ໂຮເສອາ1
1ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງໂຮເສອາລູກຊາຍຂອງເບເອຣີໃນຊ່ວງການປົກຄອງຂອງອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາກະສັດແຫ່ງຢູດາຍ ແລະ ໃນຊ່ວງການປົກຄອງຂອງເຢໂຣໂບອາມລູກຊາຍຂອງເຢໂຮອາດ ກະສັດແຫ່ງອິດສະຣາເອນ:
ເມຍ ແລະ ລູກຂອງໂຮເສອາ
2ເມື່ອພຣະເຈົ້າຢາເວເລີ່ມກ່າວຜ່ານໂຮເສອານັ້ນ, ພຣະອົງໄດ້ເວົ້າກັບເພິ່ນວ່າ, “ຈົ່ງໄປຮັບຍິງເຈົ້າຊູ້ມາເປັນເມຍ ແລະ ຮັບລູກທັງຫລາຍທີ່ເກີດຈາກຄວາມບໍ່ສັດຊື່ຂອງນາງມານຳ, ເພາະວ່າດິນແດນນີ້ມີຄວາມຜິດຖານລ່ວງປະເວນີຢ່າງຮ້າຍແຮງທີ່ສຸດ ໂດຍການປະຖິ້ມພຣະເຈົ້າຢາເວ”.3ດັ່ງນັ້ນ ໂຮເສອາຈຶ່ງໄດ້ແຕ່ງງານກັບໂກເມລູກສາວຂອງດິບລາອິມ ແລະ ນາງກໍຖືພາ ແລ້ວເກີດລູກຊາຍຄົນໜຶ່ງໃຫ້ແກ່ເພິ່ນ.4ຫລັງຈາກນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂຮເສອາວ່າ, “ຈົ່ງເອີ້ນຊື່ເດັກນ້ອຍຄົນນີ້ວ່າຢິດຊະເຣນ, ເພາະອີກບໍ່ດົນເຮົາຈະລົງໂທດເຊື້ອສາຍຂອງເຢຮູ ເນື່ອງຈາກການຂ້າຄັ້ງໃຫຍ່ຢູ່ທີ່ຢິດຊະເຣນ ແລະ ເຮົາຈະເຮັດໃຫ້ອານາຈັກອິດສະຣາເອນສິ້ນສຸດລົງ.5ໃນວັນນັ້ນເຮົາຈະຫັກທະນູຂອງອິດສະຣາເອນໃນຮ່ອມພູຢິດຊະເຣນ”.6ໂກເມກໍຖືພາອີກ ແລະ ເກີດລູກສາວ. ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເວົ້າກັບໂຮເສອາວ່າ, “ຈົ່ງເອີ້ນເດັກນ້ອຍຄົນນີ້ວ່າໂລຣຸຫະມາ, ເພາະເຮົາຈະບໍ່ສະແດງຄວາມຮັກຕໍ່ເຊື້ອສາຍອິດສະຣາເອນອີກຕໍ່ໄປ, ເຮົາຈະບໍ່ອະໄພໃຫ້ພວກເຂົາ.7ແຕ່ເຮົາຈະສະແດງຄວາມຮັກຕໍ່ເຊື້ອສາຍຢູດາ ແລະ ຈະຊ່ວຍພວກເຂົາ ບໍ່ແມ່ນດ້ວຍທະນູ, ດາບ, ສົງຄາມ ຫລື ດ້ວຍມ້າ ແລະ ທະຫານມ້າ, ແຕ່ເຮົາ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາໃຫ້ພົ້ນ”.8ຫລັງຈາກທີ່ໃຫ້ໂລຣຸຫະມາອອກນົມແລ້ວ, ໂກເມກໍມີລູກຊາຍອີກຄົນໜຶ່ງ.9ຫລັງຈາກນັ້ນ ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງເອີ້ນເດັກນ້ອຍວ່າໂລອຳມີ, ເພາະພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແລະ ເຮົາບໍ່ແມ່ນພຣະເຈົ້າຂອງພວກເຈົ້າ.10“ເຖິງປານນັ້ນ ຊົນຊາດອິດສະຣາເອນຈະເປັນເໝືອນເມັດຊາຍທີ່ແຄມທະເລ ເຊິ່ງຕວງ ຫລື ນັບບໍ່ໄດ້. ໃນບ່ອນທີ່ພຣະເຈົ້າກ່າວກັບພວກເຂົາວ່າ, ‘ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ’, ພວກເຂົາຈະໄດ້ຊື່ວ່າ ‘ລູກຂອງພຣະເຈົ້າຜູ້ມີຊີວິດຢູ່’.11ປະຊາຊົນຢູດາ ແລະ ອິດສະຣາເອນຈະຖືກຮວມເຂົ້າດ້ວຍກັນອີກ, ພວກເຂົາຈະແຕ່ງຕັ້ງຜູ້ນຳຄົນໜຶ່ງ ແລະ ຈະພາກັນອອກມາຈາກແຜ່ນດິນນັ້ນ, ເພາະວັນແຫ່ງຢິດຊະເຣນຈະຍິ່ງໃຫຍ່”.Biblica, Inc.