ເຮັບເຣີ2
ການຕັກເຕືອນໃຫ້ເອົາໃຈໃສ່
1ເຫດສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຢ່າງລະມັດລະວັງທີ່ສຸດໃນສິ່ງທີ່ພວກເຮົາໄດ້ຍິນ, ເພື່ອວ່າພວກເຮົາຈະບໍ່ໄດ້ຫລົງທາງໄປ.2ເພາະໃນເມື່ອຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວຜ່ານທາງບັນດາເທວະດາຍັງຜູກມັດ ແລະ ການລະເມີດກັບການບໍ່ເຊື່ອຟັງໃນຄວາມຈິງທຸກຢ່າງຍັງໄດ້ຮັບການລົງໂທດຢ່າງຍຸຕິທຳ3ແລ້ວພວກເຮົາຈະຫລຸດພົ້ນໄປໄດ້ຢ່າງໃດຖ້າພວກເຮົາລະເລີຍຄວາມພົ້ນອັນຍິ່ງໃຫຍ່ເຊັ່ນນີ້? ຄວາມພົ້ນນີ້ ເຊິ່ງໄດ້ຖືກປະກາດຄັ້ງທຳອິດໂດຍອົງພຣະຜູ້ເປັນເຈົ້າ, ໄດ້ຮັບການຢືນຢັນໃຫ້ພວກເຮົາໂດຍບັນດາຜູ້ທີ່ໄດ້ຍິນຈາກພຣະອົງ.4ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ.ເຮັດໃຫ້ພຣະເຢຊູເຈົ້າເປັນເໝືອນມະນຸດໂດຍສົມບູນ
5ພຣະອົງບໍ່ໄດ້ຕັ້ງບັນດາເທວະດາໃຫ້ປົກຄອງເບິ່ງແຍງໂລກໃນອະນາຄົດ ເຊິ່ງພວກເຮົາກຳລັງກ່າວເຖິງ.6ແຕ່ມີຜູ້ກ່າວຢືນຢັນໄວ້ບ່ອນໜຶ່ງວ່າ:“ມະນຸດເປັນຜູ້ໃດທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ?ບຸດມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍເພິ່ນ?7ພຣະອົງເຮັດພວກເຂົາໃຫ້ຕ່ຳກວ່າເທວະດາພຽງໜ້ອຍດຽວ ເທົ່ານັ້ນ,ພຣະອົງສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ແກ່ພວກເຂົາ8ແລະ ວາງທຸກສິ່ງຢູ່ໃຕ້ຕີນຂອງພວກເຂົາ”. ໃນການທີ່ພຣະອົງເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນນັ້ນ ພຣະເຈົ້າບໍ່ໃຫ້ມີສິ່ງໃດເລີຍທີ່ບໍ່ຢູ່ພາຍໃຕ້ອຳນາດຂອງເພິ່ນ. ແຕ່ໃນຂະນະນີ້ພວກເຮົາຍັງບໍ່ເຫັນວ່າທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນ.9ແຕ່ພວກເຮົາເຫັນພຣະເຢຊູເຈົ້າຜູ້ຖືກເຮັດໃຫ້ຕ່ຳກວ່າເທວະດາພຽງຊົ່ວຂະນະໜຶ່ງນັ້ນ, ບັດນີ້ ໄດ້ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດແລ້ວ ເພາະພຣະອົງໄດ້ທົນທຸກທໍລະມານຈົນຕາຍ ເພື່ອວ່າໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊິມລົດຄວາມຕາຍເພື່ອທຸກຄົນ.10ໃນການນຳລູກຊາຍ ແລະ ລູກຍິງຈໍານວນຫລວງຫລາຍມາສູ່ສະຫງ່າລາສີນັ້ນ ກໍເປັນການເໝາະສົມແລ້ວທີ່ພຣະເຈົ້າຜູ້ທີ່ສັບພະສິ່ງມີຢູ່ເພື່ອພຣະອົງ ແລະ ໂດຍທາງພຣະອົງ ຈະເຮັດໃຫ້ຜູ້ບຸກເບີກຄວາມພົ້ນຂອງພວກເຂົາທັງຫລາຍນັ້ນສົມບູນໂດຍການທົນທຸກທໍລະມານຂອງພຣະອົງ.11ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫລາຍບໍລິສຸດກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍລິສຸດນັ້ນເປັນຄອບຄົວດຽວກັນ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫລົ່ານັ້ນວ່າພີ່ນ້ອງ.12ພຣະອົງກ່າວວ່າ,“ເຮົາຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຂອງເຮົາເຮົາຈະຮ້ອງເພງສັນເສີນພຣະອົງໃນທີ່ປະຊຸມ”. 13ແລະ ກ່າວອີກວ່າ,“ເຮົາຈະໄວ້ໃຈໃນພຣະອົງ”. ແລະ ພຣະອົງກ່າວອີກວ່າ,“ເຮົາ ແລະ ລູກທັງຫລາຍທີ່ພຣະເຈົ້າໄດ້ໃຫ້ແກ່ເຮົາຢູ່ທີ່ນີ້ແລ້ວ”. 14ໃນເມື່ອລູກທັງຫລາຍມີເນື້ອໜັງ ແລະ ເລືອດ, ພຣະອົງຈຶ່ງຮ່ວມໃນຄວາມເປັນມະນຸດຂອງພວກເຂົາ ເພື່ອວ່າໂດຍຄວາມຕາຍຂອງພຣະອົງ ພຣະອົງຈະໄດ້ທຳລາຍຜູ້ຄຸມອຳນາດແຫ່ງຄວາມຕາຍຄືມານຮ້າຍ15ແລະ ປົດປ່ອຍບັນດາຜູ້ທີ່ຕົກເປັນຂ້າທາດຕະຫລອດຊີວິດເນື່ອງຈາກການຢ້ານຄວາມຕາຍຂອງພວກເຂົາ.16ເພາະແນ່ນອນວ່າ ພຣະອົງບໍ່ໄດ້ຊ່ວຍບັນດາເທວະດາ, ແຕ່ຊ່ວຍເຊື້ອສາຍຂອງອັບຣາຮາມ.17ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງເປັນເໝືອນກັບພວກເຂົາ, ເປັນມະນຸດໂດຍສົມບູນໃນທຸກດ້ານ ເພື່ອພຣະອົງຈະໄດ້ກາຍເປັນມະຫາປະໂລຫິດຜູ້ເຕັມດ້ວຍຄວາມເມດຕາ ແລະ ຄວາມສັດຊື່ໃນການຮັບໃຊ້ພຣະເຈົ້າ ແລະ ເພື່ອພຣະອົງຈະໄດ້ຊົດໃຊ້ຄວາມບາບຂອງຄົນທັງຫລາຍ.18ເພາະວ່າພຣະອົງເອງໄດ້ທົນທຸກໃນເວລາທີ່ພຣະອົງຖືກທົດລອງ, ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ກຳລັງຖືກທົດລອງໄດ້.Biblica, Inc.