ເອຊາຢາ15
ຄຳທຳນວາຍຕໍ່ສູ້ໂມອາບ
1ຄໍາທໍານວາຍຕໍ່ສູ້ໂມອາບມີດັ່ງນີ້:ນະຄອນອາຣະໃນໂມອາບໄດ້ຖືກທຳລາຍ,ຈິບຫາຍໃນຄືນດຽວ!ນະຄອນກີຣະໃນໂມອາບໄດ້ຖືກທຳລາຍ,ຈິບຫາຍໃນຄືນດຽວ!2ຊາວດີໂບນຂຶ້ນໄປຍັງວິຫານ,ຂຶ້ນໄປເທິງບ່ອນສູງທັງຫລາຍເພື່ອຮ້ອງໄຫ້;ໂມອາບໄວ້ອາໄລໃຫ້ເນໂບ ແລະ ເມເດບາ.ທຸກຄົນໄດ້ແຖຫົວແລະ ທຸກຄົນໄດ້ແຖໜວດເຄົາ.3ຕາມຖະໜົນ ພວກເຂົາໃສ່ຜ້າກະສອບເຂົ້າ;ເທິງຫລັງຄາ ແລະ ຕາມເດີ່ນສາທາລະນະພວກເຂົາທັງໝົດຮ້ອງຄ່ຳຄວນ,ແລະ ໝອບລົງຮ້ອງໄຫ້.4ຊາວເຮັດຊະໂບນ ແລະ ເອເລອາເລສົ່ງສຽງຮ້ອງໄຫ້,ສຽງຮ້ອງໄຫ້ຂອງພວກເຂົາໄດ້ຍິນໄກຮອດຢາຮາດ.ເຫດສະນັ້ນ ນັກຮົບຂອງໂມອາບຈຶ່ງຮ້ອງໄຫ້ອອກມາ,ແລະ ຫົວໃຈກໍອ່ອນແຮງ.5ຫົວໃຈຂອງເຮົາຮ້ອງໄຫ້ໃຫ້ກັບໂມອາບ;ຜູ້ລີ້ໄພຂອງນາງໜີໄປໄກຮອດໂຊອາ,ໄກຮອດເອັກລາດເຊລິດຊີຢາ.ພວກເຂົາຂຶ້ນໄປຕາມທາງສູ່ລູຮິດ,ທັງໄປທັງຮ້ອງໄຫ້;ພວກເຂົາຄ່ຳຄວນກ່ຽວກັບຄວາມຈິບຫາຍຂອງຕົນ.ໄປຕະຫລອດທາງສູ່ໂຮໂຣນາອິມ6ຫ້ວຍນ້ຳນິມຣິມໄດ້ແຫ້ງແລະ ຫຍ້າກໍຫ່ຽວແຫ້ງ;ພືດພັນກໍໝົດໄປແລະ ບໍ່ມີສິ່ງຂຽວອັນໃດເຫລືອຢູ່.7ດັ່ງນັ້ນ ຊັບສິນທີ່ພວກເຂົາຫາມາໄດ້ ແລະ ເກັບສະສົມໄວ້ພວກເຂົາກໍແບກຂ້າມຫ້ວຍນໍ້າຂອງຮ່ອມພູແຫ່ງຕົ້ນປໍປາໄປ.8ສຽງຮ້ອງຂອງພວກເຂົາດັ່ງກ້ອງໄປຕະຫລອດຊາຍແດນໂມອາບ;ສຽງຄວນຄາງຂອງພວກເຂົາໄປໄກຮອດເອັກລາອີມ,ສຽງຄ່ຳຄວນຮ້ອງໄຫ້ດັ່ງໄປຮອດເບເອເຣລີມ.9ຫ້ວຍນ້ຳດີໂບນ ເຕັມໄປດ້ວຍເລືອດ,ແຕ່ເຮົາຍັງຈະສືບຕໍ່ນໍາສິ່ງຕ່າງໆມາສູ່ດີໂບນອີກສິງໂຕໜຶ່ງຈະຕາມລ່າຜູ້ລີ້ໄພຊາວໂມອາບແລະ ໄລ່ລ່າຜູ້ທີ່ຍັງເຫລືອຢູ່ໃນດິນແດນ.Biblica, Inc.