ປະຖົມມະການ3
ມະນຸດບໍ່ເຊື່ອຟັງພຣະເຈົ້າ
1ງູນັ້ນເປັນສັດທີ່ມີເລ່ຫລ່ຽມກວ່າສັດປ່າທັງຫລາຍທີ່ພຣະເຈົ້າຢາເວໄດ້ສ້າງຂຶ້ນມາ. ມັນໄດ້ເວົ້າຕໍ່ຍິງນັ້ນວ່າ, “ພຣະເຈົ້າໄດ້ເວົ້າແທ້ບໍວ່າ, ‘ເຈົ້າຕ້ອງບໍ່ກິນໝາກໄມ້ຈາກຕົ້ນໄມ້ໃດໆໃນສວນນີ້’?”2ຍິງນັ້ນໄດ້ຕອບງູວ່າ, “ພວກເຮົາກິນໝາກໄມ້ຈາກຕົ້ນໄມ້ທັງຫລາຍໃນສວນໄດ້,3ແຕ່ພຣະເຈົ້າໄດ້ເວົ້າວ່າ, ‘ເຈົ້າຫ້າມກິນໝາກໄມ້ຈາກຕົ້ນໄມ້ທີ່ຢູ່ກາງສວນ ແລະ ເຈົ້າຫ້າມແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ’ ”.4ງູໄດ້ເວົ້າຕໍ່ຍິງນັ້ນວ່າ, “ເຈົ້າຈະບໍ່ຕາຍແນ່ນອນ.5ເພາະພຣະເຈົ້າຮູ້ວ່າເມື່ອໃດທີ່ເຈົ້າກິນໝາກໄມ້ຈາກຕົ້ນນັ້ນ ຕາຂອງເຈົ້າກໍຈະຖືກເປີດອອກ ແລະ ເຈົ້າຈະເປັນເໝືອນພຣະເຈົ້າ, ຄືຮູ້ຈັກດີ ແລະ ຮູ້ຈັກຊົ່ວ”.6ເມື່ອຍິງນັ້ນເຫັນວ່າໝາກໄມ້ຂອງຕົ້ນໄມ້ນັ້ນດີເໝາະສຳລັບເປັນອາຫານ ແລະ ທັງໜ້າເບິ່ງ, ແລະ ທັງຊ່ວຍໃຫ້ເກີດປັນຍາດ້ວຍ, ນາງຈຶ່ງຈັບເອົາໝາກໄມ້ຈຳນວນໜຶ່ງມາ ແລະ ກິນໝາກໄມ້ນັ້ນ. ນາງຍັງໄດ້ເອົາຈຳນວນໜຶ່ງໃຫ້ຜົວຂອງນາງທີ່ຢູ່ກັບນາງ ແລ້ວລາວກໍກິນໝາກໄມ້ນັ້ນ.7ແລ້ວຕາຂອງພວກເຂົາທັງສອງກໍເປີດອອກ ແລະ ພວກເຂົາກໍຮູ້ວ່າຕົນເອງໄດ້ເປືອຍກາຍຢູ່; ດັ່ງນັ້ນ ພວກເຂົາຈຶ່ງໄດ້ຫຍິບໃບໝາກເດື່ອເຂົ້າກັນ ແລ້ວເຮັດເປັນເຄື່ອງປົກປິດສຳລັບພວກເຂົາເອງ.8ແລ້ວຊາຍຜູ້ນັ້ນ ແລະ ເມຍຂອງລາວກໍໄດ້ຍິນສຽງຂອງພຣະເຈົ້າຢາເວຂະນະທີ່ພຣະອົງຍ່າງຢູ່ໃນສວນໃນຕອນແລງຂອງວັນນັ້ນ, ແລ້ວພວກເຂົາຈຶ່ງໄປລີ້ພຣະເຈົ້າຢາເວຢູ່ຕາມຕົ້ນໄມ້ຕ່າງໆຂອງສວນ.9ແຕ່ພຣະເຈົ້າຢາເວໄດ້ເອີ້ນຫາຊາຍນັ້ນວ່າ, “ເຈົ້າຢູ່ໃສ?”10ລາວໄດ້ຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນນີ້ ແລະ ຂ້ານ້ອຍກໍຢ້ານເພາະຂ້ານ້ອຍເປືອຍກາຍຢູ່; ດັ່ງນັ້ນ ຂ້ານ້ອຍຈຶ່ງລີ້ຢູ່”.11ແລະ ພຣະອົງໄດ້ກ່າວວ່າ, “ຜູ້ໃດບອກວ່າເຈົ້າໄດ້ເປືອຍກາຍຢູ່? ເຈົ້າໄດ້ກິນໝາກໄມ້ຈາກຕົ້ນທີ່ເຮົາໄດ້ສັ່ງເຈົ້າບໍ່ໃຫ້ກິນນັ້ນແມ່ນບໍ?”12ຊາຍນັ້ນເວົ້າວ່າ, “ຍິງທີ່ພຣະອົງໃຫ້ຢູ່ທີ່ນີ້ກັບຂ້ານ້ອຍນັ້ນ ນາງໄດ້ເອົາໝາກໄມ້ຈຳນວນໜຶ່ງຈາກຕົ້ນນັ້ນໃຫ້ຂ້ານ້ອຍ ແລະ ຂ້ານ້ອຍກໍໄດ້ກິນໝາກໄມ້ນັ້ນ”.13ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ຍິງນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດຢ່າງນີ້?”ຍິງນັ້ນໄດ້ເວົ້າວ່າ, “ງູໄດ້ລໍ້ລວງຂ້ານ້ອຍ ແລະ ຂ້ານ້ອຍກໍໄດ້ກິນ”.14ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເວົ້າກັບງູນັ້ນວ່າ, “ເພາະເຈົ້າໄດ້ເຮັດເຊັ່ນນີ້,“ເຈົ້າຈຶ່ງຖືກສາບແຊ່ງໜັກກວ່າສັດລ້ຽງທັງໝົດແລະ ສັດປ່າທັງໝົດ!ເຈົ້າຈະເລືອໄປດ້ວຍທ້ອງຂອງເຈົ້າແລະ ເຈົ້າຈະກິນຂີ້ຝຸ່ນດິນຕະຫລອດຊີວິດຂອງເຈົ້າ.15ແລະ ເຮົາຈະເຮັດຄວາມເປັນສັດຕູກັນລະຫວ່າງເຈົ້າ ແລະ ຍິງນັ້ນ,ແລະ ລະຫວ່າງລູກຫລານ ຂອງເຈົ້າ ແລະ ລູກຫລານຂອງນາງດ້ວຍ;ລາວຈະຟາດຫົວຂອງເຈົ້າ,ແລະ ເຈົ້າຈະຕອດ ສົ້ນນ່ອງຂອງລາວ”.16ພຣະອົງເວົ້າຕໍ່ຍິງນັ້ນວ່າ,“ເຮົາຈະເຮັດໃຫ້ເຈົ້າເຈັບປວດຢ່າງຮຸນແຮງໃນການເກີດລູກ;ເຈົ້າຈະເກີດລູກດ້ວຍຄວາມເຈັບປວດທໍລະມານ.ແຕ່ເຈົ້າກໍຍັງປາຖະໜາຜົວ,ແລະ ລາວຈະປົກຄອງເໜືອເຈົ້າ”.17ພຣະອົງໄດ້ກ່າວກັບອາດາມວ່າ, “ເພາະເຈົ້າໄດ້ຟັງເມຍຂອງເຈົ້າ ແລະ ໄດ້ກິນໝາກໄມ້ຈາກຕົ້ນທີ່ເຮົາໄດ້ສັ່ງເຈົ້າວ່າ, ‘ຫ້າມເຈົ້າກິນໝາກໄມ້ຈາກຕົ້ນນັ້ນ,’“ພື້ນດິນຈຶ່ງໄດ້ຖືກສາບແຊ່ງເພາະເຈົ້າ; ກະທຳຜິດ.ເຈົ້າຈະຫາກິນຈາກແຜ່ນດິນດ້ວຍຄວາມລຳບາກທີ່ສຸດຕະຫລອດຊີວິດຂອງເຈົ້າ.18ແຜ່ນດິນຈະເກີດໜາມ ແລະ ຕົ້ນໜາມສຳລັບເຈົ້າແລະ ເຈົ້າຈະກິນພືດຈາກທົ່ງນາ.19ເຈົ້າຈະຫາກິນດ້ວຍເຫື່ອທີ່ອອກຈາກຄີ້ວຂອງເຈົ້າຈົນກວ່າເຈົ້າກັບຄືນສູ່ດິນເພາະເຈົ້າຖືກສ້າງມາຈາກຂີ້ຝຸ່ນດິນ;ເພາະເຈົ້າເປັນຂີ້ຝຸ່ນດິນແລະ ເຈົ້າຈະກັບຄືນສູ່ຝຸ່ນດິນ”.20ອາດາມ ໄດ້ຕັ້ງຊື່ເມຍຂອງຕົນວ່າເອວາ ເພາະນາງຈະເປັນແມ່ຂອງຜູ້ມີຊີວິດທັງໝົດ.21ພຣະເຈົ້າຢາເວໄດ້ເຮັດເຄື່ອງນຸ່ງຈາກໜັງສັດໃຫ້ອາດາມກັບເມຍຂອງລາວ ແລະ ສວມໃຫ້ພວກເຂົາ.22ແລ້ວພຣະເຈົ້າຢາເວໄດ້ເວົ້າວ່າ, “ບັດນີ້ ມະນຸດໄດ້ກາຍເປັນເໝືອນໜຶ່ງໃນພວກເຮົາແລ້ວ ຄືຮູ້ຈັກດີ ແລະ ຮູ້ຈັກຊົ່ວ. ລາວຈະບໍ່ໄດ້ຮັບອະນຸຍາດໃຫ້ເດ່ມືຂອງລາວອອກ ແລະ ຈັບເອົາໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດມາກິນ ແລ້ວມີຊີວິດຢູ່ຕະຫລອດໄປ”.23ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂັບໄລ່ລາວອອກຈາກສວນເອເດນເພື່ອໃຫ້ໄປຫາກິນເທິງພື້ນດິນບ່ອນທີ່ລາວໄດ້ຖືກສ້າງມານັ້ນ.24ຫລັງຈາກທີ່ພຣະອົງໄດ້ຂັບໄລ່ຊາຍນັ້ນອອກໄປແລ້ວ, ພຣະອົງໄດ້ຕັ້ງບັນດາເຄຣຸບໄວ້ທີ່ດ້ານຕາເວັນອອກ ຂອງສວນເອເດນ ແລະ ຕັ້ງດາບທີ່ມີໄຟເຫລັ້ມໜຶ່ງທີ່ແກວ່ງໄປມາເພື່ອເຝົ້າຫົນທາງໄປສູ່ຕົ້ນໄມ້ແຫ່ງຊີວິດນັ້ນ.
Biblica, Inc.