ເອຊາຢາ17
ຄໍາທໍານວາຍຕໍ່ສູ້ດາມັສກັດ
1ຄໍາທໍານວາຍຕໍ່ສູ້ດາມັສກັດມີດັ່ງນີ້:“ຈົ່ງເບິ່ງ, ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປແຕ່ຈະກາຍເປັນຊາກຫັກພັງ.2ນະຄອນຕ່າງໆຂອງອາໂລເອີຈະຖືກຖິ້ມຮ້າງ,ແລະ ຖິ້ມໄວ້ໃຫ້ຝູງແກະ, ທີ່ພວກມັນຈະນອນລົງທີ່ນັ້ນ,ແລະ ບໍ່ມີຜູ້ໃດເຮັດໃຫ້ພວກມັນຕົກໃຈຢ້ານ.3ເມືອງທີ່ມີປ້ອມປ້ອງກັນຈະສູນຫາຍໄປຈາກເອຟຣາອິມ,ແລະ ອຳນາດຂອງດາມັສກັດຈະສິ້ນສຸດລົງ;ປະຊາຊົນທີ່ເຫລືອຢູ່ຂອງອາຣາມຈະເປັນເໝືອນສະຫງ່າລາສີຂອງອິດສະຣາເອນ”,ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ.4“ໃນວັນນັ້ນສະຫງ່າລາສີຂອງຢາໂຄບຈະເຊື່ອມລົງ;ໄຂມັນຕາມຮ່າງກາຍຂອງລາວຈະຫາຍໄປ.5ມັນຈະເປັນດັ່ງຄົນເກັບກ່ຽວເຂົ້າຢູ່ທົ່ງນາ,ຮວບຮວມເຂົ້າໄວ້ໃນແຂນຂອງພວກເຂົາ.ເປັນເໝືອນເວລາທີ່ຄົນເກັບເລັມເອົາຮວງເຂົ້າທີ່ຕົກຢູ່ໃນຮ່ອມພູເຣຟາອິມ.6ແຕ່ກໍມີບາງສ່ວນທີ່ຍັງເຫລືອຢູ່,ເປັນເໝືອນຕົ້ນໝາກກອກເທດຖືກຟາດ,ກໍຍັງມີເຫລືອຢູ່ສອງ ຫລື ສາມໝາກທີ່ຢູ່ເທິງປາຍກົກ, ສີ່ ຫລື ຫ້າໝາກທີ່ເກີດໝາກຢູ່ຕາມງ່າຕ່າງໆ”,ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນປະກາດດັ່ງນີ້.7ໃນມື້ນັ້ນປະຊາຊົນຈະເບິ່ງໄປທີ່ຜູ້ສ້າງຂອງພວກເຂົາແລະ ຫັນໄປເບິ່ງພຣະເຈົ້າອົງບໍລິສຸດແຫ່ງອິດສະຣາເອນ.8ພວກເຂົາຈະບໍ່ເບິ່ງແທ່ນບູຊາຕ່າງໆ,ທີ່ພວກເຂົາໄດ້ເຮັດຂຶ້ນດ້ວຍມືຂອງພວກເຂົາເອງ,ແລະ ພວກເຂົາຈະບໍ່ເຄົາລົບນັບຖືເສົາເຈົ້າແມ່ອາເຊຣາ ແລະ ແທ່ນເຜົາເຄື່ອງຫອມທີ່ນິ້ວມືຂອງພວກເຂົາໄດ້ສ້າງຂຶ້ນ.9ໃນມື້ນັ້ນເມືອງຕ່າງໆທີ່ເຂັ້ມແຂງຂອງພວກເຂົາ, ທີ່ພວກເຂົາໄດ້ປະຖິ້ມໄວ້ເພາະຊາວອິດສະຣາເອນຈະເປັນເໝືອນບ່ອນຮົກຮ້າງທີ່ເຕັມໄປດ້ວຍປ່າໄມ້ ແລະ ຟຸ່ມໜາມຕ່າງໆ. ແລະ ທຸກສິ່ງຈະຖືກປະຖິ້ມໄວ້.10ພວກເຈົ້າໄດ້ລືມໄລພຣະເຈົ້າພຣະຜູ້ໄຖ່ຂອງພວກເຈົ້າ;ພວກເຈົ້າບໍ່ໄດ້ລະນຶກເຖິງສີລາ, ຜູ້ທີ່ເປັນປ້ອມປ້ອງກັນຂອງພວກເຈົ້າ.ເຫດສະນັ້ນ, ເຖິງແມ່ນວ່າພວກເຈົ້າປູກພືດທີ່ດີທີ່ສຸດແລະ ປູກຕົ້ນອະງຸ່ນທີ່ເອົາມາຈາກຕ່າງຊາດ,11ເຖິງແມ່ນວ່າເຈົ້າເຮັດໃຫ້ມັນປົ່ງຂຶ້ນ, ໃນມື້ດຽວກັບທີ່ເຈົ້າໄດ້ປູກພວກມັນ,ແລະ ເມື່ອພວກເຈົ້າໄດ້ປູກມັນໃນຕອນເຊົ້າ, ພວກເຈົ້າເຮັດໃຫ້ພວກມັນແຕກດອກອອກມາ,ແຕ່ກໍຈະບໍ່ໄດ້ເກັບກ່ຽວສິ່ງໃດເລີຍໃນວັນແຫ່ງໂຣກຮ້າຍແຮງ ແລະ ຄວາມເຈັບປວດທີ່ຮັກສາບໍ່ໄດ້.12ວິບັດແກ່ຊົນຊາດທັງຫລາຍທີ່ໂກດແຄ້ນພວກເຂົາໂກດແຄ້ນເໝືອນດັ່ງສຽງທະເລອຶກກະທຶກ!ວິບັດແກ່ປະຊາຊົນຜູ້ທີ່ໂຫ່ຮ້ອງພວກເຂົາສົ່ງສຽງຮ້ອງເໝືອນດັ່ງແມ່ນໍ້າໃຫຍ່ປັ່ນປ່ວນ!13ເຖິງແມ່ນວ່າປະຊາຊົນສົ່ງສຽງຮ້ອງເໝືອນດັ່ງສຽງຄື້ນນ້ຳກໍາລັງໄຫລແຮງ,ເມື່ອພຣະເຈົ້າກ່າວຕໍາໜິພວກເຂົາ ພວກເຂົາກໍປິວໜີໄປໄກ,ດັ່ງລົມພັດຂີ້ຝຸ່ນຂຶ້ນໄປເທິງເນີນພູ,ດັ່ງຫຍ້າທີ່ຖືກພະຍຸແຮງພັດໄປ.14ໃນຕອນແລງ, ຄວາມຢ້ານກໍເຂົ້າມາທັນທີ!ກ່ອນຕອນເຊົ້າ, ພວກເຂົາກໍໄປແລ້ວ!ນີ້ແມ່ນສ່ວນໜຶ່ງຂອງພວກທີ່ປຸ້ນພວກເຮົາແລະ ຢຶດເອົາສິ່ງຂອງຂອງພວກເຮົາໄປ.Biblica, Inc.