ປະຖົມມະການ39
ໂຢເຊັບ ແລະ ເມຍຂອງໂປຕີຟາ
1ບັດນີ້ ໂຢເຊັບໄດ້ຖືກນຳມາເຖິງເອຢິບແລ້ວ. ໂປຕີຟາ ຊາວເອຢິບຄົນໜຶ່ງ ເຊິ່ງເປັນຂ້າລາຊະການຄົນໜຶ່ງຂອງຟາໂຣ, ຜູ້ທີ່ເປັນຫົວໜ້າຄົນຍາມ ໄດ້ຊື້ເອົາໂຢເຊັບມາຈາກຊາວອິດຊະມາເອນຜູ້ທີ່ໄດ້ພາໂຢເຊັບໄປໃນທີ່ນັ້ນ.2ພຣະເຈົ້າຢາເວຢູ່ກັບໂຢເຊັບ ດັ່ງນັ້ນ ລາວຈຶ່ງໄດ້ຈະເລີນຮຸ່ງເຮືອງຂຶ້ນ ແລະ ລາວໄດ້ອາໄສຢູ່ໃນເຮືອນຂອງນາຍຂອງລາວທີ່ເປັນຊາວເອຢິບ.3ເມື່ອນາຍຂອງລາວເຫັນວ່າພຣະເຈົ້າຢາເວຢູ່ກັບລາວ ແລະ ເຫັນວ່າພຣະເຈົ້າຢາເວໄດ້ໃຫ້ຄວາມສຳເລັດແກ່ລາວໃນທຸກສິ່ງທີ່ລາວໄດ້ເຮັດ,4ໂຢເຊັບຈຶ່ງໄດ້ຮັບຄວາມກະລຸນາຈາກນາຍຂອງລາວ ແລະ ໄດ້ເປັນຄົນຮັບໃຊ້ຂອງເພິ່ນ. ໂປຕີຟາກໍໄດ້ມອບໃຫ້ລາວຮັບຜິດຊອບຄົວເຮືອນຂອງເພິ່ນແທນ ແລະ ເພິ່ນໄດ້ມອບໝາຍໃຫ້ລາວເບິ່ງແຍງທຸກສິ່ງທີ່ເປັນຂອງເພິ່ນ.5ຈາກເວລາທີ່ເພິ່ນໄດ້ມອບໝາຍໃຫ້ລາວຮັບຜິດຊອບຕໍ່ຄົວເຮືອນຂອງເພິ່ນ ແລະ ຮັບຜິດຊອບທຸກສິ່ງທີ່ເປັນຂອງເພິ່ນນັ້ນ, ພຣະເຈົ້າຢາເວກໍໄດ້ອວຍພອນຄົວເຮືອນຂອງຊາວເອຢິບເພາະເຫັນແກ່ໂຢເຊັບ. ພອນຂອງພຣະເຈົ້າຢາເວຢູ່ກັບທຸກສິ່ງທີ່ໂປຕີຟາມີ, ທັງໃນເຮືອນ ແລະ ໃນທົ່ງນາ.6ດັ່ງນັ້ນ ໂປຕີຟາຈຶ່ງມອບທຸກສິ່ງທີ່ເພິ່ນມີໃຫ້ຢູ່ໃນການເບິ່ງແຍງຂອງໂຢເຊັບ; ດ້ວຍຄວາມຮັບຜິດຊອບຂອງໂຢເຊັບ, ເພິ່ນບໍ່ໄດ້ກັງວົນເອງໃນເລື່ອງໃດເລີຍ ຍົກເວັ້ນແຕ່ອາຫານທີ່ເພິ່ນຈະຮັບປະທານ.ໂຢເຊັບເປັນຊາຍທີ່ມີຮູບຮ່າງດີ ແລະ ງາມ,7ແລ້ວຫລັງຈາກນັ້ນມາບໍ່ດົນ ເມຍຂອງນາຍຂອງລາວກໍສັງເກດເບິ່ງໂຢເຊັບ ແລະ ໄດ້ເວົ້າວ່າ, “ຈົ່ງມາຮ່ວມຫລັບນອນກັບຂ້ອຍ!”8ແຕ່ລາວໄດ້ປະຕິເສດ. ລາວໄດ້ບອກນາງວ່າ, “ພາຍໃຕ້ຄວາມຮັບຜິດຊອບຂອງຂ້ານ້ອຍ, ນາຍຂອງຂ້ານ້ອຍ ເພິ່ນເອງບໍ່ໄດ້ກັງວົນເອງໃນເລື່ອງໃດທີ່ຢູ່ໃນເຮືອນ; ທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ເພິ່ນກໍໄດ້ມອບໝາຍໃຫ້ຢູ່ໃນການເບິ່ງແຍງຂອງຂ້ານ້ອຍ.9ຢູ່ໃນເຮືອນນີ້ບໍ່ມີຜູ້ໃດໃຫຍ່ກວ່າຂ້ານ້ອຍ. ນາຍຂອງຂ້ານ້ອຍບໍ່ໄດ້ຫວງແຫນສິ່ງໃດກັບຂ້ານ້ອຍນອກຈາກທ່ານ. ເພາະທ່ານເປັນເມຍຂອງເພິ່ນ. ຂ້ານ້ອຍຈະເຮັດສິ່ງຊົ່ວຮ້າຍເຊັ່ນນີ້ ແລະ ເຮັດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?”10ແລະ ເຖິງແມ່ນວ່ານາງໄດ້ເວົ້າກັບໂຢເຊັບແຕ່ລະວັນກໍຕາມ, ລາວກໍໄດ້ປະຕິເສດທີ່ຈະຮ່ວມຫລັບນອນກັບນາງ ຫລື ແມ່ນແຕ່ຈະຢູ່ໃກ້ນາງ.11ມື້ໜຶ່ງໂຢເຊັບໄດ້ເຂົ້າໄປໃນເຮືອນເພື່ອເຮັດວຽກຕາມໜ້າທີ່ຂອງລາວ ແລະ ບໍ່ມີຄົນຮັບໃຊ້ຄົນໃດຢູ່ໃນເຮືອນເລີຍ.12ນາງຈຶ່ງຈັບເສື້ອຄຸມຂອງລາວໄວ້ ແລະ ເວົ້າວ່າ, “ຈົ່ງມາຮ່ວມຫລັບນອນກັບຂ້ອຍ!” ແຕ່ໂຢເຊັບໄດ້ປະເສື້ອຄຸມຂອງຕົນໄວ້ໃນມືຂອງນາງແລ້ວແລ່ນໜີອອກໄປນອກເຮືອນ.13ເມື່ອນາງເຫັນວ່າໂຢເຊັບໄດ້ປະເສື້ອຄຸມຂອງລາວໄວ້ຢູ່ໃນມືຂອງນາງ ແລະ ໄດ້ແລ່ນໜີອອກໄປນອກເຮືອນແລ້ວ,14ນາງຈຶ່ງໄດ້ເອີ້ນຄົນຮັບໃຊ້ໃນຄົວເຮືອນຂອງນາງມາ. ນາງໄດ້ເວົ້າກັບພວກເຂົາວ່າ, “ເບິ່ງແມ, ຊາວເຮັບເຣີຄົນນີ້ທີ່ຖືກນຳມາໃຫ້ພວກເຮົານັ້ນໄດ້ມາຢຽບຫຍາມພວກເຮົາ! ມັນເຂົ້າມາໃນນີ້ເພື່ອຈະຮ່ວມຫລັບນອນກັບຂ້ອຍ, ແຕ່ຂ້ອຍໄດ້ຮ້ອງຂຶ້ນກ່ອນ.15ເມື່ອມັນໄດ້ຍິນຂ້ອຍຮ້ອງຂໍຄວາມຊ່ວຍເຫລືອ, ມັນຈຶ່ງປະເສື້ອຄຸມໄວ້ຂ້າງຂ້ອຍແລ້ວແລ່ນໜີອອກໄປນອກເຮືອນ”.16ນາງເກັບເສື້ອຄຸມໂຕນັ້ນໄວ້ຂ້າງນາງຈົນຜົວຂອງນາງກັບມາເຮືອນ.17ແລ້ວນາງຈຶ່ງໄດ້ເລົ່າເລື່ອງນີ້ໃຫ້ຜົວຟັງວ່າ: “ຂ້າທາດເຮັບເຣີຄົນນັ້ນທີ່ອ້າຍນຳມາໃຫ້ພວກເຮົານັ້ນໄດ້ເຂົ້າມາຢຽບຫຍາມນ້ອງ.18ແຕ່ທັນທີທີ່ນ້ອງໄດ້ຮ້ອງຂຶ້ນຂໍຄວາມຊ່ວຍເຫລືອ ມັນຈຶ່ງໄດ້ປະເສື້ອໄວ້ຂ້າງນ້ອງ ແລະ ແລ່ນໜີອອກໄປນອກເຮືອນ”.19ເມື່ອນາຍຂອງລາວໄດ້ຍິນເລື່ອງທີ່ເມຍຂອງຕົນເລົ່າໃຫ້ຕົນຟັງ ໂດຍເວົ້າວ່າ, “ນີ້ເປັນສິ່ງທີ່ຂ້າທາດຂອງອ້າຍໄດ້ເຮັດກັບນ້ອງ,” ເພິ່ນຈຶ່ງໃຈຮ້າຍແຮງ.20ແລ້ວນາຍຂອງໂຢເຊັບຈຶ່ງໄດ້ຈັບລາວໄປຂັງຄຸກໄວ້, ເຊິ່ງເປັນບ່ອນທີ່ກັກຂັງບັນດານັກໂທດຂອງກະສັດ.
ແຕ່ໃນຂະນະທີ່ໂຢເຊັບຢູ່ໃນຄຸກນັ້ນ,21ພຣະເຈົ້າຢາເວກໍຢູ່ກັບໂຢເຊັບ; ພຣະອົງໄດ້ສະແດງຄວາມກະລຸນາຕໍ່ລາວ ແລະ ເຮັດໃຫ້ລາວໄດ້ຮັບຄວາມກະລຸນາຈາກຜູ້ຄຸມນັກໂທດ.22ດັ່ງນັ້ນ ຜູ້ຄຸມນັກໂທດຈຶ່ງໄດ້ແຕ່ງຕັ້ງໃຫ້ໂຢເຊັບຮັບຜິດຊອບນັກໂທດທັງໝົດທີ່ຢູ່ໃນຄຸກ ແລະ ໃຫ້ລາວຮັບຜິດຊອບວຽກງານທຸກຢ່າງໃນຄຸກ.23ຜູ້ຄຸມນັ້ນບໍ່ຕ້ອງໄດ້ໃສ່ໃຈກັບສິ່ງໃດທີ່ຢູ່ພາຍໃຕ້ການເບິ່ງແຍງຂອງໂຢເຊັບ, ເພາະວ່າພຣະເຈົ້າຢາເວຢູ່ກັບໂຢເຊັບ ແລະ ໄດ້ໃຫ້ຄວາມສຳເລັດໃນທຸກສິ່ງທີ່ລາວໄດ້ເຮັດ.
Biblica, Inc.