ໂຮເສອາ4

ຂໍ້​ກ່າວຫາ​ຕໍ່​ອິດສະຣາເອນ

1ຊາວ​ອິດສະຣາເອນ​ທັງຫລາຍ, ຈົ່ງ​ຟັງ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ,ເພາະ​ພຣະເຈົ້າ​ຢາເວ​ມີ​ຂໍ້​ກ່າວຫາຕໍ່​ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ວ່າ:“ໃນ​ດິນແດນ​ນີ້​ບໍ່​ມີ​ຄວາມ​ສັດຊື່, ບໍ່​ມີ​ຄວາມ​ຮັກ,ບໍ່​ຍອມ​ຮັບ​ຮູ້​ພຣະເຈົ້າ.2ມີ​ແຕ່​ການ​ສາບແຊ່ງ,  ການ​ຕົວະ ແລະ ການ​ຂ້າ,ການ​ລັກ ແລະ ການ​ລ່ວງ​ປະ​ເວ​ນີ;ພວກເຂົາ​ລະເມີດ​ພັນທະ​ຜູກພັນ​ຕ່າງໆ,ແລະ ຂ້າ​ກັນ​ຫລາຍ​ຄັ້ງ.3ດ້ວຍ​ເຫດ​ນີ້​ແຜ່ນດິນ​ຈຶ່ງ​ແຫ້ງແລ້ງ, ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ກໍ​ເສື່ອມສູນ​ໄປ;ສັດ​ໃນ​ທົ່ງ, ນົກ​ໃນ​ທ້ອງຟ້າແລະ ປາ​ໃນ​ທະເລ​ກຳລັງ​ຈະ​ຕາຍ​ໄປ.
4“ແຕ່​ຢ່າ​ໃຫ້​ຜູ້ໃດ​ກ່າວ​ຟ້ອງ,ຢ່າ​ໃຫ້​ຜູ້ໃດ​ກ່າວ​ໂທດ​ຄົນ​ອື່ນ,ເພາະ​ປະຊາຊົນ​ຂອງ​ພວກເຈົ້າກໍ​ເປັນ​ເໝືອນ​ຄົນ​ທີ່​ຟ້ອງ​ກ່າວ​ໂທດ​ປະໂລຫິດ.5ເຈົ້າ​ສະດຸດ​ລົ້ມ​ທັງ​ກາງເວັນ ແລະ ກາງຄືນ,ແລະ ບັນດາ​ຜູ້ທຳນວາຍ​ກໍ​ສະດຸດ​ລົ້ມ​ໄປ​ກັບ​ເຈົ້າ.ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ6ປະຊາຊົນ​ຂອງ​ເຮົາ​ຖືກ​ທຳລາຍ​ໄປ​ເພາະ​ຂາດ​ຄວາມ​ຮູ້.“ເພາະ​ວ່າ​ພວກເຈົ້າ​ໄດ້​ປະຕິເສດ​ຄວາມ​ຮູ້,ເຮົາ​ຈຶ່ງ​ບໍ່​ຍອມ​ຮັບ​ວ່າ​ພວກເຈົ້າ​ເປັນ​ປະໂລຫິດ​ຂອງ​ເຮົາ;ເພາະ​ພວກເຈົ້າ​ລະເລີຍ​ຕໍ່​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ,ເຮົາ​ຈະ​ປະຕິເສດ​ລູກ​ຂອງ​ພວກເຈົ້າ​ເໝືອນ​ກັນ.7ຈຳນວນ​ປະໂລຫິດ​ເພີ່ມ​ຫລາຍ​ຂຶ້ນ​ເທົ່າ​ໃດ,ພວກເຂົາ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່​ເຮົາ​ຫລາຍ​ຂຶ້ນ​ເທົ່ານັ້ນ;ພວກເຂົາ​ໄດ້​ແລກ  ​ພຣະເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຂົາ  ​ກັບ​ສິ່ງ​ທີ່​ໜ້າ​ລະອາຍ.8ພວກເຂົາ​ລ້ຽງ​ຊີວິດ​ດ້ວຍ​ບາບ​ຂອງ​ປະຊາຊົນ​ຂອງ​ເຮົາແລະ ຊື່ນຊົມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ.9ແລະ ກໍ​ຈະ​ເປັນ​ເຊັ່ນ​ນີ້​ຄື: ປະຊາຊົນ​ເປັນ​ຢ່າງ​ໃດ​ປະໂລຫິດ​ກໍ​ເປັນ​ຢ່າງ​ນັ້ນ.ເຮົາ​ຈະ​ລົງໂທດ​ທັງ​ສອງ​ຝ່າຍ​ເພາະ​ວິຖີ​ຄວາມ​ປະພຶດ​ຂອງ​ພວກເຂົາແລະ ຕອບສະຫນອງ​ການ​ກະທຳ​ຂອງ​ພວກເຂົາ.
10“ພວກເຂົາ​ຈະ​ກິນ ແຕ່​ບໍ່​ອິ່ມ;ພວກເຂົາ​ຈະ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ເປັນ​ໂສເພນີ ແຕ່​ຈະ​ບໍ່​ມີ​ລູກ,ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວຍອມ​ປ່ອຍ​ໂຕ11ເປັນ​ໂສເພນີ;ປ່ອຍ​ໂຕ​ໄປ​ກັບ​ເຫລົ້າອະງຸ່ນ​ເກົ່າ ແລະ ເຫລົ້າອະງຸ່ນ​ໃໝ່ເຊິ່ງ​ສິ່ງ​ເຫລົ່ານີ້​ໄດ້​ຢຶດ​ຄວາມ​ເຂົ້າໃຈ​ໄປ​ຈາກ​ພວກເຂົາ.12ປະຊາຊົນ​ຂອງ​ເຮົາ​ໄປ​ປຶກສາ​ຮູບເຄົາລົບ​ໄມ້,ອາໄສ​ຄຳຕອບ​ຈາກ​ໄມ້​ຊ່ຽງໂຊກ.ວິນຍານ​ແຫ່ງ​ການ​ເປັນ​ໂສເພນີ​ຊັກນໍາ​ພວກເຂົາ​ໃຫ້​ຫລົງ​ທາງ;ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.13ພວກເຂົາ​ຖວາຍ​ເຄື່ອງບູຊາ​ເທິງ​ຈອມ​ພູເຂົາແລະ ເຜົາ​ເຄື່ອງບູຊາ​ຕ່າງໆ​ເທິງ​ໂນນພູ,ກ້ອງ​ຕົ້ນໂອກ, ຕົ້ນ​ປໍປາ ແລະ ຕົ້ນ​ເທເລບິນ,ບ່ອນ​ທີ່​ໃຫ້​ຮົ່ມ​ເຢັນ​ສະບາຍ.ເຫດສະນັ້ນ ລູກສາວ​ຂອງ​ພວກເຈົ້າ​ຈຶ່ງ​ຫັນ​ໄປ​ເປັນ​ໂສເພນີແລະ ລູກໃພ້​ຂອງ​ພວກເຈົ້າ​ກໍ​ຫລິ້ນຊູ້.
14“ເຮົາ​ຈະ​ບໍ່​ລົງໂທດ​ລູກສາວ​ທັງຫລາຍ​ຂອງ​ພວກເຈົ້າເມື່ອ​ພວກເຂົາ​ຫັນ​ໄປ​ເປັນ​ໂສເພນີ,ຫລື ລົງໂທດ​ລູກໃພ້​ຂອງ​ພວກເຈົ້າເມື່ອ​ພວກເຂົາ​ລ່ວງ​ປະເວນີ,ເພາະ​ບັນດາ​ຜູ້ຊາຍ​ເອງ​ກໍ​ໄປ​ຄົບ​ຄ້າ​ກັບ​ໂສເພນີແລະ ມອບ​ໂຕ​ໃຫ້​ກັບ​ຍິງ​ໂສເພນີ​ປະຈຳ​ສະຖານ​ບູຊາ​ຕ່າງໆປະຊາຊາດ​ທີ່​ບໍ່​ມີ​ຄວາມ​ເຂົ້າໃຈ​ຈະ​ເຖິງ​ແກ່​ຄວາມ​ພິນາດຈິບຫາຍ!
15“ຊາວ​ອິດສະຣາເອນ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ຫລິ້ນຊູ້,ກໍ​ຢ່າ​ໃຫ້​ຢູດາ​ເຮັດ​ຜິດ.“ຢ່າ​ໄປ​ກິນການ;ຢ່າ​ໄປ​ທີ່​ເບັດເອນ​ອາເວນ. ແລະ ຢ່າ​ສາບານ​ໂດຍ​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ!’16ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້,ເໝືອນ​ງົວ​ສາວ​ທີ່​ດື້ດ້ານ.ແລ້ວ​ພຣະເຈົ້າ​ຢາເວ​ຈະ​ລ້ຽງດູ​ພວກເຂົາເໝືອນດັ່ງ​ລູກແກະ​ໃນ​ທົ່ງຫຍ້າ​ໄດ້​ຢ່າງ​ໃດ?17ເອຟຣາອິມ​ໄປ​ຢຶດ​ຕິດ​ກັບ​ຮູບເຄົາລົບ;ຈົ່ງ​ປ່ອຍ​ພວກເຂົາ​ໄວ້​ຕາມ​ລຳພັງ!18ເຖິງ​ແມ່ນ​ວ່າ​ເຄື່ອງດື່ມ​ຂອງ​ພວກເຂົາ​ຈະ​ໝົດ​ໄປ​ແລ້ວ,ພວກເຂົາ​ກໍ​ຍັງ​ສືບ​ຕໍ່​ເຮັດ​ໂຕ​ເປັນ​ໂສເພນີ​ຕໍ່ໄປ;ບັນດາ​ຜູ້​ມີ​ອຳນາດ​ຂອງ​ພວກເຂົາ​ມັກ​ວິຖີ​ອັນ​ໜ້າ​ອັບອາຍ​ຫລາຍ.19ລົມ​ພາຍຸ​ໝູນ​ຈະ​ກວາດ​ຊັດ​ພວກເຂົາ​ໄປ,ແລະ ເຄື່ອງບູຊາ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຈະ​ນຳ​ຄວາມ​ອັບອາຍ​ຂາຍ​ໜ້າ​ມາ​ເຖິງ​ພວກເຂົາ.

Biblica, Inc.

https://app.library.bible/content/eab9312f9f16b3a2