ເອຊາຢາ18
ຄຳທຳນວາຍຕໍ່ສູ້ກູເຊ
1ວິບັດແກ່ດິນແດນຕັກແຕນ ລຽບຕາມແມ່ນ້ຳຂອງກູເຊ, 2ທີ່ສົ່ງທູດມາທາງທະເລໂດຍເຮືອທີ່ເຮັດດ້ວຍຕົ້ນອໍ້ເທິງໜ້ານໍ້າ.ຈົ່ງໄປ, ຜູ້ສົ່ງຂ່າວທີ່ວ່ອງໄວ,ຈົ່ງໄປຫາຊົນຊາດທີ່ໂຕສູງ ແລະ ຜິວກ້ຽງ,ເຊິ່ງເປັນທີ່ໜ້າຢຳເກງທັງໃກ້ ແລະ ໄກ,ຊົນຊາດທີ່ຫົວແຂງ ແລະ ມີສຳນຽງພາສາແປກໆ,ທີ່ດິນແດນຂອງພວກເຂົາຖືກແບ່ງແຍກດ້ວຍແມ່ນ້ຳ.3ປະຊາຊົນທັງໝົດໃນໂລກ,ທຸກຄົນທີ່ມີຊີວິດຢູ່ໃນໂລກ,ເມື່ອທຸງຜືນໜຶ່ງຖືກຍົກຂຶ້ນເໜືອພູເຂົາທັງຫລາຍ,ພວກເຈົ້າຈະໄດ້ເຫັນມັນ,ແລະ ເມື່ອສຽງແກດັ່ງຂຶ້ນ,ພວກເຈົ້າຈະໄດ້ຍິນມັນ.4ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ:“ເຮົາຈະຫງຽບຢູ່ ແລະ ເບິ່ງຈາກບ່ອນຢູ່ຂອງເຮົາ,ເໝືອນຄວາມຮ້ອນມິບມັບໃນແສງແດດ,ເໝືອນເມກນໍ້າຄ້າງກາງແດດໃນລະດູເກັບກ່ຽວ”.5ເພາະກ່ອນການເກັບກ່ຽວ, ເມື່ອດອກບານໝົດລ່ວງໄປແລ້ວແລະ ດອກກາຍເປັນໝາກອະງຸ່ນສຸກ,ພຣະອົງຈະລິຂະແໜງນັ້ນດ້ວຍມີດ,ແລະ ຕັດກິ່ງກ້ານຖິ້ມ.6ພວກເຂົາທັງໝົດຈະຖືກຖິ້ມໄວ້ເທິງພູເຂົາໃຫ້ນົກລ່າເຫຍື່ອແລະ ໃຫ້ສັດປ່າທັງຫລາຍ;ຝູງນົກຈະເຈາະກິນຊາກສົບຕະຫລອດລະດູຮ້ອນ,ແລະ ສັດປ່າຈະກິນຊາກສົບຕະຫລອດລະດູໜາວ.7ໃນເວລານັ້ນຈະມີຂອງຂັວນມາຖວາຍພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ພວກເຂົາເປັນຊົນຊາດທີ່ໂຕສູງ ແລະ ຜິວກ້ຽງ,ເຊິ່ງເປັນທີ່ໜ້າຢຳເກງທັງໃກ້ ແລະ ໄກ,ຈາກຊົນຊາດທີ່ຫົວແຂງ ແລະ ມີສຳນຽງພາສາແປກໆ,ເຊິ່ງດິນແດນຂອງພວກເຂົາຖືກແບ່ງແຍກດ້ວຍແມ່ນ້ຳພວກເຂົາຈະນຳຂອງຂັວນມາຖວາຍທີ່ພູເຂົາຊີໂອນ, ຄືສະຖານທີ່ແຫ່ງນາມຂອງພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່.Biblica, Inc.