ໂຮເສອາ2

1“ຈົ່ງ​ເອີ້ນ​ນ້ອງຊາຍ​ຂອງ​ເຈົ້າ​ວ່າ, ‘ປະຊາຊົນ​ຂອງ​ເຮົາ’ ແລະ ເອີ້ນ​ເອື້ອຍ​ຂອງ​ເຈົ້າ​ວ່າ, ‘ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ’.

ອິດສະຣາເອນ​ຖືກ​ລົງໂທດ ແລະ ກັບ​ສູ່​ສະພາບ​ດີ

2“ຈົ່ງ​ຕຳໜິ​ແມ່​ຂອງ​ເຈົ້າ, ຈົ່ງ​ຕຳໜິ​ນາງ,ເພາະ​ນາງ​ບໍ່​ແມ່ນ​ເມຍ​ຂອງ​ເຮົາ,ແລະ ເຮົາ​ບໍ່​ແມ່ນ​ຜົວ​ຂອງ​ນາງ.ໃຫ້​ນາງ​ຖິ້ມ​ການ​ລ່ວງປະເວນີ​ຈາກ​ໃບ​ໜ້າ​ຂອງ​ນາງແລະ ຖິ້ມ​ຄວາມ​ບໍ່​ສັດຊື່​ຈາກ​ເອິກ​ຂອງ​ນາງ.3ບໍ່​ດັ່ງນັ້ນ​ເຮົາ​ຈະ​ໃຫ້​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກແລະ ເຮັດ​ໃຫ້​ນາງ​ເປືອຍກາຍ​ເໝືອນ​ດັ່ງ​ວັນ​ທີ່​ນາງ​ໄດ້​ເກີດ​ມາ;ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ເໝືອນ​ຖິ່ນແຫ້ງແລ້ງກັນດານ,ເຮັດ​ໃຫ້​ນາງ​ເປັນ​ດິນແດນ​ແຫ້ງແລ້ງ,ແລະ ສັງຫານ​ນາງ​ດ້ວຍ​ຄວາມ​ກະຫາຍ.4ເຮົາ​ຈະ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ຂອງ​ນາງ,ເພາະ​ພວກເຂົາ​ເປັນ​ລູກ​ຊູ້.5ແມ່​ຂອງ​ພວກເຂົາ​ບໍ່​ສັດຊື່ແລະ ໃຫ້​ກຳເນີດ​ພວກເຂົາ​ມາ​ຢ່າງ​ໜ້າ​ອັບອາຍ.ນາງ​ໄດ້​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕິດຕາມ​ບັນດາ​ຊູ້​ຮັກ​ຂອງ​ຂ້ອຍ​ໄປ,ຜູ້​ທີ່​ໃຫ້​ອາຫານ ແລະ ນ້ຳ,ໃຫ້​ຂົນສັດ, ຜ້າລີນິນ, ນ້ຳມັນ ແລະ ເຄື່ອງດື່ມ​ແກ່​ຂ້ອຍ’.6ເຫດສະນັ້ນ ເຮົາ​ຈະ​ເອົາ​ຟຸ່ມ​ໜາມ​ກີດຂວາງ​ຫົນທາງ​ຂອງ​ນາງ;ເຮົາ​ຈະ​ລ້ອມ​ນາງ​ໄວ້​ຈົນ​ນາງ​ໝົດ​ທາງ​ໄປ.7ນາງ​ຈະ​ແລ່ນ​ໄລ່​ຕາມ​ຊູ້​ຮັກ ແຕ່​ບໍ່​ທັນ​ພວກເຂົາ;ນາງ​ຈະ​ຊອກຫາ​ພວກເຂົາ ແຕ່​ກໍ​ບໍ່​ພົບ​ພວກເຂົາ.ແລ້ວ​ນາງ​ຈະ​ບອກ​ວ່າ,‘ຂ້ອຍ​ຈະ​ກັບ​ໄປ​ຫາ​ຜົວ​ຄົນ​ທຳອິດ​ຂອງ​ຂ້ອຍ,ເພາະ​ເມື່ອ​ກ່ອນ​ຂ້ອຍ​ມີ​ຊີວິດ​ທີ່​ດີ​ກວ່າ​ນີ້​ຫລາຍ’.8ນາງ​ບໍ່​ຮັບ​ຮູ້​ວ່າ​ເຮົາ​ຄື​ຜູ້​ນັ້ນຜູ້​ທີ່​ໃຫ້​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ແກ່​ນາງ,ຜູ້​ທີ່​ໃຫ້​ເງິນ ແລະ ຄໍາເຊິ່ງ​ພວກເຂົາ​ໃຊ້​ບູຊາ​ພະບາອານ.
9“ເຫດສະນັ້ນ ເຮົາ​ຈະ​ເອົາ​ເມັດພືດ​ຂອງ​ເຮົາ​ເມື່ອ​ມັນ​ສຸກ,ແລະ ເອົາ​ເຫລົ້າອະງຸ່ນ​ໃໝ່​ເມື່ອ​ມັນ​ພ້ອມ​ດື່ມ​ແລ້ວ.ເຮົາ​ຈະ​ເອົາ​ຜ້າ​ຂົນສັດ ແລະ ຜ້າລີນິນ​ຂອງ​ເຮົາ​ຄືນ,ເຊິ່ງ​ເຮົາ​ຕັ້ງ​ໃຈ​ໃຫ້​ນາງ​ໄວ້​ເພື່ອ​ປົກປິດ​ຄວາມ​ເປືອຍ​ກາຍ​ຂອງ​ນາງ.10ດັ່ງນັ້ນ ບັດນີ້​ເຮົາ​ຈະ​ເປີດເຜີຍ​ຄວາມ​ລາມົກ​ຂອງ​ນາງຕໍ່ໜ້າ​ຕໍ່ຕາ​ຊູ້​ຮັກ​ທັງຫລາຍ​ຂອງ​ນາງ;ແລະ ຈະ​ບໍ່​ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄປ​ໄດ້.11ເຮົາ​ຈະ​ຢຸດ​ງານ​ສະຫລອງ​ທັງໝົດ​ຂອງ​ນາງ:ໄດ້​ແກ່​ເທດສະການ​ປະຈຳ​ປີ​ທັງຫລາຍ, ວັນ​ຂຶ້ນ​ໜຶ່ງ​ຄ່ຳ,ວັນຊະບາໂຕ ທັງ​ໝົດ​ນີ້​ເປັນ​ເທດສະການ​ຕາມ​ກຳນົດ​ທັງໝົດ​ຂອງ​ນາງ.12ເຮົາ​ຈະ​ທຳລາຍ​ບັນດາ​ເຄືອອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ນາງ,ເຊິ່ງ​ນາງ​ໄດ້​ເວົ້າ​ວ່າ​ຊູ້​ຮັກ​ໃຫ້​ມາ​ເປັນ​ຄ່າ​ໂຕ;ເຮົາ​ຈະ​ເຮັດ​ໃຫ້​ມັນ​ກາຍເປັນ​ຟຸ່ມ​ໜາມ,ແລະ ສັດປ່າ​ທັງຫລາຍ​ຈະ​ເຂົ້າ​ມາ​ຍາດ​ກັນ​ກິນ.13ເຮົາ​ຈະ​ລົງໂທດ​ນາງທີ່​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ພະບາອານ​ໃນ​ວັນ​ເຫລົ່ານັ້ນ;ນາງ​ປະດັບ​ກາຍ​ຂອງ​ຕົນ​ເອງ​ດ້ວຍ​ແຫວນ ແລະ ອັນຍະມະນີ,ແລະ ໜີ​ໄປ​ຕາມ​ຊູ້​ຮັກ​ຂອງ​ນາງ,ແຕ່​ນາງ​ກັບ​ລືມ​ເຮົາ”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້.
14“ເຫດສະນັ້ນ ບັດນີ້​ເຮົາ​ກຳລັງ​ຈະ​ຊັກຈູງ​ນາງ;ເຮົາ​ຈະ​ພາ​ນາງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານແລະ ເວົ້າ​ກັບ​ນາງ​ຢ່າງ​ອ່ອນໂຍນ.15ທີ່​ນັ້ນ ເຮົາ​ຈະ​ຄືນ​ສວນ​ອະງຸ່ນ​ໃຫ້​ແກ່​ນາງ,ແລະ ຈະ​ເຮັດ​ໃຫ້​ຮ່ອມພູ​ອາໂຄ  ​ກາຍເປັນ​ປະຕູ​ແຫ່ງ​ຄວາມ​ຫວັງ.ທີ່​ນັ້ນ ນາງ​ຈະ​ຮ້ອງ​ເພງ  ​ເໝືອນ​ເມື່ອ​ຄາວ​ທີ່​ນາງ​ຍັງ​ໜຸ່ມ,ເໝືອນ​ວັນ​ທີ່​ນາງ​ອອກ​ມາ​ຈາກ​ເອຢິບ”.
16ພຣະເຈົ້າ​ຢາເວ​ປະກາດ​ວ່າ,“ໃນ​ວັນ​ນັ້ນ, ເຈົ້າ​ຈະ​ເອີ້ນ​ເຮົາ​ວ່າ ‘ຜົວ​ຂອງ​ຂ້ອຍ’ແລະ ເຈົ້າ​ຈະ​ບໍ່​ເອີ້ນ​ເຮົາ​ວ່າ ‘ນາຍ​ຂອງ​ຂ້ອຍ  ​ອີກ​ຕໍ່​ໄປ’.17ເຮົາ​ຈະ​ກຳຈັດ​ຊື່​ຂອງ​ພະບາອານ​ອອກ​ຈາກ​ຮີມສົບ​ຂອງ​ນາງ;ຈະ​ບໍ່​ມີ​ການ​ເອີ່ຍ​ເຖິງ​ຊື່​ເຫລົ່ານີ້​ອີກ​ຕໍ່ໄປ.18ໃນ​ວັນ​ນັ້ນ​ເຮົາ​ຈະ​ເຮັດ​ຄຳໝັ້ນສັນຍາກັບ​ສັດ​ໃນ​ທົ່ງ, ນົກ​ໃນ​ທ້ອງຟ້າແລະ ສັດ​ທີ່​ເລືອຄານ​ເພື່ອ​ພວກເຈົ້າ.ເຮົາ​ຈະ​ກຳຈັດ​ທະນູ, ດາບ ແລະ ສົງຄາມໃຫ້​ໝົດ​ໄປ​ຈາກ​ດິນແດນ​ນີ້,ເພື່ອ​ທຸກ​ຊີວິດ​ຈະ​ຢູ່​ຢ່າງ​ປອດໄພ.19ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃຫ້​ເປັນ​ຂອງ​ເຮົາ​ຕະຫລອດ​ໄປ;ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃນ  ​ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ,ໃນ  ​ຄວາມ​ຮັກ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ.20ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃນ​ຄວາມ​ສັດຊື່,ແລະ ເຈົ້າ​ຈະ​ຮູ້​ຈັກ​ພຣະເຈົ້າ​ຢາເວ”.
21ພຣະເຈົ້າ​ຢາເວ​ປະກາດ​ວ່າ,“ໃນ​ວັນ​ນັ້ນ ເຮົາ​ຈະ​ຕອບສະຫນອງເຮົາ​ຈະ​ເຮັດ​ໃຫ້​ທ້ອງຟ້າ​ເກີດ​ຝົນ,ຕາມ​ຄຳ​ຮຽກຮ້ອງ​ຂອງ​ແຜ່ນດິນ;22ແລະ ຈະ​ໃຫ້​ແຜ່ນດິນ​ເກີດ​ເມັດພືດ,ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ,ຕາມ​ຄຳ​ຮຽກຮ້ອງ​ຂອງ​ຢິດຊະເຣນ. 23ເຮົາ​ຈະ​ປູກ​ນາງ​ໄວ້​ໃນ​ດິນແດນ​ນັ້ນ​ເພື່ອ​ເຮົາ;ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ແກ່​ຜູ້​ທີ່​ເຮົາ​ເອີ້ນ​ວ່າ ‘ບໍ່​ແມ່ນ​ທີ່​ຮັກ​ຂອງ​ເຮົາ’. ເຮົາ​ຈະ​ເອີ້ນ​ຜູ້​ທີ່ ‘ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’  ວ່າ, ‘ເຈົ້າ​ຄື​ປະຊາຊົນ​ຂອງ​ເຮົາ’;ແລະ ພວກເຂົາ​ຈະ​ເອີ້ນ​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ’ ”.

Biblica, Inc.

https://app.library.bible/content/eab9312f9f16b3a2