ເອຊາຢາ14
1ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ຢາໂຄບ;ພຣະອົງຈະເລືອກອິດສະຣາເອນໄວ້ອີກຄັ້ງແລະ ຈະໃຫ້ພວກເຂົາຕັ້ງຖິ່ນຖານໃນດິນແດນຂອງພວກເຂົາເອງ.ຄົນຕ່າງຊາດຈະຢູ່ຮ່ວມກັບພວກເຂົາແລະ ຮ່ວມກັນກັບເຊື້ອສາຍຂອງຢາໂຄບ.2ຊົນຊາດຕ່າງໆຈະຍອມຮັບພວກເຂົາແລະ ນຳພວກເຂົາກັບຄືນມາສູ່ດິນແດນຂອງພວກເຂົາເອງ.ແລະ ອິດສະຣາເອນຈະຄອບຄອງຊົນຊາດຕ່າງໆແລະ ເຮັດໃຫ້ພວກເຂົາເປັນຜູ້ຮັບໃຊ້ຊາຍ ແລະ ຍິງໃນດິນແດນຂອງພຣະເຈົ້າຢາເວ.ພວກຜູ້ທີ່ຈັບອິດສະຣາເອນເປັນຊະເລີຍຈະເປັນຊະເລີຍຂອງອິດສະຣາເອນແລະ ອິດສະຣາເອນຈະປົກຄອງພວກທີ່ກົດຂີ່ພວກເຂົາ.3ໃນມື້ທີພຣະເຈົ້າຢາເວໃຫ້ພວກເຈົ້າພົ້ນຈາກຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍຂອງພວກເຈົ້າ ແລະ ຈາກການຖືກບັງຄັບໃຫ້ພວກເຈົ້າເຮັດວຽກຢ່າງໜັກໜ່ວງ,4ພວກເຈົ້າຈະເວົ້າເຢາະເຢີ້ຍຕໍ່ກະສັດແຫ່ງບາບີໂລນວ່າ:ຜູ້ທີ່ກົດຂີ່ມາເຖິງຈຸດຈົບໄດ້ແນວໃດ!ຄວາມຮ້ອນຮົນຂອງລາວໝົດໄປໄດ້ແນວໃດ!5ພຣະເຈົ້າຢາເວໄດ້ຫັກໄມ້ແສ້ຂອງຄົນຊົ່ວຮ້າຍ,ຫັກໄມ້ຄ້ອນເທົ້າຂອງພວກຜູ້ປົກຄອງ,6ທີ່ໂຈມຕີປະຊາຊົນທັງຫລາຍດ້ວຍຄວາມໃຈຮ້າຍຢ່າງບໍ່ຢຸດເຊົາ,ແລະ ເອົາຊະນະຊົນຊາດຕ່າງໆດ້ວຍການໂຈມຕີຢ່າງໂຫດຮ້າຍ.7ດິນແດນທັງໝົດກໍຢຸດພັກ ແລະ ສະຫງົບສຸກ;ພວກເຂົາກໍເປັ່ງສຽງຮ້ອງເພງ.8ແມ່ນແຕ່ຕົ້ນສົນຕ່າງໆ ແລະ ຕົ້ນໄມ້ສີດາແຫ່ງເລບານອນກໍຊົມຊື່ນຍິນດີ ແລະ ເວົ້າວ່າ,“ບັດນີ້ ເຈົ້າໄດ້ຕົກຕ່ຳລົງແລ້ວ,ບໍ່ມີຜູ້ໃດຕັດພວກເຮົາລົງ”.9ແດນມໍລະນາເບື້ອງລຸ່ມທັງໝົດກໍລຸກຂຶ້ນເພື່ອຕ້ອນຮັບການມາຂອງເຈົ້າ;ມັນປຸກວິນຍານຂອງຜູ້ທີ່ຈາກໄປຂຶ້ນມາເພື່ອທັກທາຍເຈົ້າຄື ທຸກຄົນທີ່ເຄີຍເປັນຜູ້ນຳໃນໂລກ;ມັນເຮັດໃຫ້ບັນດາກະສັດລຸກຂຶ້ນມາຈາກບັນລັງຂອງພວກເຂົາ.ຄື ທຸກຄົນທີ່ເຄີຍເປັນກະສັດປົກຄອງເໜືອຊົນຊາດຕ່າງໆ.10ພວກເຂົາທັງໝົດຈະຮ້ອງອອກມາ,ພວກເຂົາຈະເວົ້າກັບເຈົ້າວ່າ,“ບັດນີ້ເຈົ້າກໍໄດ້ກາຍເປັນຄົນອ່ອນແອຄືກັນກັບພວກເຮົາ;ເຈົ້າໄດ້ກາຍເປັນເໝືອນພວກເຮົາ”.11ຄວາມຈອງຫອງທັງໝົດຂອງເຈົ້າໄດ້ນໍາລົງໄປສູ່ຂຸມຝັງສົບ,ພ້ອມທັງສຽງພິນຂອງເຈົ້າ;ໜອນຈະກະຈາຍໄປທົ່ວຕົວຂອງເຈົ້າແລະ ໜອນປົກຄຸມໂຕຂອງເຈົ້າ.12ໂອ ດາວຮຸ່ງອາລຸນ, ລູກແຫ່ງຮຸ່ງອາລຸນ,ເຈົ້າໄດ້ຕົກລົງມາຈາກຟ້າສະຫວັນແລ້ວນໍ!ຄັ້ງໜຶ່ງເຈົ້າເຄີຍເຮັດໃຫ້ບັນດາຊົນຊາດຕ່າງໆຕົກຕ່ຳລົງ,ແຕ່ບັດນີ້ເຈົ້າຖືກໂຍນຖິ້ມລົງມາສູ່ແຜ່ນດິນໂລກແລ້ວ!13ເຈົ້າໄດ້ເວົ້າຢູ່ໃນໃຈຂອງເຈົ້າວ່າ,“ຂ້ອຍຈະຂຶ້ນໄປສະຫວັນ;ຂ້ອຍຈະຕັ້ງບັນລັງຂອງຂ້ອຍຂຶ້ນເໜືອດວງດາວຕ່າງໆຂອງພຣະເຈົ້າ;ຂ້ອຍຈະຂຶ້ນນັ່ງເທິງບັນລັງເໜືອພູເຂົາແຫ່ງການຊຸມນຸມ,ເທິງຍອດສູງສຸດຂອງພູເຂົາສັກສິດ. 14ຂ້ອຍຈະຂຶ້ນໄປເທິງເໜືອເມກ;ຂ້ອຍຈະເຮັດໃຫ້ຕົນເອງເປັນເໝືອນອົງຜູ້ສູງສຸດ”.15ແຕ່ເຈົ້າຖືກນຳລົງມາສູ່ແດນມໍລະນາ,ລົງມາສູ່ຂຸມເລິກທີ່ສຸດ.16ບັນດາຜູ້ທີ່ເຫັນເຈົ້າກໍແນມເບິ່ງເຈົ້າ,ພວກເຂົາຄິດເຖິງຊະຕາກໍາຂອງເຈົ້າວ່າ:“ຄົນນີ້ບໍທີ່ສັ່ນແຜ່ນດິນໂລກແລະ ເຮັດໃຫ້ອານາຈັກຕ່າງໆສັ່ນສະທ້ານ?17ຄົນຜູ້ທີ່ເຮັດໃຫ້ໂລກເປັນຖິ່ນແຫ້ງແລ້ງກັນດານ,ຜູ້ທີ່ທຳລາຍເມືອງຕ່າງໆແລະ ບໍ່ຍອມປ່ອຍຊະເລີຍທັງຫລາຍຂອງຕົນກັບຄືນເມືອບ້ານ?”.18ບັນດາກະສັດທັງໝົດຂອງຊົນຊາດຕ່າງໆນອນຢູ່ໃນຂຸມຝັງສົບ,ແຕ່ລະຄົນນອນຢູ່ໃນຂຸມຂອງຕົນ.19ແຕ່ເຈົ້າຈະຖືກໄລ່ອອກມາຈາກຂຸມຝັງສົບຂອງເຈົ້າເໝືອນດັ່ງຫງ່າໄມ້ຫັກ;ເຈົ້າຈະຖືກຖົມດ້ວຍຊາກສົບຂອງຄົນທີ່ຖືກຂ້າ,ລວມກັນກັບຜູ້ທີ່ໄດ້ຕາຍໄປຍ້ອນຄົມດາບ,ພວກຜູ້ທີ່ໂຍນລົງໄປສູ່ພື້ນຫີນຂຸມເລິກ.ເໝືອນດັ່ງຊາກສົບທີ່ຖືກຢຽບຢໍ່າ,20ເຈົ້າຈະບໍ່ໄດ້ຖືກຝັງສົບໄວ້ຮ່ວມກັນກັບພວກເຂົາ,ເພາະເຈົ້າໄດ້ທຳລາຍລ້າງດິນແດນຂອງເຈົ້າແລະ ຂ້າປະຊາຊົນຂອງເຈົ້າ.ຢ່າໃຫ້ລູກຫລານຂອງຄົນຊົ່ວຮ້າຍຖືກກ່າວເຖິງອີກ.21ຈົ່ງຕຽມບ່ອນສຳລັບການຂ້າພວກລູກຂອງລາວ;ເພາະບາບຂອງບັນພະບຸລຸດຂອງພວກເຂົາ;ພວກເຂົາຈະບໍ່ໄດ້ຂຶ້ນມາຄອບຄອງດິນແດນນັ້ນແລະ ປົກຄຸມໂລກດ້ວຍເມືອງຕ່າງໆຂອງພວກເຂົາ.22ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດວ່າ,“ເຮົາຈະລຸກຂຶ້ນມາຕໍ່ສູ້ພວກເຂົາ.ເຮົາຈະຕັດຊື່ຄົນທີ່ເຫລືອຢູ່,ທັງລູກຫລານ ແລະ ເຊື້ອສາຍອອກຈາກບາບີໂລນ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.23“ເຮົາຈະປ່ຽນບາບີໂລນໃຫ້ກາຍເປັນບ່ອນຢູ່ຂອງນົກເຄົ້າແລະໃຫ້ເປັນໜອງບຶງ;ເຮົາຈະກວາດດິນແດນນີ້ດ້ວຍຟອຍແຫ່ງການທໍາລາຍ”.ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ.
ຄຳທຳນວາຍຕໍ່ສູ້ອັດຊີເຣຍ
24ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ສາບານໄວ້ວ່າ,“ແນ່ນອນ, ເຮົາວາງແຜນໄວ້ຢ່າງໃດ, ມັນຈະເປັນຢ່າງນັ້ນແນ່ນອນ,ແລະ ເຮົາປະສົງຢ່າງໃດ, ມັນຈະເກີດຂຶ້ນຕາມນັ້ນ.25ເຮົາຈະບົດກອງທັບອັດຊີເຣຍໃນດິນແດນຂອງເຮົາ;ເຮົາຈະຢຽບພວກເຂົາລົງທີ່ພູເຂົາຂອງເຮົາ.ແອກຂອງພວກເຂົາຈະຖືກຍົກອອກໄປຈາກປະຊາຊົນຂອງເຮົາ,ແລະ ພາລະໜັກຂອງພວກເຂົາຈະຖືກກໍາຈັດອອກໄປຈາກບ່າຂອງພວກເຂົາ”.26ນີ້ແມ່ນແຜນການທີ່ກຳນົດໄວ້ສຳລັບຄົນທັງໂລກ;ນີ້ຄືມືທີ່ຢຽດອອກເໜືອຊົນຊາດທັງໝົດ.27ເພາະພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ກຳນົດໄວ້, ແລະ ຜູ້ໃດຈະເຮັດໃຫ້ພຣະອົງປ່ຽນໃຈໄດ້?ມືຂອງພຣະອົງໄດ້ຢຽດອອກ, ແລະ ຜູ້ໃດຈະເຮັດໃຫ້ພຣະອົງຫົດມືກັບໄປ?ຄຳທຳນວາຍຕໍ່ສູ້ຟີລິດສະຕິນ
28ໃນປີທີ່ກະສັດອາຮາດຕາຍ ມີຄໍາສັ່ງຈາກພຣະເຈົ້າດັ່ງນີ້ວ່າ:29ຊາວຟີລິດສະຕິນທັງໝົດ, ຢ່າຍິນດີ,ວ່າໄມ້ຄ້ອນທີ່ຕີເຈົ້ານັ້ນຫັກແລ້ວ;ຈາກຮາກເຫງົ້າຂອງງູໂຕນັ້ນຈະເກີດງູພິດ,ເປັນງູເຫົ່າພິດຮ້າຍທີ່ຈອບກັດ.30ຜູ້ທຸກຍາກທີ່ສຸດຈະພົບທົ່ງຫຍ້າ,ແລະ ຄົນຂັດສົນຈະນອນລົງຢ່າງປອດໄພ.ແຕ່ເຮົາຈະທຳລາຍຮາກຂອງເຈົ້າດ້ວຍການກັນດານອາຫານ;ມັນຈະຜານຊີວິດພວກເຈົ້າທີ່ເຫລືອ.31ປະຕູເມືອງ, ຈົ່ງຮ້ອງໄຫ້! ນະຄອນເຈົ້າ, ຈົ່ງຄ່ຳຄວນ!ຊາວຟີລິດສະຕິນທັງໝົດ! ຈົ່ງຢ້ານກົວ!ຄວັນຂຶ້ນມາຈາກທິດເໜືອ,ແລະ ບໍ່ມີຜູ້ໃດຫລົງເຂົ້າມາໃນແຖວນັ້ນຈັກຄົນ.32ຈະຕອບຄະນະທູດຂອງຊົນຊາດນັ້ນວ່າແນວໃດ?“ພຣະເຈົ້າຢາເວໄດ້ຕັ້ງຊີໂອນໄວ້,ແລະ ຄົນທີ່ທຸກລຳບາກໃນເມືອງນັ້ນຈະພົບບ່ອນລີ້ໄພ”.Biblica, Inc.