ໂຮເສອາ5

ຄຳ​ພິພາກສາ​ອິດສະຣາເອນ

1“ບັນດາ​ປະໂລຫິດ, ຈົ່ງ​ຟັງ!ປະຊາຊົນ​ອິດສະຣາເອນ, ຈົ່ງ​ຕັ້ງ​ໃຈ​ຟັງ!ເຊື້ອສາຍ​ຂອງ​ກະສັດ, ຈົ່ງ​ຟັງ!ນີ້​ແມ່ນ​ຄຳ​ພິພາກສາ​ທີ່​ມີ​ມາ​ເຖິງ​ພວກເຈົ້າ​ດັ່ງນີ້:ພວກເຈົ້າ​ເປັນ​ກັບດັກ​ທີ່​ເມືອງ​ມີຊະປາ,ເປັນ​ຕາໜ່າງ​ທີ່​ຄຶງ​ໄວ້​ຢູ່​ເທິງ​ພູເຂົາ​ຕາໂບ.2ບັນດາ​ກະບົດ​ຂ້າ​ຄົນ​ຫລວງຫລາຍ.ເຮົາ​ຈະ​ລົງໂທດ​ພວກເຂົາ​ທຸກ​ຄົນ.3ເຮົາ​ຮູ້​ເລື່ອງ​ຂອງ​ເອຟຣາອິມ​ທຸກ​ຢ່າງ;ອິດສະຣາເອນ​ບໍ່​ໄດ້​ຖືກ​ເຊື່ອງ​ໄວ້​ຈາກ​ເຮົາ.ເອຟຣາອິມ, ບັດນີ້​ເຈົ້າ​ໄດ້​ຫັນ​ໄປ​ເປັນ​ໂສເພນີ;ອິດສະຣາເອນ​ກໍ​ເສື່ອມໂຊມ​ລົງ.
4“ການ​ກະທຳ​ຂອງ​ພວກເຂົາ​ບໍ່​ຍອມ​ປ່ອຍ​ພວກເຂົາໃຫ້​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ພວກເຂົາ.ວິນຍານ​ແຫ່ງ​ການ​ເປັນ​ໂສເພນີ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ;ພວກເຂົາ​ບໍ່​ຍອມ​ຮັບ​ພຣະເຈົ້າຢາເວ.5ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ຫລັກຖານ​ຜູກ​ມັດ​ພວກເຂົາ;ຊົນຊາດ​ອິດສະຣາເອນ, ແມ່ນ​ແຕ່​ເອຟຣາອິມ​ເອງ​ກໍ​ສະດຸດ​ລົ້ມ​ລົງ​ໃນ​ບາບ;ຢູດາ​ກໍ​ລົ້ມ​ລົງ​ໄປ​ກັບ​ພວກເຂົາ​ດ້ວຍ.6ເມື່ອ​ພວກເຂົາ​ນຳ​ຝູງແບ້, ຝູງແກະ ແລະ ຝູງງົວ​ຂອງ​ພວກເຂົາມາ​ສະແຫວງຫາ​ພຣະເຈົ້າຢາເວ,ພວກເຂົາ​ກໍ​ຈະ​ບໍ່​ພົບ​ພຣະອົງ;ພຣະອົງ​ໄດ້​ຖອນ​ຕົວ​ອອກ​ຈາກ​ພວກເຂົາ​ແລ້ວ.7ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ;ພວກເຂົາ​ໃຫ້​ກຳເນີດ​ລູກ​ນອກ​ສົມລົດ.ເມື່ອ​ພວກເຂົາ​ສະຫລອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ໜຶ່ງ​ຄ່ຳ​ຂອງ​ພວກເຂົາ,ພຣະອົງ​ຈະ​ທຳລາຍ​ທົ່ງນາ​ຂອງ​ພວກເຂົາ.
8“ຈົ່ງ​ເປົ່າ​ແກ​ໃນ​ກີເບອາ,ຈົ່ງ​ເປົ່າ​ເຂົາສັດ​ໃນ​ຣາມາ.ຈົ່ງ​ໂຫ່ຮ້ອງ​ເໝືອນ​ອອກ​ຮົບ​ໃນ​ເບັດເອນ​ເອເວນ, ເບັນຢາມິນ, ຈົ່ງ​ນຳ​ໜ້າ​ໄປ.9ໃນ​ວັນ​ພິພາກສາເອຟຣາອິມ​ຈະ​ຖືກ​ຖິ້ມ​ຮ້າງ.ເຮົາ​ປະກາດ​ສິ່ງ​ທີ່​ແນ່ນອນທ່າມກາງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ.10ບັນດາ​ຜູ້ນຳ​ຂອງ​ຢູດາເປັນ​ເໝືອນ​ຄົນ​ທີ່​ຍົກຍ້າຍ​ຫລັກ​ຫີນ​ກັ້ນ​ເຂດແດນ.ເຮົາ​ຈະ​ເທ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ເໜືອ​ພວກເຂົາດັ່ງ​ກະແສ​ນ້ຳ​ຖ້ວມ.11ເອຟຣາອິມ​ຖືກ​ກົດຂີ່​ຂົ່ມເຫັງ,ແລະ ຖືກ​ຢຽບຢ່ຳ​ລົງໂທດ,ແຕ່​ກໍ​ຍັງ​ຕັ້ງໃຈ​ຕິດຕາມ​ບັນດາ​ຮູບເຄົາລົບ. 12ເຮົາ​ເປັນ​ເໝືອນ​ແມງໄມ້​ກັດ​ກິນ​ເອຟຣາອິມ,ແລະ ເປັນ​ເໝືອນ​ຄວາມ​ເປື່ອຍເນົ່າ​ຂອງ​ເຜົ່າ​ຢູດາ.
13“ເມື່ອ​ເອຟຣາອິມ​ເຫັນ​ຄວາມ​ເຈັບປ່ວຍ​ຂອງ​ຕົນ,ແລະ ຢູດາ​ກໍ​ເຫັນ​ບາດແຜ​ຂອງ​ຕົນ,ຫລັງຈາກນັ້ນ ເອຟຣາອິມ​ກໍ​ຫັນ​ໄປ​ຫາ​ອັດຊີເຣຍ,ແລະ ສົ່ງ​ຄົນ​ໄປ​ຫາ​ກະສັດ​ຜູ້​ຍິ່ງໃຫຍ່​ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ.ແຕ່​ເພິ່ນ​ບໍ່​ສາມາດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ໄດ້,ບໍ່​ສາມາດ​ຮັກສາ​ບາດແຜ​ຂອງ​ພວກເຈົ້າ​ໄດ້​ເລີຍ.14ເພາະ​ເຮົາ​ຈະ​ເປັນ​ເໝືອນ​ໂຕສິງ​ສຳລັບ​ເອຟຣາອິມ,ເປັນ​ເໝືອນ​ພະຍາ​ສິງ​ສຳລັບ​ຢູດາ.ເຮົາ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນໆ ແລະ ກໍ​ຈາກ​ໄປ;ເຮົາ​ຈະ​ຄາບ​ພວກເຂົາ​ໄປ ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ​ໄດ້.15ຫລັງຈາກນັ້ນ ເຮົາ​ຈະ​ກັບ​ໄປ​ທີ່​ບ່ອນ​ຂອງ​ເຮົາຈົນ​ກວ່າ​ພວກເຂົາ​ຈະ​ຍອມຮັບ​ຜິດແລ້ວ​ພວກເຂົາ​ກໍ​ຈະ​ສະແຫວງຫາ​ໜ້າ​ຂອງ​ເຮົາໃນ​ຄວາມ​ທຸກຍາກ​ຂອງ​ພວກເຂົາພວກເຂົາ​ຈະ​ສະແຫວງຫາ​ເຮົາ​ຢ່າງ​ຈິງຈັງ”

Biblica, Inc.

https://app.library.bible/content/eab9312f9f16b3a2