໄມ້ສີດາແຫ່ງເລບານອນ, ອັນສູງ ແລະ ສະຫງ່າງາມ,ແລະ ສຳລັບບັນດາຕົ້ນໂອກແຫ່ງບາຊານ,14ສຳລັບພູເຂົາທີ່ສູງທັງໝົດແລະ ເນີນພູສູງທັງໝົດ,15ສຳລັບຫໍຄອຍສູງສະຫງ່າທຸກແຫ່ງແລະ ສຳລັບປ້ອມປ້ອງກັນອັນແຂງແຮງທຸກບ່ອນ,16ສຳລັບເຮືອຄ້າຂາຍ ທຸກລຳຂອງຕາກຊິດແລະ ເຮືອທີ່ງົດງາມທັງໝົດ.17ຄວາມຍິ່ງອວດອົ່ງຈອງຫອງຂອງມະນຸດຈະຕົກຕ່ຳລົງ;ຄວາມອວດອົ່ງທະນົງຕົວຂອງມະນຸດຈະຖ່ອມຕົວລົງ;ໃນວັນນັ້ນພຣະເຈົ້າຢາເວພຽງຜູ້ດຽວຈະເປັນທີ່ຍົກຍ້ອງ,18ແລະ ຮູບເຄົາລົບຈະສູນຫາຍໄປ.19ຄົນທັງຫລາຍຈະໜີເຂົ້າໄປລີ້ຕາມຖ້ຳຕາມໂງ່ນຫີນ ແລະ ໃນພື້ນດິນໃຫ້ພົ້ນຈາກການມາປາກົດຕົວທີ່ໜ້າຢ້ານກົວຂອງພຣະເຈົ້າຢາເວແລະ ຈາກຄວາມຍິ່ງໃຫຍ່ແຫ່ງພຣະບາລະມີຂອງພຣະອົງ!,ເມື່ອພຣະອົງລຸກຂຶ້ນມາສັ່ນໂລກ.20ໃນວັນນັ້ນມະນຸດຈະຖິ້ມຮູບເຄົາລົບເງິນ ແລະ ຄໍາ,ທີ່ຕົນໄດ້ສ້າງຂຶ້ນເພື່ອນະມັດສະການນັ້ນ.ໃຫ້ແກ່ໜູ ແລະ ເຈຍ.21ພວກເຂົາຈະໜີເຂົ້າໄປໃນຖໍ້າແລະ ຢູ່ໃນໂງ່ນຫີນຕາມເນີນພູໃຫ້ພົ້ນຈາກການປາກົດຕົວທີ່ໜ້າຢ້ານກົວຂອງພຣະເຈົ້າຢາເວ,ແລະ ຈາກຄວາມຍິ່ງໃຫຍ່ແຫ່ງພຣະບາລະມີຂອງພຣະອົງ,ເມື່ອພຣະອົງລຸກຂຶ້ນມາສັ່ນໂລກ.22ຈົ່ງຢຸດໄວ້ວາງໃຈໃນມະນຸດ,ຜູ້ທີ່ມີແຕ່ລົມຫາຍໃຈຢູ່ໃນຮູດັງຂອງພວກເຂົາ.ເປັນຫຍັງຈຶ່ງນັບຖືພວກເຂົາ?Biblica, Inc.