ໂຮເສອາ7

1ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮັກສາ​ອິດສະຣາເອນ,ເມື່ອ​ນັ້ນ​ບາບ​ທັງຫລາຍ​ຂອງ​ເອຟຣາອິມ​ກໍ​ຈະ​ຖືກ​ເປີດເຜີຍແລະ ອາດຊະຍາກຳ​ຂອງ​ຊາມາເຣຍ​ຈະ​ຖືກ​ເປີດ​ອອກ.ພວກເຂົາ​ມັກ​ການ​ຫລອກລວງ,ພວກ​ຂີ້ລັກ​ພັງ​ເຂົ້າ​ໄປ​ໃນ​ເຮືອນ,ໂຈນ​ກໍ​ປຸ້ນ​ຕາມ​ຖະໜົນ;2ແຕ່​ພວກເຂົາ​ບໍ່​ສຳນຶກວ່າ​ເຮົາ​ຈົດຈຳ​ການ​ກະທຳ​ອັນ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ.ບາບ​ຂອງ​ພວກເຂົາ​ຖ້ວມ​ລົ້ນ​ເໜືອ​ພວກເຂົາ;ມັນ​ຢູ່​ຕໍ່ໜ້າ​ເຮົາ​ສະເໝີ.
3“ພວກເຂົາ​ເຮັດ​ໃຫ້​ກະສັດ​ພໍໃຈ​ດ້ວຍ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ,ເຮັດ​ໃຫ້​ບັນດາ​ເຈົ້ານາຍ​ພໍໃຈ​ດ້ວຍ​ຄຳ​ຕົວະ​ຂອງ​ພວກເຂົາ.4ພວກເຂົາ​ລ້ວນ​ແລ້ວ​ແຕ່​ເປັນ​ຄົນຫລິ້ນຊູ້,ຮ້ອນຮົນ​ເໝືອນ​ເຕົາອົບທີ່​ຄົນ​ເຮັດ​ເຂົ້າຈີ່​ບໍ່​ຕ້ອງ​ເປົ່າ​ໄຟ​ໃນ​ເຕົາ​ນັ້ນຕັ້ງ​ແຕ່​ລົງ​ມື​ນວດ​ແປ້ງ​ຈົນ​ກ້ອນ​ແປ້ງ​ຟູ​ຂຶ້ນ.5ໃນ​ວັນ​ສະຫລອງ​ກະສັດ​ຂອງ​ພວກເຮົາບັນດາ​ເຈົ້ານາຍ​ກໍ​ຮ້ອນຮົນ​ດ້ວຍ​ລິດ​ເຫລົ້າອະງຸ່ນ,ແລະ ກະສັດ​ນັ້ນ​ກໍ​ຈັບ​ມື​ກັບ​ຄົນ​ເຢາະເຢີ້ຍ.6ຈິດໃຈ​ຂອງ​ພວກເຂົາ​ເໝືອນ​ເຕົາອົບ;ພວກເຂົາ​ໃຊ້​ເລ່ກົນ​ອຸບາຍ​ເຂົ້າ​ຫາ​ກະສັດ.ອາລົມ​ຂອງ​ພວກເຂົາ​ລຸກລາມ​ຢູ່​ຕະຫລອດ​ຄືນ;ແລະ ຕອນ​ເຊົ້າ​ກໍ​ຮ້ອນແຮງ​ເໝືອນ​ແປວໄຟ.7ພວກເຂົາ​ທຸກ​ຄົນ​ຮ້ອນ​ເໝືອນ​ເຕົາ​ອົບ;ມັນ​ກືນ​ກິນ​ບັນດາ​ຜູ້​ມີ​ອຳນາດ​ຂອງ​ພວກເຂົາ.ກະສັດ​ທັງໝົດ​ຂອງ​ພວກເຂົາ​ລົ້ມ​ລົງ,ແລະ ບໍ່​ມີ​ຈັກ​ຄົນ​ໃນ​ພວກເຂົາ​ຮ້ອງ​ຫາ​ເຮົາ.
8“ເອຟຣາອິມ​ໄດ້​ເຂົ້າ​ໄປ​ປົນ​ກັບ​ຊົນຊາດ​ທັງຫລາຍ;ເອຟຣາອິມ​ເປັນ​ເໝືອນ​ເຂົ້າໜົມ​ປີ້ງ​ທີ່​ບໍ່​ໄດ້​ພິກ​ດ້ານ.9ຄົນ​ຕ່າງຊາດ​ສູບ​ກຳລັງ​ຂອງ​ພວກເຂົາ​ໄປ,ແຕ່​ພວກເຂົາ​ກໍ​ບໍ່​ຮູ້ສຶກ​ໂຕ​ເລີຍ.ຜົມ​ຂອງ​ພວກເຂົາ​ປ່ຽນ​ເປັນ​ສີ​ເທົາ,ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ສັງເກດ​ເລີຍ.10ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ​ເອງ,ເຖິງ​ແມ່ນ​ຈະ​ເປັນ​ເຊັ່ນ​ນີ້​ແລ້ວພວກເຂົາ​ກໍ​ບໍ່​ຍອມ​ຫັນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາຫລື ສະແຫວງຫາ​ພຣະອົງ.
11“ເອຟຣາອິມ​ເປັນ​ເໝືອນ​ນົກກາງແກ,ທີ່​ຖືກ​ຫລອກ​ໄດ້​ງ່າຍ ແລະ ໄຮ້​ສະຕິດຽວ​ກໍ​ຮ້ອງ​ຫາ​ເອຢິບ,ດຽວ​ກໍ​ຫັນ​ມາ​ຫາ​ອັດຊີເຣຍ.12ເມື່ອ​ພວກເຂົາ​ໄປ, ເຮົາ​ຈະ​ໂຍນ​ຕາໜ່າງ​ຂອງ​ເຮົາ​ຈັບ​ພວກເຂົາ​ໄວ້;ເຮົາ​ຈະ​ດຶງ​ພວກເຂົາ​ລົງ​ມາ​ເໝືອນ​ນົກ​ໃນ​ທ້ອງຟ້າ.ເມື່ອ​ເຮົາ​ໄດ້​ຍິນ​ສຽງ​ຂອງ​ພວກເຂົາ​ຈັບ​ກຸ່ມ​ກັນ,ເຮົາ​ກໍ​ຈະ​ຈັບ​ພວກເຂົາ13ວິບັດ​ແກ່​ພວກເຂົາ,ເພາະ​ວ່າ​ພວກເຂົາ​ຫລົງ​ທາງ​ໄປ​ຈາກ​ເຮົາ!ຫາຍະນະ​ຈົ່ງ​ມີ​ແກ່​ພວກເຂົາ,ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ເຮົາ!ເຮົາ​ປາຖະໜາ​ຈະ​ໄຖ່​ພວກເຂົາ​ຫລາຍແຕ່​ພວກເຂົາ​ເວົ້າ​ຕົວະ​ກັບ​ເຮົາ.14ພວກເຂົາ​ບໍ່​ໄດ້​ຮ້ອງຫາ​ເຮົາ​ຈາກ​ໃຈ​ຂອງ​ພວກເຂົາມີ​ແຕ່​ຄ່ຳຄວນ​ເທິງ​ຕຽງນອນ​ຂອງ​ຕົນ.ພວກເຂົາ​ກີດ​ຕົນ​ເອງ  ເພື່ອ​ຂໍ​ເມັດພືດ ແລະ ເຫລົ້າ​ອະງຸ່ນ​ໃໝ່ຈາກ​ພະ​ທັງຫລາຍ​ຂອງ​ພວກເຂົາ,ແຕ່​ພວກເຂົາ​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ.15ເຮົາ​ໄດ້​ຝຶກຝົນ​ພວກເຂົາ ແລະ ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ,ແຕ່​ພວກເຂົາ​ກໍ​ຄິດ​ການ​ຊົ່ວຮ້າຍ​ຕໍ່​ເຮົາ.16ພວກເຂົາ​ບໍ່​ໄດ້​ຫັນ​ມາ​ຫາ​ອົງ​ຜູ້​ສູງສຸດ;ພວກເຂົາ​ເໝືອນ​ຄັນ​ທະນູ​ທີ່​ບິດບ້ຽວ.ຜູ້ນຳ​ຂອງ​ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ດາບເພາະ​ຖ້ອຍ​ຄຳ​ອວດດີ​ຂອງ​ພວກເຂົາ.ດ້ວຍ​ເຫດ​ນີ້​ພວກເຂົາ​ຈະ​ຖືກ​ເຢາະເຢີ້ຍໃນ​ດິນແດນ​ເອຢິບ.

Biblica, Inc.

https://app.library.bible/content/eab9312f9f16b3a2