ເອຊາຢາ27

ການ​ກອບ​ກູ້​ອິດສະຣາເອນ

1ໃນ​ວັນ​ນັ້ນ,ພຣະເຈົ້າ​ຢາເວ​ຈະ​ໃຊ້​ດາບ ອັນ​ຍິ່ງໃຫຍ່ໂຫດຮ້າຍ ແລະ ມີ​ອານຸພາບ​ລົງໂທດ​ເລວີອາທັນພະຍານາກ​ທີ່​ເລືອ​ໄປ​ຢ່າງ​ວ່ອງໄວ,ງູ​ໃຫຍ່​ທີ່​ຂົດ​ໂຕ​ຢູ່;ພຣະອົງ​ຈະ​ຂ້າ​ສັດຮ້າຍ​ໂຕ​ໃຫຍ່​ໃນ​ທະເລ.
2ໃນ​ວັນ​ນັ້ນ“ຈົ່ງ​ຮ້ອງເພງ​ກ່ຽວກັບ​ສວນ​ອະງຸ່ນ​ທີ່​ມີ​ໝາກ​ຫລາຍ​ດັ່ງ​ນີ້​ວ່າ:3ເຮົາ, ຜູ້​ເປັນ​ພຣະເຈົ້າ​ຢາເວ, ເບິ່ງແຍງ​ສວນ​ນັ້ນ;ເຮົາ​ຫົດ​ນ້ຳ​ໃຫ້​ຕະຫລອດ​ເວລາ.ເຮົາ​ເຝົ້າ​ເບິ່ງ​ທັງ​ເວັນ​ທັງ​ຄືນດັ່ງນັ້ນ ບໍ່​ມີ​ຜູ້ໃດ​ມາ​ທໍາລາຍ​ມັນ​ໄດ້.4ເຮົາ​ບໍ່​ໃຈຮ້າຍ.ແຕ່​ຖ້າ​ມີ​ໜາມ​ໃຫຍ່​ນ້ອຍ​ອອກ​ມາ​ໃຫ້​ເຫັນ!ເຮົາ​ຈະ​ໄປ​ຕໍ່ສູ້​ກັບ​ມັນ;ເຮົາ​ຈະ​ເຜົາ​ພວກມັນ​ຖິ້ມ.5ຫລື ບໍ່​ກໍ​ໃຫ້​ພວກມັນ​ມາ​ຫາ​ເຮົາ​ເພື່ອ​ລີ້ໄພ;ໃຫ້​ພວກເຂົາ​ມາ​ເຈລະຈາ​ສັນຕິພາບ​ກັບ​ເຮົາ,ແມ່ນແລ້ວ, ໃຫ້​ພວກເຂົາ​ມາ​ເຈລະຈາ​ສັນຕິພາບ​ກັບ​ເຮົາ”.
6ໃນ​ພາຍ​ພາກ​ໜ້າ​ຢາໂຄບ​ຈະ​ຢັ່ງ​ຮາກ,ອິດສະຣາເອນ​ຈະ​ແຕກ​ໜໍ່ ແລະ ເບັ່ງບານແລະ ເຕີມ​ເຕັມ​ໂລກ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.
7ພຣະເຈົ້າ​ຢາເວ​ລົງໂທດ​ອິດສະຣາເອນດັ່ງ​ທີ່​ໄດ້​ລົງໂທດ​ສັດຕູ​ຂອງ​ພວກເຂົາ​ບໍ?ອິດສະຣາເອນ​ຖືກ​ຂ້າດັ່ງ​ຄົນ​ທີ່​ໄດ້​ຂ້າ​ອິດສະຣາເອນ​ບໍ?8ພຣະອົງ​ໄດ້​ລົງໂທດ​ອິດສະຣາເອນ​ດ້ວຍ​ສົງຄາມ  ແລະ​ການ​ເນລະເທດພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ດ້ວຍ​ຄວາມ​ຮ້ອນຮົນດັ່ງ​ມື້​ທີ່​ລົມ​ຕາເວັນ​ອອກ​ພັດ.9ດ້ວຍເຫດນີ້, ຄວາມ​ຜິດ​ຂອງ​ຢາໂຄບ​ຈະ​ໄດ້​ຮັບ​ການ​ອະໄພ​ໄປ,ແລະ ນີ້​ຈະ​ເປັນ​ການ​ກຳຈັດ​ບາບ​ຂອງ​ລາວ​ຢ່າງ​ເດັດຂາດ:ພຣະອົງ​ເຮັດ​ໃຫ້​ຫີນ​ແທ່ນບູຊາເປັນ​ເໝືອນ​ຫີນ​ທີ່​ຖືກ​ບົດ​ລະອຽດ,ບໍ່​ມີ​ເສົາ​ເຈົ້າ​ແມ່​ອາເຊຣາ  ຫລື​ແທ່ນ​ເຄື່ອງ​ຫອມເຫລືອ​ຢູ່​ອີກ​ເລີຍ.10ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຕັ້ງ​ຢູ່​ຢ່າງ​ໂດດ​ດ່ຽວ,ຖືກ​ຖິ້ມ​ຮ້າງ​ວ່າງ​ເປົ່າ​ເໝືອນ​ຖິ່ນແຫ້ງແລ້ງກັນດານ;ງົວ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ,ພວກມັນ​ນອນ​ຢູ່​ທີ່​ນັ້ນ;ພວກມັນ​ຫຍໍ້າ​ງ່າ​ໄມ້​ຈົນ​ກຽ້ງ.11ເມື່ອ​ງ່າ​ໄມ້​ແຫ້ງ, ມັນ​ກໍ​ຫັກແລະ ພວກ​ແມ່ຍິງ​ກໍ​ມາ​ເກັບ​ໄປ​ເຮັດ​ຟືນ.ເພາະ​ຊົນຊາດ​ນີ້​ບໍ່​ມີ​ຄວາມ​ເຂົ້າໃຈ;ສະນັ້ນ​ພຣະ​ຜູ້ສ້າງ​ຂອງ​ພວກເຂົາ​ຈຶ່ງ​ບໍ່​ເມດຕາ​ພວກເຂົາ,ແລະ ພຣະ​ຜູ້ສ້າງ​ຂອງ​ພວກເຂົາ​ບໍ່​ສະແດງ​ຄວາມ​ພໍໃຈ​ຕໍ່​ພວກເຂົາ.
12ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ຝັດ​ເອົາ​ເຂົ້າ​ຕັ້ງ​ແຕ່​ແມ່ນ້ຳ​ເອີຟຣັດ​ຮອດ​ແມ່ນ້ຳ​ແຫ່ງ​ເອຢິບ, ແລະ ຊົນຊາດ​ອິດສະຣາເອນ, ພວກເຈົ້າ, ຈະ​ຖືກ​ຮວບຮວມ​ມາ​ເທື່ອລະ​ຄົນ.13ແລະ ໃນ​ວັນ​ນັ້ນ​ຈະ​ມີ​ການ​ເປົ່າ​ແກ​ໃຫຍ່, ຫລາຍ​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ​ໃນ​ອັດຊີເຣຍ ແລະ ຜູ້​ທີ່​ຖືກ​ເນລະເທດ​ໄປ​ເອຢິບ​ຈະ​ກັບ​ມາ​ນະມັດສະການ​ພຣະເຈົ້າ​ຢາເວ​ເທິງ​ພູເຂົາ​ສັກສິດ​ໃນ​ເຢຣູຊາເລັມ.

Biblica, Inc.

https://app.library.bible/content/eab9312f9f16b3a2