ເອຊາຢາ25

ສັນລະເສີນ​ພຣະເຈົ້າ​ຢາເວ

1ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ;ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະອົງ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງເພາະ​ພຣະອົງ​ໄດ້​ເຮັດ​ການ​ມະຫັດສະຈັນ,ຕາມ​ທີ່​ໄດ້​ວາງ​ແຜນການ​ໄວ້​ດົນນານ​ມາ​ແລ້ວ.ດ້ວຍ​ຄວາມ​ສັດຊື່​ອັນ​ບໍລິບູນ2ພຣະອົງ​ໄດ້​ເຮັດ​ໃຫ້​ນະຄອນ​ນັ້ນ​ກາຍເປັນ​ຊາກ​ຫັກພັງ,ທໍາລາຍ​ປ້ອມ​ປ້ອງກັນ​ເມືອງ​ຈົນ​ຈິບຫາຍ,ທີ່ໝັ້ນ​ຂອງ​ຄົນ​ຕ່າງຊາດ​ກໍ​ບໍ່​ມີ​ເມືອງ​ອີກ​ຕໍ່​ໄປ;ມັນ​ຈະ​ບໍ່​ຖືກ​ສ້າງ​ຂຶ້ນ​ມາ​ໃໝ່​ໄດ້​ອີກ.3ເຫດສະນັ້ນ ປະຊາຊົນ​ທີ່​ເຂັ້ມແຂງ​ຈະ​ຖວາຍ​ກຽດ​ພຣະອົງ;ຊົນຊາດ​ທັງຫລາຍ​ທີ່​ໂຫດຮ້າຍ​ຈະ​ຢຳເກງ​ພຣະອົງ.4ພຣະອົງ​ເປັນ​ບ່ອນ​ລີ້ໄພ​ຂອງ​ຜູ້​ທຸກຍາກ,ເປັນ​ທີ່​ເພິ່ງ​ສຳລັບ​ຄົນ​ຂັດສົນ​ທີ່​ຢູ່​ໃນ​ຄວາມ​ທຸກ,ເປັນ​ປ້ອມ​ປ້ອງກັນ​ຈາກ​ພະຍຸແລະ ເປັນ​ຮົ່ມ​ເງົາ​ຈາກ​ຄວາມ​ຮ້ອນ.ເພາະ​ລົມຫາຍໃຈ​ເຂົ້າ​ອອກ​ຂອງ​ຄົນ​ໂຫດຮ້າຍດັ່ງ​ພະຍຸ​ທີ່​ພັດ​ໃສ່​ກຳແພງ5ແລະ ເໝືອນ​ຄວາມ​ຮ້ອນ​ເອົ້າ​ຂອງ​ຖິ່ນແຫ້ງແລ້ງກັນດານ.ພຣະອົງ​ເຮັດໃຫ້​ສຽງ​ຂູ່​ຂອງ​ຄົນ​ຕ່າງຊາດ​ມິດງຽບ;ດັ່ງ​ຄວາມ​ຮ້ອນ​ໄດ້​ຮັບ​ການ​ບັນເທົາ​ຈາກ​ເງົາ​ເມກ,ດັ່ງນັ້ນ ບົດເພງ​ຂອງ​ຄົນ​ໂຫດຮ້າຍ​ກໍ​ງຽບ​ລົງ.
6ເທິງ​ພູເຂົາ​ແຫ່ງ​ນີ້ ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ຈັດ​ຕຽມງານ​ລ້ຽງ​ທີ່​ເຕັມ​ໄປ​ດ້ວຍ​ອາຫານ​ທີ່​ອຸດົມສົມບູນ​ສໍາລັບ​ປະຊາຊົນ​ທຸກຄົນ,ງານ​ລ້ຽງ​ທີ່​ມີ​ເຫລົ້າ​ອະງຸ່ນ​ເກົ່າແກ່ຊີ້ນ​ຕ່າງໆ​ທີ່​ດີ​ທີ່​ສຸດ ແລະ ເຫຼົ້າ​ອະງຸ່ນ​ທີ່​ດີ​ທີ່​ສຸດ.7ເທິງ​ພູເຂົາ​ແຫ່ງ​ນີ້​ພຣະອົງ​ຈະ​ທໍາລາຍຜ້າ​ຫໍ່​ຫຸ້ມ​ຄົນ​ທັງຫລາຍ,ຜ້າ​ທີ່​ຄຸມ​ຊົນຊາດ​ທັງໝົດ;8ພຣະອົງ​ຈະ​ກືນ​ຄວາມ​ຕາຍ​ຕະຫລອດ​ໄປ.ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ຈະ​ເຊັດ​ນ້ຳຕາຈາກ​ທຸກ​ໃບໜ້າ;ພຣະອົງ​ຈະ​ກຳຈັດ​ຄວາມ​ອັບອາຍ​ຂອງ​ປະຊາຊົນ​ຂອງ​ພຣະອົງອອກ​ໄປ​ຈາກ​ແຜ່ນດິນ​ໂລກ.ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.
9ໃນ​ວັນ​ນັ້ນ​ພວກເຂົາ​ຈະ​ເວົ້າ​ວ່າ,“ແນ່ນອນ ນີ້​ຄື​ພຣະເຈົ້າ​ຂອງ​ພວກເຮົາ;ພວກເຮົາ​ໄວ້ວາງໃຈ​ໃນ​ພຣະອົງ, ແລະ ພຣະອົງ​ໄດ້​ຊ່ວຍ​ພວກເຮົາ.ນີ້​ຄື​ພຣະເຈົ້າ​ຢາເວ, ພວກເຮົາ​ໄວ້ວາງໃຈ​ໃນ​ພຣະອົງ;ໃຫ້​ພວກເຮົາ​ມາ​ຊື່ນຊົມ ແລະ ຍິນດີ​ໃນ​ຄວາມ​ພົ້ນ​ຂອງ​ພຣະອົງ”.
10ມື​ຂອງ​ພຣະເຈົ້າ​ຢາເວ​ຈະ​ວາງ​ລົງ​ເທິງ​ພູເຂົາ​ແຫ່ງ​ນີ້;ສ່ວນ​ໂມອາບ​ຈະ​ຖືກ​ຢຽບຢ່ຳ​ໃນ​ດິນແດນ​ຂອງ​ພວກເຂົາເໝືອນ​ເຟືອງ​ຖືກ​ຢຽບ​ລົງ​ໃນ​ຂຸມ​ເຮັດ​ຝຸ່ນ.11ພວກເຂົາ​ຈະ​ເດ່​ມື​ອອກ​ໃນ​ຂຸມ​ນັ້ນ,ດັ່ງ​ຄົນ​ລອຍ​ນ້ຳ​ທີ່​ວາ​ແຂນ​ອອກ​ລອຍ.ພຣະເຈົ້າ​ຈະ​ກຳຈັດ​ຄວາມ​ຈອງຫອງ​ຂອງ​ພວກເຂົາບໍ່​ວ່າ​ມື​ຂອງ​ພວກເຂົາ​ຈະ​ສະຫລາດ  ປານ​ໃດ​ກໍ​ຕາມ.12ພຣະອົງ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ທີ່​ສູງສົ່ງ​ຂອງ​ພວກເຈົ້າແລະ ເຮັດ​ໃຫ້​ມັນ​ຕົກ​ຕ່ຳ;ພຣະອົງ​ຈະ​ເຮັດ​ໃຫ້​ພວກມັນ​ຈົມ​ຢູ່​ກັບ​ພື້ນ,ສູ່​ຂີ້ຝຸ່ນ​ດິນ.

Biblica, Inc.

https://app.library.bible/content/eab9312f9f16b3a2