ເອຊາຢາ24
ພຣະເຈົ້າຢາເວຈະທຳລາຍລ້າງແຜ່ນດິນໂລກ
1ເບິ່ງແມ, ພຣະເຈົ້າຢາເວກຳລັງຈະຖິ້ມໂລກໃຫ້ຮ້າງແລະ ເຮັດໃຫ້ມັນຈິບຫາຍ;ພຣະອົງຈະທຳລາຍພື້ນຜິວຂອງໂລກແລະ ເຮັດໃຫ້ຜູ້ຢູ່ອາໄສກະຈັດກະຈາຍໄປ2ທຸກຄົນຈະຄືກັນໝົດບໍ່ວ່າປະຊາຊົນ ຫລື ປະໂລຫິດ,ບໍ່ວ່ານາຍ ຫລື ທາດຮັບໃຊ້,ບໍ່ວ່ານາຍຍິງ ຫລື ສາວໃຊ້,ບໍ່ວ່າຜູ້ຊື້ ຫລື ຜູ້ຂາຍ,ບໍ່ວ່າເຈົ້າໜີ້ ຫລື ລູກໜີ້,ບໍ່ວ່າຜູ້ຍືມ ຫລື ຜູ້ໃຫ້ກູ້ຢືມ,3ແຜ່ນດິນໂລກຈະຖືກຖິ້ມຮ້າງຢ່າງສົມບູນແລະ ຖືກປຸ້ນສະດົມໝົດ.ພຣະເຈົ້າຢາເວໄດ້ກ່າວຖ້ອຍຄຳເຫລົ່ານີ້.4ແຜ່ນດິນໂລກກໍແຫ້ງແລ້ງ ແລະຫ່ຽວແຫ້ງໄປ,ໂລກກໍອ່ອນແຮງລົງ ແລະ ຫ່ຽວແຫ້ງ, ສະຫວັນກໍອ່ອນແຮງຄືກັນກັບແຜ່ນດິນໂລກ.5ແຜ່ນດິນໂລກເປັນມົນທິນຍ້ອນປະຊາຊົນເອງ;ພວກເຂົາບໍ່ໄດ້ເຊື່ອຟັງກົດໝາຍ,ລະເມີດກົດບັນຍັດແລະ ຝ່າຝືນຄຳໝັ້ນສັນຍານິລັນດອນ.6ເຫດສະນັ້ນ ຄຳສາບແຊ່ງຈຶ່ງທໍາລາຍໂລກ;ປະຊາຊົນໃນໂລກຕ້ອງຮັບໂທດຄວາມຜິດຂອງຕົນ.ເຫດສະນັ້ນ ຜູ້ທີ່ອາໄສຢູ່ໃນໂລກຈຶ່ງຖືກເຜົາ,ແລະ ມີຄົນໜ້ອຍທີ່ສຸດທີ່ຍັງມີຊີວິດຢູ່.7ເຫລົ້າອະງຸ່ນໃໝ່ກໍເຫືອດແຫ້ງ ແລະ ເຄືອອະງຸ່ນກໍຫ່ຽວແຫ້ງ;ຜູ້ໃຫ້ຄວາມສະໜຸກທັງໝົດໄດ້ແຕ່ຄໍ່າຄວນ.8ສຽງມ່ວນຊື່ນຂອງກອງແຊັກກໍງຽບລົງ,ສຽງຂອງຄົນສະໜຸກສະໜານກໍຢຸດຕິລົງ,ສຽງພິນອັນມ່ວນຊື່ກໍງຽບໄປ.9ບໍ່ມີການດື່ມເຫລົ້າອະງຸ່ນກັບສຽງເພງອີກແລ້ວ;ເບຍກໍຂົມສໍາລັບຜູ້ດື່ມ.10ເມືອງທີ່ຫັກພັງກໍຮ້າງເປົ່າ;ທາງເຂົ້າບ້ານທຸກຫລັງຖືກປິດບໍ່ໃຫ້ຜູ້ໃດເຂົ້າ.11ຕາມຖະໜົນຫົນທາງຜູ້ຄົນຮ້ອງຫາເຫລົ້າອະງຸ່ນ;ຄວາມຍິນດີທັງໝົດກາຍເປັນຄວາມໝົ່ນໝອງ,ຄວາມຊື່ນຊົມຍິນດີທັງໝົດຖືກກຳຈັດອອກໄປຈາກໂລກ.12ເມືອງນັ້ນຕົກຢູ່ໃນສະພາບເພພັງ,ປະຕູເມືອງຖືກທຸບເປັນປ່ຽງ13ດັ່ງນັ້ນ ມັນຈະເກີດຂຶ້ນໃນໂລກແລະ ທ່າມກາງຊົນຊາດຕ່າງໆ,ເໝືອນຕົ້ນໝາກກອກທີ່ຖືກຟາດ,ຫລື ເໝືອນໝາກອະງຸ່ນທີ່ຍັງເຫລືອຢູ່ຫລັງຈາກເກັບກ່ຽວ.14ພວກເຂົາເປັ່ງສຽງ, ພວກເຂົາໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ;ຈາກທິດຕາເວັນຕົກພວກເຂົາປະກາດພຣະບາລະມີຂອງພຣະເຈົ້າຢາເວ.15ເຫດສະນັ້ນ ຄົນທາງທິດຕາເວັນອອກຈຶ່ງຖວາຍສະຫງ່າລາສີແດ່ພຣະເຈົ້າຢາເວ;ຍົກຍ້ອງພຣະນາມຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ,ເທິງເກາະຕ່າງໆໃນທະເລ.16ຈາກສຸດປາຍແຜ່ນດິນໂລກພວກເຮົາໄດ້ຍິນສຽງເພງຮ້ອງວ່າ:“ສະຫງ່າລາສີຈົ່ງມີແດ່ອົງຜູ້ຊອບທຳ”.ແຕ່ຂ້າພະເຈົ້າເວົ້າວ່າ, “ຂ້າພະເຈົ້າໝົດແຮງ ຂ້າພະເຈົ້າໝົດແຮງ!ວິບັດແກ່ຂ້າພະເຈົ້າ!ມີຄົນຄິດຄົດທໍລະຍົດດ້ວຍການກະບົດ!”17ປະຊາຊົນຂອງໂລກນີ້ຄວາມຢ້ານ ຂຸມ ແລະ ກັບດັກຄອຍຖ້າພວກທ່ານຢູ່.18ຜູ້ໃດກໍຕາມທີ່ປົບໜີເມື່ອໄດ້ຍິນສຽງຢ້ານຈະຕົກລົງໃນຂຸມ;ຜູ້ໃດກໍຕາມທີ່ປີນອອກມາຈາກຂຸມຈະຕິດບ້ວງແຮ້ວ.ປະຕູນ້ຳຂອງສະຫວັນກໍເປີດອອກ,ຮາກຖານຂອງໂລກສັ່ນສະເທືອນ.19ໂລກຈະແຕກອອກ,ແຜ່ນດິນແຍກອອກຈາກກັນ,ໂລກຖືກສັ່ນສະເທືອນຢ່າງແຮງ.20ໂລກໂຊເຊໄປມາດັ່ງຄົນເມົາ,ມັນແກວ່ງໄປມາຄືຕູບຢູ່ທ່າມກາງພະຍຸ;ຄວາມຜິດຂອງການກະບົດຂອງໂລກໜັກຫລາຍຈົນເຮັດໃຫ້ມັນລົ້ມລົງ ແລະ ບໍ່ສາມາດລຸກຂຶ້ນໄດ້ອີກ.21ໃນວັນນັ້ນພຣະເຈົ້າຢາເວຈະລົງໂທດບັນດາອຳນາດໃນຟ້າສະຫວັນເບື້ອງເທິງແລະ ບັນດາກະສັດໃນໂລກເບື້ອງລຸ່ມ.22ພວກເຂົາຈະຖືກນໍາມາລວມກັນເໝືອນດັ່ງນັກໂທດທີ່ຖືກຂັງໄວ້ໃນຄຸກໃຕ້ດິນ;ພວກເຂົາຈະຖືກຂັງໄວ້ໃນຄຸກແລະ ຫລັງຈາກນັ້ນຫລາຍມື້ກໍຖືກລົງໂທດ. 23ດວງຈັນຈະອັບແສງ, ດວງອາທິດຈະອັບອາຍ;ເພາະພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະປົກຄອງເໜືອພູເຂົາຊີໂອນແລະ ໃນເຢຣູຊາເລັມ,ແລະ ຕໍ່ໜ້າບັນດາຜູ້ອາວຸໂສ ດ້ວຍສະຫງ່າລາສີອັນຍິ່ງໃຫຍ່.Biblica, Inc.