ເຮັບເຣີ5
1ມະຫາປະໂລຫິດທຸກຄົນໄດ້ຖືກເລືອກຈາກມະນຸດ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ແທນມະນຸດໃນສິ່ງສາລະພັດທີ່ກຽ່ວກັບພຣະເຈົ້າ ຄືການຖວາຍເຄື່ອງບູຊາ ແລະ ຂອງຖວາຍສຳລັບການອະໄພບາບ.2ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະ ຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມອ່ອນແອເໝືອນກັນ.3ດ້ວຍເຫດນີ້ ມະຫາປະໂລຫິດຈຶ່ງຕ້ອງຖວາຍເຄື່ອງບູຊາສຳລັບບາບຂອງຕົນເອງເຊັ່ນດຽວກັນກັບບາບຂອງປະຊາຊົນ.4ບໍ່ມີຜູ້ໃດເອົາຕຳແໜ່ງອັນມີກຽດນີ້ມາເປັນຂອງຕົນເອງໄດ້, ແຕ່ລາວໄດ້ຮັບກຽດນີ້ເມື່ອພຣະເຈົ້າເອີ້ນ ເໝືອນກັບທີ່ອາໂຣນໄດ້ຮັບ.5ໃນທຳນອງດຽວກັນ, ພຣະຄຣິດເຈົ້າບໍ່ໄດ້ຍົກພຣະອົງເອງຂຶ້ນຮັບກຽດແຫ່ງການເປັນມະຫາປະໂລຫິດ. ແຕ່ພຣະເຈົ້າກ່າວກັບພຣະອົງວ່າ,“ທ່ານເປັນບຸດຂອງເຮົາ,ວັນນີ້ເຮົາໄດ້ກາຍເປັນບິດາຂອງທ່ານ”. 6ແລະ ພຣະອົງກ່າວໄວ້ໃນອີກຕອນໜຶ່ງວ່າ,“ທ່ານເປັນປະໂລຫິດຕະຫລອດໄປ,ໃນລຳດັບດຽວກັນກັບເມຄີເຊເດັກ”. 7ໃນລະຫວ່າງວັນທີ່ພຣະເຢຊູເຈົ້າຢູ່ໃນໂລກ, ພຣະອົງໄດ້ຖວາຍຄຳອະທິຖານ ແລະ ຄຳອ້ອນວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະ ນໍ້າຕາໄຫລຕໍ່ພຣະເຈົ້າຜູ້ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍ ແລະ ພຣະເຈົ້າຮັບຟັງເພາະພຣະເຢຊູເຈົ້າຍອມເຊື່ອຟັງ.8ເຖິງແມ່ນວ່າພຣະອົງເປັນພຣະບຸດກໍຕາມ ພຣະອົງກໍຮຽນຮູ້ທີ່ຈະເຊື່ອຟັງຈາກຄວາມທຸກທີ່ພຣະອົງປະເຊີນ.9ແລະ ເມື່ອພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູເຈົ້າສົມບູນແບບແລ້ວ ພຣະອົງຈຶ່ງເປັນແຫລ່ງຄວາມພົ້ນນິລັນດອນສຳລັບທຸກຄົນທີ່ເຊື່ອຟັງພຣະອົງ10ແລະ ພຣະເຈົ້າແຕ່ງຕັ້ງພຣະອົງເປັນມະຫາປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ.
ການເຕືອນບໍ່ໃຫ້ຫລົງໄປ
11ພວກເຮົາຍັງມີອີກຫລາຍຢ່າງທີ່ຈະກ່າວກ່ຽວກັບເລື່ອງນີ້, ແຕ່ກໍຍາກທີ່ຈະອະທິບາຍໃຫ້ຈະແຈ້ງແກ່ພວກເຈົ້າ ເພາະວ່າພວກເຈົ້າບໍ່ໄດ້ພະຍາຍາມທີ່ຈະເຂົ້າໃຈ.12ແທ້ຈິງແລ້ວ, ເຖິງແມ່ນວ່າຂະນະນີ້ພວກເຈົ້າສົມຄວນຈະເປັນຄູໄດ້ແລ້ວ, ແຕ່ພວກເຈົ້າຍັງຕ້ອງໃຫ້ຄົນອື່ນມາສອນຫລັກຄວາມຈິງເບື້ອງຕົ້ນຂອງພຣະຄຳຂອງພຣະເຈົ້າທັງໝົດອີກຢູ່. ພວກເຈົ້າຍັງຕ້ອງການນ້ຳນົມ ບໍ່ແມ່ນອາຫານແຂງ!13ຜູ້ໃດທີ່ຍັງກິນນົມຢູ່, ກໍຍັງເປັນເດັກນ້ອຍ ແລະ ບໍ່ຄຸ້ນເຄີຍກັບຄຳສອນເລື່ອງຄວາມຊອບທຳ.14ແຕ່ອາຫານແຂງນັ້ນມີໄວ້ສຳລັບຜູ້ໃຫຍ່, ຜູ້ທີ່ໄດ້ຝຶກຝົນຕົນເອງຢູ່ສະເໝີເພື່ອຈະໄຈ້ແຍກຄວາມດີອອກຈາກຄວາມຊົ່ວ.Biblica, Inc.