ເອຊາຢາ19
ຄຳທຳນວາຍຕໍ່ສູ້ເອຢິບ
1ຄໍາທໍານວາຍຕໍ່ສູ້ເອຢິບມີດັ່ງນີ້:ເບິ່ງແມ, ພຣະເຈົ້າຢາເວຢູ່ເທິງເມກທີ່ເຄື່ອນໄປມາຢ່າງວ່ອງໄວແລະ ກຳລັງມາຍັງເອຢິບ.ບັນດາຮູບເຄົາລົບຂອງເອຢິບສັ່ນສະທ້ານຕໍ່ໜ້າພຣະອົງ,ແລະ ຫົວໃຈຂອງຊາວເອຢິບກໍລະລາຍໄປດ້ວຍຄວາມຢ້ານ.2“ເຮົາຈະປຸກຊາວເອຢິບໃຫ້ສູ້ຮົບກັນເອງອ້າຍສູ້ກັບນ້ອງ,ເພື່ອນບ້ານສູ້ກັບເພື່ອນບ້ານ,ເມືອງສູ້ກັບເມືອງ,ອານາຈັກສູ້ກັບອານາຈັກ.3ຊາວເອຢິບຈະເສຍໃຈ,ແລະ ເຮົາຈະເຮັດໃຫ້ແຜນການຂອງພວກເຂົາລົ້ມເຫລວ;ພວກເຂົາຈະຂໍຄຳປຶກສາຈາກຮູບເຄົາລົບ ແລະ ວິນຍານຂອງຄົນຕາຍ,ຈາກບັນດານາງທຽມ ແລະ ໝໍຜີທັງຫລາຍ.4ເຮົາຈະມອບຊາວເອຢິບໃຫ້ແກ່ນາຍຜູ້ໂຫດຮ້າຍຄົນໜຶ່ງ,ແລະ ກະສັດຜູ້ໂຫດຮ້າຍຈະປົກຄອງພວກເຂົາ”,ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ.5ແມ່ນ້ຳທັງຫລາຍຈະແຫ້ງ,ແລະ ພື້ນຫ້ວຍຈະແຕກແຫງ ແລະ ແຫ້ງ.6ຄອງນໍ້າຈະເນົ່າເໝັນ;ສາຂາຂອງແມ່ນ້ຳນິນໃນເອຢິບຈະຕື້ນລົງ ແລະ ບົກແຫ້ງ.ຕົ້ນອໍ້ ແລະ ຕົ້ນຜືຈະຫ່ຽວແຫ້ງ,7ລວມທັງພືດທັງຫລາຍທີ່ຢູ່ຕາມແມ່ນໍ້ານິນ,ທີ່ປາກຂອງແມ່ນໍ້າ.ທົ່ງນາທຸກບ່ອນທີ່ຫວ່ານຕາມແມ່ນໍ້ານິນ ແລະ ປາກແມ່ນ້ຳນິນຈະແຫ້ງແລ້ງ, ຈະປິວໄປ ແລະ ບໍ່ມີອີກຕໍ່ໄປ.8ຊາວຫາປາຈະຄ່ຳຄວນ ແລະ ຮ້ອງໄຫ້,ທຸກຄົນທີ່ຢ່ອນເບັດລົງໃນແມ່ນ້ຳນິນ;ບັນດາຄົນທີ່ຂວ່າງແຫລົງນ້ຳຈະຮ້ອງໄຫ້.9ບັນດາຄົນທີ່ເຮັດວຽກສາງປ່ານຈະສິ້ນຫວັງ,ບັນດາຄົນຕໍ່າຜ້າຝ້າຍລິນິນເນື້ອລະອຽດດີກໍຈະສູນເສຍຄວາມຫວັງ,10ພວກຄົນງານຕ່ຳຜ້າຈະໝົດຫວັງ,ແລະ ພວກລູກຈ້າງຈະຊ້ຳໃຈ.11ເຈົ້າໜ້າທີ່ຂອງໂຊອານບໍ່ມີຫຍັງລ້ວນແຕ່ໂງ່ຈ້າ;ທີ່ປຶກສາທີ່ສະຫລາດຂອງກະສັດຟາໂຣໃຫ້ຄຳແນະນຳທີ່ບໍ່ມີເຫດຜົນ.ເຈົ້າເວົ້າກັບກະສັດຟາໂຣໄດ້ແນວໃດວ່າ,“ຂ້ານ້ອຍເປັນຄົນໜຶ່ງໃນພວກນັກປາດ,ເປັນສາວົກຂອງບັນດາກະສັດບູຮານ”?12ຕອນນີ້ນັກປາດຂອງເຈົ້າໄປໃສໝົດແລ້ວ?ໃຫ້ພວກເຂົາສະແດງ ແລະ ເຮັດໃຫ້ເຈົ້າຮູ້ວ່າພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ວາງແຜນຈະຕໍ່ສູ້ຊາວເອຢິບແນວໃດ.13ບັນດາເຈົ້າໜ້າທີ່ຂອງໂຊອານກາຍເປັນຄົນໂງ່,ພວກຜູ້ນຳຂອງມໍາຟິດຖືກຫລອກ;ຫີນເສົາເອກໃນໝູ່ປະຊາຊົນຊັກນໍາເອຢິບໃຫ້ຫລົງຜິດ.14ພຣະເຈົ້າຢາເວໄດ້ເທຈິດໃຈແຫ່ງຄວາມມຶນງົງໃຫ້ພວກເຂົາ;ພວກເຂົາເຮັດໃຫ້ເອຢິບສັບສົນບໍ່ວ່າຈະເຮັດຫຍັງ,ດັ່ງຄົນເມົາໂຊເຊໄປອ້ອມກອງຮາກຂອງຕົນເອງ.15ບໍ່ມີສິ່ງໃດທີ່ເອຢິບເຮັດໄດ້ເລີຍບໍ່ວ່າຫົວ ຫລື ຫາງ, ກິ່ງຕົ້ນປ່າມ ຫລື ຕົ້ນອໍ້.16ໃນວັນນັ້ນຊາວເອຢິບຈະອ່ອນແອລົງ. ພວກເຂົາຈະຕົວສັ່ນດ້ວຍຄວາມຢ້ານກົວ ພາຍໃຕ້ມືຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຍົກຂຶ້ນຕໍ່ສູ້ພວກເຂົາ.17ແລະ ດິນແດນຢູດາຍຈະນຳຄວາມຢ້ານມາສູ່ຊາວເອຢິບ; ພຽງອ້າງຊື່ຢູດາຍທຸກຄົນກໍຢ້ານກົວເພາະສິ່ງທີ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ກໍາລັງວາງແຜນວ່າຈະເຮັດກັບພວກເຂົາ.18ໃນວັນນັ້ນເມືອງຫ້າແຫ່ງໃນເອຢິບຈະໃຊ້ພາສາຂອງຊາວການາອານ ແລະ ປະຕິຍານຕໍ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່. ໜຶ່ງໃນຫ້ານັ້ນຈະໄດ້ຊື່ວ່າເມືອງແຫ່ງດວງຕາເວັນ. 19ໃນວັນນັ້ນຈະມີແທ່ນບູຊາຖວາຍແດ່ພຣະເຈົ້າຢາເວໃນໃຈກາງເອຢິບ, ແລະ ມີອະນຸສອນແດ່ພຣະເຈົ້າຢາເວທີ່ຊາຍແດນຂອງເອຢິບ.20ມັນຈະເປັນໝາຍສຳຄັນ ແລະ ພະຍານຕໍ່ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໃນດິນແດນເອຢິບ. ເມື່ອພວກເຂົາຮ້ອງຫາພຣະເຈົ້າຢາເວ ເພາະຖືກກົດຂີ່ຂົ່ມເຫັງ, ພຣະອົງຈະສົ່ງພຣະຜູ້ຊ່ວຍ ແລະ ຜູ້ປົກປ້ອງມາໃຫ້, ແລະ ພຣະອົງຈະຊ່ວຍກູ້ພວກເຂົາ.21ດັ່ງນັ້ນ ພຣະເຈົ້າຢາເວຈະເຮັດໃຫ້ຊາວເອຢິບຮູ້ຈັກພຣະອົງ, ແລະ ໃນວັນນັ້ນພວກເຂົາຈະຍອມຮັບຮູ້ພຣະເຈົ້າຢາເວ. ພວກເຂົາຈະນະມັດສະການດ້ວຍເຄື່ອງບູຊາ ແລະ ຖວາຍພືດຜົນເປັນເມັດ; ພວກເຂົາຈະປະຕິຍານແດ່ພຣະເຈົ້າຢາເວ ແລະ ຮັກສາຄຳໝັ້ນສັນຍາ.22ພຣະເຈົ້າຢາເວຈະຂ້ຽນຕີເອຢິບດ້ວຍໄພພິບັດ; ພຣະອົງຈະຕີພວກເຂົາ ແລະ ຮັກສາພວກເຂົາ. ພວກເຂົາຈະຫັນມາຫາພຣະເຈົ້າຢາເວ, ແລະ ພຣະອົງຈະຟັງຄຳອ້ອນວອນຂອງພວກເຂົາ ແລະ ຮັກສາພວກເຂົາໃຫ້ຫາຍດີ.23ໃນວັນນັ້ນເອຢິບ ແລະ ອັດຊີເຣຍຈະມີທາງຫລວງເຊື່ອມຕໍ່ກັນ. ຊາວອັດຊີເຣຍກັບຊາວເອຢິບຈະໄປມາຫາສູ່ກັນ. ຊາວເອຢິບ ແລະ ຊາວອັດຊີເຣຍຈະນະມັດສະການຮ່ວມກັນ.24ໃນວັນນັ້ນອິດສະຣາເອນຈະເປັນໜຶ່ງໃນສາມ, ຮ່ວມກັບເອຢິບ ແລະ ອັດຊີເຣຍ, ຈະເປັນພອນເທິງແຜ່ນດິນໂລກ.25ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະອວຍພອນພວກເຂົາ, ກ່າວວ່າ, “ຂໍໃຫ້ເອຢິບປະຊາຊົນຂອງເຮົາ, ອັດຊີເຣຍຜົນງານແຫ່ງມືຂອງເຮົາ, ແລະ ອິດສະຣາເອນກຳມະສິດຂອງເຮົາໄດ້ຮັບພອນ”.Biblica, Inc.