ປະຖົມມະການ37
ຄວາມຝັນຂອງໂຢເຊັບ
1ຢາໂຄບໄດ້ອາໄສຢູ່ໃນດິນແດນທີ່ພໍ່ຂອງລາວໄດ້ເຄີຍອາໄສຢູ່, ຄືດິນແດນການາອານ.2ນີ້ແມ່ນເລື່ອງລາວຂອງເຊື້ອສາຍຂອງຢາໂຄບ.ໂຢເຊັບເປັນຊາຍໜຸ່ມທີ່ມີອາຍຸ 17 ປີ, ເຊິ່ງກຳລັງລ້ຽງສັດຢູ່ກັບພວກອ້າຍຂອງຕົນ, ມີບັນດາລູກຊາຍຂອງນາງບິນຮາ ແລະ ລູກຊາຍຂອງນາງຊີລະປາຜູ້ເປັນເມຍພໍ່ຂອງຕົນ, ແລ້ວລາວກໍເອົາເລື່ອງບໍ່ດີຂອງພວກເຂົາມາເລົ່າໃຫ້ພໍ່ຟັງ.3ບັດນີ້ ອິດສະຣາເອນໄດ້ຮັກໂຢເຊັບຫລາຍກວ່າບັນດາລູກຊາຍຄົນອື່ນໆຂອງຕົນ, ເພາະໂຢເຊັບເກີດມາເມື່ອເພິ່ນມີອາຍຸແກ່ແລ້ວ; ແລະ ເພິ່ນກໍໄດ້ຫຍິບເສື້ອຄຸມທີ່ຕົບແຕ່ງງົດງາມ ໃຫ້ແກ່ລາວ.4ເມື່ອບັນດາອ້າຍຂອງລາວເຫັນວ່າພໍ່ຮັກລາວຫລາຍກວ່າຄົນອື່ນໃນພວກເຂົາ, ພວກເຂົາຈຶ່ງກຽດຊັງລາວ ແລະ ບໍ່ສາມາດເວົ້າດີຕໍ່ລາວ.5ໂຢເຊັບມີຄວາມຝັນ ແລະ ເມື່ອລາວໄດ້ເລົ່າຄວາມຝັນນັ້ນໃຫ້ບັນດາອ້າຍຂອງຕົນຟັງ, ພວກເຂົາກໍຍິ່ງພາກັນກຽດຊັງລາວຫລາຍຂຶ້ນ.6ລາວໄດ້ເວົ້າຕໍ່ພວກເຂົາວ່າ, “ມາຟັງຄວາມຝັນທີ່ຂ້ອຍໄດ້ຝັນນີ້:7ພວກເຮົາກຳລັງມັດຝ່ອນເຂົ້າຢູ່ໃນທົ່ງນາ ທັນໃດນັ້ນຝ່ອນເຂົ້າຂອງຂ້ອຍກໍລຸກຂຶ້ນແລ້ວຕັ້ງຂຶ້ນ, ຂະນະທີ່ຝ່ອນເຂົ້າຂອງພວກເຈົ້ານັ້ນໄດ້ມາໂຮມກັນອ້ອມຝ່ອນເຂົ້າຂອງຂ້ອຍ ແລະ ກົ້ມລົງຄຳນັບຝ່ອນເຂົ້ານັ້ນ”.8ບັນດາອ້າຍຂອງລາວຈຶ່ງໄດ້ເວົ້າຕໍ່ລາວວ່າ, “ເຈົ້າຕັ້ງໃຈທີ່ຈະປົກຄອງເໜືອພວກເຮົາຊັ້ນບໍ? ເຈົ້າຈະປົກຄອງພວກເຮົາແທ້ຈິງບໍ?” ແລະ ພວກເຂົາຈຶ່ງໄດ້ກຽດຊັງລາວຫລາຍຂຶ້ນເພາະຄວາມຝັນຂອງລາວ ແລະ ສິ່ງທີ່ລາວໄດ້ເວົ້າ.9ຫລັງຈາກນັ້ນ ໂຢເຊັບກໍມີຄວາມຝັນອີກ ແລະ ລາວໄດ້ເລົ່າຄວາມຝັນນັ້ນໃຫ້ບັນດາອ້າຍຂອງລາວຟັງ. ລາວເວົ້າວ່າ, “ຟັງແມ, ຂ້ອຍມີຄວາມຝັນອີກ ແລະ ເທື່ອນີ້ດວງຕາເວັນກັບດວງເດືອນ ແລະ ດວງດາວສິບເອັດດວງມາກົ້ມລົງຄຳນັບຂ້ອຍ”.10ເມື່ອລາວໄດ້ເລົ່າໃຫ້ພໍ່ຂອງລາວພ້ອມທັງບັນດາອ້າຍຂອງລາວແລ້ວ, ພໍ່ຂອງລາວກໍໄດ້ຕຳໜິລາວ ແລະ ໄດ້ເວົ້າວ່າ, “ຄວາມຝັນທີ່ເຈົ້າມີນີ້ໝາຍຄວາມວ່າຢ່າງໃດ? ເປັນຄວາມຈິງແທ້ບໍທີ່ແມ່ຂອງເຈົ້າ ແລະ ພໍ່ເອງ ແລະ ບັນດາອ້າຍຂອງເຈົ້າຈະຕ້ອງຂາບລົງທີ່ພື້ນຕໍ່ໜ້າເຈົ້າ?”11ບັນດາອ້າຍຂອງລາວກໍພາກັນອິດສາລາວ, ແຕ່ພໍ່ຂອງລາວໄດ້ເກັບເລື່ອງນີ້ໄວ້ໃນໃຈ.
ໂຢເຊັບຖືກຂາຍໂດຍບັນດາອ້າຍຂອງລາວ
12ບັດນີ້ ບັນດາອ້າຍຂອງລາວໄດ້ພາກັນນຳຝູງສັດພໍ່ຂອງພວກເຂົາໄປລ້ຽງຢູ່ໃກ້ຊີເຄມ,13ແລະ ອິດສະຣາເອນໄດ້ເວົ້າຕໍ່ໂຢເຊັບວ່າ, “ດ້ວຍວ່າເຈົ້າກໍຮູ້ແລ້ວວ່າ, ບັນດາອ້າຍຂອງເຈົ້າກຳລັງລ້ຽງຝູງສັດຢູ່ໃກ້ຊີເຄມ. ມາເທາະ, ພໍ່ກຳລັງຈະສົ່ງເຈົ້າໄປຫາພວກເຂົາ”.ໂຢເຊັບຕອບວ່າ, “ໂດຍພໍ່”.14ດັ່ງນັ້ນ ເພິ່ນຈຶ່ງໄດ້ເວົ້າຕໍ່ລາວວ່າ, “ຈົ່ງໄປ ແລະ ເບິ່ງວ່າບັນດາອ້າຍຂອງເຈົ້າ ແລະ ພ້ອມທັງຝູງສັດທັງໝົດນັ້ນເປັນແນວໃດ, ແລ້ວຈົ່ງກັບມາບອກພໍ່”. ຫລັງຈາກນັ້ນ ເພິ່ນກໍສົ່ງລາວອອກຈາກຮ່ອມພູເຮັບໂຣນໄປ.
ເມື່ອໂຢເຊັບໄດ້ມາເຖິງຊີເຄມ,15ຊາຍຄົນໜຶ່ງເຫັນລາວວົນວຽນຢູ່ໃນທົ່ງນາ ແລະ ໄດ້ຖາມລາວວ່າ, “ເຈົ້າກຳລັງຊອກຫາຫຍັງ?”16ລາວໄດ້ຕອບວ່າ, “ຂ້ອຍກຳລັງຊອກຫາບັນດາອ້າຍຂອງຂ້ອຍ. ເຈົ້າຮູ້ບໍວ່າພວກເຂົາກຳລັງລ້ຽງສັດຂອງພວກເຂົາຢູ່ໃສ?”17ຊາຍຄົນນັ້ນໄດ້ຕອບວ່າ, “ພວກເຂົາໄດ້ຍ້າຍຈາກບ່ອນນີ້ໄປແລ້ວ, ຂ້ອຍໄດ້ຍິນພວກເຂົາເວົ້າວ່າ, ‘ໃຫ້ພວກເຮົາພາກັນໄປທີ່ໂດທານ’ ”.
ດັ່ງນັ້ນ ໂຢເຊັບຈຶ່ງຕາມບັນດາອ້າຍຂອງຕົນໄປ ແລະ ໄດ້ພົບພວກເຂົາຢູ່ໃກ້ໂດທານ.18ແຕ່ພວກເຂົາເຫັນລາວຢູ່ແຕ່ໄກໆ ແລະ ກ່ອນທີ່ລາວມາເຖິງພວກເຂົາ, ພວກເຂົາກໍໄດ້ວາງແຜນເພື່ອຈະຂ້າລາວ.19ພວກເຂົາໄດ້ເວົ້າກັນວ່າ, “ນັກຝັນຄົນນັ້ນມາແລ້ວ!20ມາບັດນີ້, ໃຫ້ພວກເຮົາຂ້າມັນ ແລ້ວໂຍນມັນຖິ້ມລົງໄປນ້ຳສ້າງເຫລົ່ານີ້ຈັກບ່ອນໜຶ່ງ ແລະ ເວົ້າວ່າສັດຮ້າຍໄດ້ກັດກິນມັນແລ້ວ. ຫລັງຈາກນັ້ນ ພວກເຮົາຈະໄດ້ເຫັນວ່າຄວາມຝັນຂອງມັນຈະເປັນຈິງໄດ້ຢ່າງໃດ”.21ເມື່ອຣູເບັນໄດ້ຍິນເຊັ່ນນີ້, ລາວກໍໄດ້ພະຍາຍາມທີ່ຈະຊ່ວຍກູ້ເອົາໂຢເຊັບຈາກເງື່ອມມືຂອງພວກເຂົາ. ລາວຈຶ່ງເວົ້າວ່າ, “ຢ່າພາກັນເອົາຊີວິດຂອງລາວເລີຍ,22ຢ່າລົງມືຂ້າລາວ. ຖິ້ມລາວລົງໄປໃນນ້ຳສ້າງຢູ່ໃນຖິ່ນແຫ້ງແລ້ງກັນດານນີ້, ແຕ່ຢ່າລົງມືເຮັດຫຍັງລາວເລີຍ”. ຣູເບັນໄດ້ເວົ້າເຊັ່ນນີ້ກໍເພື່ອຊ່ວຍກູ້ເອົາລາວຈາກພວກເຂົາ ແລະ ພາລາວກັບຄືນເມືອຫາພໍ່ຂອງຕົນ.23ດັ່ງນັ້ນ ເມື່ອໂຢເຊັບໄດ້ມາເຖິງບັນດາອ້າຍຂອງລາວແລ້ວ, ພວກເຂົາຈຶ່ງດຶງເສື້ອຄຸມທີ່ຕົບແຕ່ງງົດງາມທີ່ລາວນຸ່ງຢູ່ນັ້ນອອກ24ແລະ ພວກເຂົາກໍຈັບລາວແລ້ວຖິ້ມລົງໄປໃນນ້ຳສ້າງ. ນ້ຳສ້າງນັ້ນຫວ່າງເປົ່າ; ບໍ່ມີນ້ຳຢູ່ໃນນ້ຳສ້າງນັ້ນ.25ໃນຂະນະທີ່ພວກເຂົາພາກັນນັ່ງລົງກິນອາຫານຢູ່ນັ້ນ, ພວກເຂົາໄດ້ເງີຍໜ້າຂຶ້ນ ແລະ ໄດ້ເຫັນຂະບວນຂອງຊາວອິດຊະມາເອນທີ່ກຳລັງມາຈາກກີເລອາດ. ຝູງອູດຂອງພວກເຂົາໄດ້ບັນທຸກເຄື່ອງເທດ, ນ້ຳມັນຫອມ ແລະ ຢາງໄມ້ຫອມ, ແລ້ວພວກເຂົາເດີນຕາມທາງຂອງພວກເຂົາເພື່ອນຳເອົາເຄື່ອງເຫລົ່ານັ້ນລົງໄປທີ່ເອຢິບ.26ຢູດາໄດ້ເວົ້າກັບບັນດາອ້າຍນ້ອງຂອງລາວວ່າ, “ພວກເຮົາຈະໄດ້ປະໂຫຍດຫຍັງ ຖ້າພວກເຮົາຂ້ານ້ອງຊາຍຂອງພວກເຮົາ ແລະ ປົກປິດເລືອດຂອງລາວ?27ມາ, ໃຫ້ພວກເຮົາຂາຍລາວໃຫ້ຊາວອິດຊະມາເອນ ແລະ ບໍ່ຕ້ອງລົງມືເຮັດຫຍັງໃຫ້ລາວ; ເຖິງຢ່າງໃດ ລາວກໍເປັນນ້ອງຊາຍຂອງພວກເຮົາ, ເປັນເນື້ອໜັງ ແລະ ສາຍເລືອດຂອງພວກເຮົາເອງ”. ບັນດາອ້າຍຂອງໂຢເຊັບຈຶ່ງພາກັນເຫັນດີ.28ດັ່ງນັ້ນ ເມື່ອພວກພໍ່ຄ້າຊາວມີດີອານມາເຖິງທີ່ນັ້ນ, ພວກອ້າຍຂອງລາວຈຶ່ງໄດ້ດຶງໂຢເຊັບຂຶ້ນຈາກນ້ຳສ້າງ ແລະ ໄດ້ຂາຍລາວດ້ວຍເງິນຊາວຫລຽນເຊເຂວ ໃຫ້ແກ່ຊາວອິດຊະມາເອນ, ເຊິ່ງໄດ້ພາລາວໄປທີ່ເອຢິບ.29ເມື່ອຣູເບັນໄດ້ກັບມາທີ່ນ້ຳສ້າງ ແລະ ເຫັນວ່າໂຢເຊັບບໍ່ໄດ້ຢູ່ໃນທີ່ນັ້ນແລ້ວ, ລາວຈຶ່ງຈີກເສື້ອຜ້າຂອງຕົນ.30ລາວກັບມາຫາບັນດານ້ອງຂອງລາວ ແລະ ໄດ້ເວົ້າວ່າ, “ເດັກຊາຍບໍ່ໄດ້ຢູ່ທີ່ນັ້ນແລ້ວ! ບັດນີ້ ຂ້ອຍຈະເຮັດແນວໃດ?”31ຫລັງຈາກນັ້ນ ພວກເຂົາກໍໄດ້ຈັບເອົາເສື້ອຄຸມຂອງໂຢເຊັບມາ, ແລ້ວຂ້າແບ້ ແລະ ເອົາເສື້ອຄຸມນັ້ນຈຸ່ມລົງໃນເລືອດ.32ພວກເຂົາໄດ້ນຳເອົາເສື້ອຄຸມທີ່ຕົບແຕ່ງງົດງາມໂຕນັ້ນກັບໄປຫາພໍ່ຂອງພວກເຂົາ ແລະ ໄດ້ເວົ້າວ່າ, “ພວກເຮົາໄດ້ພົບເສື້ອໂຕນີ້. ຂໍໃຫ້ພໍ່ກວດເບິ່ງວ່າແມ່ນເສື້ອຄຸມຂອງລູກຊາຍຂອງພໍ່ບໍ່”.33ຢາໂຄບຈື່ເສື້ອນັ້ນໄດ້ ແລະ ໄດ້ເວົ້າວ່າ, “ນີ້ແມ່ນເສື້ອຄຸມຂອງລູກຊາຍເຮົາ! ສັດຮ້າຍໄດ້ກັດກິນລາວ. ໂຢເຊັບຕ້ອງໄດ້ຖືກຈີກອອກເປັນຕ່ອນແທ້ໆ”.34ແລ້ວຢາໂຄບຈຶ່ງໄດ້ຈີກເສື້ອຜ້າຂອງຕົນ, ນຸ່ງຜ້າກະສອບ ແລະ ໄດ້ໄວ້ທຸກໃຫ້ລູກຊາຍຂອງເພິ່ນຢູ່ຫລາຍວັນ.35ບັນດາລູກຊາຍ ແລະ ລູກຍິງທຸກຄົນໄດ້ພາກັນມາເລົ້າໂລມໃຈເພິ່ນ, ແຕ່ເພິ່ນໄດ້ປະຕິເສດທີ່ຈະຟັງຄຳເລົ້າໂລມນັ້ນ. ເພິ່ນໄດ້ເວົ້າວ່າ, “ບໍ່, ພໍ່ຈະສືບຕໍ່ໄວ້ທຸກຈົນກວ່າພໍ່ຈະໄປຢູ່ຮ່ວມກັບລູກຊາຍຂອງພໍ່ໃນຂຸມຝັງສົບພຸ້ນ”. ດັ່ງນັ້ນ ພໍ່ຂອງລາວຈຶ່ງຮ້ອງໄຫ້ອາໄລເຖິງລາວ.36ໃນເວລາດຽວກັນນັ້ນ, ຊາວມີດີອານກໍໄດ້ຂາຍໂຢເຊັບໃຫ້ແກ່ໂປຕີຟາໃນເອຢິບ, ພະນັກງານຄົນໜຶ່ງຂອງຟາໂຣ, ເຊິ່ງເປັນຫົວໜ້າຄົນຍາມ.
Biblica, Inc.