ເອຊາຢາ22

ຄຳ​ທຳນວາຍ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ

1ຄໍາ​ທໍານວາຍ​ຕໍ່ສູ້​ຮ່ອມພູ​ແຫ່ງ​ນິມິດ​ມີ​ຄື:ເກີດ​ຫຍັງ​ຂຶ້ນ​ໃນ​ຕອນນີ້,ທຸກຄົນ​ຈຶ່ງ​ພາ​ກັນ​ຂຶ້ນ​ໄປ​ຫລັງ​ຄາ,2ເມືອງ​ຂອງ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ອຶກກະທຶກ,ນະຄອນ​ແຫ່ງ​ການ​ເນືອງ​ນັນ ແລະ ຄວາມ​ສະໜຸກ​ສະໜານ?ຜູ້​ຕາຍ​ບໍ່​ໄດ້​ຖືກ​ຂ້າ​ດ້ວຍ​ຄົມ​ດາບ,ທັງ​ບໍ່​ໄດ້​ຕາຍ​ໃນ​ສົງຄາມ.3ພວກຜູ້ນຳ​ຂອງ​ພວກເຈົ້າ​ໄດ້​ໜີ​ໄປ​ໝົດ;ພວກເຂົາ​ຖືກ​ຈັບ​ໂດຍ​ບໍ່​ໄດ້​ໃຊ້​ທະນູ.ທຸກຄົນ​ທີ່​ຖືກ​ຈັບ​ໄດ້​ຕ້ອງ​ກາຍເປັນ​ນັກ​ໂທດ,ເປັນ​ຄົນ​ທີ່​ປົບ​ໜີ​ຕັ້ງ​ແຕ່​ສັດຕູ​ຍັງ​ຢູ່​ໄກ.4ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ປ່ອຍ​ຂ້າພະເຈົ້າ​ໄປ;ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.ຢ່າ​ພະຍາຍາມ​ເລົ້າໂລມ​ຂ້າພະເຈົ້າ​ເລີຍເພາະ​ຄວາມ​ຈິບຫາຍ​ຂອງ​ປະຊາຊົນ​ຂອງ​ຂ້າພະເຈົ້າ”.
5ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ກຳນົດ​ວັນ​ໜຶ່ງ​ໄວ້ເປັນ​ວັນ​ວຸ້ນວາຍ ການ​ຢຽບຢໍ່າ ແລະ ຢ້ານ​ກົວໃນ​ຮ່ອມພູ​ແຫ່ງ​ນິມິດ,ວັນ​ແຫ່ງ​ການ​ທຳລາຍ​ກຳແພງ​ລົງແລະ ການ​ສົ່ງ​ສຽງ​ຮ້ອງ​ແກ່​ພູເຂົາ​ທັງຫລາຍ.6ເອລາມ​ຈັບ​ທະນູ​ຂຶ້ນ​ມາ,ໂດຍ​ມີ​ທະຫານ​ມ້າ ແລະ ມ້າ​ຈໍານວນ​ຫລາຍ​ຂອງ​ລາວ;ກີຣະ​ຖື​ໂລ່​ມາ.7ຮ່ອມພູ​ທີ່​ດີ​ທີ່ສຸດ​ຂອງ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ລົດຮົບ,ແລະ ທະຫານ​ມ້າ​ປະຈຳ​ຢູ່​ທີ່​ປະຕູ​ເມືອງ.
8ອົງພຣະຜູ້ເປັນເຈົ້າ​ໄດ້​ກຳຈັດ​ເຄື່ອງ​ປ້ອງ​ກັນ​ຂອງ​ຢູດາຍ​ອອກ​ໄປ,ແລະ ໃນ​ວັນ​ນັ້ນ​ພວກເຈົ້າ​ກໍ​ຊອກຫາ​ອາວຸດໃນ​ວັງ​ແຫ່ງ​ປ່າດົງ.9ພວກເຈົ້າ​ເຫັນ​ກໍາແພງ​ປ້ອງກັນ​ຂອງ​ເມືອງ​ດາວິດໄດ້​ແຕກ​ກະຈາຍ​ໄປ​ຫລາຍ​ບ່ອນ;ພວກເຈົ້າ​ເກັບ​ສະສົມ​ນ້ຳໄວ້​ຢູ່​ໃນ​ສະ​ລຸ່ມ.10ພວກເຈົ້າ​ນັບ​ອາຄານ​ບ້ານ​ເຮືອນ​ໃນ​ເຢຣູຊາເລັມແລະ ຮື້​ເຮືອນ​ມາ​ເສີມ​ກຳແພງ.11ພວກເຈົ້າ​ໄດ້​ສ້າງ​ບ່ອນ​ເກັບ​ນ້ຳ​ໄວ້​ລະຫວ່າງ​ກຳແພງ​ທັງ​ສອງເພື່ອ​ຮັບ​ນ້ຳ​ຈາກ​ສະນ້ຳ​ເກົ່າ,ແຕ່​ພວກເຈົ້າ​ບໍ່​ໄດ້​ແນມ​ເບິ່ງ​ພຣະອົງ​ຜູ້​ໄດ້​ເຮັດ​ສິ່ງ​ນີ້,ຫລື ບໍ່​ເອົາໃຈໃສ່​ພຣະອົງ​ຜູ້​ໄດ້​ວາງແຜນ​ສິ່ງ​ນີ້​ໄວ້​ແຕ່​ດົນນານ​ມາ​ແລ້ວ.
12ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ກ່າວ​ເອີ້ນ​ພວກເຈົ້າ​ໃນ​ວັນ​ນັ້ນໃຫ້​ຮ້ອງໄຫ້ ແລະ ຄ່ຳຄວນ,ໃຫ້​ຕັດ​ຜົມ​ຂອງ​ພວກເຈົ້າ ແລະ ໃສ່​ເສື້ອ​ຜ້າ​ກະສອບ.13ແຕ່​ເບິ່ງ​ແມ, ກັບກາຍ​ເປັນ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ສະໜຸກ​ສະໜານ,ການ​ຂ້າ​ງົວ ແລະ ການ​ຂ້າ​ແກະ,ມີ​ການ​ກິນ​ຊີ້ນ ແລະ ດື່ມ​ເຫລົ້າ​ອະງຸ່ນ!ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກິນ ແລະ ດື່ມ”,“ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ!”
14ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ເປີດ​ເຜີຍ​ສິ່ງ​ນີ້​ໂດຍ​ໃຫ້​ຂ້າພະເຈົ້າ​ໄດ້​ຍິນ​ວ່າ: “ບາບ​ນີ້​ຈະ​ບໍ່​ໄດ້​ຮັບ​ການອະໄພ​ຈົນ​ວັນ​ຕາຍ​ຂອງ​ພວກເຈົ້າ”, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
15ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ,ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ກ່າວ​ວ່າ:“ຈົ່ງ​ໄປ, ບອກ​ເຊັບນາ​ຜູ້ດູແລ​ສໍານັກ​ຂອງ​ກະສັດ​ວ່າ:16ເຈົ້າ​ກໍາລັງ​ເຮັດ​ຫຍັງ​ຢູ່​ບ່ອນ​ນີ້?ເພື່ອ​ເຈາະ​ອຸບໂມງ​ຝັງ​ສົບ​ໃຫ້​ຕົວເອງ​ຢູ່​ບ່ອນ​ນີ້,ຄື​ເຈາະ​ຂຸມ​ຝັງສົບ​ໃຫ້​ໂຕເອງ​ເທິງ​ບ່ອນ​ສູງ​ນີ້ແລະ ເຈາະ​ຫີນ​ເຮັດ​ເປັນ​ບ່ອນ​ພັກ​ຂອງ​ເຈົ້າ?
17“ຈົ່ງ​ລະ​ວັງ​ໄວ້, ພຣະເຈົ້າ​ຢາເວ​ກຳລັງ​ຈະ​ຈັບ​ເຈົ້າ​ໄວ້ແລະ ໂຍນ​ເຈົ້າ​ອອກ​ໄປ, ເຈົ້າ​ຜູ້​ຍິ່ງໃຫຍ່.18ພຣະອົງ​ຈະ​ຈັບ​ເຈົ້າ​ໄວ້​ແໜ້ນໆ​ຄື​ໝາກບານແລະ ໂຍນ​ເຈົ້າ​ໄປ​ຍັງ​ປະເທດ​ທີ່​ກວ້າງໃຫຍ່.ເຈົ້າ​ຈະ​ຕາຍ​ຢູ່​ທີ່ນັ້ນແລະ ເຫລືອ​ໄວ້​ແຕ່​ລົດຮົບ​ທີ່​ເຈົ້າ​ພູມໃຈ​ນໍາຈະ​ກາຍ​ເປັນ​ຄວາມ​ອັບອາຍ​ແກ່​ເຮືອນ​ຂອງ​ນາຍ.19ເຮົາ​ຈະ​ໄລ່​ເຈົ້າ​ຈາກ​ໜ້າທີ່​ຂອງ​ເຈົ້າ,ແລະ ເຈົ້າ​ຈະ​ຖືກ​ປົດ​ອອກ​ຈາກ​ຕຳແໜ່ງ​ຂອງ​ເຈົ້າ.
20“ໃນ​ວັນ​ນັ້ນ​ເຮົາ​ຈະ​ເອີ້ນ​ເອລີອາກິມ​ລູກຊາຍ​ຮິນກີຢາ​ຜູ້ຮັບໃຊ້​ຂອງ​ເຮົາ​ມາ.21ເຮົາ​ຈະ​ໃສ່​ເສື້ອ​ຄຸມ ແລະ ຜູກ​ສາຍ​ຫັດ​ແອວ​ຂອງ​ເຈົ້າ​ໃຫ້​ແກ່​ລາວ ແລະ ມອບ​ສິດ​ອຳນາດ​ຂອງ​ເຈົ້າ​ແກ່​ລາວ. ລາວ​ຈະ​ເປັນ​ບິດາ​ຂອງ​ປະຊາຊົນ​ເຢຣູຊາເລັມ ແລະ ປະຊາຊົນ​ຢູດາ​ທັງໝົດ.22ເຮົາ​ຈະ​ວາງ​ກະແຈ​ແຫ່ງ​ເຊື້ອສາຍ​ດາວິດ​ໄວ້​ເທິງ​ບ່າ​ຂອງ​ລາວ; ສິ່ງ​ທີ່​ລາວ​ເປີດ​ຈະ​ບໍ່​ມີ​ຜູ້ໃດ​ປິດ​ໄດ້, ແລະ ສິ່ງ​ທີ່​ລາວ​ປິດ​ຈະ​ບໍ່​ມີ​ຜູ້ໃດ​ເປີດ​ໄດ້.23ເຮົາ​ຈະ​ຕອກ​ຫລັກ​ເໝືອນ​ຕອກ​ຕະປູ​ໃນ​ບ່ອນ​ທີ່​ໝັ້ນຄົງ, ລາວ​ຈະ​ກາຍເປັນ​ບັນລັງ ແຫ່ງ​ກຽດຕິຍົດ​ສຳລັບ​ຄອບຄົວ​ຂອງ​ພໍ່​ລາວ.24ສະຫງ່າລາສີ​ທັງໝົດ​ຂອງ​ຄອບຄົວ​ຂອງ​ລາວ​ຈະ​ແຂວນ​ຢູ່​ເທິງ​ໂຕ​ລາວ: ລູກ​ຫລານ ແລະ ເຊື້ອສາຍ ເຄື່ອງໃຊ້​ນ້ອຍ​ໃຫຍ່​ທັງໝົດ, ຕັ້ງແຕ່​ຖ້ວຍ​ໄປ​ຈົນ​ຮອດ​ໄຫ​ທັງໝົດ”.
25“ໃນ​ວັນ​ນັ້ນ”, ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ປະກາດ​ວ່າ, “ຫລັກ​ທີ່​ຕອກ​ເຂົ້າ​ກັບ​ບ່ອນ​ທີ່​ໝັ້ນຄົງ​ຈະ​ຫລຸດ​ອອກ​ມາ; ມັນ​ຈະ​ຖືກ​ຕັດ​ຖິ້ມ ແລະ ຕົກລົງ, ແລະ ພາລະ​ທີ່​ເກາະ​ຢູ່​ທີ່ນັ້ນ​ກໍ​ຈະ​ສິ້ນສຸດ”. ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2