ປະຖົມມະການ2
1ດັ່ງນັ້ນ ຟ້າສະຫວັນ ແລະ ໂລກພ້ອມກັບທຸກສິ່ງຈຶ່ງຖືກສ້າງຂຶ້ນສຳເລັດຄົບຖ້ວນ.2ເມື່ອເຖິງວັນທີເຈັດ ພຣະເຈົ້າກໍໄດ້ສຳເລັດຈາກທີ່ເຮັດ, ດັ່ງນັ້ນ ໃນວັນທີເຈັດພຣະອົງຈຶ່ງຢຸດພັກງານສ້າງທັງໝົດຂອງພຣະອົງ.3ແລ້ວພຣະເຈົ້າໄດ້ອວຍພອນວັນທີເຈັດ ແລະ ໄດ້ຕັ້ງວັນນັ້ນໄວ້ເປັນວັນສັກສິດ, ເພາະໃນວັນນັ້ນພຣະອົງໄດ້ຢຸດພັກຈາກງານສ້າງທັງໝົດທີ່ພຣະອົງໄດ້ກະທຳ.
ແຕ່ອາດາມ ຍັງບໍ່ພົບຜູ້ຊ່ວຍທີ່ເໝາະສົມສຳລັບລາວ.21ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເຮັດໃຫ້ຊາຍນັ້ນນອນຫລັບສະໜິດ; ແລ້ວໃນຂະນະທີ່ລາວນອນຫລັບຢູ່ນັ້ນ, ພຣະອົງໄດ້ເອົາກະດູກຂ້າງ ຊີກໜຶ່ງຂອງຊາຍນັ້ນອອກມາ ແລະ ປິດບ່ອນນັ້ນດ້ວຍເນື້ອໜັງ.22ແລ້ວພຣະເຈົ້າຢາເວໄດ້ສ້າງແມ່ຍິງຈາກກະດູກຂ້າງ ທີ່ພຣະອົງໄດ້ນຳອອກມາຈາກຊາຍນັ້ນ ແລະ ພານາງມາຫາຊາຍນັ້ນ.23ຊາຍຄົນນັ້ນໄດ້ກ່າວວ່າ,“ນີ້ແມ່ນກະດູກຊີກໜຶ່ງຈາກບັນດາກະດູກຂອງເຮົາແລະ ເນື້ອໜັງຈາກເນື້ອໜັງຂອງເຮົາ;ນາງຈະຖືກເອີ້ນວ່າ ‘ແມ່ຍິງ,’ເພາະນາງຖືກນຳອອກມາຈາກຜູ້ຊາຍ”.24ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ ແລະ ພວກເຂົາກໍຈະເປັນກາຍດຽວກັນ.25ອາດາມ ແລະ ເມຍຂອງລາວທັງສອງຄົນໄດ້ເປືອຍກາຍຢູ່ ແລະ ພວກເຂົາກໍບໍ່ຮູ້ສຶກອາຍເລີຍ.
ອາດາມ ແລະ ເອວາ
4ນີ້ຄືເລື່ອງລາວຂອງການສ້າງຟ້າສະຫວັນ ແລະ ໂລກ, ເມື່ອພຣະເຈົ້າຢາເວ ພຣະເຈົ້າໄດ້ສ້າງໂລກ ແລະ ຟ້າສະຫວັນ.5ໃນເວລານັ້ນຍັງບໍ່ທັນມີພຸ່ມໄມ້ປາກົດຂຶ້ນເທິງໂລກ ແລະ ບໍ່ມີພືດເກີດຂຶ້ນມາເທື່ອ, ເພາະພຣະເຈົ້າຢາເວຍັງບໍ່ທັນໄດ້ໃຫ້ຝົນຕົກລົງມາໃສ່ໂລກ ແລະ ຍັງບໍ່ມີມະນຸດຄົນໃດທີ່ຈະຄາດໄຖດິນ,6ແຕ່ມີນ້ຳ ພຸ່ງຂຶ້ນຈາກພື້ນໂລກ ແລະ ຫົດໜ້າດິນທັງໝົດ.7ແລ້ວພຣະເຈົ້າຢາເວໄດ້ປັ້ນມະນຸດ ຈາກຂີ້ຝຸ່ນດິນ ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າໄປທາງຮູດັງຂອງລາວ ແລ້ວມະນຸດຄົນນີ້ຈຶ່ງມີຊີວິດ.8ແລ້ວພຣະເຈົ້າຢາເວໄດ້ສ້າງສວນແຫ່ງໜຶ່ງໄວ້ໃນເອເດນທາງທິດຕາເວັນອອກ ແລະ ພຣະອົງໃຫ້ຊາຍຜູ້ທີ່ພຣະອົງສ້າງຂຶ້ນມາອາໄສຢູ່ໃນທີ່ນັ້ນ.9ພຣະເຈົ້າຢາເວໄດ້ເຮັດໃຫ້ຕົ້ນໄມ້ທຸກຊະນິດປົ່ງຂຶ້ນຈາກດິນ ມີທັງຕົ້ນໄມ້ທີ່ງາມຕາ ແລະ ເໝາະສຳລັບເປັນອາຫານ. ຢູ່ທີ່ກາງສວນມີຕົ້ນໄມ້ແຫ່ງຊີວິດ ແລະ ຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຮູ້ຈັກຊົ່ວ.10ມີແມ່ນ້ຳສາຍໜຶ່ງຈາກເອເດນໄຫລມາຫົດສວນນັ້ນ, ແລ້ວແມ່ນໍ້າໄດ້ຖືກແຍກອອກເປັນຕົ້ນນ້ຳສີ່ສາຍ.11ສາຍທີໜຶ່ງຊື່ວ່າປີໂຊນ, ໄຫລຜ່ານທົ່ວດິນແດນຮາວີລາ, ເຊິ່ງເປັນບ່ອນທີ່ມີຄຳ.12(ດິນແດນນີ້ມີຄຳຄຸນນະພາບດີ; ຢາງໄມ້ຫອມ ແລະ ຫີນໂກເມນກໍມີຢູ່ທີ່ນັ້ນດ້ວຍ.)13ຊື່ຂອງແມ່ນໍ້າສາຍທີສອງແມ່ນກິໂຮນ; ໄຫລຜ່ານທົ່ວດິນແດນກູເຊ. 14ຊື່ຂອງແມ່ນໍ້າສາຍທີສາມແມ່ນຕິກຣິດ; ເຊິ່ງໄຫລໄປທາງທິດຕາເວັນອອກຂອງອັດຊີເຣຍ. ແລະ ແມ່ນໍ້າສາຍທີສີ່ແມ່ນເອີຟຣັດ.15ພຣະເຈົ້າຢາເວໄດ້ເອົາຊາຍຜູ້ນັ້ນໄປຢູ່ໃນສວນເອເດນເພື່ອໃຫ້ລາວເຮັດວຽກ ແລະ ເບິ່ງແຍງຮັກສາສວນນີ້.16ແລ້ວພຣະເຈົ້າຢາເວໄດ້ສັ່ງຊາຍນັ້ນວ່າ, “ເຈົ້າຈະກິນໝາກໄມ້ຈາກຕົ້ນໃດໃນສວນນີ້ກໍໄດ້;17ແຕ່ເຈົ້າຫ້າມກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຮູ້ຈັກຊົ່ວ, ເພາະເມື່ອໃດທີ່ເຈົ້າກິນໝາກໄມ້ຈາກຕົ້ນນີ້ ເຈົ້າຈະຕາຍແນ່ນອນ”.18ພຣະເຈົ້າຢາເວໄດ້ເວົ້າວ່າ, “ບໍ່ເປັນການດີສຳລັບຜູ້ຊາຍທີ່ຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍຜູ້ໜຶ່ງທີ່ເໝາະສົມກັບລາວ”.19ບັດນີ້ ພຣະເຈົ້າຢາເວໄດ້ເອົາດິນມາປັ້ນສັດປ່າ ແລະ ນົກທຸກຊະນິດທີ່ບິນຢູ່ເທິງທ້ອງຟ້າ. ພຣະອົງໄດ້ນຳສັດທັງຫລາຍມາຫາຊາຍຄົນນັ້ນເພື່ອເບິ່ງວ່າລາວຈະຕັ້ງຊື່ໃຫ້ສັດເຫລົ່ານັ້ນວ່າຢ່າງໃດ; ຊາຍຄົນນັ້ນເອີ້ນສິ່ງມີຊີວິດແຕ່ລະຢ່າງວ່າແນວໃດ, ສັດເຫລົ່ານັ້ນກໍມີຊື່ຕາມນັ້ນ.20ດັ່ງນັ້ນ ຊາຍຄົນນັ້ນຈຶ່ງຕັ້ງຊື່ໃຫ້ສັດລ້ຽງທັງໝົດ, ນົກໃນທ້ອງຟ້າ ແລະ ສັດປ່າທັງໝົດ.ແຕ່ອາດາມ ຍັງບໍ່ພົບຜູ້ຊ່ວຍທີ່ເໝາະສົມສຳລັບລາວ.21ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເຮັດໃຫ້ຊາຍນັ້ນນອນຫລັບສະໜິດ; ແລ້ວໃນຂະນະທີ່ລາວນອນຫລັບຢູ່ນັ້ນ, ພຣະອົງໄດ້ເອົາກະດູກຂ້າງ ຊີກໜຶ່ງຂອງຊາຍນັ້ນອອກມາ ແລະ ປິດບ່ອນນັ້ນດ້ວຍເນື້ອໜັງ.22ແລ້ວພຣະເຈົ້າຢາເວໄດ້ສ້າງແມ່ຍິງຈາກກະດູກຂ້າງ ທີ່ພຣະອົງໄດ້ນຳອອກມາຈາກຊາຍນັ້ນ ແລະ ພານາງມາຫາຊາຍນັ້ນ.23ຊາຍຄົນນັ້ນໄດ້ກ່າວວ່າ,“ນີ້ແມ່ນກະດູກຊີກໜຶ່ງຈາກບັນດາກະດູກຂອງເຮົາແລະ ເນື້ອໜັງຈາກເນື້ອໜັງຂອງເຮົາ;ນາງຈະຖືກເອີ້ນວ່າ ‘ແມ່ຍິງ,’ເພາະນາງຖືກນຳອອກມາຈາກຜູ້ຊາຍ”.24ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ ແລະ ພວກເຂົາກໍຈະເປັນກາຍດຽວກັນ.25ອາດາມ ແລະ ເມຍຂອງລາວທັງສອງຄົນໄດ້ເປືອຍກາຍຢູ່ ແລະ ພວກເຂົາກໍບໍ່ຮູ້ສຶກອາຍເລີຍ.
Biblica, Inc.