ເອຊາຢາ13
ຄຳທຳນວາຍຕໍ່ສູ້ບາບີໂລນ
1ຄໍາທໍານວາຍຕໍ່ສູ້ບາບີໂລນທີ່ເອຊາຢາລູກຊາຍຂອງອາໂມດໄດ້ເຫັນນິມິດມີຄື:2ຈົ່ງຍົກທຸງຂຶ້ນເທິງພູຫົວໂຫລ້ນ,ຈົ່ງຮ້ອງໃສ່ພວກເຂົາ;ຈົ່ງສົ່ງສັນຍານໃຫ້ພວກເຂົາເຂົ້າມາທາງປະຕູຂອງບັນດາເຈົ້ານາຍ.3ເຮົາໄດ້ສັ່ງບັນດາຜູ້ທີ່ເຮົາໄດ້ຕຽມພ້ອມໄວ້ແລ້ວສໍາຫລັບການສູ້ຮົບ;ເຮົາໄດ້ເອີ້ນປະຊຸມພວກທະຫານຂອງເຮົາເພື່ອຈັດການກັບຄວາມໂກດຮ້າຍຂອງເຮົາຄືຜູ້ທີ່ຍິນດີໃນໄຊຊະນະຂອງເຮົາ.4ຈົ່ງຟັງ, ສຽງຢູ່ເທິງພູ,ຄືສຽງຂອງຝູງຄົນທີ່ໜາແໜ້ນ!ຈົ່ງຟັງ, ສຽງວຸ້ນວາຍທ່າມກາງອານາຈັກຕ່າງໆ,ຄືສຽງຂອງບັນດາຊົນຊາດຕ່າງໆກໍາລັງຊຸມນຸມກັນ!ພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ຕຽມທະຫານມາເພື່ອສູ້ຮົບ.5ພວກເຂົາມາຈາກດິນແດນໄກ,ຈາກສຸດຂອບຟ້າຄືພຣະເຈົ້າຢາເວ ແລະ ອາວຸດແຫ່ງຄວາມໂກດຮ້າຍຂອງພຣະອົງເພື່ອທຳລາຍປະເທດທັງໝົດ.6ຈົ່ງຮ້ອງໄຫ້, ເພາະວັນຂອງພຣະເຈົ້າຢາເວມາໃກ້ແລ້ວ;ວັນນັ້ນຈະມາເຖິງເໝືອນດັ່ງຄວາມຈິບຫາຍຈາກອົງຜູ້ມີລິດອໍານາດຍິ່ງໃຫຍ່.7ດ້ວຍເຫດນີ້, ທຸກແຂນຈະອ່ອນຫລ່ອຍ,ຫົວໃຈທຸກດວງຈະຫົດດ້ວຍຄວາມຢ້ານ.8ຄວາມຢ້ານກົວຈະໂຈມຕີພວກເຂົາ,ຄວາມເຈັບປວດ ແລະ ທຸກທໍລະມານຈະເກາະຫຸ້ມພວກເຂົາ;ພວກເຂົາບິດໂຕໄປມາດັ່ງແມ່ຍິງເຈັບທ້ອງໃກ້ຈະເກີດລູກ.ພວກເຂົາຈະເບິ່ງໜ້າກັນ ແລະ ກັນດ້ວຍຄວາມຕົກໃຈ,ສີໜ້າຂອງພວກເຂົາກໍແດງເຂັ້ມ.9ຈົ່ງເບິ່ງ, ວັນຂອງພຣະເຈົ້າຢາເວເຂົ້າມາໃກ້ເປັນວັນແຫ່ງຄວາມໂຫດຮ້າຍ, ມາພ້ອມກັບຄວາມຄຽດ ແລະ ຄວາມໂກດຮ້າຍອັນຮຸນແຮງເພື່ອເຮັດໃຫ້ດິນແດນນັ້ນຮ້າງເປົ່າແລະ ທຳລາຍຄົນບາບທັງໝົດທີ່ຢູ່ທີ່ນັ້ນ.10ບັນດາດວງດາວເທິງຟ້າສະຫວັນ ແລະ ດາວທັງຫລາຍຈະບໍ່ສ່ອງແສງ.ຕາເວັນທີ່ກຳລັງຂຶ້ນຈະຖືກດັບແລະ ເດືອນຈະບໍ່ສ່ອງແສງ.11ເຮົາຈະລົງໂທດໂລກເພາະຄວາມຊົ່ວຮ້າຍ,ລົງໂທດຄົນຊົ່ວເພາະບາບຂອງພວກເຂົາ.ເຮົາຈະຢຸດຕິຄວາມຈອງຫອງຂອງຄົນອວດຕົວແລະ ຈະເຮັດໃຫ້ຄວາມອວດຕົວຂອງຄົນໂຫດຮ້າຍຕ່ຳລົງ.12ເຮົາຈະເຮັດໃຫ້ມະນຸດຫາຍາກຫລາຍກວ່າຄຳບໍລິສຸດ,ຫາຍາກຫລາຍກວ່າຄຳຂອງເມືອງໂອຟີ.13ດັ່ງນັ້ນ ເຮົາຈະເຮັດໃຫ້ຟ້າສະຫວັນສັ່ນສະເທື່ອນ;ແລະ ໂລກຈະກະເດັນໄປຈາກທີ່ຕັ້ງຂອງມັນໂດຍຄວາມໂກດຮ້າຍຂອງພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່,ໃນວັນແຫ່ງຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງ.14ແຕ່ລະຄົນຈະຫັນກັບໄປຫາພີ່ນ້ອງຮ່ວມຊາດ,ຈະໜີກັບໄປບ້ານເກີດເມືອງນອນ.ດັ່ງກວາງທີ່ຖືກລ່າ,ດັ່ງແກະທີ່ບໍ່ມີຄົນລ້ຽງ,15ຜູ້ໃດທີ່ຖືກຈັບເປັນຊະເລີຍຈະຖືກແທງທະລຸ;ທຸກຄົນທີ່ຖືກຈັບໄດ້ຈະລົ້ມຕາຍດ້ວຍດາບ.16ລູກນ້ອຍຂອງພວກເຂົາຈະຖືກຟາດຈົນເປັນຕ່ອນ ຕໍ່ໜ້າຕໍ່ຕາຂອງພວກເຂົາ;ບ້ານເຮືອນຂອງພວກເຂົາຈະຖືກປຸ້ນ ແລະ ເມຍຂອງພວກເຂົາຈະຖືກຂົ່ມຂືນ.17ຈົ່ງເບິ່ງ, ເຮົາຈະເຮັດໃຫ້ຊາວເມເດັດ,ຜູ້ບໍ່ສົນໃຈເງິນ ແລະ ບໍ່ເອົາໃຈໃສ່ຄໍາມາຕໍ່ສູ້ກັບພວກເຂົາ.18ທະນູຂອງພວກເຂົາຈະຂ້າພວກຊາຍໜຸ່ມ;ພວກເຂົາຈະບໍ່ປານີລູກນ້ອຍ,ຫລື ເມດຕາສົງສານພວກເດັກນ້ອຍ.19ບາບີໂລນ ອັນຍະມະນີແຫ່ງອານາຈັກທັງຫລາຍ,ສັກສີ ແລະ ຄວາມພາກພູມໃຈຂອງຊາວບາບີໂລນ, ຈະຖືກພຣະເຈົ້າໂຄ່ນລົ້ມເໝືອນເມືອງໂຊໂດມ ແລະ ໂກໂມຣາ.20ດິນແດນຈະບໍ່ມີຜູ້ໃດມາຕັ້ງຖິ່ນຖານອີກຕໍ່ໄປຫລື ບໍ່ມີຜູ້ໃດມາອາໄສຢູ່ຕະຫລອດທຸກຊົ່ວອາຍຸຄົນ;ບໍ່ຄົນອາຣັບມາຕັ້ງເຕັນ,ບໍ່ມີຄົນລ້ຽງແກະພາຝູງແກະມາພັກອີກ.21ແຕ່ສັດໃນທະເລຊາຍຈະນອນຢູ່ທີ່ນັ້ນ,ບ້ານເຮືອນທັງຫລາຍຈະເຕັມໄປດ້ວຍໝາໄນນົກເຄົ້າແມວຈະອາໄສຢູ່ທີ່ນັ້ນ,ແລະ ທີ່ນັ້ນແບ້ປ່າຈະໂດດເຕັ້ນໄປມາ.22ບັນດາໝາປ່າໄຮຍີນາຈະອາໄສຢູ່ໃນປ້ອມປ້ອງກັນ,ໝາໄນຢູ່ໃນວັງອັນງົດງາມ.ກຳນົດເວລາຂອງມັນໃກ້ເຂົ້າມາແລ້ວ,ແລະ ບໍ່ມີການຢືດເວລາຕໍ່ໄປອີກ.Biblica, Inc.