ດານີເອນ12
ວາລະສຸດທ້າຍ
1“ໃນເວລານັ້ນມີຄາເອນ ເຊິ່ງເປັນເທວະດາຕົນໃຫຍ່ທີ່ປົກປັກຮັກສາປະຊາຊົນຂອງເຈົ້າຈະມາ. ຈະເກີດຊ່ວງແຫ່ງຄວາມທຸກຍາກລຳບາກຢ່າງທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ມີປະຊາຊາດຂຶ້ນ. ແຕ່ໃນເວລານັ້ນປະຊາຊົນຂອງເຈົ້າ ຄືທຸກຄົນທີ່ມີຊື່ຢູ່ໃນໜັງສືນັ້ນຈະໄດ້ຮັບການກອບກູ້.2ຄົນເປັນຈຳນວນຫລວງຫລາຍທີ່ຕາຍໄປແລ້ວຈະຟື້ນຂຶ້ນຄື: ບາງຄົນກໍເຂົ້າສູ່ຊີວິດອັນຕະຫລອດໄປເປັນນິດ, ບາງຄົນກໍເຂົ້າສູ່ຄວາມອັບອາຍ ແລະ ຖືກດູຖູກຕະຫລອດໄປ.3ບັນດາຜູ້ມີປັນຍາ ຈະສ່ອງແສງເໝືອນຄວາມສະຫວ່າງແຫ່ງຟ້າສະຫວັນ ແລະ ບັນດາຜູ້ທີ່ນຳຄົນທັງຫລາຍມາສູ່ຄວາມຊອບທຳຈະສ່ອງແສງເໝືອນດວງດາວຕະຫລອດໄປເປັນນິດ.4ແຕ່ສ່ວນເຈົ້າ, ດານີເອນ ຈົ່ງມ້ວນ ແລະ ປະທັບຕາໃສ່ຖ້ອຍຄຳແຫ່ງໜັງສືມ້ວນນີ້ໄວ້ຈົນເຖິງວາລະສຸດທ້າຍ. ຄົນຈຳນວນຫລວງຫລາຍຈະໄປທີ່ນີ້ ແລະ ໄປທີ່ນັ້ນເພື່ອເພີ່ມເຕີມຄວາມຮູ້”.5ແລ້ວຂ້າພະເຈົ້າ, ດານີເອນ, ກໍໄດ້ແນມໄປ ແລະ ເຫັນຊາຍສອງຄົນຢືນຕໍ່ໜ້າຂ້າພະເຈົ້າ, ຄົນໜຶ່ງຢືນຢູ່ທີ່ຝັ່ງແມ່ນ້ຳຟາກນີ້ ແລະ ອີກຄົນໜຶ່ງຢູ່ທີ່ຝັ່ງແມ່ນ້ຳຟາກທີ່ກົງກັນຂ້າມ.6ຄົນໜຶ່ງກ່າວຕໍ່ຜູ້ທີ່ນຸ່ງຜ້າຝ້າຍລິນິນທີ່ຢືນຢູ່ເໜືອແມ່ນ້ຳວ່າ, “ອີກດົນປານໃດທີ່ສິ່ງອັດສະຈັນເຫລົ່ານີ້ຈະສຳເລັດຄົບຖ້ວນ?”7ຊາຍຜູ້ທີ່ນຸ່ງຜ້າຝ້າຍລິນິນທີ່ຢືນຢູ່ເໜືອແມ່ນ້ຳກໍໄດ້ຍົກມືຂວາ ແລະ ມືຊ້າຍຂອງຕົນຂຶ້ນສູ່ຟ້າສະຫວັນ ແລະ ຂ້າພະເຈົ້າໄດ້ຍິນເພິ່ນປະຕິຍານອ້າງພຣະອົງຜູ້ມີຊີວິດຢູ່ຕະຫລອດໄປເປັນນິດວ່າ, “ຈະເປັນໜຶ່ງວາລະ, ຫລາຍວາລະ ແລະ ເຄິ່ງວາລະ. ເມື່ອອຳນາດຂອງປະຊາຊົນຂອງພຣະເຈົ້າໝົດສິ້ນລົງ, ໃນທີ່ສຸດ, ສິ່ງທັງໝົດເຫລົ່ານີ້ກໍຈະສຳເລັດສົມບູນ”.8ຂ້າພະເຈົ້າໄດ້ຍິນ, ແຕ່ຂ້າພະເຈົ້າບໍ່ເຂົ້າໃຈ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຖາມວ່າ, “ນາຍເອີຍ, ເຫດການທັງໝົດເຫລົ່ານີ້ຈະຢ່າງໃດ?”9ຜູ້ນັ້ນໄດ້ຕອບວ່າ, “ດານີເອນ, ຈົ່ງໄປຕາມທາງຂອງເຈົ້າ, ເພາະຖ້ອຍຄຳເຫລົ່ານີ້ຖືກມ້ວນເກັບໄວ້ ແລະ ຖືກປະທັບຕາໄວ້ຈົນເຖິງວາລະສຸດທ້າຍ.10ຄົນທັງຫລາຍຈະຖືກຫລອມ ແລະ ໄດ້ຮັບການຊໍາລະໃຫ້ບໍລິສຸດປາດສະຈາກຕຳໜິ. ສ່ວນຄົນຊົ່ວກໍຍັງເຮັດຊົ່ວຕໍ່ໄປ. ບໍ່ມີຄົນຊົ່ວຄົນໃດຈະເຂົ້າໃຈ, ແຕ່ບັນດາຄົນທີ່ມີປັນຍາກໍຈະເຂົ້າໃຈ.11“ຕັ້ງແຕ່ຍົກເລີກການຖວາຍເຄື່ອງບູຊາປະຈຳວັນຈົນເຖິງວາລະທີ່ສິ່ງທີ່ໜ້າກຽດຊັງອັນເປັນຕົ້ນເຫດຂອງວິບັດນັ້ນຖືກຕັ້ງຂຶ້ນເປັນເວລາ 1.290 ວັນ12ຜູ້ທີ່ລໍຖ້າ ແລະ ຢູ່ຈົນຄົບ 1.335 ວັນກໍເປັນສຸກ.13“ສ່ວນເຈົ້ານັ້ນ, ຈົ່ງໄປຕາມທາງຂອງເຈົ້າຈົນເຖິງວາລະສຸດທ້າຍ. ເຈົ້າຈະພັກສະຫງົບ ແລະ ຫລັງຈາກນັ້ນ ເມື່ອສິ້ນຍຸກເຈົ້າຈະເປັນຂຶ້ນມາເພື່ອຮັບມໍລະດົກສ່ວນທີ່ເປັນຂອງເຈົ້າ”.Biblica, Inc.