ເອຊາຢາ28

ວິບັດ​ແກ່​ຜູ້ນໍາ​ເອຟຣາອິມ ແລະ ຢູດາຍ

1ວິບັດ​ແກ່​ມົງກຸດ​ນັ້ນ, ຄວາມ​ອວດອົ່ງ​ຂອງ​ພວກ​ຄົນ​ຂີ້ເມົາ​ແຫ່ງ​ເອຟຣາອິມ,ວິບັດ​ແກ່​ດອກ​ໄມ້​ທີ່​ກໍາລັງ​ຫ່ຽວແຫ້ງ​ລົງ, ແກ່​ຄວາມ​ງາມ​ອັນ​ສະຫງ່າລາສີ,ທີ່​ປະດັບ​ຢູ່​ເທິງ​ຫົວ​ຂອງ​ຮ່ອມພູ​ອັນ​ອຸດົມສົມບູນວິບັດ​ແກ່​ເມືອງ​ແຫ່ງ​ນັ້ນ, ຄວາມ​ອວດອົ່ງ​ຂອງ​ພວກເຂົາ​ຕົກ​ຕ່ຳ​ລົງ​ເພາະ​ເຫລົ້າ​ອະງຸ່ນ!2ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ມີ​ຜູ້​ໜຶ່ງ​ທີ່​ມີ​ອຳນາດ ແລະ ເຂັ້ມແຂງ.ດັ່ງ​ພະຍຸ​ໝາກເຫັບ ແລະ ພະຍຸ​ລົມ​ແຮງ,ດັ່ງ​ຫ່າ​ຝົນ ແລະ ນ້ຳ​ຖ້ວມ​ລົ້ນ,ພຣະອົງ​ຈະ​ໂຍນ​ພວກເຂົາ​ລົງ​ກັບ​ພື້ນ​ຢ່າງ​ແຮງ.3ມົງກຸດ​ນັ້ນ, ຄວາມ​ອວດອົ່ງ​ຂອງ​ຄົນ​ເມົາເຫລົ້າ​ແຫ່ງ​ເອຟຣາອິມ,ຈະ​ຖືກ​ຢຽບ​ຢ່ຳ​ລົງ​ໃຕ້​ພື້ນ​ຕີນ.4ດອກ​ໄມ້​ອັນ​ຫ່ຽວແຫ້ງ, ຄວາມ​ງາມ​ອັນ​ສະຫງ່າລາສີ,ທີ່​ປະດັບ​ຢູ່​ເທິງ​ຫົວ​ຂອງ​ຮ່ອມພູ​ອັນ​ອຸດົມສົມບູນ,ຈະ​ເປັນ​ເໝືອນ​ໝາກເດື່ອ​ສຸກ​ກ່ອນ​ລະດູ​ເກັບກ່ຽວທັນທີ​ທີ່​ມີ​ຜູ້​ພົບ​ເຫັນ​ກໍ​ຈັບແລະ ກືນ​ກິນ​ເຂົ້າໄປ.
5ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ຈະ​ເປັນ​ມົງກຸດ​ອັນ​ສະຫງ່າລາສີ,ເປັນ​ມົງກຸດ​ດອກໄມ້​ທີ່​ງົດງາມສຳລັບ​ຊົນຊາດ​ທີ່​ເຫລືອ​ຢູ່​ຂອງ​ພຣະອົງ.6ພຣະອົງ​ຈະ​ເປັນ​ວິນຍານ​ແຫ່ງ​ຄວາມ​ຍຸຕິທຳແກ່​ຜູ້​ທີ່​ນັ່ງ​ຕັດສິນ,ເປັນ​ແຫລ່ງ​ແຫ່ງ​ກໍາລັງແກ່​ຜູ້​ຫັນ​ສົງຄາມ​ໄປ​ຈາກ​ປະຕູ​ເມືອງ.
7ແລະ ຄົນ​ເຫລົ່ານີ້​ໂຊເຊ​ເພາະ​ເຫລົ້າ​ອະງຸ່ນ;ແລະ ມຶນເມົາ​ເພາະ​ເບຍ:ພວກ​ປະໂລຫິດ ແລະ ຜູ້ທຳນວາຍ​ກໍ​ໂຊເຊ​ເພາະ​ເຫລົ້າ​ອະງຸ່ນແລະ ມຶນເມົາ​ເພາະ​ເບຍ;ພວກເຂົາ​ມຶນເມົາ​ເພາະ​ເບຍ,ພວກເຂົາ​ເຊ​ໄປ​ມາ​ເມື່ອ​ເຫັນ​ນິມິດ,ພວກເຂົາ​ເຕະ​ສະດຸດ​ລົ້ມ​ເມື່ອ​ຕັດສິນ.8ໂຕະ​ທຸກ​ໜ່ວຍ​ເຕັມ​ໄປ​ດ້ວຍ​ຮາກແລະ ບໍ່​ມີ​ຈຸດ​ໃດ​ທີ່​ບໍ່​ເປື້ອນ.
9“ຜູ້ໃດ​ທີ່​ລາວ​ພະຍາຍາມ​ສັ່ງສອນ?ລາວ​ກຳລັງ​ອະທິບາຍ​ຂໍ້ຄວາມ​ຂອງ​ລາວ​ໃຫ້​ຜູ້ໃດ​ຟັງ?ໃຫ້​ເດັກ​ອົມ​ມື​ທີ່​ຫາ​ກໍ່​ເຊົາ​ນົມ​ບໍ,ໃຫ້​ເດັກນ້ອຍ​ທີ່​ຫາ​ກໍ່​ເຊົາ​ດູດ​ນົມ​ແມ່​ບໍ?10ເພາະ​ມັນ​ຄື:ເຮັດ​ອັນ​ນີ້, ເຮັດ​ອັນ​ນັ້ນ,ກົດ​ຂອງ​ອັນ​ນີ້, ກົດ​ຂອງ​ອັນ​ນັ້ນ; ບ່ອນ​ນີ້​ໜ້ອຍໜຶ່ງ, ບ່ອນ​ນັ້ນ​ໜ້ອຍໜຶ່ງ”.
11ສະນັ້ນ​ພຣະເຈົ້າ​ຈະ​ກ່າວ​ກັບ​ຊົນຊາດ​ນີ້ໂດຍ​ໃຊ້​ປາກ​ຂອງ​ຄົນ​ຕ່າງຊາດ ແລະ ສຳນຽງ​ພາສາ​ແປກໆ,12ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ,“ບ່ອນນີ້​ຄື​ສະຖານທີ່​ພັກຜ່ອນ​ໃຫ້​ຜູ້​ທີ່​ອິດເມື່ອຍ​ຈົ່ງ​ພັກ​ຢູ່​ທີ່​ນີ້”;ແລະ ກ່າວ​ວ່າ “ທີ່​ນີ້​ເປັນ​ບ່ອນ​ພັກ​ສະຫງົບ”ແຕ່​ພວກເຂົາ​ຈະ​ບໍ່​ຟັງ.13ດັ່ງນັ້ນ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ສຳລັບ​ພວກເຂົາ​ຈຶ່ງ​ກາຍ​ເປັນ​ດັ່ງ​ນີ້:ເຮັດ​ອັນ​ນີ້, ເຮັດ​ອັນ​ນັ້ນ,ກົດ​ຂອງ​ອັນ​ນີ້, ກົດ​ຂອງ​ອັນ​ນັ້ນ;ບ່ອນ​ນີ້​ໜ້ອຍໜຶ່ງ, ບ່ອນ​ນັ້ນ​ໜ້ອຍ​ໜຶ່ງດັ່ງນັ້ນ ເມື່ອ​ພວກເຂົາ​ໄປ ພວກເຂົາ​ຈະ​ລົ້ມ​ຫງາຍ​ຫລັງ​ກັບ​ມາ;ພວກເຂົາ​ຈະ​ບາດ​ເຈັບ ຕິດ​ກັບດັກ ແລະ ຖືກ​ຈັບ.
14ເຫດສະນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ, ພວກ​ນັກ​ເຢາະເຢີ້ຍຜູ້​ປົກຄອງ​ຊົນຊາດ​ນີ້​ໃນ​ເຢຣູຊາເລັມ.15ເຈົ້າ​ອວດ​ວ່າ, “ພວກເຮົາ​ໄດ້​ເຂົ້າ​ຮ່ວມ​ຄຳໝັ້ນສັນຍາ​ດ້ວຍ​ຄວາມ​ຕາຍ,ພວກເຮົາ​ເຮັດ​ຂໍ້​ຕົກລົງ​ກັບ​ແດນ​ມໍລະນາ​ໄວ້​ແລ້ວ.ເມື່ອ​ໄພພິບັດ​ອັນ​ຖ້ວມ​ລົ້ນ​ຜ່ານ​ໄປ,ມັນ​ຈະ​ບໍ່​ສາມາດ​ເຮັດ​ຫຍັງ​ໃຫ້​ພວກເຮົາ​ໄດ້,ເພາະ​ການ​ຕົວະ​ເປັນ​ເກາະ​ປ້ອງ​ກັນ​ຂອງ​ພວກເຮົາຄວາມ​ບໍ່ຈິງ  ເປັນ​ບ່ອນ​ລີ້ໄພ​ຂອງ​ພວກເຮົາ”.
16ດັ່ງນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ດັ່ງນີ້​ວ່າ:“ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ຊີໂອນ ເຊິ່ງ​ທົດສອບ​ແລ້ວ,ເປັນ​ຫີນເສົາເອກ​ລ້ຳ​ຄ່າ ເປັນ​ຮາກຖານ​ອັນ​ໝັ້ນຄົງຜູ້​ທີ່​ເພິ່ງພາ​ຫີນ​ນີ້;ຈະ​ບໍ່​ມີ​ວັນ​ຕື່ນ​ຕົກໃຈ.17ເຮົາ​ຈະ​ໃຊ້​ຄວາມ​ຍຸຕິທຳ​ເປັນ​ສາຍ​ວັດແທກໃຊ້​ຄວາມ​ຊອບທຳ​ເປັນ​ລູກດິ່ງ;ໝາກເຫັບ​ຈະ​ກວາດ​ລ້າງ​ບ່ອນ​ລີ້ໄພ​ຂອງ​ເຈົ້າ, ຄໍາເວົ້າ​ຕົວະ,ນ້ຳ​ຈະ​ຖ້ວມ​ບ່ອນ​ລີ້​ຂອງ​ເຈົ້າ.18ຄຳໝັ້ນສັນຍາ​ທີ່​ເຈົ້າ​ເຮັດ​ໄວ້​ກັບ​ຄວາມ​ຕາຍ​ຈະ​ເປັນ​ໂມຄະ;ຂໍ້​ຕົກລົງ​ຂອງ​ເຈົ້າ​ກັບ​ແດນ​ມໍລະນາ​ຈະ​ບໍ່​ຄົງ​ຢູ່.ເມື່ອ​ໄພພິບັດ​ອັນ​ຖ້ວມ​ລົ້ນ​ຜ່ານ​ໄປ,ເຈົ້າ​ຈະ​ຖືກ​ໂຄ່ນ​ລົ້ມ​ຍ້ອນ​ສິ່ງ​ນີ້.19ມັນ​ມາ​ຫລາຍ​ເທົ່າໃດ ມັນ​ກໍ​ຊັດ​ພາ​ເຈົ້າ​ໄປ​ຫລາຍ​ເທົ່ານັ້ນ;ທຸກ​ເຊົ້າ​ທຸກ​ແລງ, ທັງ​ວັນ​ທັງ​ຄືນມັນ​ຈະ​ກວາດ​ຜ່ານ​ໄປ”.ການ​ເຂົ້າໃຈ​ຂໍ້ຄວາມ​ນີ້ຈະ​ນໍາ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ.20ຕຽງ​ກໍ​ສັ້ນ​ເກີນ​ກວ່າ​ຈະ​ຢຽດ​ໂຕ​ນອນ,ຜ້າ​ຫົ່ມ​ກໍ​ນ້ອຍ​ເກີນ​ກວ່າ​ຈະ​ຫົ່ມ​ໂຕ​ໄດ້.21ພຣະເຈົ້າ​ຢາເວ​ຈະ​ລຸກ​ຂຶ້ນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ທີ່​ພູເຂົາ​ເປຣາຊີມ,ພຣະອົງ​ຈະ​ປຸກ​ພຣະອົງ​ເອງ​ຂຶ້ນ​ດັ່ງ​ຢູ່​ໃນ​ຮ່ອມພູ​ກີເບໂອນເພື່ອ​ທໍາງານ​ຂອງ​ພຣະອົງ, ຄື​ວຽກ​ງານ​ທີ່​ແປກປະຫລາດ​ຂອງ​ພຣະອົງ,ແລະ ປະຕິບັດ​ພາລະກິດ​ຂອງ​ພຣະອົງ, ຄື​ພາລະກິດ​ຕ່າງດ້າວ​ຂອງ​ພຣະອົງ.22ຈົ່ງ​ຢຸດ​ການ​ເຢາະເຢີ້ຍ​ຂອງ​ເຈົ້າ​ດຽວ​ນີ້,ຫລື ຈະ​ໃຫ້​ໂສ້​ຂອງ​ເຈົ້າ​ໜັກ​ຂຶ້ນ​ອີກ;ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ໄດ້​ກ່າວ​ກັບ​ຂ້າພະເຈົ້າເຖິງ​ການ​ທໍາລາຍ​ທີ່​ກຳນົດ​ໄວ້​ແລ້ວ​ສຳລັບ​ດິນແດນ​ທັງໝົດ.
23ຈົ່ງ​ຟັງ ແລະ ໄດ້​ຍິນ​ສຽງ​ຂອງ​ຂ້າພະເຈົ້າ;ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ເວົ້າ.24ເມື່ອ​ຊາວນາ​ໄຖ​ດິນ​ເພື່ອ​ປູກ​ຝັງ, ລາວ​ໄຖ​ໄປ​ເລື້ອຍໆ​ບໍ?ລາວ​ຈະ​ສືບຕໍ່​ໄຖ​ຄາດ ແລະ ພວນ​ດິນ​ຕະຫລອດໄປ​ບໍ?25ເມື່ອ​ລາວ​ປັບ​ໜ້າ​ດິນ​ສຳເລັດ​ແລ້ວລາວ​ບໍ່​ຫວ່ານ​ຜັກຊີ ແລະ ຂີ້ໝິ້ນ ບໍ?ລາວ​ບໍ່​ປູກ​ເຂົ້າຫວີດ​ໃສ່​ບ່ອນ​ຂອງ​ມັນ​ບໍ,ເຂົ້າ​ບາເລ​ໃສ່​ໜານ​ຂອງ​ມັນ​ບໍ,ແລະ ປູກ​ເຂົ້າສະແປນ​ໃນ​ທົ່ງນາ​ຂອງ​ມັນ​ບໍ?26ພຣະເຈົ້າ​ຂອງ​ລາວ​ແນະນໍາ​ລາວແລະ ສອນ​ລາວ​ໃຫ້​ຮູ້​ວິທີ​ທີ່​ຖືກຕ້ອງ.
27ຜັກຊີ​ບໍ່​ໄດ້​ໃຊ້​ແປ້ນ​ນວດ​ເອົາ​ເມັດ​ມັນ,ແລະ ຫົວ​ຂີ້ໝິ້ນ​ບໍ່​ໄດ້​ບົດ​ດ້ວຍ​ລໍ້ບົດ;ຜັກຊີ​ເອົາ​ເມັດ​ອອກ​ໂດຍ​ໃຊ້​ໄມ້,ແລະ ເອົາ​ຂີ້ໝິ້ນ​ໂດຍ​ໃຊ້​ໄມ້​ຂຸດ.28ເມັດ​ເຂົ້າ​ຕ້ອງ​ໂມ້​ເພື່ອ​ໃຊ້​ເຮັດ​ເຂົ້າຈີ່;ແຕ່​ຄົນ​ຈະ​ບໍ່​ໄດ້​ໂມ້​ເມັດ​ເຂົ້າ​ຕະຫລອດໄປ.ລໍ້​ນວດ​ເຂົ້າ​ອາດ​ຈະ​ທັບ​ມັນ​ໄດ້,ແຕ່​ກໍ​ບໍ່​ໄດ້​ອາໄສ​ມ້າ​ບົດ​ເມັດ​ເຂົ້າ.29ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ແຜນການ​ຂອງ​ພຣະອົງ​ອັດສະຈັນ,ສະຕິປັນຍາ​ຂອງ​ພຣະອົງ​ນັ້ນ​ປະເສີດ.

Biblica, Inc.

https://app.library.bible/content/eab9312f9f16b3a2