ໂຮເສອາ10

1ອິດສະຣາເອນ​ເປັນ​ເຄືອອະງຸ່ນ​ທີ່​ແຜ່​ງ່າ;ພວກເຂົາ​ເກີດ​ຜົນ​ເພື່ອ​ຕົນ​ເອງ.ເມື່ອ​ຜົນ​ຍິ່ງ​ດົກ,ພວກເຂົາ​ກໍ​ຍິ່ງ​ສ້າງ​ແທ່ນບູຊາ​ເພີ່ມ​ຂຶ້ນ;ເມື່ອ​ດິນແດນ​ຂອງ​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ,ພວກເຂົາ​ກໍ​ຕົບແຕ່ງ​ຫີນ​ສັກສິດ.2ຈິດໃຈ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຫລອກລວງ,ແລະ ບັດນີ້​ພວກເຂົາ​ຕ້ອງ​ໄດ້​ຮັບ​ໂທດ,ພຣະອົງ​ຈະ​ພັງ​ແທ່ນບູຊາ​ຂອງ​ພວກເຂົາແລະ ທຳລາຍ​ຫີນ​ສັກສິດ​ຂອງ​ພວກເຂົາ.
3ແລ້ວ​ພວກເຂົາ​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່​ມີ​ກະສັດເພາະ​ພວກເຮົາ​ບໍ່​ໄດ້​ຢຳເກງ​ພຣະເຈົ້າ​ຢາເວ.ແຕ່​ເຖິງ​ເຮົາ​ມີ​ກະສັດ,ເພິ່ນ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຮົາ​ໄດ້?”4ພວກເຂົາ​ສັນຍາ​ໄວ້​ຫລວງຫລາຍເຮັດ​ຂໍ້​ຕົກລົງແລະ ສາບານ​ບໍ່​ຈິງ;ເຫດສະນັ້ນ ການ​ຟ້ອງ​ຄະດີ​ຈຶ່ງ​ງອກ​ງາມເໝືອນ​ສັດຕູ​ພືດ​ທີ່​ເປັນ​ພິດ​ໃນ​ທົ່ງນາ​ທີ່​ໄຖ​ແລ້ວ.5ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍຢ້ານ​ຮູບປັ້ນ​ລູກ​ງົວ​ຢູ່​ທີ່​ເບັດເອນ. ຄົນ​ຂອງ​ພະ​ນັ້ນ​ຈະ​ຄ່ຳຄວນ​ເຖິງ​ມັນ,ປະໂລຫິດ​ຜູ້​ຫລົງໄຫລ​ມັນ​ກໍ​ເຊັ່ນ​ກັນ,ແລະ ບັນດາ​ຜູ້​ທີ່​ຊື່ນຊົມ​ໃນ​ຄວາມ​ສະຫງ່າ​ຂອງ​ພະ​ນັ້ນ​ກໍ​ເປັນ​ໄປ​ດ້ວຍ,ເພາະ​ມັນ​ຈະ​ຖືກ​ເນລະເທດ​ອອກ​ໄປ.6ມັນ​ຈະ​ຖືກ​ນຳ​ໄປ​ທີ່​ອັດຊີເຣຍເປັນ​ເຄື່ອງ​ບັນນາການ​ແກ່​ກະສັດ​ຜູ້​ຍິ່ງໃຫຍ່.ເອຟຣາອິມ​ຈະ​ອັບອາຍ​ຂາຍ​ໜ້າ;ອິດສະຣາເອນ​ຈະ​ອັບອາຍ​ເປັນຍ້ອນ​ຮູບເຄົາລົບ  ເຊິ່ງ​ເຮັດ​ດ້ວຍ​ໄມ້​ຂອງ​ພວກເຂົາ.7ຊາມາເຣຍ ແລະ ກະສັດ​ຂອງ​ມັນ​ຈະ​ສູນຫາຍ​ໄປ,ເໝືອນ​ເສດ​ໄມ້​ທີ່​ຢູ່​ເທິງ​ໜ້າ​ນ້ຳ.8ສະຖານ​ທີ່​ແຫ່ງ​ຄວາມ​ຊົ່ວ​ຮ້າຍ  ເຊິ່ງ​ຢູ່​ເທິງ​ທີ່​ສູງ​ຂອງ​ອິດສະຣາເອນ​ຈະ​ຖືກ​ທຳລາຍມັນ​ເປັນ​ບາບ​ຂອງ​ອິດສະຣາເອນ.ພືດ​ໜາມ​ຈະ​ງອກ​ຂຶ້ນປົກຄຸມ​ແທ່ນບູຊາ​ຂອງ​ພວກເຂົາ.ແລ້ວ​ພວກເຂົາ​ກໍ​ຈະ​ກ່າວ​ແກ່​ເນີນພູ​ທັງຫລາຍ​ວ່າ, “ຈົ່ງ​ປົກຄຸມ​ພວກເຮົາ​ໄວ້!”ແລະ ບອກ​ໂນນພູ​ທັງຫລາຍ​ວ່າ, “ຈົ່ງ​ລົ້ມ​ມາ​ທັບ​ພວກເຮົາ!”
9“ອິດສະຣາເອນ, ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ຕັ້ງ​ແຕ່​ສະໄໝ​ຂອງ​ກີເບອາ,ແລະ ພວກເຈົ້າ​ຍັງ​ເຮັດ​ຢູ່​ແບບ​ນັ້ນ​ຕະຫລອດ​ມາ. ສົງຄາມ​ບໍ່​ໄດ້​ຫລິ້ນ​ງານ​ຄົນ​ເຮັດ​ຊົ່ວໃນ​ກີເບອາ​ບໍ?10ເມື່ອ​ເຮົາ​ເຫັນດີ, ເຮົາ​ຈະ​ລົງໂທດ​ພວກເຂົາ;ຊົນຊາດ​ທັງຫລາຍ​ຈະ​ຮວມ​ໂຕ​ກັນ​ຕໍ່ສູ້​ພວກເຂົາຄຸມ​ຂັງ​ພວກເຂົາ​ເພາະ​ບາບ​ຊ້ອນ​ບາບ​ຂອງ​ພວກເຂົາ.11ເອຟຣາອິມ​ເປັນ​ງົວ​ສາວ​ທີ່​ຝຶກຝົນ​ແລ້ວມັນ​ມັກ​ນວດ​ເຂົ້າ;ດັ່ງນັ້ນ ເຮົາ​ຈະ​ວາງ​ແອກເທິງ​ຄໍ​ອັນ​ສວຍງາມ​ຂອງ​ມັນ.ເຮົາ​ຈະ​ຂັບເຄື່ອນ​ເອຟຣາອິມ,ຢູດາ​ຕ້ອງ​ລາກ​ຄັນ​ໄຖ,ແລະ ຢາໂຄບ​ຕ້ອງ​ໄຖ​ຄາດ​ດິນ.12ຈົ່ງ​ຫວ່ານ​ຄວາມ​ຊອບທຳ​ເພື່ອ​ພວກເຈົ້າ​ເອງ,ຈົ່ງ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມ​ຮັກ​ໝັ້ນຄົງ,ຈົ່ງ​ໄຖ​ຄາດ​ດິນ​ທີ່​ຍັງ​ແຂງ​ກະດ້າງ​ຂອງ​ພວກເຈົ້າ;ເພາະ​ເຖິງ​ເວລາ​ທີ່​ຈະ​ສະແຫວງຫາ​ພຣະເຈົ້າຢາເວ,ຈົນ​ກວ່າ​ພຣະອົງ​ຈະ​ກັບ​ມາແລະ ເທ​ຄວາມ​ຊອບທຳ​ລົງ​ເທິງ​ພວກເຈົ້າ​ໝາຍ​ສາຍ​ຝົນ.13ແຕ່​ພວກເຈົ້າ​ກັບ​ປຸກ​ຄວາມ​ຊົ່ວຊ້າ,ພວກເຈົ້າ​ເກັບກ່ຽວ​ຄວາມ​ອະທຳ,ພວກເຈົ້າ​ກິນ​ຜົນ​ແຫ່ງ​ການ​ຫລອກລວງ.ເພາະ​ພວກເຈົ້າ​ເພິ່ງ​ກຳລັງ​ຕົນ​ເອງແລະ ພວກເຈົ້າ​ເພິ່ງ​ນັກຮົບ​ທັງຫລາຍ​ຂອງ​ພວກເຈົ້າ,14ສຽງ​ໂຫ່​ຮ້ອງ​ຂອງ​ສົງຄາມ​ຈະ​ດັງ​ຂຶ້ນ​ສູ້​ຄົນ​ຂອງ​ພວກເຈົ້າ,ດັ່ງນັ້ນ ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍເມື່ອ​ແມ່​ທັງຫລາຍ​ກັບ​ລູກ​ຂອງ​ນາງ​ຈະ​ຖືກ​ຈັບ​ຟາດ​ທີ່​ພື້ນ.ກໍ​ຈະ​ເປັນ​ເໝືອນ​ຢ່າງ​ທີ່​ຊານມານ​ໄດ້​ທໍາລາຍ​ລ້າງ​ເມືອງ​ເບັດອາກເບັນ​ໃນ​ຍາມ​ຮົບ,15ເບັດເອນ, ມັນ​ຈະ​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ຢ່າງ​ນັ້ນ​ເໝືອນ​ກັນ,ເພາະ​ພວກເຈົ້າ​ຊົ່ວ​ຮ້າຍ​ຫລາຍ.ເມື່ອ​ວັນ​ນັ້ນ​ມາ​ເຖິງ,ກະສັດ​ແຫ່ງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ​ຢ່າງ​ໝົດ​ສິ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2