ເຮັບເຣີ4
ຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າ
1ເຫດສະນັ້ນ ໃນເມື່ອສັນຍາວ່າດ້ວຍການເຂົ້າສູ່ການພັກສະຫງົບຂອງພຣະອົງນັ້ນຍັງຕັ້ງຢູ່, ກໍໃຫ້ພວກເຮົາທັງຫລາຍລະວັງບໍ່ໃຫ້ຄົນໃດໃນພວກເຈົ້າພາດຈາກການພັກສະຫງົບນີ້.2ເພາະພວກເຮົາທັງຫລາຍກໍໄດ້ຮັບຂ່າວປະເສີດຢ່າງດຽວກັນກັບຄົນເຫລົ່ານັ້ນເໝືອນກັນ, ແຕ່ຂໍ້ຄວາມທີ່ພວກເຂົາໄດ້ຍິນນັ້ນບໍ່ເປັນປະໂຫຍດແກ່ພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮ່ວມໃນຄວາມເຊື່ອຂອງບັນດາຄົນເຫລົ່ານັ້ນທີ່ເຊື່ອຟັງ .3ບັດນີ້ ພວກເຮົາຜູ້ທີ່ເຊື່ອກໍໄດ້ເຂົ້າສູ່ການພັກສະຫງົບຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ,“ດັ່ງນັ້ນ ເຮົາຈຶ່ງໄດ້ປະກາດຕາມຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ,‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’ ”. ແລະ ເຖິງແມ່ນວ່າງານຂອງພຣະອົງສຳເລັດແລ້ວຕັ້ງແຕ່ການສ້າງໂລກກໍຕາມ.4ເພາະມີຕອນໜຶ່ງທີ່ພຣະອົງໄດ້ເວົ້າເຖິງວັນທີເຈັດວ່າ: “ໃນວັນທີເຈັດພຣະເຈົ້າຢຸດພັກຈາກການງານທັງໝົດຂອງພຣະອົງ”. 5ແລະ ອີກເທື່ອໜຶ່ງໃນຂໍ້ຄວາມຂ້າງເທິງ ພຣະອົງເວົ້າວ່າ, “ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ”.6ເຫດສະນັ້ນ ກໍຍັງຄົງເປັນຢ່າງນີ້ຄືບາງຄົນຈະໄດ້ເຂົ້າສູ່ການພັກສະຫງົບ ແລະ ບັນດາຜູ້ທີ່ເຄີຍໄດ້ຍິນຂ່າວປະເສີດໃນຄັ້ງກ່ອນນັ້ນ ບໍ່ໄດ້ເຂົ້າກໍເພາະພວກເຂົາບໍ່ເຊື່ອຟັງ,7ພຣະເຈົ້າໄດ້ກຳນົດວັນໜຶ່ງຂຶ້ນມາອີກ ຄືວັນທີ່ເອີ້ນວ່າ, “ວັນນີ້”. ສິ່ງນີ້ພຣະອົງໄດ້ກະທຳເມື່ອເວລາດົນນານຕໍ່ມາ ພຣະອົງໄດ້ກ່າວເລື່ອງນີ້ຜ່ານທາງດາວິດເໝືອນທີ່ໄດ້ກ່າວໄວ້ກ່ອນແລ້ວວ່າ:“ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ,ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ”. 8ເພາະຖ້າໂຢຊວຍໄດ້ໃຫ້ພວກເຂົາເຂົ້າສູ່ການພັກສະຫງົບ ພຣະເຈົ້າກໍຄົງບໍ່ຕ້ອງກ່າວເຖິງອີກວັນໜຶ່ງໃນພາຍຫລັງ.9ດັ່ງນັ້ນ ວັນຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າຈຶ່ງຍັງຄົງມີຢູ່,10ເພາະວ່າຜູ້ທີ່ໄດ້ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າຍ່ອມໄດ້ຢຸດພັກຈາກກິດຈະການ ຂອງຕົນເໝືອນກັນກັບທີ່ພຣະເຈົ້າຢຸດພັກຈາກການງານຂອງພຣະອົງ.11ເຫດສະນັ້ນ ໃຫ້ພວກເຮົາພະຍາຍາມທຸກວິຖີທາງທີ່ຈະໄດ້ເຂົ້າສູ່ການພັກສະຫງົບນັ້ນ. ເພື່ອວ່າຈະບໍ່ມີຜູ້ໃດຈິບຫາຍໄປເພາະເຮັດຕາມແບບຢ່າງການບໍ່ເຊື່ອຟັງຂອງພວກເຂົາ.12ເພາະວ່າພຣະທຳຂອງພຣະເຈົ້ານັ້ນມີຊີວິດ ແລະ ລິດເດດ. ຄົມກວ່າດາບສອງຄົມທຸກດວງ, ແທງຊອດແມ່ນແຕ່ຈິດໃຈ ແລະ ວິນຍານ, ຕະຫລອດທັງຄໍ່ກະດູກ ແລະ ໄຂໃນກະດູກ, ທັງສັງເກດຮູ້ຄວາມຄິດ ແລະ ທັດສະນະຄະຕິຂອງຫົວໃຈໄດ້.13ບໍ່ມີສິ່ງໃດໃນສັບພະສິ່ງທີ່ຖືກສ້າງຈະຖືກເຊື່ອງໄວ້ຈາກສາຍຕາຂອງພຣະເຈົ້າໄດ້. ທຸກສິ່ງຖືກເປີດເຜີຍ ແລະ ຈະປາກົດຕໍ່ສາຍຕາຂອງພຣະອົງຜູ້ທີ່ພວກເຮົາທັງຫລາຍຈະຕ້ອງໃຫ້ການ.ພຣະເຢຊູເຈົ້າມະຫາປະໂລຫິດຜູ້ຍິ່ງໃຫຍ່
14ເຫດສະນັ້ນ, ໃນເມື່ອພວກເຮົາມີມະຫາປະໂລຫິດຜູ້ຍິ່ງໃຫຍ່ຜູ້ທີ່ໄດ້ຂຶ້ນສູ່ສະຫວັນ ຄືພຣະເຢຊູເຈົ້າພຣະບຸດຂອງພຣະເຈົ້າ ກໍໃຫ້ພວກເຮົາຢຶດໝັ້ນໃນຄວາມເຊື່ອທີ່ພວກເຮົາໄດ້ປະກາດແລ້ວນັ້ນ.15ເພາະພວກເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນອົກເຫັນໃຈໃນຄວາມອ່ອນແອທັງຫລາຍຂອງພວກເຮົາ, ແຕ່ພວກເຮົາມີພຣະອົງຜູ້ທີ່ຖືກທົດລອງໃນທຸກທາງເໝືອນຢ່າງພວກເຮົາ, ເຖິງປານນັ້ນພຣະອົງກໍຍັງບໍ່ໄດ້ເຮັດບາບ.16ດັ່ງນັ້ນ ຂໍໃຫ້ພວກເຮົາເຂົ້າມາໃກ້ບັນລັງແຫ່ງພຣະຄຸນດ້ວຍຄວາມໝັ້ນໃຈ, ເພື່ອວ່າພວກເຮົາຈະໄດ້ຮັບຄວາມເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາເມື່ອເຖິງເວລາທີ່ຕ້ອງການ.Biblica, Inc.