ໂຮເສອາ12

1ເອຟຣາອິມ​ລ້ຽງ​ຊີບ​ດ້ວຍ​ລົມ;ພວກເຂົາ​ໄລ່​ຕາມ​ລົມ​ຕາເວັນ​ອອກ​ໝົດ​ມື້ແລະ ເພີ່ມ​ທະວີ​ການ​ຕົວະ ແລະ ຄວາມ​ຮຸນແຮງ.ພວກເຂົາ​ເຮັດ​ສັນຍາ​ກັບ​ອັດຊີເຣຍແລະ ສົ່ງ​ນ້ຳມັນ​ໝາກກອກ​ໄປ​ທີ່​ເອຢິບ.2ພຣະເຈົ້າ​ຢາເວ​ດຳເນີນ​ຄະດີ​ກັບ​ຢູດາ;ພຣະອົງ​ຈະ​ລົງໂທດ​ຢາໂຄບ  ຕາມ​ວິຖີ​ທາງ​ຄວາມ​ປະພຶດ​ຂອງ​ລາວແລະ ຕອບ​ແທນ​ລາວ​ຕາມ​ການ​ກະທຳ​ຂອງ​ລາວ;3ລາວ​ດຶງ​ສົ້ນ​ຕີນ​ຂອງ​ອ້າຍ​ໄວ້​ຕັ້ງ​ແຕ່​ຢູ່​ໃນ​ມົດລູກ;ເມື່ອ​ໃຫຍ່​ຂຶ້ນ​ມາ​ລາວ​ກໍ​ຕໍ່ສູ້​ກັບ​ພຣະເຈົ້າ.4ລາວ​ສູ້​ກັບ​ເທວະດາ ແລະ ເອົາ​ຊະນະ​ໄດ້;ລາວ​ຮ້ອງໄຫ້​ອ້ອນວອນ​ຂໍ​ຄວາມ​ເມດຕາ.ພຣະອົງ​ໄດ້​ພົບ​ລາວ​ຢູ່​ທີ່​ເບັດເອນແລະ ໄດ້​ເວົ້າ​ກັບ​ລາວ​ຢູ່​ທີ່​ນັ້ນ5ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ມີ​ລິດອຳນາດ​ຍິ່ງໃຫຍ່,ພຣະເຈົ້າ​ຢາເວ​ຄື​ນາມ​ຂອງ​ພຣະອົງ!6ແຕ່​ພວກເຈົ້າ​ຕ້ອງ​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ພວກເຈົ້າ;ຈົ່ງ​ປະຄັບປະຄອງ​ຄວາມ​ຮັກ ແລະ ຄວາມ​ຍຸຕິທຳ,ແລະ ລໍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ​ສະເໝີ.
7ພວກ​ພໍ່ຄ້າ​ໂກງ​ຕາຊິງພວກເຂົາ​ຮັກ​ການ​ສໍ້ໂກງ.8ເອຟຣາອິມ​ໂອ້​ອວດ​ວ່າ,“ເຮົາ​ຮັ່ງມີ​ຫລາຍ; ເຮົາ​ກາຍເປັນ​ເສດຖີ.ດ້ວຍ​ຊັບສົມບັດ​ທັງໝົດ​ຂອງ​ເຮົາພວກເຂົາ​ຈະ​ບໍ່​ພົບ​ຄວາມ​ຊົ່ວຊ້າ ຫລື ບາບ​ໃດໆ​ໃນ​ເຮົາ​ເລີຍ”.
9“ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າຜູ້​ພາ​ພວກເຈົ້າ​ອອກ​ມາ​ຈາກ  ​ເອຢິບ;ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຕັນ​ອີກ​ຄັ້ງ,ເໝືອນ​ວັນ​ເທດສະການ​ງານ​ລ້ຽງ​ຕາມ​ກຳນົດ​ຂອງ​ພວກເຈົ້າ.10ເຮົາ​ໄດ້​ເວົ້າ​ກັບ​ບັນດາ​ຜູ້ທຳນວາຍ,ໄດ້​ໃຫ້​ນິມິດ​ຫລາຍ​ຢ່າງ​ແກ່​ພວກເຂົາແລະ ໄດ້​ບອກ​ຄຳ​ອຸປະມາ​ຜ່ານ​ທາງ​ພວກເຂົາ”.
11ກີເລອາດ​ຊົ່ວ​ຮ້າຍ​ບໍ?ຊາວ​ເມືອງ​ນັ້ນ​ໄຮ້​ຄ່າ​ຫລາຍ!ພວກເຂົາ​ຖວາຍ​ງົວ​ຜູ້​ໃນ​ກິນການ​ບໍ?ແທ່ນບູຊາ​ຂອງ​ພວກເຂົາ​ຈະ​ເປັນ​ເໝືອນ​ກອງ​ຫີນເທິງ​ທົ່ງນາ​ທີ່​ໄຖ​ແລ້ວ.12ຢາໂຄບ​ໄດ້​ໜີ​ໄປ​ທີ່​ດິນແດນ​ອາຣາມ;ອິດສະຣາເອນ​ຮັບໃຊ້​ເພື່ອ​ຈະ​ໄດ້​ເມຍ,ແລະ ລ້ຽງ​ແກະ​ເພື່ອ​ຈ່າຍ​ເປັນ​ຄ່າ​ໂຕ​ຂອງ​ນາງ.13ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ນຳ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ,ພຣະອົງ​ໃຊ້​ຜູ້ທຳນວາຍ​ໃຫ້​ເບິ່ງແຍງ​ອິດສະຣາເອນ.14ແຕ່​ເອຟຣາອິມ​ໄດ້​ຍົວະ​ພຣະອົງ​ໃຫ້​ໃຈຮ້າຍ​ຢ່າງ​ຮຸນແຮງ;ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ​ຈະ​ປ່ອຍ​ໃຫ້​ຄວາມ​ຜິດ​ເພາະ​ການ​ນອງ​ເລືອດ​ຕົກ​ຢູ່​ກັບ​ພວກເຂົາແລະ ຈະ​ຕອບ​ແທນ​ການ​ໝິ່ນປະມາດ​ຂອງ​ພວກເຂົາ.

Biblica, Inc.

https://app.library.bible/content/eab9312f9f16b3a2