ໂຮເສອາ11

ຄວາມ​ຮັກ​ຂອງ​ພຣະເຈົ້າ​ຕໍ່​ອິດສະຣາເອນ

1“ເມື່ອ​ອິດສະຣາເອນ​ຍັງ​ເປັນ​ເດັກນ້ອຍ​ຢູ່, ເຮົາ​ຮັກ​ພວກເຂົາ,ແລະ ເຮົາ​ໄດ້​ເອີ້ນ​ລູກ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ,2ແຕ່​ຍິ່ງ​ເຮົາ  ​ເອີ້ນ​ອິດສະຣາເອນ​ຫລາຍ​ເທົ່າ​ໃດ,ພວກເຂົາ​ກໍ​ຍິ່ງ​ຫ່າງໄກ​ຈາກ​ເຮົາ  ​ຫລາຍ​ເທົ່ານັ້ນ.ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະບາອານແລະ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ຖວາຍ​ຮູບປັ້ນ​ຕ່າງໆ.3ເຮົາ​ເປັນ​ຜູ້​ທີ່​ສອນ​ເອຟຣາອິມ​ໃຫ້​ຮຽນ​ຍ່າງ,ເຮົາ​ໂອບ​ອຸ້ມ​ພວກເຂົາ​ໄວ້​ໃນ​ອ້ອມ​ແຂນ;ແຕ່​ພວກເຂົາ​ບໍ່​ຄິດວ່າ​ເຮົາ​ເປັນ​ຜູ້​ທີ່​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.4ເຮົາ​ນຳພາ​ພວກເຂົາ​ດ້ວຍ​ສາຍ​ໃຍ​ແຫ່ງ​ຄວາມ​ເມດຕາ,ແລະ ດ້ວຍ​ຄວາມ​ຜູກພັນ​ແຫ່ງ​ຄວາມ​ຮັກ.ເຮົາ​ໄດ້​ປົດ​ແອກອອກ​ຈາກ​ຄໍ​ຂອງ​ພວກເຂົາ,ແລະ ເຮົາ​ໄດ້​ກົ້ມ​ລົງ​ມາ​ປ້ອນ​ອາຫານ​ພວກເຂົາ.
5“ພວກເຂົາ​ຈະ​ບໍ່​ກັບ​ໄປ​ທີ່​ເອຢິບ​ບໍແລະ ອັດຊີເຣຍ​ຈະ​ບໍ່​ປົກຄອງ​ພວກເຂົາ​ບໍໃນ​ເມື່ອ​ພວກເຂົາ​ບໍ່​ຍອມ​ກັບ​ໃຈ?6ດາບ​ທັງຫລາຍ​ຈະ​ແກວ່ງ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຂົາ;ດາບ​ເຫລົ່າ​ນັ້ນ​ຈະ​ທຳລາຍ​ບັນດາ​ຜູ້ທໍານວາຍ​ປອມ​ຂອງ​ພວກເຂົາແລະ ເຮັດ​ໃຫ້​ແຜນການ​ຕ່າງໆ​ຂອງ​ພວກເຂົາ​ຈົບ​ສິ້ນ​ລົງ.7ປະຊາຊົນ​ຂອງ​ເຮົາ​ຕັ້ງ​ໃຈ​ຖິ້ມ​ເຮົາ​ໄປ.ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຮ້ອງ​ເຮົາ​ວ່າ​ຜູ້​ສູງສຸດ,ເຮົາ​ກໍ​ຈະ​ບໍ່​ເຊີດຊູ​ພວກເຂົາ​ເລີຍ.
8“ເອຟຣາອິມ, ເຮົາ​ຈະ​ປ່ອຍ​ພວກເຈົ້າ​ໃຫ້​ຫລຸດ​ມື​ໄປ​ໄດ້​ຢ່າງໃດ?ອິດສະຣາເອນ, ເຮົາ​ຈະ​ຍອມ​ປ່ອຍ​ພວກເຈົ້າ​ໄປ​ໄດ້​ຢ່າງໃດ?ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ເໝືອນ​ອັດມາ​ໄດ້​ບໍ?ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ເໝືອນ​ເຊບົວອິມ​ໄດ້​ຢ່າງໃດ?ຈິດໃຈ​ທີ່​ຢູ່​ພາຍໃນ​ເຮົາ​ກໍ​ປ່ຽນ​ໄປ;ຄວາມ​ເມດຕາ​ກະລຸນາ​ຂອງ​ເຮົາ​ກໍ​ໄດ້​ຮັບ​ການ​ປຸກ​ຂຶ້ນ.9ເຮົາ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ຕາມ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ,ຫລື ຫັນ​ມາ​ທຳລາຍ​ລ້າງ​ເອຟຣາອິມ​ອີກ.ເພາະ​ເຮົາ​ເປັນ​ພຣະເຈົ້າ, ບໍ່​ແມ່ນ​ມະນຸດເປັນ​ອົງ​ບໍລິສຸດ​ທ່າມກາງ​ພວກເຈົ້າ.ເຮົາ​ຈະ​ບໍ່​ມາ​ຕໍ່ສູ້​ເມືອງ​ທັງຫລາຍ​ຂອງ​ພວກເຂົາ. 10ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ;ພຣະອົງ​ຈະ​ເປັ່ງ​ສຽງ​ເໝືອນດັ່ງ​ໂຕສິງ​ທີ່​ແຜດສຽງ,ເມື່ອ​ພຣະອົງ​ເປັ່ງ​ສຽງ​ຮ້ອງ;ລູກ​ຂອງ​ພຣະອົງ​ຈະ​ສັ່ນ​ສະທ້ານ​ກັບ​ມາ​ຈາກ​ທາງ​ຕາເວັນ​ຕົກ.11ພວກເຂົາ​ຈະ​ກັບ​ມາ​ຈາກ​ເອຢິບ,ໂຕ​ສັ່ນ​ເຊັນ​ເໝືອນ​ນົກກະຈອກ,ແລະ ມາ​ຈາກ​ອັດຊີເຣຍ, ເໝືອນ​ນົກກາງແກ.ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ທີ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກເຂົາ​ອີກ”,ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

ບາບ​ຂອງ​ອິດສະຣາເອນ

12ເອຟຣາອິມ​ອ້ອມ​ຮອບ​ເຮົາ​ດ້ວຍ​ຄຳ​ຕົວະ,ເຊື້ອສາຍ​ອິດສະຣາເອນ​ອ້ອມ​ຮອບ​ເຮົາ​ດ້ວຍ​ການ​ຫລອກລວງ.ແລະ ຢູດາ​ກໍ​ດື້​ດ້ານ​ຕໍ່ສູ້​ພຣະເຈົ້າ,ແມ່ນ​ແຕ່​ກັບ​ອົງ​ບໍລິສຸດ​ຜູ້​ສັດຊື່.

Biblica, Inc.

https://app.library.bible/content/eab9312f9f16b3a2