ໂຮເສອາ13
ຄວາມໃຈຮ້າຍຂອງພຣະເຈົ້າຢາເວຕໍ່ຊາວອິດສະຣາເອນ
1ເມື່ອເອຟຣາອິມໄດ້ເວົ້າ, ປະຊາຊົນກໍສັ່ນສະທ້ານ;ພວກເຂົາເປັນທີ່ຍົກຍ້ອງໃນອິດສະຣາເອນ.ແຕ່ພວກເຂົາກໍມີຄວາມຜິດ ແລະ ຕາຍໄປເພາະກາບໄຫວ້ພະບາອານ.2ບັດນີ້ ພວກເຂົາຍິ່ງເຮັດບາບຫລາຍຂຶ້ນ;ພວກເຂົາໄດ້ໃຊ້ເງິນເຮັດຮູບເຄົາລົບເພື່ອຕົນເອງ,ເປັນຮູບເຄົາລົບທີ່ປັ້ນແຕ່ງຂຶ້ນຢ່າງສະຫລາດ,ທັງໝົດລ້ວນແລ້ວແຕ່ເປັນຜົນງານຂອງຊ່າງຝີມື.ຄົນທັງຫລາຍກ່າວເຖິງຄົນເຫລົ່ານີ້ວ່າ,“ພວກເຂົາໃຊ້ມະນຸດເປັນເຄື່ອງບູຊາ!ແລະ ຈູບ ຮູບເຄົາລົບລູກງົວ!”3ເຫດສະນັ້ນ ພວກເຂົາຈະເປັນເໝືອນໝອກໃນຍາມເຊົ້າ,ເໝືອນນ້ຳຄ້າງຍາມຮຸ່ງເຊົ້າທີ່ຫາຍລັບໄປ,ເໝືອນແກບປິວຈາກເດີ່ນຟາດເຂົ້າ,ເໝືອນຄວັນທີ່ລອດອອກໄປທາງປ່ອງຢ້ຽມ.4“ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ໄດ້ນຳພວກເຈົ້າອອກມາຈາກເອຢິບ. ພວກເຈົ້າຈະຕ້ອງບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ,ແລະ ບໍ່ມີຜູ້ຊ່ວຍໃຫ້ພົ້ນອື່ນໃດນອກຈາກເຮົາ.5ເຮົາເບິ່ງແຍງພວກເຈົ້າໃນທະເລຊາຍ,ໃນດິນແດນອັນຮ້ອນກ້າ.6ເມື່ອເຮົາລ້ຽງດູພວກເຂົາ, ພວກເຂົາກໍອິ່ມໜຳ;ເມື່ອພວກເຂົາອິ່ມໜຳແລ້ວ, ພວກເຂົາກໍຈອງຫອງຂຶ້ນ;ແລະ ລືມເຮົາ.7ດັ່ງນັ້ນ ເຮົາຈຶ່ງຈູ່ໂຈມເຂົ້າໃສ່ພວກເຂົາເໝືອນໂຕສິງ,ເຮົາຈະດັກຢູ່ແຄມທາງເໝືອນເສືອດາວ.8ເໝືອນແມ່ໝີທີ່ຖືກລັກລູກໄປ,ເຮົາຈະໂຈມຕີ ແລະ ຈີກພວກເຂົາອອກ;ເຮົາຈະເປັນເໝືອນສິງທີ່ກືນກິນພວກເຂົາສັດປ່າຈະຈີກພວກເຂົາອອກເປັນຕ່ອນໆ.9“ອິດສະຣາເອນ, ພວກເຈົ້າຖືກທຳລາຍແລ້ວ,ເພາະພວກເຈົ້າຕໍ່ສູ້ເຮົາ, ຕໍ່ສູ້ຜູ້ທີ່ຊ່ວຍເຫລືອພວກເຈົ້າ.10ກະສັດຂອງພວກເຈົ້າ, ຜູ້ທີ່ຈະຊ່ວຍພວກເຈົ້າໄດ້ນັ້ນຢູ່ໃສ?ບັນດາຜູ້ມີອຳນາດປົກຄອງເມືອງຂອງພວກເຈົ້າ,ທີ່ພວກເຈົ້າເວົ້າວ່າ,‘ໃຫ້ເຮົາມີກະສັດ ແລະ ເຈົ້ານາຍ’ ນັ້ນຢູ່ໃສ?11ດັ່ງນັ້ນ ເຮົາຈຶ່ງໃຫ້ກະສັດແກ່ພວກເຈົ້າດ້ວຍຄວາມໂກດຮ້າຍຂອງເຮົາ,ແລະ ເຮົາກໍພາກລາວໄປດ້ວຍຄວາມໂກດຮ້າຍຂອງເຮົາ.12ຄວາມຜິດຂອງເອຟຣາອິມຖືກສະສົມໄວ້,ແລະ ບາບຂອງພວກເຂົາກໍຖືກບັນທຶກໄວ້.13ພວກເຂົາເຈັບປວດເໝືອນຍິງໃກ້ຈະເກີດລູກ,ແຕ່ພວກເຂົາເປັນເດັກນ້ອຍໄຮ້ສະຕິປັນຍາ;ເມື່ອເຖິງເວລາແລ້ວ,ພວກເຂົາກໍບໍ່ຍອມເກີດອອກມາ.14“ເຮົາຈະໄຖ່ພວກເຂົາຈາກອຳນາດຂອງແດນຄົນຕາຍ;ເຮົາຈະໄຖ່ພວກເຂົາຈາກຄວາມຕາຍ.ຄວາມຕາຍ, ໄລພິດຂອງເຈົ້າຢູ່ໃສ?ແດນຄົນຕາຍ ຫາຍະນະຂອງເຈົ້າຢູ່ໃສ?“ເຮົາຈະບໍ່ມີຄວາມເມດຕາສົງສານເລີຍ,15ເຖິງແມ່ນວ່າພວກເຂົາຮຸ່ງເຮືອງຢູ່ໃນທ່າມກາງພີ່ນ້ອງ,ແຕ່ລົມຕາເວັນອອກ ຈາກພຣະເຈົ້າຢາເວຈະມາຮອດ,ກໍພັດກະໜ່ຳມາຈາກທະເລຊາຍ;ນ້ຳພຸຂອງພວກເຂົາຈະບໍ່ໄຫລແລະ ບໍ່ນ້ຳຂອງພວກເຂົາຈະເຫືອດແຫ້ງ.ຄັງຂອງພວກເຂົາຈະຖືກປຸ້ນເອົາຊັບສົມບັດໄປໝົດ.16ຊາວຊາມາເຣຍຕ້ອງຮັບໂທດຄວາມຜິດຂອງຕົນ,ເພາະພວກເຂົາກະບົດຕໍ່ພຣະເຈົ້າຂອງພວກເຂົາ.ພວກເຂົາຈະລົ້ມລົງດ້ວຍດາບ;ລູກອ່ອນຂອງພວກເຂົາຈະຖືກຈັບຟາດທີ່ພື້ນ,ແລະ ຜູ້ຍິງຖືພາຂອງພວກເຂົາຈະຖືກຜ່າທ້ອງ”.Biblica, Inc.