ເອຊາຢາ20
ຄຳທຳນວາຍຕໍ່ສູ້ເອຢິບ ແລະ ກູເຊ
1ໃນປີທີ່ກະສັດຊາກໂກນແຫ່ງອັດຊີເຣຍ, ໄດ້ສົ່ງຜູ້ບັນຊາການສູງສຸດມາໂຈມຕີອາຊະໂດດ ແລະ ຢຶດເມືອງໄດ້2ໃນເວລານັ້ນພຣະເຈົ້າຢາເວໄດ້ກ່າວຜ່ານເອຊາຢາລູກຊາຍຂອງອາໂມດ. ພຣະອົງໄດ້ກ່າວຕໍ່ລາວວ່າ, “ຈົ່ງແກ້ເສື້ອຜ້າກະສອບອອກຈາກໂຕຂອງເຈົ້າ ແລະ ປົດເກີບອອກຈາກຕີນຂອງເຈົ້າ”. ເອຊາຢາກໍໄດ້ປະຕິບັດຕາມ, ຍ່າງເປືອຍກາຍ ແລະ ຕີນເປົ່າ.3ແລ້ວພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, “ຄືກັນກັບທີ່ເອຊາຢາຜູ້ຮັບໃຊ້ຂອງເຮົາຍ່າງເປືອຍກາຍ ແລະ ຕີນເປົ່າຕະຫລອດສາມປີ, ເປັນໝາຍສຳຄັນ ແລະ ລາງຮ້າຍແກ່ເອຢິບ ແລະ ກູເຊ, 4ດັ່ງນັ້ນ ກະສັດອັດຊີເຣຍຈະຈັບຊາວເອຢິບ ແລະ ກູເຊໄປເປັນນັກໂທດ ແລະ ເປັນຊະເລີຍ ໃຫ້ຍ່າງເປືອຍກາຍ ແລະ ຕີນເປົ່າ, ບໍ່ວ່າໜຸ່ມ ຫລື ເຖົ້າ, ຕ່າງກໍເປືອຍກົ້ນນໍາຄວາມອັບອາຍມາສູ່ເອຢິບ.5ບັນດາຄົນທີ່ໄວ້ວາງໃຈໃນກູເຊ ແລະ ໂອ້ອວດເລື່ອງເອຢິບຈະຢ້ານກົວ ແລະ ຖືກອັບອາຍ.6ໃນວັນນັ້ນປະຊາຊົນທີ່ອາໄສຢູ່ຕາມແຄມຝັ່ງທະເລຈະເວົ້າວ່າ, ‘ເບິ່ງແມ ເກີດຫຍັງຂຶ້ນກັບຜູ້ທີ່ພວກເຮົາໄດ້ເພິ່ງພາ, ຄືບັນດາຜູ້ທີ່ພວກເຮົາໜີມາຂໍຄວາມຊ່ວຍເຫລືອ ແລະ ຊ່ວຍພວກເຮົາໃຫ້ພົ້ນຈາກກະສັດອັດຊີເຣຍ! ແລ້ວພວກເຮົາຈະໜີໄປໄດ້ແນວໃດ?’ ”Biblica, Inc.