ເອຊາຢາ12

ບົດເພງ​ແຫ່ງ​ການ​ສັນລະເສີນ

1ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ເວົ້າ​ວ່າ“ຂ້າແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ.ເຖິງແມ່ນວ່າ​ພຣະອົງ​ໃຈຮ້າຍ​ຂ້ານ້ອຍ,ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ກໍ​ໄດ້​ປ່ຽນ​ໄປແລະ ພຣະອົງ​ໄດ້​ໜູນໃຈ​ຂ້ານ້ອຍ.2ແນ່ນອນ ພຣະເຈົ້າ​ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ;ຂ້ານ້ອຍ​ຈະ​ໄວ້​ວາງໃຈ ແລະ ບໍ່​ຢ້ານ.ພຣະເຈົ້າ​ຢາເວ, ພຣະເຈົ້າ​ຢາເວ​ເອງ, ຄື​ກໍາລັງ ແລະ ບົດເພງ​ຂອງ​ຂ້ານ້ອຍ;ພຣະອົງ​ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ”.3ພວກເຈົ້າ​ຈະ​ຕັກ​ນ້ຳ​ຈາກ​ນ້ຳສ້າງ​ແຫ່ງ​ຄວາມພົ້ນດ້ວຍ​ຄວາມ​ຍິນດີ.
4ໃນ​ວັນ​ນັ້ນ​ພວກເຈົ້າ​ຈະ​ເວົ້າ​ວ່າ:“ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ຈົ່ງ​ຮ້ອງ​ປະກາດ​ພຣະນາມ​ຂອງ​ພຣະອົງ;ຈົ່ງ​ແຈ້ງ​ຊົນຊາດ​ທັງຫລາຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ,ແລະ ປະກາດ​ວ່າ​ນາມ​ຂອງ​ພຣະອົງ​ເປັນ​ທີ່​ຍົກຍ້ອງ.5ຈົ່ງ​ຮ້ອງ​ເພງ​ສັນລະເສີນ​ພຣະເຈົ້າ​ຢາເວ, ເພາະ​ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່;ຈົ່ງ​ປະກາດ​ໃຫ້​ທົ່ວ​ທັງ​ໂລກ​ຮູ້​ເຖິງ​ເລື່ອງ​ນີ້.6ຊາວ​ຊີໂອນ, ຈົ່ງ​ໂຫ່​ຮ້ອງ ແລະ ຮ້ອງເພງ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ,ເພາະ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ຜູ້​ຢູ່​ທ່າມກາງ​ພວກເຈົ້າ​ນັ້ນ​ຍິ່ງໃຫຍ່​ຫລາຍ”.

Biblica, Inc.

https://app.library.bible/content/eab9312f9f16b3a2