ເຮັບເຣີ3
ພຣະເຢຊູເຈົ້າຍິ່ງໃຫຍ່ກວ່າໂມເຊ
1ເຫດສະນັ້ນ ພີ່ນ້ອງຜູ້ບໍລິສຸດທັງຫລາຍ, ຜູ້ຮ່ວມໃນການເອີ້ນຈາກສະຫວັນ, ຈົ່ງໃຫ້ຄວາມຄິດຂອງພວກເຈົ້າຈົດຈໍ່ຢູ່ທີ່ພຣະເຢຊູເຈົ້າ, ຜູ້ທີ່ພວກເຮົາຍອມຮັບວ່າເປັນອັກຄະສາວົກ ແລະ ເປັນມະຫາປະໂລຫິດຂອງພວກເຮົາ.2ພຣະອົງສັດຊື່ຕໍ່ພຣະເຈົ້າຜູ້ແຕ່ງຕັ້ງພຣະອົງ ເໝືອນດັ່ງທີ່ໂມເຊສັດຊື່ໃນທຸກເລື່ອງກ່ຽວກັບຄົວເຮືອນຂອງພຣະເຈົ້າ3ເປັນທີ່ຮູ້ຈັກແລ້ວວ່າພຣະເຢຊູເຈົ້າສົມຄວນໄດ້ຮັບກຽດຫລາຍກວ່າໂມເຊ ເໝືອນດັ່ງຜູ້ທີ່ສ້າງເຮືອນກໍມີກຽດຫລາຍກວ່າເຮືອນນັ້ນ.4ເພາະເຮືອນທຸກຫລັງຍ່ອມມີຜູ້ສ້າງ ແລະ ພຣະເຈົ້າເປັນຜູ້ສ້າງທຸກສິ່ງ.5“ໂມເຊໄດ້ສັດຊື່ໃນຖານະຜູ້ຮັບໃຊ້ໃນທຸກເລື່ອງກ່ຽວກັບຄົວເຮືອນຂອງພຣະເຈົ້າ,” ເປັນພະຍານເຖິງສິ່ງທີ່ພຣະເຈົ້າຈະກ່າວໃນພາຍໜ້າ.6ສ່ວນພຣະຄຣິດເຈົ້າສັດຊື່ໃນຖານະພຣະບຸດຜູ້ຄອບຄອງຄົວເຮືອນຂອງພຣະເຈົ້າ. ແລະ ພວກເຮົາທັງຫລາຍກໍຄືເຮືອນຂອງພຣະອົງ ຖ້າຫາກພວກເຮົາຢຶດໝັ້ນໃນຄວາມໝັ້ນໃຈ ແລະ ຄວາມຫວັງທີ່ພວກເຮົາພາກພູມໃຈຢູ່ນັ້ນ.ການຕັກເຕືອນເລື່ອງຄວາມບໍ່ເຊື່ອ
7ດັ່ງນັ້ນ, ຕາມທີ່ພຣະວິນຍານບໍລິສຸດເຈົ້າກ່າວໄວ້ວ່າ:“ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ,8ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງເໝືອນດັ່ງທີ່ພວກເຈົ້າໄດ້ກະທຳໃນການກະບົດ,ໃນຊ່ວງເວລາຂອງການທົດລອງໃນຖິ່ນແຫ້ງແລ້ງກັນດານ,9ເຊິ່ງເປັນບ່ອນທີ່ບັນພະບຸລຸດຂອງພວກເຈົ້າໄດ້ທົດລອງ ແລະ ພິສູດເຮົາ,ເຖິງແມ່ນວ່າເປັນເວລາສີ່ສິບປີທີ່ພວກເຂົາໄດ້ເຫັນສິ່ງທີ່ເຮົາໄດ້ກະທຳ.10ດ້ວຍເຫດນີ້ ເຮົາຈຶ່ງໂກດຮ້າຍຄົນໃນສະໄໝນັ້ນ,ແລະ ເຮົາໄດ້ກ່າວວ່າ, ‘ໃຈຂອງພວກເຂົາຫລົງຜິດຢູ່ສະເໝີແລະ ພວກເຂົາບໍ່ຮູ້ຈັກວິທີທາງຂອງເຮົາ’11ດັ່ງນັ້ນ ເຮົາຈຶ່ງປະກາດເທິງຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ,‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’ ”. 12ພີ່ນ້ອງທັງຫລາຍຈົ່ງລະວັງໃຫ້ດີ, ເພື່ອຈະບໍ່ມີຈັກຄົນໃນພວກເຈົ້າມີໃຈບາບ ບໍ່ເຊື່ອແລ້ວຫັນໜີໄປຈາກພຣະເຈົ້າຜູ້ມີຊີວິດຢູ່.13ຈົ່ງໜູນໃຈກັນແລະກັນທຸກໆວັນຕາບໃດທີ່ຍັງເອີ້ນວ່າ “ວັນນີ້” ເພື່ອວ່າຈະບໍ່ມີຜູ້ໃດໃນພວກເຈົ້າດື້ດ້ານເພາະການຫລອກລວງຂອງບາບ.14ພວກເຮົາໄດ້ມາມີສ່ວນຮ່ວມໃນພຣະຄຣິດເຈົ້າ ຖ້າພວກເຮົາ ຢຶດຖືໃນຄວາມໝັ້ນໃຈທີ່ພວກເຮົາມີໃນທຳອິດນັ້ນຈົນເຖິງທີ່ສຸດ.15ຕາມທີ່ໄດ້ກ່າວມາແລ້ວວ່າ:“ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງເໝືອນດັ່ງທີ່ພວກເຈົ້າໄດ້ກະທຳໃນການກະບົດ” 16ແມ່ນຜູ້ໃດຜູ້ທີ່ໄດ້ຍິນແລ້ວຍັງກະບົດ? ກໍຄືທຸກຄົນທີ່ໂມເຊໄດ້ພາອອກມາຈາກເອຢິບບໍ່ແມ່ນບໍ?17ແລະ ຜູ້ໃດທີ່ພຣະອົງໂກດຮ້າຍຕະຫລອດສີ່ສິບປີ? ກໍຄືບັນດາຜູ້ທີ່ເຮັດບາບ ເຊິ່ງໄດ້ຖິ້ມຮ່າງກາຍຂອງຕົນຢູ່ໃນຖິ່ນແຫ້ງແລ້ງກັນດານບໍ່ແມ່ນບໍ?18ແລະ ຜູ້ໃດທີ່ພຣະເຈົ້າສາບານວ່າພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງພຣະອົງຖ້າບໍ່ແມ່ນບັນດາຄົນທີ່ບໍ່ເຊື່ອຟັງ?19ດັ່ງນັ້ນ ພວກເຮົາຈຶ່ງເຫັນໄດ້ວ່າພວກເຂົາເຫລົ່ານັ້ນບໍ່ສາມາດເຂົ້າໄປກໍເພາະພວກເຂົາບໍ່ເຊື່ອ.Biblica, Inc.