ໂຮເສອາ6
ອິດສະຣາເອນບໍ່ກັບໃຈ
1“ຈົ່ງມາ, ໃຫ້ພວກເຮົາກັບມາຫາພຣະເຈົ້າຢາເວ.ເຖິງແມ່ນວ່າພຣະອົງໄດ້ຈີກພວກເຮົາເປັນຕ່ອນໆແຕ່ພຣະອົງຈະຮັກສາພວກເຮົາ;ເຖິງແມ່ນວ່າພຣະອົງໄດ້ເຮັດໃຫ້ພວກເຮົາບາດເຈັບແຕ່ພຣະອົງຈະພັນບາດແຜໃຫ້ພວກເຮົາ.2ຫລັງຈາກສອງວັນ ພຣະອົງຈະຟື້ນຟູພວກເຮົາ;ໃນວັນທີສາມ ພຣະອົງຈະໃຫ້ພວກເຮົາກັບສູ່ສະພາບດີ,ເພື່ອພວກເຮົາຈະມີຊີວິດຢູ່ຕໍ່ໜ້າພຣະອົງ.3ໃຫ້ພວກເຮົາຍອມຮັບຮູ້ພຣະເຈົ້າຢາເວ.ໃຫ້ພວກເຮົາບາກບັ່ນຕໍ່ໄປເພື່ອຮູ້ຈັກພຣະອົງ.ເມື່ອຕາເວັນຂຶ້ນຈາກຟ້າສັນໃດ,ພຣະອົງກໍຈະມາປາກົດພຣະອົງເອງສັນນັ້ນ;ພຣະອົງຈະມາຫາພວກເຮົາເໝືອນຝົນໃນລະດູໜາວເໝືອນຝົນໃນລະດູໃບໄມ້ປົ່ງທີ່ຫົດຜືນແຜ່ນດິນ”.4“ເອຟຣາອິມ, ເຮົາຈະເຮັດຫຍັງໃຫ້ເຈົ້າໄດ້?ຢູດາ, ເຮົາຈະເຮັດຫຍັງກັບເຈົ້າດີ?ຄວາມຮັກຂອງພວກເຈົ້າເໝືອນໝອກທີ່ບາງໃນຍາມເຊົ້າ,ເໝືອນນ້ຳຄ້າງຍາມອາລຸນວັນໃໝ່ທີ່ເຫືອດຫາຍໄປ.5ເຫດສະນັ້ນ ເຮົາຈະມາຕັດພວກເຈົ້າເປັນຕ່ອນໆດ້ວຍຜູ້ທຳນວາຍຂອງເຮົາ,ເຮົາຈະຂ້າພວກເຈົ້າດ້ວຍຖ້ອຍຄຳຈາກປາກຂອງເຮົາຫລັງຈາກນັ້ນ ຄຳພິພາກສາຂອງເຮົາກໍຈະຈູ່ໂຈມເຂົ້າໃສ່ພວກເຈົ້າດັ່ງດວງຕາເວັນ. 6ເພາະເຮົາປະສົງຄວາມເມດຕາ, ບໍ່ແມ່ນເຄື່ອງບູຊາ,ແລະ ເຮົາຕ້ອງການໃຫ້ພວກເຈົ້າຮູ້ຈັກເຮົາຜູ້ເປັນພຣະເຈົ້າຫລາຍກວ່າຕ້ອງການເຄື່ອງບູຊາ.7ພວກເຂົາໄດ້ທຳລາຍຄຳໝັ້ນສັນຍາຄືກັນກັບອາດາມ; ທີ່ນັ້ນ ພວກເຂົາບໍ່ສັດຊື່ຕໍ່ເຮົາ.8ກີເລອາດເປັນເມືອງຂອງຄົນຊົ່ວ,ເປື້ອນໄປດ້ວຍຮອຍຕີນແຫ່ງເລືອດ.9ໂຈນດັກຖ້າປຸ້ນຄົນສັນໃດ,ບັນດາປະໂລຫິດກໍເຮັດເຊັ່ນດຽວກັນສັນນັ້ນ;ພວກເຂົາຂ້າຄົນເທິງເສັ້ນທາງໄປຊີເຄມ,ສືບຕໍ່ເຮັດຊົ່ວຢ່າງໜ້າອັບອາຍ.10ຂ້າພະເຈົ້າໄດ້ເຫັນສິ່ງທີ່ຊົ່ວຮ້າຍສິ່ງໜຶ່ງ ໃນບ້ານຂອງອິດສະຣາເອນ:ທີ່ນັ້ນ ເອຟຣາອິມຍອມປ່ອຍໂຕເປັນໂສເພນີ,ແລະ ອິດສະຣາເອນໄດ້ເຮັດໂຕໃຫ້ເປັນມົນທິນ.11“ສ່ວນເຈົ້າ, ຢູດາ,ເວລາແຫ່ງການເກັບກ່ຽວກໍຖືກກຳນົດໄວ້ແລ້ວ.“ເມື່ອໃດກໍຕາມທີ່ເຮົາຈະຮື້ຟື້ນຄວາມຮຸ່ງເຮືອງຂອງປະຊາຊົນຂອງເຮົາ,Biblica, Inc.