ໂຮເສອາ9

ການ​ລົງໂທດ​ອິດສະຣາເອນ

1ອິດສະຣາເອນ, ຢ່າ​ຊື່ນຊົມຍິນດີ;ຢ່າ​ຊື່ນຊົມຍິນດີ​ເໝືອນ​ຊາດ​ອື່ນໆ.ເພາະ​ພວກເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ;ພວກເຈົ້າ​ຮັກ​ຄ່າ​ຈ້າງ​ຂອງ​ຍິງ​ໂສເພນີຕາມ​ເດີ່ນ​ຟາດ​ເຂົ້າ​ທຸກ​ແຫ່ງ.2ເດີ່ນ​ຟາດ​ເຂົ້າ ແລະ ອ່າງ​ຢຽບ​ອະງຸ່ນ​ຈະ​ບໍ່​ພໍ​ລ້ຽງ​ຄົນ​ທັງຫລາຍ;ເຫລົ້າອະງຸ່ນ​ໃໝ່​ດັບ​ຄວາມ​ກະຫາຍ​ຂອງ​ພວກເຂົາ​ບໍ່​ໄດ້.3ພວກເຂົາ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າຢາເວ;ເອຟຣາອິມ​ຈະ​ກັບ​ໄປ​ເອຢິບແລະ ກິນ​ອາຫານ​ທີ່​ມີ​ມົນທິນ  ​ໃນ​ອັດຊີເຣຍ.4ພວກເຂົາ​ຈະ​ບໍ່​ໄດ້​ຖອກ​ເຫລົ້າອະງຸ່ນ​ຖວາຍ​ບູຊາ​ແກ່​ພຣະເຈົ້າ​ຢາເວ,ແລະ ເຄື່ອງບູຊາ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ພໍໃຈ​ພຣະອົງ.ເຄື່ອງບູຊາ​ເຫລົ່ານີ້​ຈະ​ເປັນ​ເໝືອນ​ອາຫານ​ໄວ້​ທຸກ​ສຳລັບ​ພວກເຂົາ;ທຸກຄົນ​ທີ່​ກິນ​ເຂົ້າ​ໄປ​ກໍ​ຈະ​ເປັນ​ມົນທິນ.ອາຫານ​ນີ້​ຈະ​ມີ​ໄວ້​ເພື່ອ​ພວກເຂົາ​ເອງ;ມັນ​ຈະ​ບໍ່​ຖືກ​ນໍາ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.
5ພວກເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ງານລ້ຽງ​ສະຫລອງ​ຕາມ​ກຳນົດ,ໃນ​ວັນ​ສະຫລອງ​ເທດສະການ​ຂອງ​ພຣະເຈົ້າ​ຢາເວ?6ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຫລຸດພົ້ນ​ຈາກ​ຄວາມ​ຈິບຫາຍ,ເອຢິບ​ກໍ​ຈະ​ຮວບຮວມ​ພວກເຂົາ,ແລະ ເມັມຟິດ​ຈະ​ຝັງ​ພວກເຂົາ​ໄວ້.ຄັງ​ເງິນ​ຂອງ​ພວກເຂົາ​ຈະ​ຖືກ​ປົກຄຸມ​ດ້ວຍ​ພືດ​ໜາມຕົ້ນ​ໜາມ​ຈະ​ງອກ​ຂຶ້ນ​ຖ້ວມ​ເຕັນ​ຂອງ​ພວກເຂົາ.7ວັນ​ແຫ່ງ​ການ​ລົງໂທດ​ກໍາລັງ​ມາ​ເຖິງ,ວັນ​ແຫ່ງ​ການ​ລົງ​ອາດຍາ​ກໍ​ມາ​ໃກ້​ແລ້ວ,ອິດສະຣາເອນ​ຈົ່ງ​ຮູ້​ເລື່ອງ​ນີ້.ເພາະ​ຄວາມ​ບາບ​ຂອງ​ພວກເຈົ້າ​ນັ້ນ​ມີ​ຫລວງຫລາຍ,ແລະ ເຈດຕະນາ​ຮ້າຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລາຍ,ຜູ້ທຳນວາຍ​ຖືກ​ນັບ​ວ່າ​ເປັນ​ຄົນ​ໂງ່,ຜູ້​ທີ່​ພຣະເຈົ້າ​ດົນໃຈ​ກັບ​ຖືກ​ຫາ​ວ່າ​ເປັນ​ຄົນ​ບ້າ.8ຜູ້ທຳນວາຍ​ພ້ອມ​ກັບ​ພຣະເຈົ້າ​ຂອງ​ຂ້ານ້ອຍ,ເປັນ​ຜູ້​ເຝົ້າ​ຍາມ​ເບິ່ງແຍງ​ເອຟຣາອິມ, ແຕ່​ກັບດັກ​ແມ່ນ​ລໍຖ້າ​ພວກເຂົາ​ຢູ່​ຕະຫລອດ​ເສັ້ນ​ທາງ,ແລະ ມີ​ສັດຕູ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ.9ພວກເຂົາ​ຈົມ​ດິ່ງ​ລົງ​ໃນ​ຄວາມ​ເສື່ອມຊາມ,ເໝືອນ​ສະໄໝ​ຂອງ​ກີເບອາ.ພຣະເຈົ້າ​ຈະ​ລະນຶກ​ເຖິງ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາແລະ ລົງໂທດ​ຄວາມ​ບາບ​ຂອງ​ພວກເຂົາ.
10“ເມື່ອ​ເຮົາ​ພົບ​ອິດສະຣາເອນ,ກໍ​ເໝືອນ​ພົບ​ໝາກອະງຸ່ນ​ໃນ​ຖິ່ນແຫ້ງແລ້ງກັນດານ;ເມື່ອ​ເຮົາ​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ,ກໍ​ເໝືອນ​ເຫັນ​ຜົນ​ໝາກເດື່ອ​ລຸ້ນ​ທຳອິດແຕ່​ເມື່ອ​ພວກເຂົາ​ມາ​ທີ່​ບາອານ​ເປອໍ,ພວກເຂົາ​ກໍ​ອຸທິດ​ໂຕ​ແກ່​ຮູບເຄົາລົບ​ອັນ​ໜ້າ​ອັບອາຍ​ນັ້ນ,ແລະ ຊົ່ວຊ້າ​ໄປ​ເໝືອນ​ສິ່ງ​ທີ່​ພວກເຂົາ​ຮັກ.11ສະຫງ່າລາສີ​ຂອງ​ເອຟຣາອິມ​ຈະ​ບິນ​ຫາຍ​ລັບ​ໄປ​ເໝືອນ​ນົກບໍ່​ມີ​ການ​ເກີດ, ບໍ່​ມີ​ການ​ຖືພາ ແລະ ບໍ່​ມີ​ການ​ປະຕິສົນທິ.12ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ລ້ຽງດູ​ລູກ​ໄດ້,ເຮົາ​ກໍ​ຈະ​ພັດພາກ​ທຸກ​ຄົນ​ໄປ​ຈາກ​ພວກເຂົາ.ວິບັດ​ແກ່​ພວກເຂົາເມື່ອ​ເຮົາ​ຫັນ​ໜີ​ໄປ​ຈາກ​ພວກເຂົາ!13ເຮົາ​ໄດ້​ເຫັນ​ເອຟຣາອິມ,ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ສະຫງົບ​ຄື​ກັນ​ກັບ​ເມືອງ​ຕີເຣ.ແຕ່​ເອຟຣາອິມ​ຈະ​ພາ​ລູກ​ຂອງ​ພວກເຂົາອອກ​ມາ​ໃຫ້​ຄົນ​ທີ່​ຂ້າ”.
14ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ມອບ​ໃຫ້​ພວກເຂົາພຣະອົງ​ຈະ​ມອບ​ສິ່ງ​ໃດ​ໃຫ້​ແກ່​ພວກເຂົາ?ໂຜດ​ມອບ​ມົດລູກ​ທີ່​ຫລຸ​ລູກແລະ ນົມ​ທີ່​ບໍ່​ມີ​ນ້ຳນົມ.
15“ເພາະ​ຄວາມ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ​ໃນ​ກິນການ,ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ​ຢູ່​ທີ່​ນັ້ນ.ເພາະ​ການ​ກະທຳ​ອັນ​ບາບ​ໜາ​ຂອງ​ພວກເຂົາ,ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ຈາກ​ວິຫານ​ຂອງ​ເຮົາ.ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ;ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ເປັນ​ຄົນ​ມັກ​ກະບົດ.16ເອຟຣາອິມ​ໄດ້​ຈິບຫາຍ​ໄປ​ແລ້ວ,ຮາກ​ຂອງ​ພວກເຂົາ​ໄດ້​ຫ່ຽວແຫ້ງ,ພວກເຂົາ​ບໍ່​ເກີດຜົນ.ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລູກ,ເຮົາ​ກໍ​ຈະ​ຂ້າ​ເຊື້ອສາຍ​ຂອງ​ພວກເຂົາ ທີ່​ພວກເຂົາ​ຮັກ”.
17ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຕິເສດ​ພວກເຂົາເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ;ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ຊົນຊາດ​ທັງຫລາຍ.

Biblica, Inc.

https://app.library.bible/content/eab9312f9f16b3a2