ປະຖົມມະການ38
ຢູດາ ແລະ ຕາມາ
1ໃນເວລານັ້ນ, ຢູດາໄດ້ໜີຈາກບັນດາອ້າຍນ້ອງຂອງຕົນ ແລະ ລົງໄປອາໄສຢູ່ກັບຊາຍຊາວອາດຸນລຳຄົນໜຶ່ງທີ່ຊື່ວ່າຮີຣາ.2ຢູ່ທີ່ນັ້ນຢູດາໄດ້ພົບກັບລູກສາວຂອງຊາຍຊາວການາອານທີ່ມີຊື່ວ່າຊູອາ. ເພິ່ນໄດ້ແຕ່ງງານກັບນາງ ແລະ ໄດ້ຮ່ວມຫລັບນອນກັບນາງ;3ນາງໄດ້ຖືພາ ແລະ ເກີດລູກຊາຍຄົນໜຶ່ງ, ເຊິ່ງມີຊື່ວ່າເອຣະ.4ນາງໄດ້ຖືພາອີກ ແລະ ເກີດລູກຊາຍຄົນໜຶ່ງ ແລະ ຕັ້ງຊື່ໃຫ້ລາວວ່າໂອນານ.5ນາງຍັງໄດ້ເກີດລູກຊາຍອີກຄົນໜຶ່ງ ແລະ ຕັ້ງຊື່ລາວວ່າເຊລາ. ນາງເກີດລູກຊາຍຄົນນີ້ຢູ່ທີ່ເກຊິບ.6ຢູດາຫາເມຍໃຫ້ເອຣະ, ລູກຊາຍກົກຂອງເພິ່ນ ແລະ ນາງມີຊື່ວ່າຕາມາ.7ແຕ່ເອຣະ, ລູກຊາຍກົກຂອງຢູດາເປັນຄົນຊົ່ວໃນສາຍຕາຂອງພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຫ້ລາວເຖິງແກ່ຄວາມຕາຍ.8ແລ້ວຢູດາຈຶ່ງໄດ້ເວົ້າຕໍ່ໂອນານວ່າ, “ຈົ່ງຮ່ວມຫລັບນອນກັບເມຍຂອງອ້າຍຂອງເຈົ້າ ແລະ ເຮັດໜ້າທີ່ນ້ອງຊາຍຂອງຜົວໃຫ້ສຳເລັດເພື່ອຍົກເຊື້ອສາຍອ້າຍຂອງເຈົ້າຂຶ້ນ”.9ແຕ່ໂອນານຮູ້ຈັກແລ້ວວ່າເດັກນ້ອຍນັ້ນຈະບໍ່ໄດ້ນັບເປັນລູກຂອງລາວ; ດັ່ງນັ້ນ ເມື່ອລາວຮ່ວມຫລັບນອນກັບເມຍຂອງອ້າຍຂອງຕົນເທື່ອໃດ, ລາວກໍປ່ອຍນ້ຳເຊື້ອອອກລົງພື້ນເພື່ອບໍ່ໃຫ້ອ້າຍຂອງລາວມີເຊື້ອສາຍ.10ພຣະເຈົ້າຢາເວເຫັນວ່າສິ່ງທີ່ລາວເຮັດນັ້ນເປັນເລື່ອງຊົ່ວຊ້າ; ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ໃຫ້ລາວເຖິງແກ່ຄວາມຕາຍເໝືອນກັນ.11ແລ້ວຢູດາຈຶ່ງໄດ້ເວົ້າກັບນາງຕາມາລູກໃພ້ຂອງຕົນວ່າ, “ຈົ່ງໄປອາໄສຢູ່ໃນຄົວເຮືອນຂອງພໍ່ຂອງເຈົ້າໃນຖານະແມ່ໝ້າຍຄົນໜຶ່ງຈົນກວ່າເຊລາລູກຊາຍຂອງເຮົາໃຫຍ່ຂຶ້ນ”. ເພາະເພິ່ນຄິດວ່າ, “ເຊລາອາດຈະຕາຍເຊັ່ນດຽວກັບອ້າຍທັງສອງຄົນຂອງລາວ”. ດັ່ງນັ້ນ ນາງຕາມາຈຶ່ງກັບໄປອາໄສຢູ່ໃນຄົວເຮືອນຂອງພໍ່ຂອງນາງ.12ເວລາຜ່ານໄປດົນນານ, ເມຍຂອງຢູດາ ລູກສາວຂອງຊູອາກໍໄດ້ຕາຍໄປ. ເມື່ອຢູດາໄດ້ຫາຍຈາກຄວາມໂສກເສົ້າຂອງຕົນແລ້ວ, ເພິ່ນກໍຂຶ້ນໄປທີ່ຕິມນາ, ໄປຫາຊາຍຜູ້ທີ່ກຳລັງຕັດຂົນແກະຂອງຕົນຢູ່, ແລ້ວຮີຣາເພື່ອນຂອງເພິ່ນທີ່ເປັນຊາວອາດຸນລຳກໍໄດ້ໄປກັບເພິ່ນ.13ເມື່ອມີຄົນໄປບອກນາງຕາມາວ່າ, “ພໍ່ປູ່ຂອງເຈົ້າກຳລັງໄປທີ່ຕິມນາເພື່ອຕັດຂົນແກະຂອງເພິ່ນ”.14ນາງຈຶ່ງໄດ້ປ່ຽນເຄື່ອງນຸ່ງແມ່ໝ້າຍອອກ, ແລ້ວເອົາຜ້າຄຸມຕົວເພື່ອປອມຕົວ ແລະ ຫລັງຈາກນັ້ນກໍໄດ້ມານັ່ງຢູ່ທີ່ທາງເຂົ້າເອນາອິມ ເຊິ່ງເປັນທາງໄປຕິມນາ. ເພາະນາງເຫັນວ່າ, ເຖິງແມ່ນວ່າເວລານັ້ນເຊລາເຕີບໃຫຍ່ແລ້ວ, ນາງກໍຍັງບໍ່ທັນໄດ້ຖືກມອບໃຫ້ເປັນເມຍຂອງລາວເທື່ອ.15ເມື່ອຢູດາໄດ້ເຫັນນາງແລ້ວ, ເພິ່ນກໍຄິດວ່ານາງເປັນຍິງໂສເພນີ, ເພາະນາງເອົາຜ້າຄຸມໜ້າຂອງນາງໄວ້.16ເພິ່ນຈຶ່ງໄດ້ແວ່ເຂົ້າໄປຫານາງຢູ່ທີ່ແຄມທາງ ແລະ ໄດ້ເວົ້າວ່າ, “ມາ, ໃຫ້ອ້າຍຮ່ວມຫລັບນອນກັບນ້ອງ”. ໂດຍບໍ່ຮູ້ວ່ານາງແມ່ນລູກໃພ້ຂອງຕົນ.ແລະ ນາງໄດ້ຖາມວ່າ, “ອ້າຍຈະໃຫ້ສິ່ງໃດແກ່ນ້ອງເພື່ອຈະຮ່ວມຫລັບນອນກັບອ້າຍ?”17ເພິ່ນໄດ້ຕອບວ່າ, “ອ້າຍຈະສົ່ງແບ້ໜຸ່ມໂຕໜຶ່ງຈາກຝູງສັດຂອງອ້າຍມາໃຫ້ນ້ອງ”.
ນາງໄດ້ຖາມວ່າ, “ອ້າຍຈະໃຫ້ສິ່ງໃດເປັນເຄື່ອງມັດຈຳຈົນກວ່າອ້າຍຈະສົ່ງແບ້ໜຸ່ມມາໃຫ້?”18ເພິ່ນຖາມວ່າ, “ເຄື່ອງມັດຈຳອັນໃດທີ່ອ້າຍຄວນໃຫ້ນ້ອງ?”
ນາງໄດ້ຕອບວ່າ, “ຂໍຕາປະທັບພ້ອມກັບເຊືອກຫ້ອຍຕາປະທັບ ແລະ ໄມ້ຄ້ອນເທົ້າທີ່ຢູ່ໃນມືຂອງອ້າຍ”. ດັ່ງນັ້ນ ເພິ່ນຈຶ່ງໄດ້ມອບເຄື່ອງເຫລົ່ານັ້ນໃຫ້ນາງ ແລະ ຮ່ວມຫລັບນອນກັບນາງ, ແລ້ວນາງກໍໄດ້ຖືພາກັບເພິ່ນ.19ຫລັງຈາກທີ່ນາງໄດ້ອອກໄປແລ້ວ, ນາງກໍໄດ້ເອົາຜ້າຄຸມໜ້າອອກ ແລະ ສວມເຄື່ອງນຸ່ງແມ່ໝ້າຍອີກ.20ໃນຂະນະຢູດາກໍໄດ້ສົ່ງແບ້ໜຸ່ມໂດຍໃຫ້ຮີຣາເພື່ອນຂອງເພິ່ນທີ່ເປັນຊາວອາດຸນລຳເອົາໄປໃຫ້ນາງເພື່ອແລກເອົາເຄື່ອງມັດຈຳຈາກຍິງຄົນນັ້ນຄືນ, ແຕ່ຮີລາບໍ່ພົບນາງ.21ລາວຈຶ່ງໄດ້ຖາມບັນດາຜູ້ຊາຍທີ່ຢູ່ໃນທີ່ນັ້ນວ່າ, “ຍິງໂສເພນີປະຈຳສະຖານບູຊາ ເຊິ່ງຢູ່ແຄມທາງໄປເອນາອິມນັ້ນໃສ?”
ພວກເຂົາໄດ້ຕອບວ່າ, “ບໍ່ເຄີຍມີຍິງໂສເພນີໃນສະຖານບູຊານີ້ເລີຍ”.22ຮີລາຈຶ່ງກັບມາຫາຢູດາແລ້ວບອກເພິ່ນວ່າ, “ຂ້ອຍຊອກຫານາງບໍ່ພົບ. ນອກຈາກນີ້ແລ້ວ ບັນດາຜູ້ຊາຍທີ່ຢູ່ແຖບນັ້ນກໍເວົ້າວ່າ, ‘ບໍ່ເຄີຍມີຍິງໂສເພນີປະຈຳສະຖານບູຊານີ້ຈັກຄົນ’ ”.23ແລ້ວຢູດາຈຶ່ງໄດ້ເວົ້າວ່າ, “ປ່ອຍໃຫ້ນາງຮັກສາສິ່ງທີ່ນາງມີຢູ່ນັ້ນສາ, ບໍ່ດັ່ງນັ້ນພວກເຮົາຈະກາຍເປັນໂຕຕະຫລົກໃຫ້ຄົນຫົວຂວັນ. ແຕ່ຢ່າງໃດກໍຕາມ, ເຮົາກໍໄດ້ສົ່ງແບ້ໜຸ່ມນີ້ໄປໃຫ້ນາງແລ້ວ, ແຕ່ເຈົ້າບໍ່ພົບນາງ”.24ປະມານສາມເດືອນຕໍ່ມາ ມີຄົນມາບອກຢູດາວ່າ, “ນາງຕາມາລູກໃພ້ຂອງເຈົ້າມີຄວາມຜິດໃນການຄ້າປະເວນີ ແລະ ເວລານີ້ນາງຈຶ່ງກຳລັງຖືພາ”.
ຢູດາຈຶ່ງໄດ້ເວົ້າວ່າ, “ຈົ່ງນຳເອົານາງອອກມາ ແລະ ເຜົານາງໃຫ້ຕາຍ!”25ໃນຂະນະທີ່ນາງກຳລັງຖືກພາອອກໄປຂ້າງນອກນັ້ນ, ນາງກໍໄດ້ສົ່ງຄົນມາບອກພໍ່ປູ່ຂອງນາງ. ນາງໄດ້ເວົ້າວ່າ, “ຂ້ອຍຖືພາກັບຊາຍຜູ້ເປັນເຈົ້າຂອງສິ່ງເຫລົ່ານີ້”. ແລະ ນາງໄດ້ເວົ້າຕື່ມອີກວ່າ, “ຈົ່ງເບິ່ງແມ ຖ້າທ່ານຈື່ໄດ້ວ່າຕາປະທັບກັບເຊືອກຫ້ອຍຕາ ແລະ ໄມ້ຄ້ອນເທົ້າເຫລົ່ານີ້ເປັນຂອງຜູ້ໃດ”.26ຢູດາຈື່ສິ່ງເຫລົ່ານັ້ນໄດ້ ແລະ ໄດ້ເວົ້າວ່າ, “ນາງເປັນຄົນຊອບທຳຫລາຍກວ່າເຮົາອີກ, ເນື່ອງຈາກວ່າເຮົາບໍ່ໄດ້ມອບນາງໃຫ້ແກ່ເຊລາລູກຊາຍຂອງເຮົາ”. ແລະ ເພິ່ນກໍບໍ່ໄດ້ຮ່ວມຫລັບນອນກັບນາງອີກ.27ເມື່ອຮອດກຳນົດທີ່ນາງຈະເກີດລູກ, ກໍມີລູກຊາຍຝາແຝດສອງຄົນຢູ່ໃນມົດລູກຂອງນາງ.28ໃນຂະນະທີ່ນາງກຳລັງເກີດລູກຢູ່ນັ້ນ, ເດັກນ້ອຍຄົນໜຶ່ງຍື່ນມືອອກມາ; ດັ່ງນັ້ນ ໝໍຕຳແຍຈຶ່ງເອົາດ້າຍແດງມັດຂໍ້ມື ແລະ ເວົ້າວ່າ, “ຄົນນີ້ໄດ້ອອກມາກ່ອນ”.29ແຕ່ເມື່ອເດັກນ້ອຍນັ້ນຫົດມືກັບເຂົ້າຄືນ ແລະ ອີກຄົນໜຶ່ງກໍເກີດອອກມາ, ແລ້ວນາງຈຶ່ງໄດ້ເວົ້າວ່າ “ອ້າວ! ໝົ້ນອອກມາໄດ້ຢ່າງໃດ!” ແລະ ເດັກນ້ອຍນັ້ນຈຶ່ງໄດ້ຊື່ວ່າເປເຣັດ. 30ແລ້ວອ້າຍຂອງລາວຜູ້ທີ່ມີດ້າຍແດງມັດຢູ່ຂໍ້ມືກໍເກີດອອກມາ ແລະ ລາວກໍໄດ້ຊື່ວ່າເຊຣາ.
Biblica, Inc.