ປະຖົມມະການ36

ເຊື້ອສາຍ​ຂອງ​ເອຊາວ

1ນີ້​ແມ່ນ​ເລື່ອງລາວ​ຂອງ​ເຊື້ອສາຍ​ຂອງ​ເອຊາວ (ຄື​ເອໂດມ).
2ເອຊາວ​ໄດ້​ເອົາ​ຍິງ​ຊາວ​ການາອານ​ມາ​ເປັນ​ເມຍ​ຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວຮິດຕີ, ນາງ​ໂອໂຮລີບາມາ​ລູກສາວ​ຂອງ​ອານາ ຜູ້​ເປັນ​ຫລານສາວ​ຂອງ​ຊີເບໂອນ​ຊາວຮີວີ3ແລະ ນາງ​ບາເສມາດ​ຜູ້​ເປັນ​ລູກສາວ​ຂອງ​ອິດຊະມາເອນ ເຊິ່ງ​ເປັນ​ນ້ອງສາວ​ຂອງ​ເນບາໂຢດ.
4ນາງ​ອາດາ​ໄດ້​ໃຫ້​ກຳເນີດ​ເອລີຟັດ​ແກ່​ເອຊາວ, ນາງ​ບາເສມາດ​ໄດ້​ໃຫ້​ກຳເນີດ​ເຣອູເອນ5ແລະ ນາງ​ໂອໂຮລີບາມາ​ໄດ້​ໃຫ້​ກຳເນີດ​ເຢອຸດ, ຢາລາມ ແລະ ໂກຣາ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ໃຫ້​ລາວ​ໃນ​ການາອານ.
6ເອຊາວ​ໄດ້​ພາ​ບັນດາ​ເມຍ, ບັນດາ​ລູກຊາຍ, ບັນດາ​ລູກສາວ ແລະ ສະມາຊິກ​ທັງໝົດ​ໃນ​ຄົວເຮືອນ​ຂອງ​ລາວ ພ້ອມ​ທັງ​ສັດລ້ຽງ ແລະ ຝູງ​ສັດ​ອື່ນໆ​ທັງໝົດ​ຂອງ​ລາວ ແລະ ສິ່ງຂອງ​ທັງໝົດ​ທີ່​ຫາ​ມາ​ໄດ້​ໃນ​ການາອານ ແລະ ໄດ້​ຍົກຍ້າຍ​ໄປ​ຍັງ​ດິນແດນ​ໜຶ່ງ ເຊິ່ງ​ຢູ່​ຫ່າງໄກ​ຈາກ​ຢາໂຄບ​ນ້ອງຊາຍ​ຂອງ​ຕົນ.7ຊັບສົມບັດ​ຂອງ​ພວກເຂົາ​ນັ້ນ​ມີ​ຫລາຍ​ເກີນ​ກວ່າ​ທີ່​ພວກເຂົາ​ຈະ​ຢູ່​ຮ່ວມ​ກັນ​ໄດ້; ດິນແດນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ອາໄສ​ຢູ່​ນັ້ນ​ບໍ່​ສາມາດ​ຮອງຮັບ​ພວກເຂົາ​ທັງສອງ​ໄດ້ ເພາະ​ສັດລ້ຽງ​ຂອງ​ພວກເຂົາ.8ດັ່ງນັ້ນ ເອຊາວ (ຄື​ເອໂດມ) ຈຶ່ງ​ໄດ້​ໄປ​ຕັ້ງຖິ່ນຖານ​ຢູ່​ທີ່​ເນີນພູ​ເສອີ.
9ນີ້​ແມ່ນ​ເລື່ອງລາວ​ຂອງ​ເຊື້ອສາຍ​ຂອງ​ເອຊາວ​ບັນພະບຸລຸດ​ຂອງ​ຊາວ​ເອໂດມ​ຢູ່​ທີ່​ເນີນພູ​ເສອີ.
10ຕໍ່ໄປ​ນີ້​ແມ່ນ​ຊື່​ລູກຊາຍ​ຂອງ​ເອຊາວ​ຄື: ເອລີຟັດ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ອາດາ​ເມຍ​ຂອງ​ລາວ, ເຣອູເອນ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ບາເສມາດ​ເມຍ​ຂອງ​ລາວ.11ລູກຊາຍ​ຂອງ​ເອລີຟັດ​ມີ​ຄື: ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະ ເກນາດ.12ເອລີຟັດ​ລູກຊາຍ​ຂອງ​ເອຊາວ​ກໍ​ຍັງ​ມີ​ເມຍນ້ອຍ​ຊື່​ວ່າ​ນາງ​ຕິມນາ, ຜູ້​ໃຫ້​ກຳເນີດ​ອາມາເຫລັກ​ແກ່​ລາວ. ຄົນ​ເຫລົ່ານີ້​ເປັນ​ຫລານຊາຍ​ຂອງ​ນາງ​ອາດາ​ເມຍ​ຂອງ​ເອຊາວ.13ລູກຊາຍ​ຂອງ​ເຣອູເອນ​ມີ​ຄື: ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ. ຄົນ​ເຫລົ່ານີ້​ເປັນ​ຫລານຊາຍ​ຂອງ​ນາງ​ບາເສມາດ​ເມຍ​ຂອງ​ເອຊາວ.14ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ ຜູ້​ເປັນ​ລູກສາວ​ຂອງ​ອານາ ແລະ ເປັນ​ຫລານສາວ​ຂອງ​ຊີເບໂອນ ເຊິ່ງ​ນາງ​ໄດ້​ເກີດ​ໃຫ້​ເອຊາວ​ມີ​ຄື: ເຢອຸດ, ຢາລາມ ແລະ ໂກຣາ.
15ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຫົວໜ້າ​ທີ່​ຢູ່​ໃນ​ເຊື້ອສາຍ​ຂອງ​ເອຊາວ​ຄື: ລູກຊາຍ​ຂອງ​ເອລີຟັດ​ຜູ້​ເປັນ​ລູກຊາຍ​ກົກ​ຂອງ​ເອຊາວ​ມີ​ຄື: ຫົວໜ້າ​ເຕມານ, ໂອມາກ, ເຊໂຟ, ເກນາດ16ໂກຣາ ຄາຕາມ ແລະ ອາມາເຫລັກ. ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ເອລີຟັດ​ໃນ​ເອໂດມ; ພວກເຂົາ​ເປັນ​ຫລານຊາຍ​ຂອງ​ນາງ​ອາດາ.17ລູກຊາຍ​ຂອງ​ເຣອູເອນ​ຜູ້​ເປັນ​ລູກ​ຂອງ​ເອຊາວ​ມີ​ຄື: ຫົວໜ້າ​ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ, ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ເຣອູເອນ​ໃນ​ເອໂດມ; ພວກເຂົາ​ເປັນ ຫລານຊາຍ​ຂອງ​ນາງ​ບາເສມາດ​ເມຍ​ຂອງ​ເອຊາວ.18ລູກຊາຍ​ຂອງ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ​ມີ​ຄື: ຫົວໜ້າ​ເຢອຸດ, ຢາລາມ ແລະ ໂກຣາ. ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ​ຜູ້​ເປັນ​ລູກສາວ​ຂອງ​ອານາ.19ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເອຊາວ (ຄື​ເອໂດມ) ແລະ ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຂອງ​ພວກເຂົາ.
20ຕໍ່ໄປ​ນີ້​ແມ່ນ​ລູກຊາຍ​ຂອງ​ເສອີ​ຊາວໂຮຣີ ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ນັ້ນ​ມີ​ຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,21ດີໂຊນ, ເອເຊ ແລະ ດີຊານ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເສອີ​ໃນ​ເອໂດມ ເຊິ່ງ​ເປັນ​ຫົວໜ້າ​ຂອງ​ຊາວ​ໂຮຣີ.22ລູກຊາຍ​ຂອງ​ໂລຕັນ​ມີ​ຄື: ໂຮຣີ ແລະ ໂຮມາມ. ຕີມນາ​ເປັນ​ນ້ອງສາວ​ຂອງ​ໂລຕັນ.23ລູກຊາຍ​ຂອງ​ໂຊບານ​ມີ​ຄື: ອັນວານ, ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ.24ລູກຊາຍ​ຂອງ​ຊີເບໂອນ​ມີ​ຄື: ອາອີຢາ ແລະ ອານາ. (ນີ້​ແມ່ນ​ອານາ​ຜູ້​ຄົ້ນພົບ​ບໍ່ນ້ຳພຸ​ຮ້ອນ ​ໃນ​ທະເລຊາຍ​ຂະນະ​ທີ່​ລ້ຽງ​ຝູງລໍ​ຂອງ​ຊີເບໂອນ​ຜູ້​ເປັນ​ພໍ່​ຂອງ​ຕົນ.)25ລູກຫລານ​ຂອງ​ອານາ​ມີ​ຄື: ດີໂຊນ ແລະ ໂອໂຮລີບາມາ​ລູກສາວ​ຂອງ​ອານາ.26ລູກຊາຍ​ຂອງ​ດີໂຊນ ​ມີ​ຄື: ເຮັມດານ, ເອັດຊະບານ, ອິທະຣານ ແລະ ເກຣານ.27ລູກຊາຍ​ຂອງ​ເອເຊ​ມີ​ຄື: ບິນຮານ, ຊາອາວານ ແລະ ອາການ.28ລູກຊາຍ​ຂອງ​ດີຊານ​ມີ​ຄື: ອູເຊ ແລະ ອາຣານ.29ຄົນ​ເຫລົ່ານີ້​ແມ່ນ​ຫົວໜ້າ​ຂອງ​ຊາວ​ໂຮຣີ​ມີ​ຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,30ດີໂຊນ, ເອເຊ ແລະ ດີຊານ. ທັງໝົດ​ເຫລົ່ານີ້​ແມ່ນ​ຫົວໜ້າ​ຂອງ​ຊາວ​ໂຮຣີ, ຕາມ​ກອງ​ຕ່າງໆ​ຂອງ​ພວກເຂົາ ໃນ​ດິນແດນ​ເສອີ.

ບັນດາ​ຜູ້ປົກຄອງ​ແຫ່ງ​ເອໂດມ

31ຕໍ່ໄປ​ນີ້​ແມ່ນ​ບັນດາ​ກະສັດ​ທີ່​ປົກຄອງ​ໃນ​ເອໂດມ​ກ່ອນ​ທີ່​ຈະ​ມີ​ກະສັດ​ຄົນ​ໃດ​ຂອງ​ອິດສະຣາເອນ​ຂຶ້ນ​ປົກຄອງ:32ເບລາ ລູກຊາຍ​ຂອງ​ເບໂອ ໄດ້​ເປັນ​ກະສັດ​ຂອງ​ເອໂດມ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ດິນຮາບາ.33ເມື່ອ​ເບລາ​ໄດ້​ຕາຍ​ໄປ, ໂຢບັບ​ລູກຊາຍ​ຂອງ​ເຊຣາ​ຈາກ​ໂບຊະຣາ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.34ເມື່ອ​ໂຢບັບ​ໄດ້​ຕາຍ​ໄປ, ຮູຊາມ​ຈາກ​ດິນແດນ​ຂອງ​ຊາວ​ເຕມານ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.35ເມື່ອ​ຮູຊາມ​ໄດ້​ຕາຍ​ໄປ, ຮາດັດ​ລູກຊາຍ​ຂອງ​ເບດັດ ຜູ້​ໄດ້​ເອົາຊະນະ​ມີດີອານ​ໃນ​ເມືອງ​ຂອງ​ໂມອາບ ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ອາວິດ.36ເມື່ອ​ຮາດັດ​ໄດ້​ຕາຍ​ໄປ, ຊາມລາ​ຈາກ​ມັດເຣກາ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.37ເມື່ອ​ຊາມລາ​ໄດ້​ຕາຍ​ໄປ, ຊາອູນ​ຈາກ​ເຣໂຮໂບດ​ທີ່​ຢູ່​ຮິມ​ແມ່ນ້ຳ ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.38ເມື່ອ​ຊາອູນ​ໄດ້​ຕາຍ​ໄປ, ບາອານຮານານ​ລູກຊາຍ​ອັກໂບ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.39ເມື່ອ​ບາອານຮານານ​ລູກຊາຍ​ຂອງ​ອັກໂບ​ໄດ້​ຕາຍ​ໄປ, ຮາດັດ ​ໄດ້​ຂຶ້ນ​ປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ປາອູ ແລະ ເມຍ​ຂອງ​ເພິ່ນ​ຊື່​ວ່າ​ເມເຫັດຕາເບັນ ລູກສາວ​ຂອງ​ມາດເຣດ ຜູ້​ເປັນ​ລູກສາວ​ຂອງ​ເມຊາຮາບ.
40ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາຈາກ​ເອຊາວ, ໂດຍ​ມີ​ຊື່​ຕາມ​ຕະກຸນ ແລະ ເຂດ​ຕ່າງໆ​ຂອງ​ພວກເຂົາ​ຄື: ຕິມນາ, ອານວາ, ເຢເທັດ,41ໂອໂຮລີບາມາ, ເອລາ, ປີໂນນ,42ເກນາດ, ເຕມານ, ມິບສາຣະ,43ມັກດີເອນ ແລະ ອີຣາມ. ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ຂອງ​ເອໂດມ, ແບ່ງ​ຕາມ​ການ​ຕັ້ງຖິ່ນຖານ​ຂອງ​ພວກເຂົາ​ໃນ​ດິນແດນ​ທີ່​ພວກເຂົາ​ໄດ້​ຢຶດຄອງ.
ນີ້​ຄື​ເຊື້ອສາຍ​ຂອງ​ເອຊາວ ບິດາ​ຂອງ​ຊາວ​ເອໂດມ.

Biblica, Inc.

https://app.library.bible/content/eab9312f9f16b3a2