ເອຊາຢາ23
ຄຳທຳນວາຍຕໍ່ສູ້ຕີເຣ
1ຄໍາທໍານວາຍຕໍ່ສູ້ເມືອງຕີເຣມີດັ່ງນີ້:ຈົ່ງຮ້ອງໄຫ້, ບັນດາເຮືອແຫ່ງຕາກຊິດ!ເພາະຕີເຣຖືກທໍາລາຍແລ້ວແລະ ບໍ່ເຫລືອບ້ານເຮືອນ ຫລື ທ່າເຮືອ.ຈາກດິນແດນໄຊປຣັດ ຖ້ອຍຄໍາໄດ້ມາເຖິງພວກເຂົາແລ້ວ.2ຈົ່ງມິດງຽບ, ພວກເຈົ້າປະຊາຊົນຊາວເກາະແລະ ບັນດາພໍ່ຄ້າແຫ່ງຊີໂດນ,ຜູ້ຮັ່ງມີຈາກການເດີນເຮືອທາງທະເລ.3ເມັດເຂົ້າຈາກຊິໂຫລເດີນທາງຂ້າມມະຫາສະຫມຸດມາ;ການເກັບກ່ຽວຂອງແມ່ນ້ຳນິນ ເປັນລາຍໄດ້ຂອງຕີເຣ,ແລະ ມັນໄດ້ກາຍເປັນຕະຫລາດຂອງບັນດາປະຊາຊາດ.4ຊີໂດນ, ຈົ່ງອັບອາຍ, ແລະ ເຈົ້າເປັນປ້ອມປ້ອງກັນທາງທະເລ,ເພາະທະເລໄດ້ເວົ້າວ່າ:“ເຮົາບໍ່ເຄີຍເຈັບທ້ອງ ແລະ ບໍ່ເຄີຍເກີດລູກ;ທັງບໍ່ເຄີຍລ້ຽງດູລູກຊາຍລູກສາວ”.5ເມື່ອເອຢິບໄດ້ຍິນຂ່າວ,ພວກເຂົາຈະທຸກໂສກຫລາຍຍ້ອນຂ່າວຈາກຕີເຣ.6ຈົ່ງຂ້າມໄປຕາກຊິດ;ພວກເຈົ້າຊາວເກາະ, ຈົ່ງໂສກເສົ້າຮ້ອງໄຫ້.7ນີ້ບໍນະຄອນແຫ່ງຄວາມສະໜຸກສະໜານ,ນະຄອນເກົ່າ, ນະຄອນແກ່,ທີ່ຕີນພານາງໄປຕັ້ງຖິ່ນຖານຢູ່ແດນໄກ?8ຜູ້ໃດວາງແຜນນີ້ຕໍ່ສູ້ຕີເຣ,ຜູ້ທີ່ໃຫ້ມົງກຸດ,ຜູ້ທີ່ພໍ່ຄ້າໄດ້ເປັນບັນດາເຈົ້າຊາຍ,ຜູ້ທີ່ພໍ່ຄ້າມີກຽດຊື່ສຽງຢູ່ໃນໂລກ?9ຄືພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ວາງແຜນການໄວ້,ເພື່ອຫລຸດຄວາມອວດຕົວໃນຄວາມຈະເລີນຮຸ່ງເຮືອງທັງໝົດຂອງນາງລົງແລະ ເຮັດໃຫ້ບັນດາຜູ້ທີ່ມີກຽດຊື່ສຽງຂອງໂລກຖ່ອມຕົວ.10ຈົ່ງໄຖພວນ ດິນຂອງພວກເຈົ້າດັ່ງທີ່ພວກເຂົາເຮັດກັບດິນແຄມແມ່ນ້ຳນິນ,ລູກສາວແຫ່ງຕາກຊິດ ,ເພາະພວກເຈົ້າບໍ່ມີທ່າເຮືອອີກແລ້ວ.11ພຣະເຈົ້າຢາເວໄດ້ເດ່ມືຂອງພຣະອົງອອກເທິງທະເລແລະ ເຮັດໃຫ້ອານາຈັກທັງຫລາຍສັ່ນຢ້ານ.ພຣະອົງໄດ້ອອກຄໍາສັ່ງໃຫ້ທໍາລາຍປ້ອມປ້ອງກັນຕ່າງໆຂອງໂຟນີເຊຍ 12ພຣະອົງກ່າວວ່າ, “ບໍ່ມີຄວາມສະໜຸກສະໜານອີກຕໍ່ໄປແລ້ວ,ໂອ ລູກສາວພົມມະຈາລີແຫ່ງຊີໂດນ , ທີ່ບັດນີ້ແຕກໝຸ່ນ!“ຂຶ້ນໄປແມ, ຈົ່ງຂ້າມໄປໄຊປຣັດ; ແມ່ນແຕ່ທີ່ນັ້ນເຈົ້າກໍບໍ່ໄດ້ພັກສະຫງົບ”.13ຈົ່ງເບິ່ງດິນແດນຂອງຊາວບາບີໂລນ ,ຊົນຊາດນີ້ບັດນີ້ບໍ່ມີບັນຊີເລີຍ!ປະຊາຊົນອັດຊີເຣຍໄດ້ເຮັດໃຫ້ມັນກາຍເປັນບ່ອນຢູ່ຂອງສັດປ່າ;ພວກເຂົາໄດ້ຍົກປ້ອມປ້ອງກັນຂຶ້ນ,ພວກເຂົາໄດ້ທໍາລາຍປ້ອມປ້ອງກັນ,ແລະ ເຮັດໃຫ້ມັນກາຍເປັນຊາກເພພັງ.14ຈົ່ງຮ້ອງໄຫ້, ພວກເຈົ້າເຮືອແຫ່ງຕາກຊິດ;ປ້ອມປ້ອງກັນຂອງພວກເຈົ້າຖືກທຳລາຍແລ້ວ!15ໃນເວລານັ້ນຜູ້ຄົນຈະລືມຕີເຣໄປເຈັດສິບປີ, ເປັນໄລ່ຍະເວລາແຫ່ງຊີວິດຂອງກະສັດຜູ້ໜຶ່ງ. ແຕ່ໃນຕອນທ້າຍຂອງໄລຍະເຈັດສິບປີນັ້ນ ຕີເຣຈະເປັນດັ່ງເນື້ອເພງຂອງຍິງໂສເພນີທີ່ວ່າ:16“ໂອ ຍິງໂສເພນີທີ່ຖືກລືມ,ຈົ່ງຈັບພິນຂຶ້ນມາ, ແລ້ວຍ່າງໄປທົ່ວເມືອງ,ຫລິ້ນພິນໃຫ້ມ່ວນ, ຈົ່ງຮ້ອງຫລາຍເພງ;ເພື່ອຄົນຈະຈື່ເຈົ້າໄດ້”.17ຕອນທ້າຍໄລຍະເວລາເຈັດສິບປີ, ພຣະເຈົ້າຢາເວຈະສັງເກດເຫັນຕີເຣ. ນາງຈະກັບມາມີຄົນຈ້າງ. ນາງກັບກາຍເປັນໂສເພນີ ແລະ ຈະຕິດຕໍ່ຄ້າຂາຍກັບອານາຈັກທັງຫລາຍຂອງໂລກ.18ແຕ່ຜົນກຳໄລ ແລະ ລາຍໄດ້ຂອງຕີເຣຈະຖືກຈັດໄວ້ເພື່ອຖວາຍແກ່ພຣະເຈົ້າຢາເວ; ພວກເຂົາຈະບໍ່ເກັບ ຫລື ສະສົມໄວ້ເອງ. ແຕ່ຈະມອບຜົນກຳໄລຂອງນາງແກ່ຜູ້ທີ່ໃຊ້ຊີວິດຕໍ່ໜ້າພຣະເຈົ້າຢາເວ, ເພື່ອຄົນເຫລົ່ານັ້ນຈະມີອາຫານອຸດົມສົມບູນ ແລະ ມີເຄື່ອງນຸ່ງດີໆ.Biblica, Inc.