ໂຮເສອາ8
ອິດສະຣາເອນຈະເກັບກ່ຽວລົມພາຍຸ
1“ຈົ່ງເອົາແກໃສ່ຮີມສົບຂອງເຈົ້າ!ນົກອິນຊີໂຕໜຶ່ງຢູ່ເໜືອວິຫານຂອງພຣະເຈົ້າຢາເວເພາະປະຊາຊົນໄດ້ລະເມີດຄຳໝັ້ນສັນຍາຂອງເຮົາແລະ ກະບົດຕໍ່ກົດບັນຍັດຂອງເຮົາ.2ແຕ່ອິດສະຣາເອນໄດ້ຮ້ອງຫາເຮົາວ່າ,‘ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍຍອມຮັບພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍທັງຫລາຍ!’3ແຕ່ອິດສະຣາເອນໄດ້ປະຕິເສດສິ່ງທີ່ດີງາມ;ສັດຕູຈະໄລ່ຕາມພວກເຂົາ.4ພວກເຂົາໄດ້ແຕ່ງຕັ້ງກະສັດໂດຍທີ່ເຮົາບໍ່ເຫັນດີນຳ;ພວກເຂົາເລືອກເຈົ້ານາຍໂດຍທີ່ເຮົາບໍ່ເຫັນດີ.ພວກເຂົາໃຊ້ເງິນ ແລະ ຄຳຂອງພວກເຂົາພວກເຂົາໄດ້ສ້າງຮູບເຄົາລົບທັງຫລາຍສຳລັບຕົນເອງພາຕົນເອງໄປສູ່ຄວາມຈິບຫາຍ.5ຊາມາເຣຍ, ຈົ່ງຖິ້ມຮູບປັ້ນລູກງົວຂອງພວກເຈົ້າ!ຄວາມໃຈຮ້າຍຂອງເຮົາໄດ້ເຜົາໄໝ້ພວກເຂົາ.ອີກດົນປານໃດພວກເຂົາຈຶ່ງຈະບໍລິສຸດໄດ້?6ສິ່ງເຫລົ່ານີ້ມາຈາກອິດສະຣາເອນ!ຊ່າງຝີມືໄດ້ສ້າງລູກງົວໂຕນີ້ຂຶ້ນ;ມັນບໍ່ແມ່ນພຣະເຈົ້າ.ຮູບປັ້ນລູກງົວຂອງຊາມາເຣຍຈະຖືກທຸບແຕກເປັນປ່ຽງໆ.7“ພວກເຂົາໄດ້ຫວ່ານລົມແລະ ເກັບກ່ຽວພາຍຸ.ຕົ້ນເຂົ້າບໍ່ມີຮວງ;ມັນຈະບໍ່ໃຫ້ເຂົ້າສຳລັບເຮັດແປ້ງ.ເຖິງແມ່ນວ່າມັນຈະເກີດຜົນ,ແຕ່ຄົນຕ່າງຊາດກໍຈະກືນກິນໝົດ.8ອິດສະຣາເອນຖືກກືນກິນ;ບັດນີ້ນາງຢູ່ທ່າມກາງຊົນຊາດຕ່າງໆເໝືອນບາງສິ່ງທີ່ບໍ່ມີຜູ້ໃດຕ້ອງການ.9ເພາະພວກເຂົາຂຶ້ນໄປຫາອັດຊີເຣຍເໝືອນລໍປ່າທີ່ພະເນຈອນຕາມລຳພັງ.ເອຟຣາອິມໄດ້ຂາຍໂຕໃຫ້ຊູ້ຮັກ.10ເຖິງແມ່ນວ່າພວກເຂົາຂາຍໂຕໄປຢູ່ທ່າມກາງຊົນຊາດຕ່າງໆ,ບັດນີ້ ເຮົາຈະຮວບຮວມພວກເຂົາເຂົ້າກັນ.ພວກເຂົາເລີ່ມຈະເສື່ອມສູນໄປພາຍໃຕ້ການກົດຂີ່ຂອງກະສັດຜູ້ຍິ່ງໃຫຍ່.11“ເຖິງແມ່ນວ່າເອຟຣາອິມສ້າງແທ່ນບູຊາຈຳນວນຫລວງຫລາຍເພື່ອຖວາຍເຄື່ອງບູຊາໄຖ່ບາບ.ແຕ່ມັນກໍກາຍເປັນແທ່ນໃຫ້ເຮັດບາບ.12ເຮົາໄດ້ຂຽນກົດບັນຍັດຂອງເຮົາຈຳນວນຫລວງຫລາຍໃຫ້ພວກເຂົາ,ແຕ່ພວກເຂົາກັບຖືວ່າມັນເປັນສິ່ງທີ່ແປກ.13ເຖິງແມ່ນວ່າພວກເຂົາຖວາຍເຄື່ອງບູຊາແກ່ເຮົາແລະ ເຖິງແມ່ນວ່າພວກເຂົາກໍໄດ້ກິນຊີ້ນ,ແຕ່ພຣະເຈົ້າຢາເວກໍບໍ່ໄດ້ພໍໃຈພວກເຂົາ.ບັດນີ້ ພຣະອົງຈະລະນຶກເຖິງຄວາມຊົ່ວຮ້າຍຂອງພວກເຂົາແລະ ລົງໂທດຄວາມບາບຂອງພວກເຂົາຄື:ພວກເຂົາຈະກັບໄປທີ່ເອຢິບ.14ອິດສະຣາເອນໄດ້ລືມພຣະຜູ້ສ້າງຂອງພວກເຂົາແລະ ສ້າງວັງຕ່າງໆ;ຢູດາເສີມປ້ອມປ້ອງກັນຢູ່ທີ່ເມືອງຕ່າງໆ.ແຕ່ເຮົາຈະສົ່ງໄຟມາທີ່ເມືອງທັງຫລາຍຂອງພວກເຂົາເຊິ່ງຈະເຜົາໄໝ້ປ້ອມປະການຂອງພວກເຂົາ”.Biblica, Inc.