ເອຊາຢາ21

ຄຳ​ທຳນວາຍ​ຕໍ່ສູ້​ບາບີໂລນ

1ຄໍາ​ທໍານວາຍ​ຕໍ່ສູ້​ຖິ່ນແຫ້ງແລ້ງກັນດານ​ຕາມ​ແຄມ​ທະເລ :ເໝືອນ​ດັ່ງ​ລົມ​ບ້າໝູ​ທີ່​ພັດ​ຜ່ານ​ດິນແດນ​ທາງ​ພາກໃຕ້,ຜູ້​ຮຸກຮານ​ມາ​ຈາກ​ຖິ່ນແຫ້ງແລ້ງກັນດານ,ຈາກ​ດິນແດນ​ທີ່​ໜ້າ​ຢ້ານກົວ.
2ນິມິດ​ອັນ​ໜ້າຢ້ານກົວ​ໄດ້​ຖືກ​ສໍາແດງ​ແກ່​ຂ້າພະເຈົ້າ​ຄື:ຜູ້​ທໍລະຍົດ​ຫັກຫລັງ, ໂຈນ​ປຸ້ນ​ເອົາ​ສິ່ງຂອງ​ໄປ.ເອລາມ, ບຸກ​ໂຈມຕີ​ມີເດຍ, ເຂົ້າ​ລ້ອມ​ເມືອງ!ເຮົາ​ຈະ​ຢຸດຕິ​ສຽງ​ຄວນຄາງ​ທັງໝົດ​ທີ່​ມັນ​ເຮັດ​ໃຫ້​ເກີດ​ຂຶ້ນ.
3ຕອນ​ນີ້ ຮ່າງກາຍ​ຂອງ​ຂ້າພະເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ,ຄວາມ​ເຈັບ​ປວດ​ໂຈມຕີ​ຂ້າພະເຈົ້າ, ດັ່ງ​ຄວາມ​ເຈັບ​ປວດ​ຂອງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ;ຂ້າພະເຈົ້າ​ສັບສົນ​ໃນ​ສິ່ງ​ທີ່​ໄດ້​ຍິນ,ຂ້າພະເຈົ້າ​ສັບສົນ​ໃນ​ສິ່ງ​ທີ່​ໄດ້​ເຫັນ.4ຫົວໃຈ​ຂອງ​ຂ້າພະເຈົ້າ​ເຕັ້ນ​ແຮງ,ຄວາມ​ຢ້ານ​ເຮັດ​ໃຫ້​ຂ້າພະເຈົ້າ​ສັ່ນ;ຕອນ​ກາງຄືນ​ທີ່​ຂ້າພະເຈົ້າ​ເຝົ້າ​ລໍ​ຄອຍໄດ້​ກາຍເປັນ​ຄວາມ​ຢ້ານ​ສໍາລັບ​ຂ້າພະເຈົ້າ.
5ພວກເຂົາ​ຕັ້ງ​ໂຕະ,ພວກເຂົາ​ຍົກ​ພົມ​ມາ​ປູ,ພວກເຂົາ​ກິນ, ພວກເຂົາ​ດື່ມ!ນາຍ​ທະຫານ​ທັງຫລາຍ, ຈົ່ງ​ລຸກ​ຂຶ້ນ,ເອົາ​ນ້ຳ​ມັນ​ທາ​ໂລ່!
6ອົງພຣະຜູ້ເປັນເຈົ້າ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ:“ຈົ່ງໄປ, ຈັດ​ວາງ​ຍາມ​ໄວ້ແລະ ໃຫ້​ລາວ​ລາຍງານ​ສິ່ງ​ທີ່​ລາວ​ເຫັນ.7ເມື່ອ​ລາວ​ເຫັນ​ລົດຮົບ ກັບຝູງ​ມ້າ,ບັນດາ​ຄົນ​ທີ່​ຂີ່​ລໍຫລື ຄົນ​ຂີ່​ອູດ​ເຄື່ອນ​ເຂົ້າ​ມາ,ໃຫ້​ລາວ​ຕື່ນ​ໂຕ,ແລະ ລະມັດລະວັງ”.
8ແລ້ວ​ຍາມ ຮ້ອງ​ບອກ​ວ່າ,“ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ, ວັນ​ຕໍ່​ວັນ, ຂ້ານ້ອຍ​ຢືນ​ເຝົ້າ​ຍາມ​ທີ່​ປ້ອມ​ນີ້;ທຸກ​ຄືນ​ຂ້ານ້ອຍ​ຢູ່​ໃນ​ປ້ອມ​ຂອງ​ຂ້ານ້ອຍ.9ເບິ່ງ​ແມ, ມີ​ຄົນ​ໜຶ່ງ​ນັ່ງ​ລົດຮົບ​ມາໂດຍ​ມີ​ມ້າ​ມາ​ເປັນ​ຝູງ.ລາວ​ຈຶ່ງ​ຕອບ​ກັບ​ມາ​ວ່າ:‘ບາບີໂລນ​ຫລົ້ມຈົມ​ແລ້ວ, ຫລົ້ມຈົມ​ແລ້ວ!ຮູບເຄົາລົບ​ທັງໝົດ​ຂອງ​ບາບີໂລນແຕກ​ກະຈັດກະຈາຍ​ຢູ່​ໜ້າດິນ!’ ”
10ປະຊາຊົນ​ຂອງ​ຂ້າພະເຈົ້າ​ຜູ້​ຖືກ​ບຸກໂຈມຕີ​ໃນ​ລານຟາດເຂົ້າ,ຂ້າພະເຈົ້າ​ຂໍ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຍິນຈາກ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ຈາກ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ.

ຄຳ​ທຳນວາຍ​ຕໍ່ສູ້​ເອໂດມ

11ຄໍາ​ທໍານວາຍ​ຕໍ່ສູ້​ເອໂດມ :ມີ​ບາງ​ຄົນ​ເອີ້ນ​ຂ້າພະເຈົ້າ​ຈາກ​ເສອີ​ວ່າ,“ຄົນ​ຍາມ, ອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ແຈ້ງ?ຄົນ​ຍາມ, ອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ແຈ້ງ?”12ຍາມ​ຕອບ​ວ່າ,“ເວລາ​ເຊົ້າ​ກຳລັງ​ມາ, ແຕ່​ກາງຄືນ​ກໍ​ຈະ​ມາ​ເໝືອນ​ກັນ.ຖ້າ​ເຈົ້າ​ຈະ​ຖາມ, ກໍ​ໃຫ້​ຖາມ​ມາ;ແລ້ວ​ກັບ​ມາ​ຖາມ​ໃໝ່​ອີກ”.

ຄຳ​ທຳນວາຍ​ຕໍ່ສູ້​ອາຣະເບຍ

13ຄໍາ​ທໍານວາຍ​ຕໍ່ສູ້​ອາຣະເບຍ:ພວກເຈົ້າ​ບັນດາ​ຂະບວນ​ແຫ່​ຂອງ​ຊາວ​ເດດານ,ທີ່​ຕັ້ງ​ຄ້າຍ​ພັກ​ໃນ​ປ່າ​ດົງ​ຂອງ​ອາຣະເບຍ,14ຈົ່ງ​ນຳ​ນ້ຳ​ມາ​ໃຫ້​ຜູ້​ກະຫາຍ;ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ເຕມາ,ຈົ່ງ​ນຳ​ອາຫານ​ມາ​ໃຫ້​ພວກ​ອົບພະຍົບ.15ພວກເຂົາ​ໜີ​ຈາກ​ດາບ,ຈາກ​ດາບ​ທີ່​ຖອດ​ອອກ​ຈາກ​ຝັກ,ໜີ​ຈາກ​ຄັນ​ທະນູ​ທີ່​ກົ່ງ​ຢູ່ແລະ ຈາກ​ຄວາມ​ດຸເດືອດ​ຂອງ​ສົງຄາມ.
16ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ພາຍໃນ​ໜຶ່ງ​ປີ, ຕາມ​ປີ​ຂອງ​ສັນຍາ​ວ່າ​ຈ້າງ​ແຮງງານ​ນັ້ນ, ຄວາມ​ຍິ່ງໃຫຍ່​ທັງໝົດ​ຂອງ​ເກດາ​ຈະ​ຈົບ​ລົງ.17ຜູ້​ລອດ​ຊີວິດ​ຈາກ​ນັກ​ຍິງທະນູ, ຄື​ນັກຮົບ​ຂອງ​ເກດາ, ຈະ​ມີ​ຢູ່​ໜ້ອຍ​ຄົນ”. ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ໄດ້​ກ່າວ​ໄວ້.

Biblica, Inc.

https://app.library.bible/content/eab9312f9f16b3a2