ປະຖົມມະການ1
ປະຖົມມະການ
1ໃນປະຖົມມະການ ພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ໂລກ.2ໃນຂະນະນັ້ນ ໂລກຍັງບໍ່ທັນມີຮູບຮ່າງ ແລະ ຫວ່າງເປົ່າຢູ່, ຄວາມມືດໄດ້ປົກຄຸມຢູ່ເໜືອໜ້ານ້ຳເລິກ ແລະ ພຣະວິນຍານຂອງພຣະເຈົ້າໄດ້ເຄື່ອນໄຫວຢູ່ເໜືອນ້ຳນັ້ນ.3ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດຄວາມສະຫວ່າງ,” ແລະ ຄວາມສະຫວ່າງກໍເກີດຂຶ້ນ.4ພຣະເຈົ້າໄດ້ເຫັນວ່າຄວາມສະຫວ່າງນັ້ນວ່າດີ ແລະ ພຣະອົງໄດ້ແຍກຄວາມສະຫວ່າງອອກຈາກຄວາມມືດ.5ພຣະເຈົ້າໄດ້ເອີ້ນຄວາມສະຫວ່າງວ່າ, “ກາງເວັນ,” ແລ້ວເອີ້ນຄວາມມືດວ່າ, “ກາງຄືນ”. ແລ້ວກໍມີຕອນຄ່ຳ ແລະ ມີຕອນເຊົ້າ ນີ້ແມ່ນມື້ທີໜຶ່ງ.6ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດຟ້າກັ້ນລະຫວ່າງນ້ຳເພື່ອແຍກນ້ຳອອກຈາກກັນ”.7ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ສ້າງຟ້າຂຶ້ນ ແລະ ແຍກນ້ຳອອກຈາກກັນເປັນສ່ວນເທິງ ແລະ ສ່ວນລຸ່ມ. ແລ້ວກໍເປັນໄປຕາມນັ້ນ.8ພຣະເຈົ້າເອີ້ນຟ້ານັ້ນວ່າ, “ທ້ອງຟ້າ”. ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສອງ.9ແລະ ພຣະເຈົ້າໄດ້ກ່າວວ່າ, “ໃຫ້ນ້ຳທີ່ຢູ່ລຸ່ມທ້ອງຟ້າຮວມເຂົ້າກັນໃນບ່ອນດຽວ ແລະ ບ່ອນແຫ້ງຈົ່ງປາກົດຂຶ້ນ”. ແລ້ວກໍເປັນໄປຕາມນັ້ນ.10ພຣະເຈົ້າເອີ້ນບ່ອນທີ່ແຫ້ງນັ້ນວ່າ, “ແຜ່ນດິນ” ແລະ ເອີ້ນນ້ຳທີ່ລວມເຂົ້າກັນນັ້ນວ່າ, “ທະເລ”. ແລະ ພຣະເຈົ້າເຫັນສິ່ງນັ້ນວ່າດີ.11ແລ້ວພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ແຜ່ນດິນເກີດພືດເຊັ່ນ: ພືດຕ່າງໆທີ່ໃຫ້ເມັດ ແລະ ຕົ້ນໄມ້ຢູ່ເທິງແຜ່ນດິນທີ່ມີແກ່ນໃນໝາກຂອງມັນ ຕາມຊະນິດຕ່າງໆຂອງມັນ”. ແລ້ວກໍເປັນໄປຕາມນັ້ນ.12ແຜ່ນດິນກໍເກີດພືດຄື: ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ ແລະ ຕົ້ນໄມ້ທີ່ເກີດໝາກພ້ອມກັບເມັດທີ່ຢູ່ໃນໝາກນັ້ນ ຕາມຊະນິດຕ່າງໆຂອງມັນ. ແລ້ວພຣະເຈົ້າກໍເຫັນສິ່ງນັ້ນວ່າດີ.13ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສາມ.14ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດດວງສະຫວ່າງຕ່າງໆຂຶ້ນໃນແຜ່ນຟ້າຂອງທ້ອງຟ້າເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ເປັນເຄື່ອງໝາຍບອກລະດູ, ບອກວັນ ແລະ ບອກປີ,15ແລ້ວໃຫ້ດວງສະຫວ່າງເຫລົ່ານັ້ນສ່ອງສະຫວ່າງຢູ່ໃນແຜ່ນຟ້າຂອງທ້ອງຟ້າເພື່ອໃຫ້ແສງສະຫວ່າງແກ່ແຜ່ນດິນໂລກ”. ແລ້ວກໍເປັນໄປຕາມນັ້ນ.16ພຣະເຈົ້າໄດ້ສ້າງດວງສະຫວ່າງຂະໜາດໃຫຍ່ສອງດວງ ໃຫ້ດວງທີ່ໃຫຍ່ກວ່າຄອບຄອງກາງເວັນ ແລະ ດວງທີ່ນ້ອຍກວ່າຄອບຄອງກາງຄືນ. ພຣະອົງຍັງໄດ້ສ້າງດວງດາວຕ່າງໆ.17ພຣະເຈົ້າໄດ້ກຳນົດຕຳແໜ່ງຂອງພວກມັນໄວ້ໃນແຜ່ນຟ້າຂອງທ້ອງຟ້າເພື່ອໃຫ້ແສງສະຫວ່າງແກ່ໂລກ,18ເພື່ອຄອບຄອງກາງເວັນ ແລະ ກາງຄືນ ແລະ ເພື່ອແຍກຄວາມສະຫວ່າງອອກຈາກຄວາມມືດ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນວ່າດີ.19ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສີ່.20ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ນ້ຳເຕັມໄປດ້ວຍສິ່ງມີຊີວິດ ແລະ ໃຫ້ນົກທັງຫລາຍບິນໄປມາໃນແຜ່ນຟ້າຂອງທ້ອງຟ້າ”.21ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ສ້າງສັດທະເລຂະໜາດໃຫຍ່ ແລະ ສິ່ງມີຊີວິດທຸກຊະນິດທີ່ລອຍໄປມາເຕັມຢູ່ໃນນ້ຳ ຕາມຊະນິດຂອງມັນ ແລະ ນົກຕ່າງໆທີ່ບິນໄດ້ຕາມຊະນິດຂອງມັນ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນດີ.22ພຣະເຈົ້າໄດ້ອວຍພອນສັດເຫລົ່ານັ້ນ ແລະ ກ່າວວ່າ, “ຈົ່ງເກີດແມ່ແຜ່ລູກ ແລະ ເພີ່ມຈຳນວນຂຶ້ນຈົນເຕັມນໍ້າໃນທະເລ. ແລະ ຈົ່ງໃຫ້ນົກເພີ່ມຈຳນວນຂຶ້ນເທິງແຜ່ນດິນໂລກ”.23ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີຫ້າ.24ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ແຜ່ນດິນເກີດສິ່ງມີຊີວິດຕາມຊະນິດຂອງມັນຄື: ສັດລ້ຽງ, ສັດເລືອຄານ ແລະ ສັດປ່າ ຕາມຊະນິດຂອງມັນ” ແລ້ວກໍເປັນໄປຕາມນັ້ນ.25ພຣະເຈົ້າໄດ້ສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ ແລະ ສັດເລືອຄານຕາມຊະນິດຂອງມັນ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນດີ.26ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ພວກເຮົາສ້າງມະນຸດຂຶ້ນຕາມແບບຂອງເຮົາ, ຕາມຢ່າງເຮົາ, ເພື່ອໃຫ້ພວກເຂົາປົກຄອງປາໃນທະເລ ແລະ ຝູງນົກໃນທ້ອງຟ້າ, ສັດລ້ຽງ ແລະ ສັດປ່າທັງໝົດ ແລະ ສັດເລືອຄານທັງໝົດ”.27ດັ່ງນັ້ນ ພຣະເຈົ້າໄດ້ສ້າງມະນຸດຕາມພາບສະທ້ອນຂອງພຣະອົງ,ໃນພາບສະທ້ອນຂອງພຣະເຈົ້ານັ້ນ ພຣະອົງໄດ້ສ້າງພວກເຂົາຂຶ້ນ;ພຣະອົງສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ.28ພຣະເຈົ້າໄດ້ອວຍພອນພວກເຂົາ ແລະ ເວົ້າຕໍ່ພວກເຂົາວ່າ, “ຈົ່ງມີລູກຫລານ ແລະ ເພີ່ມຈໍານວນຂຶ້ນຈົນເຕັມໂລກ ແລະ ມີອຳນາດເໜືອແຜ່ນດິນ. ຈົ່ງຄອບຄອງປາໃນທະເລ, ນົກໃນທ້ອງຟ້າ ແລະ ສັດເລືອຄານທັງໝົດ”.29ແລ້ວພຣະເຈົ້າເວົ້າວ່າ, “ເຮົາໃຫ້ພືດພັນທຸກຊະນິດທີ່ໃຫ້ເມັດ ເຊິ່ງມີຢູ່ທົ່ວຜືນແຜ່ນດິນໂລກ ແລະ ຕົ້ນໄມ້ທຸກຕົ້ນທີ່ມີແກ່ນຢູ່ໃນໝາກຂອງມັນ. ໝາກໄມ້ເຫລົ່ານີ້ຈະເປັນອາຫານສຳລັບພວກເຈົ້າ.30ສ່ວນສັດທັງໝົດທີ່ຢູ່ເທິງແຜ່ນດິນໂລກ, ນົກທັງໝົດໃນທ້ອງຟ້າ ແລະ ສັດເລືອຄານທັງໝົດ ຄືທຸກສິ່ງທີ່ມີຊີວິດທັງປວງເທິງແຜ່ນດິນໂລກນັ້ນ ເຮົາໃຫ້ພືດສີຂຽວທຸກຊະນິດເພື່ອເປັນອາຫານ”. ແລ້ວກໍເປັນໄປຕາມນັ້ນ.31ພຣະເຈົ້າໄດ້ເຫັນທຸກສິ່ງທີ່ພຣະອົງສ້າງຂຶ້ນ ແລະ ກໍເຫັນວ່າສິ່ງນັ້ນດີ. ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີຫົກ.Biblica, Inc.