ເອຊາຢາ26

ບົດເພງ​ແຫ່ງ​ການ​ສັນລະເສີນ

1ໃນ​ວັນ​ນັ້ນ​ທົ່ວ​ແດນ​ຢູດາຍ​ຈະ​ຮ້ອງເພງ​ບົດ​ນີ້​ວ່າ:ພວກເຮົາ​ມີ​ເມືອງ​ທີ່​ເຂັ້ມແຂງ​ເມືອງ​ໜຶ່ງ;ພຣະເຈົ້າ​ເຮັດ​ໃຫ້​ຄວາມພົ້ນເປັນ​ກຳແພງ ແລະ ປ້ອມ​ປ້ອງກັນ​ຂອງ​ມັນ.2ຈົ່ງ​ເປີດ​ປະຕູເພື່ອ​ຊົນຊາດ​ທີ່​ຊອບທຳ​ຈະ​ເຂົ້າ​ໄປ,ຄື​ຊົນຊາດ​ທີ່​ຮັກສາ​ຄວາມ​ເຊື່ອ​ໄວ້,3ພຣະອົງ​ຈະ​ຮັກສາ​ສັນຕິສຸກ​ທີ່​ສົມບູນ​ໄວ້ແກ່​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ໝັ້ນຄົງ,ເພາະ​ພວກເຂົາ​ໄວ້ວາງໃຈ​ໃນ​ພຣະອົງ.4ຈົ່ງ​ໄວ້ວາງໃຈ​ພຣະເຈົ້າ​ຢາເວ​ຕະຫລອດໄປ,ເພາະ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຢາເວ​ເອງ​ເປັນ​ສີລາ​ຕະຫລອດໄປ​ເປັນ​ນິດ.5ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ຢູ່​ສູງ​ຕົກຕ່ຳ​ລົງ,ພຣະອົງ​ດຶງ​ເມືອງ​ທີ່​ອວດອົ່ງ​ລົງ​ມາ;ພຣະອົງ​ເຮັດໃຫ້​ມັນ​ຕໍ່າ​ພຽງ​ດິນແລະ ໂຍນ​ມັນ​ລົງ​ມາ​ສູ່​ຂີ້ຝຸ່ນດິນ.6ຕີນ​ຂອງ​ຜູ້​ທຸກຍາກແລະ ຜູ້​ຖືກ​ຂົ່ມເຫັງ,ກໍ​ຢຽບຢ່ຳ​ມັນ.
7ຫົນທາງ​ຂອງ​ຄົນ​ຊອບທຳ​ຮາບພຽງ;ຂ້າແດ່​ອົງ​ຜູ້​ຊອບທໍາ, ພຣະອົງ​ເຮັດ​ໃຫ້​ທາງ​ຂອງ​ຄົນ​ຊອບທຳ​ຮາບ​ກ້ຽງ​ດີ.8ແມ່ນແລ້ວ, ພຣະເຈົ້າ​ຢາເວ, ພວກຂ້ານ້ອຍ​ລໍຄອຍ​ພຣະອົງ,ໂດຍ​ດຳເນີນ​ຢູ່​ໃນ​ທາງ​ແຫ່ງ​ກົດບັນຍັດ​ຂອງ​ພຣະອົງ; ນາມຊື່ ແລະ ຊື່​ສຽງ​ຂອງ​ພຣະອົງເປັນ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ພວກຂ້ານ້ອຍ.9ໃນ​ຕອນ​ກາງ​ຄືນ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ປາຖະໜາ​ພຣະອົງ;ໃນ​ຕອນ​ເຊົ້າ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ກະຫາຍ​ຫາ​ພຣະອົງ.ເມື່ອ​ການຕັດສິນ​ຂອງ​ພຣະອົງ​ມາ​ເຖິງ​ໂລກ,ຄົນ​ທັງຫລາຍ​ໃນ​ໂລກ​ຈຶ່ງ​ໄດ້​ຮຽນຮູ້​ຄວາມ​ຊອບທຳ.10ແຕ່​ເມື່ອ​ພຣະຄຸນ​ໄດ້​ສໍາແດງ​ແກ່​ຄົນ​ຊົ່ວຮ້າຍ,ພວກເຂົາ​ກໍ​ບໍ່​ໄດ້​ຮຽນຮູ້​ຄວາມ​ຊອບທຳ;ແມ່ນແຕ່​ໃນ​ດິນແດນ​ແຫ່ງ​ຄວາມ​ທ່ຽງທຳ ພວກເຂົາ​ກໍ​ຍັງ​ເຮັດ​ຊົ່ວ​ຕໍ່ໄປແລະ ບໍ່​ຄຳນຶງ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ.11ຂ້າແດ່​ພຣະເຈົ້າ​ຢາເວ, ມື​ຂອງ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູງ,ແຕ່​ພວກເຂົາ​ບໍ່​ເຫັນ.ຂໍ​ໃຫ້​ພວກເຂົາ​ເຫັນ​ໃຈ​ອັນ​ກະຕືລືລົ້ນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລ້ວ​ພວກເຂົາ​ຈະ​ໄດ້​ລະອາຍ;ຂໍ​ໃຫ້​ໄຟ​ທີ່​ຕຽມ​ໄວ້​ສຳລັບ​ບັນດາ​ສັດຕູ​ຂອງ​ພຣະອົງ​ເຜົາຜານ​ພວກເຂົາ.
12ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ໃຫ້​ສັນຕິສຸກ​ແກ່​ພວກຂ້ານ້ອຍ;ສິ່ງ​ສາລະພັດ​ທີ່​ພວກຂ້ານ້ອຍ​ໄດ້​ເຮັດ​ສຳ​ເລັດ ພຣະອົງ​ເປັນ​ຜູ້​ເຮັດ​ໃຫ້​ພວກຂ້ານ້ອຍ.13ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ມີ​ເຈົ້ານາຍ​ຫລາຍ​ຄົນ​ເຄີຍ​ປົກຄອງ​ພວກຂ້ານ້ອຍ​ນອກຈາກ​ພຣະອົງ,ແຕ່​ພວກຂ້ານ້ອຍ​ໃຫ້ກຽດ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.14ບັດນີ້​ພວກເຂົາ​ຕາຍ​ແລ້ວ, ພວກເຂົາ​ບໍ່​ມີ​ຊີວິດ​ຢູ່​ອີກ​ຕໍ່ໄປ;ວິນຍານ​ຂອງ​ພວກເຂົາ​ທີ່​ຈາກ​ໄປ​ບໍ່​ໄດ້​ກັບ​ມາ​ອີກ.ພຣະອົງ​ໄດ້​ລົງໂທດ ແລະ ນຳ​ພວກເຂົາ​ໄປ​ສູ່​ຄວາມ​ຈິບຫາຍ;ພຣະອົງ​ກວາດ​ທຸກ​ຢ່າງ​ທີ່​ເປັນ​ອະນຸສອນ​ຂອງ​ພວກເຂົາ.15ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ໄດ້​ເພີ່ມ​ປະຊາກອນ,ພຣະອົງ​ໄດ້​ຂະຫຍາຍ​ປະເທດ​ຊາດ.ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ສໍາລັບ​ພຣະອົງ​ເອງ;ພຣະອົງ​ໄດ້​ຂະຫຍາຍ​ເຂດແດນ​ທັງໝົດ​ຂອງ​ແຜ່ນດິນ.
16ຂ້າແດ່​ພຣະເຈົ້າ​ຢາເວ, ພວກເຂົາ​ມາ​ຫາ​ພຣະອົງ​ໃນ​ຍາມ​ທຸກ​ລຳບາກ​ຂອງ​ພວກເຂົາ;ເມື່ອ​ພຣະອົງ​ຕີ​ສັ່ງສອນ​ພວກເຂົາ,ພວກເຂົາ​ກໍ​ທຸກ​ຈົນ​ເກືອບ​ອະທິຖານ​ບໍ່​ອອກ. 17ດັ່ງ​ຜູ້ຍິງ​ຖືພາ​ໃກ້​ຈະ​ເກີດ​ລູກບິດ​ຄີງ ແລະ ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ຂອງ​ນາງ,ຂ້າແດ່​ພຣະເຈົ້າ​ຢາເວ, ພວກ​ຂ້ານ້ອຍ​ກໍ​ເປັນ​ແບບ​ນັ້ນ​ຕໍ່ໜ້າ​ພຣະອົງ.18ພວກ​ຂ້ານ້ອຍ​ເຈັບ​ທ້ອງ​ທໍລະມານ​ດ້ວຍ​ຄວາມ​ເຈັບ​ປວດ,ແຕ່​ກໍ​ເບັ່ງ​ແຕ່​ລົມ​ອອກ​ມາ.ພວກ​ຂ້ານ້ອຍ​ບໍ່​ໄດ້​ນຳ​ຄວາມ​ພົ້ນ​ມາສູ່​ໂລກ,ແລະ ບໍ່​ໄດ້​ໃຫ້​ກຳເນີດ​ມວນ​ມະນຸດ.
19ແຕ່​ຜູ້​ທີ່​ເປັນ​ຂອງ​ພຣະອົງ, ພຣະເຈົ້າ​ຢາເວ; ແມ່ນວ່າ​ຕາຍ​ແລ້ວ​ກໍ​ຈະ​ຍັງ​ມີ​ຊີວິດ​ຢູ່;ຮ່າງກາຍ​ຂອງ​ພວກເຂົາ​ຈະ​ລຸກ​ຂຶ້ນ​ມາໃຫ້​ຜູ້​ທີ່​ນອນ​ຢູ່​ໃນ​ຂີ້ຝຸ່ນ​ດິນລຸກ​ຂຶ້ນ ແລະ ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນດີນ້ຳ​ຄ້າງ​ສຳລັບ​ພວກເຈົ້າ​ເໝືອນ​ນ້ຳ​ຄ້າງ​ຍາມ​ເຊົ້າ;ໂລກ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ຕາຍ​ໄປ​ແລ້ວ.
20ຈົ່ງ​ໄປ, ປະຊາຊົນ​ຂອງ​ເຮົາ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ທັງຫລາຍ​ຂອງ​ພວກເຈົ້າແລະ ປິດ​ປະຕູ​ດ້ານຫລັງ​ຂອງ​ພວກເຈົ້າ;ເຊື່ອງ​ໂຕ​ຢູ່​ຈັກ​ໄລຍະ​ໜຶ່ງຈົນ​ກວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຜ່ານ​ພົ້ນ​ໄປ.21ເບິ່ງ​ແມ, ພຣະເຈົ້າ​ຢາເວ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ເພື່ອ​ລົງໂທດ​ປະຊາຊົນ​ໃນ​ໂລກ​ເພາະ​ບາບ​ຂອງ​ພວກເຂົາ.ໂລກ​ຈະ​ເປີດເຜີຍ​ເລືອດ​ທີ່​ໄຫລ​ນອງ;ແລະ ຈະ​ບໍ່​ເຊື່ອງ​ຜູ້​ທີ່​ຖືກ​ຂ້າ​ໄວ້​ອີກ​ຕໍ່ໄປ.

Biblica, Inc.

https://app.library.bible/content/eab9312f9f16b3a2