ເອຊາຢາ16
1ຈົ່ງສົ່ງແກະມາເປັນເຄື່ອງບັນນາການແກ່ຜູ້ປົກຄອງດິນແດນ,ຈາກເມືອງເສລາ, ຂ້າມຖິ່ນແຫ້ງແລ້ງກັນດານ,ມາທີ່ພູເຂົາຂອງລູກສາວແຫ່ງຊີໂອນ. 2ບັນດາແມ່ຍິງຂອງໂມອາບຖືກປ່ອຍໄວ້ແຄມຝັ່ງຂອງແມ່ນ້ຳອາກໂນນ,ດັ່ງນົກພືປີກທີ່ຖືກໄລ່ໜີຈາກຮັງ.3ໂມອາບເວົ້າວ່າ, “ຂໍໃຫ້ຄຳປຶກສາ”,“ຂໍຊ່ວຍຕັດສິນໃຈ.ຂໍໃຫ້ຮົ່ມເງົາດັ່ງຕອນກາງຄືນທ່າມກາງແສງແດດຂອງຕອນທ່ຽງ.ຂໍເຊື່ອງຜູ້ໜີໄພໄວ້,ຢ່າທໍລະຍົດຫັກຫລັງຜູ້ລີ້ໄພ.4ຂໍໃຫ້ບັນດາຜູ້ລີ້ໄພຊາວໂມອາບພັກຢູ່ກັບທ່ານ;ຂໍເປັນບ່ອນລີ້ໄພຂອງພວກເຂົາໃຫ້ພົ້ນຈາກຜູ້ທຳລາຍ”.ຜູ້ກົດຂີ່ຈະມາເຖິງຈຸດຈົບ,ແລະ ການທໍາລາຍຈະຢຸດຕິລົງ;ຜູ້ກົດຂີ່ຂົ່ມເຫັງຈະໝົດໄປຈາກດິນແດນ.5ດ້ວຍຄວາມຮັກ ບັນລັງໜຶ່ງຈະໄດ້ຮັບການສະຖາປະນາຂຶ້ນ;ຜູ້ໜຶ່ງຈາກເຊື້ອສາຍຂອງດາວິດຈະນັ່ງເທິງບັນລັງນັ້ນດ້ວຍຄວາມສັດຊື່ເປັນຜູ້ຕັດສິນຢ່າງຍຸຕິທຳແລະ ສົ່ງເສີມຄວາມຊອບທຳ.6ພວກເຮົາໄດ້ຍິນເຖິງຄວາມອວດອົ່ງຂອງໂມອາບຄວາມອວດອົ່ງ, ຄວາມຈອງຫອງ ແລະ ຄວາມອວດດີຂອງໂມອາບນັ້ນໃຫຍ່ພຽງໃດ;ແຕ່ຄຳໂອ້ອວດຂອງໂມອາບກໍຫວ່າງເປົ່າ.7ເຫດສະນັ້ນ ຊາວໂມອາບຈຶ່ງພາກັນຮ້ອງໄຫ້,ພວກເຂົາພາກັນຮ້ອງໄຫ້ໃຫ້ກັບແຜ່ນດິນໂມອາບ,ໂສກເສົ້າ ແລະ ຄ່ຳຄວນໃຫ້ກັບເຂົ້າໜົມໝາກອະງຸ່ນຂອງກີຣະເຮເຣັດ.8ທົ່ງນາແຫ່ງເຮັດຊະໂບນກໍຫ່ຽວແຫ້ງ,ເຄືອອະງຸ່ນຂອງສິບມາກໍເໝືອນກັນ.ບັນດາຜູ້ປົກຄອງຊົນຊາດຕ່າງໆໄດ້ຢຽບຢໍ່າເຄືອອະງຸ່ນທີ່ດີທີ່ສຸດ,ທີ່ຄັ້ງໜຶ່ງເຄີຍງອກງາມໄປຮອດຢາເຊແລະ ແຜ່ຂະຫຍາຍໄປຮອດຖິ່ນແຫ້ງແລ້ງກັນດານ.ກິ່ງກ້ານຂອງມັນແຕກໜໍ່ປົ່ງດອກແລະ ໄປໄກຮອດທະເລ.9ສະນັ້ນເຮົາຈຶ່ງຮ້ອງໄຫ້, ຄືຢາເຊຮ້ອງໄຫ້,ໃຫ້ກັບເຄືອອະງຸ່ນແຫ່ງສິບມາ.ເຮັດຊະໂບນ ແລະ ເອເລອາເລ,ເຮົາຫລັ່ງນ້ຳຕາໃຫ້ເຈົ້າຈົນປຽກຊຸ່ມ!ສຽງໂຫ່ຮ້ອງຍິນດີເມື່ອຮວບຮວມຫມາກໄມ້ສຸກແລະ ເມື່ອເກັບກ່ຽວພືດຜົນຂອງເຈົ້ານັ້ນກໍງຽບໄປ.10ຄວາມຊື່ນຊົມ ແລະ ຄວາມຍິນດີກໍຖືກເອົາໄປຈາກສວນຫມາກໄມ້;ບໍ່ມີຜູ້ໃດຮ້ອງເພງ ຫລື ໂຫ່ຮ້ອງໃນສວນອະງຸ່ນ;ບໍ່ມີຜູ້ໃດຢໍ່າໝາກອະງຸ່ນຢູ່ອ່າງບີບໝາກອະງຸ່ນອີກຕໍ່ໄປ,ເພາະເຮົາໄດ້ຢຸດຕິສຽງໂຫ່ຮ້ອງນັ້ນແລ້ວ.11ຫົວໃຈຂອງເຮົາຄ່ຳຄວນເພື່ອໂມອາບດັ່ງສຽງພິນ,ສ່ວນເລິກຂອງຈິດໃຈອາໄລກີຣະເຮເຣັດ.12ເມື່ອໂມອາບຂຶ້ນໄປທີ່ສະຖານບູຊາເທິງທີ່ສູງ,ກໍເຮັດໃຫ້ຕົນເອງເມື່ອຍເທົ່ານັ້ນ;ເມື່ອຂຶ້ນໄປອະທິຖານຢູ່ທີ່ສະຖານບູຊາ,ມັນກໍບໍ່ມີປະໂຫຍດຫຍັງ.13ພຣະເຈົ້າຢາເວໄດ້ເວົ້າກ່ຽວກັບໂມອາບໄວ້ຢ່າງນີ້.14ແຕ່ບັດນີ້ ພຣະເຈົ້າຢາເວເວົ້າວ່າ: “ພາຍໃນສາມປີ, ຕາມປີຕາມສັນຍາວ່າຈ້າງແຮງງານນັ້ນ ຄວາມສະຫງ່າງາມຂອງໂມອາບ ແລະ ປະຊາຊົນທັງໝົດຂອງໂມອາບຈະຖືກດູຖູກຢຽບລົງ, ແລະ ຜູ້ທີ່ລອດຊີວິດຢູ່ກໍມີໜ້ອຍຄົນ ແລະ ອິດອ່ອນເມື່ອຍແຮງ”.
Biblica, Inc.