ຮາບາກຸກ2
1ຂ້ານ້ອຍຈະຢືນເຝົ້າເບິ່ງແລະ ຂ້ານ້ອຍຈະປະຈຳການຢູ່ເທິງຫໍຄອຍ;ຂ້ານ້ອຍຈະເຝົ້າເບິ່ງວ່າພຣະອົງຈະເວົ້າສິ່ງໃດກັບຂ້ານ້ອຍ,ແລະ ຂ້ານ້ອຍຈະຕອບຄຳຮ້ອງທຸກນີ້ຢ່າງໃດ.
ຄຳຕອບຂອງພຣະເຈົ້າຢາເວ
2ແລ້ວພຣະເຈົ້າຢາເວກໍໄດ້ຕອບວ່າ:“ຈົ່ງຂຽນສິ່ງທີ່ໄດ້ເປີດເຜີຍແລະ ໃຫ້ເຫັນຊັດເຈນເທິງແຜ່ນຈາລຶກເພື່ອວ່າທຸກຄົນທີ່ອ່ານຈະເຂົ້າໃຈໄດ້ທັນທີ. 3ເພາະສິ່ງທີ່ຈະເປີດເຜີຍນັ້ນແມ່ນຍັງລໍຖ້າເວລາທີ່ກຳນົດໄວ້ຢູ່;ເປັນເລື່ອງວາລະສຸດທ້າຍແລະ ຈະພິສູດໄດ້ວ່າບໍ່ແມ່ນເລື່ອງບໍ່ຈິງເຖິງແມ່ນວ່າຈະຊ້າຢູ່, ກໍຈົ່ງອົດໃຈລໍຖ້າ;ມັນຈະມາເຖິງຢ່າງແນ່ນອນ ແລະ ຈະບໍ່ຊັກຊ້າ.4“ເບິ່ງແມ, ສັດຕູໄດ້ຈອງຫອງຂຶ້ນ;ຄວາມປາຖະໜາຂອງລາວແມ່ນບໍ່ຖືກຕ້ອງແຕ່ຄົນຊອບທຳຈະດຳເນີນຊີວິດດ້ວຍຄວາມຊື່ສັດ ຂອງພຣະອົງ5ຄວາມຈິງແລ້ວ, ເຫລົ້າອະງຸ່ນໄດ້ທໍລະຍົດລາວ;ລາວຈອງຫອງ ແລະ ບໍ່ເຄີຍພັກສະຫງົບ.ເພາະລາວໂລບເໝືອນຂຸມຝັງສົບແລະ ເໝືອນຄວາມຕາຍທີ່ບໍ່ເຄີຍອິ່ມລາວຮວບຮວມປະຊາຊາດທັງໝົດມາເປັນຂອງຕົນແລະ ຈັບທຸກຄົນມາເປັນຊະເລີຍ.6“ທຸກຄົນຈະຫຍໍ້ຫຍັນລາວດ້ວຍຄຳເຢາະເຢີ້ຍ ແລະ ດູຖູກບໍ່ແມ່ນບໍວ່າ,“ ‘ວິບັດແກ່ລາວຜູ້ທີ່ເອົາຂອງທີ່ລັກມາສະສົມໄວ້ແລະ ເຮັດໃຫ້ຕົນເອງຮັ່ງມີໂດຍການຂົ່ມຂູ່!ສິ່ງນີ້ຈະຕ້ອງດຳເນີນໄປອີກດົນເທົ່າໃດ?’7ເຈົ້າໜີ້ຂອງເຈົ້າຈະບໍ່ລຸກຮື້ຂຶ້ນໃນທັນທີທັນໃດບໍ?ພວກເຂົາຈະບໍ່ຕື່ນຂຶ້ນ ແລະ ເຮັດໃຫ້ເຈົ້າໂຕສັ່ນສະທ້ານບໍ?ແລ້ວເຈົ້າກໍຈະຕົກເປັນເຫຍື່ອຂອງພວກເຂົາ.8ເພາະເຈົ້າໄດ້ປຸ້ນມາຫລາຍຊົນຊາດແລ້ວ,ຄົນທັງຫລາຍທີ່ເຫລືອຢູ່ນັ້ນຈະປຸ້ນເຈົ້າ.ເພາະເຈົ້າເຮັດໃຫ້ຄົນຕ້ອງນອງເລືອດ;ເຈົ້າໄດ້ທຳລາຍດິນແດນ ແລະ ເມືອງຕ່າງໆ ແລະ ພວກເຂົາທຸກຄົນ.9“ວິບັດແກ່ລາວຜູ້ທີ່ສ້າງເຮືອນຂອງຕົນດ້ວຍສິ່ງທີ່ໄດ້ມາຢ່າງບໍ່ຍຸຕິທຳ.ເພື່ອສ້າງຮັງຂອງຕົນໄວ້ເທິງທີ່ສູງເພື່ອໜີຈາກເງື່ອມມືແຫ່ງຄວາມຈິບຫາຍ!10ເຈົ້າໄດ້ວາງແຜນໃຫ້ຫລາຍຊົນຊາດຖືກທຳລາຍ,ສ້າງຄວາມອັບອາຍໃຫ້ແກ່ເຮືອນຂອງເຈົ້າເອງ ແລະ ເຮັດໃຫ້ຊີວິດຂອງຕົນເອງຕ້ອງເສຍໄປ.11ກ້ອນຫີນທີ່ຝາຈະສົ່ງສຽງຮ້ອງ,ແລະ ໄມ້ຂື່ໄມ້ຄານທັງຫລາຍກໍຈະສົ່ງສຽງສະທ້ອນ.12“ວິບັດແກ່ລາວຜູ້ທີ່ສ້າງນະຄອນດ້ວຍການນອງເລືອດແລະ ຕັ້ງເມືອງດ້ວຍຄວາມບໍ່ຍຸດຕິທຳ!13ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກຳນົດໄວ້ແລ້ວວ່າແຮງງານຂອງຄົນທັງຫລາຍນັ້ນກໍເປັນພຽງເຊື້ອໄຟສຳລັບໄຟເທົ່ານັ້ນ,ບັນດາຊົນຊາດທັງຫລາຍນັ້ນກໍອິດເມື່ອຍລ້າໆບໍ່ແມ່ນບໍ?14ເພາະໂລກຈະເຕັມໄປດ້ວຍຄວາມຮູ້ເຖິງສະຫງ່າລາສີຂອງພຣະເຈົ້າຢາເວເໝືອນດັ່ງນໍ້າທັງຫລາຍທີ່ກວມທະເລ.15“ວິບັດແກ່ລາວຜູ້ທີ່ເອົາເຄື່ອງດື່ມໃຫ້ບັນດາເພື່ອນບ້ານຂອງຕົນ,ຖອກເຄື່ອງດື່ມນັ້ນອອກຈາກຖົງເຫລົ້າອະງຸ່ນຈົນພວກເຂົາເມົາ,ເພື່ອວ່າລາວຈະໄດ້ຈ້ອງເບິ່ງຮ່າງກາຍທີ່ເປືອຍກາຍຂອງພວກເຂົາ!16ເຈົ້າຈະເຕັມໄປດ້ວຍຄວາມອັບອາຍແທນທີ່ຈະໄດ້ສະຫງ່າລາສີ.ບັດນີ້ ເຖິງທີຂອງເຈົ້າແລ້ວ! ຈົ່ງດື່ມ ແລະ ໃຫ້ຄວາມເປືອຍກາຍຂອງເຈົ້າຖືກເປີດເຜີຍ !ຈອກຈາກມືຂວາຂອງພຣະເຈົ້າຢາເວກຳລັງວຽນມາຮອດເຈົ້າແລ້ວ,ແລ້ວຄວາມອັບອາຍຈະປົກບັງສະຫງ່າລາສີຂອງເຈົ້າ,17ຄວາມຮຸນແຮງທີ່ເຈົ້າເຮັດໄວ້ກັບເລບານອນຈະຄອບງຳເຈົ້າ,ແລະ ການທີ່ເຈົ້າທຳລາຍສັດທັງຫລາຍຈະເຮັດໃຫ້ເຈົ້າຢ້ານກົວ.ເພາະເຈົ້າເຮັດໃຫ້ຄົນຕ້ອງນອງເລືອດ;ເຈົ້າໄດ້ທຳລາຍດິນແດນ ແລະ ເມືອງຕ່າງໆ ແລະ ພວກເຂົາທຸກຄົນ.18“ຮູບເຄົາລົບມີຄຸນຄ່າຫຍັງໃນເມື່ອມະນຸດເປັນຜູ້ແກະສະຫລັກມັນຂຶ້ນມາ?ຫລື ຮູບທີ່ສອນຄວາມຕົວະນັ້ນມີຄຸນຄ່າຫຍັງ?ເພາະຜູ້ທີ່ສ້າງຮູບນັ້ນຂຶ້ນກໍວາງໃຈໃນສິ່ງທີ່ຕົນສ້າງ;ລາວສ້າງຮູບເຄົາລົບທີ່ເວົ້າບໍ່ໄດ້.19ວິບັດແກ່ລາວຜູ້ທີ່ເວົ້າກັບໄມ້ວ່າ ‘ຈົ່ງມີຊີວິດຂຶ້ນມາ!’ຫລື ເວົ້າກັບກ້ອນຫີນທີ່ບໍ່ມີຊີວິດນັ້ນວ່າ, ‘ຈົ່ງຕື່ນຂຶ້ນມາ!’ມັນຈະໃຫ້ຄຳແນະນຳໄດ້ບໍ?ມັນໂອບດ້ວຍຄຳ ແລະ ເງິນ;ມັນບໍ່ມີລົມຫາຍໃຈຢູ່ພາຍໃນ”.20ແຕ່ພຣະເຈົ້າຢາເວແມ່ນຢູ່ໃນວິຫານສັກສິດຂອງພຣະອົງ;ໃຫ້ທັງໂລກຈົ່ງມິດງຽບຢູ່ຕໍ່ໜ້າພຣະອົງ.Biblica, Inc.