ໂຮເສອາ3
ໂຮເສອາຄືນດີກັບເມຍຂອງເພິ່ນ
1ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງໄປ, ຈົ່ງສະແດງຄວາມຮັກຕໍ່ເມຍຂອງເຈົ້າອີກຄັ້ງ, ເຖິງແມ່ນວ່າມີຄົນອື່ນຮັກນາງຢູ່ ແລະ ນາງຄົບຊູ້. ຈົ່ງຮັກນາງເໝືອນທີ່ພຣະເຈົ້າຢາເວຮັກຊົນຊາດອິດສະຣາເອນ, ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນໆ ແລະ ຮັກເຂົ້າໝົມໝາກອະງຸ່ນແຫ້ງສັກສິດທີ່ຖວາຍແກ່ພະເຫລົ່ານັ້ນກໍຕາມ”.2ດັ່ງນັ້ນ ຂ້າພະເຈົ້າຈຶ່ງຊື້ນາງຄືນມາດ້ວຍເງິນໜັກ 15 ເຊເຂວ ແລະ ເຂົ້າບາເລປະມານ 1 ໂຮເມີກັບ 1 ເລເທກ. 3ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງບອກນາງວ່າ, “ເຈົ້າຈະຕ້ອງຢູ່ກັບເຮົາຫລາຍວັນ; ເຈົ້າຕ້ອງເຊົາເປັນໂສເພນີ ແລະ ບໍ່ຢູ່ໃກ້ຊິດກັບຊາຍຄົນໃດ ແລ້ວເຮົາຈະປະຕິບັດກັບເຈົ້າແບບດຽວກັນ”.4ເພາະຊາວອິດສະຣາເອນຈະຢູ່ໂດຍບໍ່ມີກະສັດ ຫລື ເຈົ້ານາຍ, ບໍ່ມີການຖວາຍເຄື່ອງບູຊາ ຫລື ມີຫີນສັກສິດ, ບໍ່ມີເອໂຟດ ຫລື ຮູບເຄົາລົບເປັນເວລາດົນນານ.5ຫລັງຈາກນັ້ນ ຊົນຊາດອິດສະຣາເອນຈະກັບມາສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ດາວິດກະສັດຂອງພວກເຂົາ. ພວກເຂົາຈະໂຕສັ່ນເຂົ້າມາຫາພຣະເຈົ້າຢາເວ ແລະ ກັບມາຫາພຣະພອນຂອງພຣະອົງໃນວັນສຸດທ້າຍ.Biblica, Inc.