ເອຊາຢາ11

ກິ່ງ​ຈາກ​ເຢຊີ

1ໜໍ່​ໜຶ່ງ​ຈະ​ງອກ​ຂຶ້ນ​ມາ​ຈາກ​ຕໍ​ຂອງ​ເຢຊີ;ກິ່ງ​ໜຶ່ງ​ຈະ​ເກີດ​ຜົນ​ຈາກ​ຮາກ​ຂອງ​ເພິ່ນ.2ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ສະຖິດ​ຢູ່​ກັບ​ເພິ່ນຄື​ອົງ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ,ພຣະວິນຍານ​ແຫ່ງ​ທີ່ປຶກສາ ແລະ ລິດ​ອໍານາດ,ພຣະວິນຍານ​ແຫ່ງ​ຄວາມ​ຮູ້ ແລະ ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ3ແລະ ເພິ່ນ​ຜູ້​ນັ້ນ​ຈະ​ຍິນດີ​ໃນ​ການ​ຢຳເກງ​ພຣະເຈົ້າ​ຢາເວ.ເພິ່ນ​ຈະ​ບໍ່​ພິພາກສາ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ພາຍນອກ​ດ້ວຍ​ຕາ​ຂອງ​ເພິ່ນ,ຫລື ຕັດສິນໃຈ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ຍິນ​ດ້ວຍ​ຫູ​ຂອງ​ເພິ່ນ;4ແຕ່​ເພິ່ນ​ຈະ​ພິພາກສາ​ຄົນ​ຂັດສົນ​ດ້ວຍ​ຄວາມ​ຊອບທຳ,ແລະ ຕັດສິນ​ຢ່າງ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ​ໃນ​ແຜ່ນດິນ​ໂລກ.ເພິ່ນ​ຈະ​ຕີ​ໂລກ​ດ້ວຍ​ຄຳ​ພິພາກສາ​ຈາກ​ປາກ​ຂອງ​ເພິ່ນ;ເພິ່ນ​ຈະ​ຂ້າ​ຄົນ​ຊົ່ວ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ເພິ່ນ.5ຄວາມ​ຊອບທຳ​ຈະ​ເປັນ​ສາຍແອວ​ຂອງ​ເພິ່ນແລະ ຄວາມ​ສັດຊື່​ຈະ​ເປັນ​ສາຍ​ມັດ​ແອວ​ຂອງ​ເພິ່ນ.
6ໝາ​ປ່າ​ກັບ​ລູກແກະ​ຈະ​ອາໄສ​ຢູ່​ນໍາ​ກັນ,ເສືອດາວ​ຈະ​ນອນ​ຢູ່​ຂ້າງ​ລູກແບ້,ລູກ​ງົວ​ອ້ວນພີ​ກັບ​ໂຕສິງ ແລະ ລູກ​ອ່ອນ​ຂອງ​ສັດ​ອື່ນໆ​ຈະ​ຢູ່​ຮ່ວມ​ກັນ; ແລະ ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ນຳພາ​ພວກມັນ.7ງົວແມ່​ຈະ​ກິນ​ຫຍ້າ​ຢູ່​ກັບ​ໝີ,ລູກ​ຂອງ​ພວກມັນ​ທັງ​ສອງ​ຈະ​ນອນ​ນໍາ​ກັນ,ແລະ ໂຕສິງ​ຈະ​ກິນ​ເຟືອງ​ຄື​ງົວ.8ເດັກນ້ອຍ​ຈະ​ຫລິ້ນ​ຢູ່​ໃກ້​ຮູ​ງູເຫົ່າ,ແລະ ເດັກນ້ອຍ ຈະ​ຍື່ນ​ມື​ເຂົ້າໄປ​ໃນ​ຮັງ​ຂອງ​ງູ​ພິດ.9ພວກມັນ​ຈະ​ບໍ່​ເຮັດ​ຮ້າຍ ຫລື ທຳລາຍ​ກັນຕະຫລອດ​ທົ່ວ​ພູເຂົາ​ສັກສິດ​ຂອງ​ເຮົາ,ເພາະ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມຮູ້​ເລື່ອງ​ພຣະເຈົ້າ​ຢາເວດັ່ງ​ນ້ຳ​ປົກຄຸມ​ທະເລ.
10ໃນ​ວັນ​ນັ້ນ​ຮາກ​ຂອງ​ເຢຊີ​ຈະ​ຕັ້ງ​ເດັ່ນ​ຄື​ທຸງ​ສຳລັບ​ປະຊາຊົນ; ຊາດ​ຕ່າງໆ​ຈະ​ລວມ​ຕົວ​ກັນ​ມາ​ຫາ​ເພິ່ນ, ແລະ ທີ່​ສະຖິດ​ຂອງ​ເພິ່ນ​ຈະ​ສະຫງ່າງາມ.11ໃນ​ວັນ​ນັ້ນ​ອົງພຣະຜູ້ເປັນເຈົ້າ​ຈະ​ຍື່ນ​ມື​ອອກ​ເປັນ​ຄັ້ງ​ທີ​ສອງ ເພື່ອ​ຮັບ​ປະຊາຊົນ​ຂອງ​ພຣະອົງ​ທີ່​ເຫລືອ​ຢູ່​ນັ້ນ​ກັບ​ມາ​ຈາກ​ອັດຊີເຣຍ, ເອຢິບ​ເທິງ ແລະ ເອຢິບ​ລຸມ, ຈາກ​ກູເຊ, ເອລາມ, ບາບີໂລນ, ຈາກ​ຮາມັດ ແລະ ຈາກ​ໝູ່​ເກາະ​ຕ່າງໆ​ແຄມ​ຝັ່ງ​ທະເລ​ເມດີເຕຣາເນ.12ພຣະອົງ​ຈະ​ຍົກ​ທຸງ​ຂຶ້ນ​ເພື່ອ​ຊົນຊາດ​ທັງຫລາຍແລະ ຮວບຮວມ​ຊະເລີຍ​ອິດສະຣາເອນ;ພຣະອົງ​ຈະ​ເຮັດໃຫ້​ຊົນຊາດ​ຢູດາຍ​ທີ່​ກະຈັດກະຈາຍ​ໄປກັບ​ຄືນ​ມາ​ຈາກ​ສີ່​ມູມ​ໂລກ.13ຄວາມ​ອິດສາ​ຂອງ​ເອຟຣາອິມ​ຈະ​ໝົດ​ໄປ,ແລະ ສັດຕູ​ທັງຫລາຍ  ຂອງ​ຢູດາຍ​ຈະ​ຖືກ​ທໍາລາຍ;ເອຟຣາອິມ​ຈະ​ເຊົາ​ອິດສາ​ຢູດາຍ,ແລະ ຢູດາຍ​ເຊົາ​ເປັນ​ສັດຕູ​ກັບ​ເອຟຣາອິມ.14ພວກເຂົາ​ຈະ​ໄລ່​ຕີ​ລົງ​ມາ​ຕາມ​ເນີນພູ​ຂອງ​ຟີລິດສະຕິນ​ທາງ​ຟາກ​ຕາເວັນຕົກ;ພວກເຂົາ​ຈະ​ຮ່ວມ​ກັນ​ປຸ້ນ​ປະຊາຊົນ​ນັ້ນ​ໄປ​ທາງ​ຕາເວັນ​ອອກ.ພວກເຂົາ​ຈະ​ຊະນະ​ເອໂດມ ແລະ ໂມອາບ,ຊາວ​ອຳໂມນ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ.15ພຣະເຈົ້າ​ຢາເວ​ຈະ​ເຮັດ​ໃຫ້​ນ້ຳ​ທະເລໃນ​ອ່າວ​ຂອງ​ເອຢິບ​ແຫ້ງ;ພຣະອົງ​ຈະ​ໂບກ​ມື​ເໜືອແມ່ນ້ຳ​ເອີຟຣັດ​ດ້ວຍ​ກະ​ແສ​ລົມ​ແຮງ​ກ້າ.ພຣະອົງ​ຈະ​ແຍກ​ມັນ​ອອກ​ເປັນ​ແມ່ນ້ຳ​ເຈັດ​ສາຍເພື່ອ​ໃຜ​ກໍ​ຕາມ​ຈະ​ສາມາດ​ຍ່າງ​ຂ້າມ​ໄປ​ໄດ້​ດ້ວຍ​ເກີບ.16ຈະ​ມີ​ທາງ​ຫລວງ​ສຳລັບ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ພຣະອົງທີ່​ລອດ​ມາ​ຈາກ​ອັດຊີເຣຍ,ດັ່ງ​ທີ່​ມີ​ທາງ​ຫລວງ​ສຳລັບ​ອິດສະຣາເອນເມື່ອ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ.

Biblica, Inc.

https://app.library.bible/content/eab9312f9f16b3a2