ປະຖົມມະການ18
ຜູ້ຢ້ຽມຢາມທັງສາມ
1ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາຮາມໃກ້ຕົ້ນໄມ້ໃຫຍ່ທີ່ມຳເຣໃນຂະນະທີ່ເພິ່ນນັ່ງຢູ່ທີ່ປະຕູທາງເຂົ້າເຕັນຂອງເພິ່ນໃນຊ່ວງກາງເວັນທີ່ມີແດດຮ້ອນແຮງ.2ອັບຣາຮາມເງີຍໜ້າຂຶ້ນ ແລະ ໄດ້ເຫັນຊາຍສາມຄົນຢືນຢູ່ໃກ້ໆ. ເມື່ອເພິ່ນໄດ້ເຫັນຊາຍທັງສາມແລ້ວ, ເພິ່ນກໍຟ້າວລຸກອອກໄປຈາກທາງເຂົ້າເຕັນຂອງເພິ່ນເພື່ອໄປພົບກັບພວກເພິ່ນ ແລະ ກົ້ມລົງທີ່ພື້ນ.3ເພິ່ນໄດ້ກ່າວວ່າ, “ເຈົ້ານາຍຂອງຂ້ານ້ອຍເອີຍ, ຖ້າພວກທ່ານຈະກະລຸນາຂ້ານ້ອຍ, ຂໍຢ່າຜ່ານຜູ້ຮັບໃຊ້ຂອງພວກທ່ານໄປ.4ຂໍໃຫ້ຂ້ານ້ອຍໄດ້ເອົານ້ຳມາໜ້ອຍໜຶ່ງເພື່ອພວກທ່ານຈະໄດ້ລ້າງຕີນ ແລະ ພັກຜ່ອນຢູ່ກ້ອງຕົ້ນໄມ້ນີ້.5ຂໍໃຫ້ຂ້ານ້ອຍໄດ້ຊອກຫາບາງຢ່າງມາໃຫ້ພວກທ່ານຮັບປະທານ, ເພື່ອວ່າພວກທ່ານຈະໄດ້ສົດຊື່ນຂຶ້ນ ແລ້ວພວກທ່ານຈຶ່ງອອກເດີນທາງຕໍ່ໄປ ໃນເມື່ອພວກທ່ານໄດ້ມາຫາຜູ້ຮັບໃຊ້ຂອງພວກທ່ານແລ້ວ”.ພວກເພິ່ນຕອບວ່າ, “ດີຫລາຍ, ຈົ່ງໄປເຮັດຕາມທີ່ທ່ານເວົ້ານັ້ນ”.6ດັ່ງນັ້ນ ອັບຣາຮາມຈຶ່ງຟ້າວກັບເຂົ້າໄປຫາຊາຣາຢູ່ໃນເຕັນ. ເພິ່ນກ່າວວ່າ, “ໄວໆ, ເອົາແປ້ງລະອຽດ 3 ຖັງ ແລ້ວນວດແປ້ງນັ້ນ ແລະ ເຮັດເຂົ້າຈີ່ຈຳນວນໜຶ່ງ”.7ຫລັງຈາກນັ້ນ ເພິ່ນກໍແລ່ນໄປທີ່ຝູງສັດ ແລະ ຄັດເລືອກເອົາລູກງົວທີ່ມີຊີ້ນອ່ອນນຸ້ມດີມາໂຕໜຶ່ງ ແລະ ມອບໃຫ້ຄົນຮັບໃຊ້ຟ້າວໄປປຸງເປັນອາຫານ.8ແລ້ວເພິ່ນກໍຍົກນົມກັບເນີຍ ແລະ ຊີ້ນງົວທີ່ປຸງແຕ່ງແລ້ວມາຕັ້ງຢູ່ຕໍ່ໜ້າພວກເພິ່ນ. ໃນຂະນະທີ່ພວກເພິ່ນຮັບປະທານອາຫານຢູ່ນັ້ນ, ອັບຣາຮາມກໍຢືນຢູ່ໃກ້ພວກເພິ່ນຢູ່ກ້ອງຕົ້ນໄມ້ນັ້ນ.9ພວກເພິ່ນຖາມເພິ່ນວ່າ, “ຊາຣາເມຍຂອງເຈົ້າຢູ່ໃສ?”
ເພິ່ນຕອບວ່າ, “ຢູ່ທີ່ນັ້ນ, ຢູ່ໃນເຕັນ”.10ແລ້ວໜຶ່ງໃນພວກເພິ່ນໄດ້ກ່າວວ່າ, “ເຮົາຈະກັບມາຫາເຈົ້າອີກແນ່ນອນໃນປີໜ້າປະມານເວລາດຽວກັນນີ້ ແລະ ຊາຣາເມຍຂອງເຈົ້າຈະເກີດລູກຊາຍຄົນໜຶ່ງ”.
ສ່ວນນາງຊາຣາກໍກຳລັງຟັງຢູ່ທີ່ທາງເຂົ້າເຕັນ ເຊິ່ງຢູ່ຂ້າງຫລັງເພິ່ນ.11ອັບຣາຮາມກັບນາງຊາຣາກໍເຖົ້າແກ່ຫລາຍແລ້ວ ແລະ ນາງຊາຣາກໍກາຍອາຍຸທີ່ຈະເກີດລູກໄດ້ແລ້ວ.12ດັ່ງນັ້ນ ນາງຊາຣາຈຶ່ງຫົວຂວັນຕົນເອງຂະນະທີ່ຄິດຢູ່ໃນໃຈວ່າ, “ຂ້ອຍກໍໝົດແຮງແລ້ວ ແລະ ນາຍ ຂອງຂ້ອຍກໍເຖົ້າແກ່ແລ້ວ, ບັດນີ້ ຂ້ອຍຈະຍັງມີຄວາມຍິນດີໃນເລື່ອງນີ້ຢູ່ບໍ?”13ແລ້ວພຣະເຈົ້າຢາເວໄດ້ກ່າວແກ່ອັບຣາຮາມວ່າ, “ເປັນຫຍັງນາງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, ‘ຂ້ອຍຈະມີລູກໄດ້ແທ້ບໍ, ເຊິ່ງເວລານີ້ຂ້ອຍກໍເຖົ້າແກ່ແລ້ວ?’14ມີສິ່ງໃດແດ່ຍາກເກີນໄປສຳລັບພຣະເຈົ້າຢາເວບໍ? ເຮົາຈະກັບມາຫາເຈົ້າຕາມເວລາທີ່ໄດ້ກຳນົດໄວ້ໃນປີໜ້າ ແລະ ນາງຊາຣາຈະເກີດລູກຊາຍ”.15ນາງຊາຣາຢ້ານ, ດັ່ງນັ້ນ ນາງຈຶ່ງຕົວະ ແລະ ເວົ້າວ່າ, “ຂ້ານ້ອຍບໍ່ໄດ້ຫົວຂວັນ”.
ແຕ່ພຣະອົງກ່າວວ່າ, “ແມ່ນແລ້ວ, ເຈົ້າໄດ້ຫົວຂວັນ”.
ອັບຣາຮາມອ້ອນວອນເພື່ອເມືອງໂຊໂດມ
16ເມື່ອຊາຍສາມຄົນນັ້ນລຸກຂຶ້ນເພື່ອຈະຈາກໄປ, ພວກເພິ່ນໄດ້ຫລຽວລົງເບິ່ງເມືອງໂຊໂດມ ແລະ ອັບຣາຮາມກໍໄດ້ຍ່າງຕາມໄປສົ່ງພວກເພິ່ນ.17ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຄວນຈະປິດບັງອັບຣາຮາມໃນສິ່ງທີ່ເຮົາກຳລັງຈະເຮັດບໍ?18ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຕັມດ້ວຍອຳນາດຢ່າງແນ່ນອນ ແລະ ທຸກຊົນຊາດທົ່ວໂລກຈະໄດ້ຮັບພອນຜ່ານທາງລາວ .19ເພາະວ່າເຮົາໄດ້ເລືອກລາວ ເພື່ອລາວຈະສັ່ງສອນລູກຫລານ ແລະ ຄົວເຮືອນຂອງລາວທີ່ຈະມີມາພາຍຫລັງໃຫ້ຮັກສາວິຖີທາງຂອງພຣະເຈົ້າຢາເວດ້ວຍການເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ເພື່ອວ່າພຣະເຈົ້າຢາເວຈະນຳເອົາສິ່ງທີ່ພຣະອົງສັນຍາໄວ້ກັບອັບຣາຮາມມາໃຫ້ແກ່ລາວ”.20ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, “ສຽງຮ້ອງຟ້ອງເມືອງໂຊໂດມ ແລະ ເມືອງໂກໂມຣາກໍດັງສະໜັ່ນ ແລະ ຄວາມບາບຂອງພວກເຂົາກໍຮ້າຍແຮງຂຶ້ນ21ຈົນເຮົາຈະຕ້ອງລົງໄປ ແລະ ເບິ່ງສິ່ງທີ່ພວກເຂົາເຮັດນັ້ນຊົ່ວຮ້າຍເໝືອນກັບສຽງຮ້ອງຟ້ອງທີ່ຂຶ້ນມາເຖິງເຮົາບໍ່. ຖ້າບໍ່ຈິງ ເຮົາກໍຈະໄດ້ຮູ້ຈັກ”.22ຊາຍເຫລົ່ານັ້ນຈຶ່ງຫັນໜ້າໜີ ແລະ ຍ່າງໄປຍັງເມືອງໂຊໂດມ, ແຕ່ອັບຣາຮາມຍັງຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ. 23ແລ້ວອັບຣາຮາມກໍຫຍັບເຂົ້າໄປຫາພຣະອົງ ແລະ ເວົ້າວ່າ, “ພຣະອົງຈະກວາດລ້າງຄົນຊອບທຳໄປພ້ອມກັບຄົນຊົ່ວບໍ?24ພຣະອົງຈະເຮັດຢ່າງໃດຖ້າຫາກວ່າມີຄົນຊອບທຳຫ້າສິບຄົນໃນເມືອງນັ້ນ? ພຣະອົງຈະກວາດລ້າງເມືອງນັ້ນແທ້ບໍ ແລະ ບໍ່ລະເວັ້ນ ສະຖານທີ່ນັ້ນເພື່ອເຫັນແກ່ຄົນຊອບທຳຫ້າສິບຄົນທີ່ຢູ່ໃນເມືອງນັ້ນບໍ?25ພຣະອົງຈະບໍ່ເຮັດຢ່າງນັ້ນແທ້ ພຣະອົງຈະບໍ່ປະຫານຄົນຊອບທຳໄປພ້ອມກັບຄົນຊົ່ວ, ຫລື ປະຕິບັດຕໍ່ຄົນຊອບທຳເຊັ່ນດຽວກັນກັບຄົນຊົ່ວເລີຍ. ພຣະອົງຈະບໍ່ເຮັດຢ່າງນັ້ນແທ້! ຜູ້ພິພາກສາແຫ່ງໂລກທັງປວງຈະບໍ່ເຮັດສິ່ງທີ່ຖືກຕ້ອງບໍ?”26ພຣະເຈົ້າຢາເວໄດ້ກ່າວວ່າ, “ຖ້າເຮົາພົບຄົນຊອບທຳຫ້າສິບຄົນໃນເມືອງໂຊໂດມ, ເຮົາຈະລະເວັ້ນສະຖານທີ່ທັງໝົດໄວ້ເພາະເຫັນແກ່ພວກເຂົາ”.27ແລ້ວອັບຣາຮາມໄດ້ເວົ້າຂຶ້ນອີກວ່າ: “ບັດນີ້ຂ້ານ້ອຍກ້າທີ່ຈະເວົ້າຕໍ່ອົງພຣະຜູ້ເປັນເຈົ້າ, ເຖິງວ່າຂ້ານ້ອຍບໍ່ມີຄ່າຫຍັງແຕ່ເປັນພຽງຂີ້ຝຸ່ນດິນ ແລະ ຂີ້ເຖົ່າ,28ຖ້າຈຳນວນຄົນຊອບທຳມີຫ້າຄົນໜ້ອຍກວ່າຫ້າສິບຄົນເດ? ພຣະອົງຈະຍັງທຳລາຍເມືອງທັງໝົດເພາະຂາດຫ້າຄົນນັ້ນບໍ?”ພຣະອົງກ່າວວ່າ, “ຖ້າເຮົາພົບສີ່ສິບຫ້າຄົນຢູ່ທີ່ນັ້ນ, ເຮົາຈະບໍ່ທຳລາຍເມືອງນັ້ນ”.29ອັບຣາຮາມຈຶ່ງກ່າວຕໍ່ພຣະອົງອີກວ່າ, “ຖ້າພົບພຽງແຕ່ສີ່ສິບຄົນເດ?”
ພຣະອົງກ່າວວ່າ, “ເພື່ອເຫັນແກ່ສີ່ສິບຄົນນັ້ນ, ເຮົາກໍຈະບໍ່ທຳລາຍເມືອງນັ້ນ”.30ແລ້ວອັບຣາຮາມຈຶ່ງກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າຢ່າໄດ້ໃຈຮ້າຍເລີຍ, ແຕ່ຂ້ານ້ອຍຂໍກ່າວອີກ. ຖ້າພົບພຽງສາມສິບຄົນຢູ່ທີ່ນັ້ນເດ?”
ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍ ຖ້າເຮົາພົບສາມສິບຄົນຢູ່ທີ່ນັ້ນ”.31ອັບຣາຮາມໄດ້ເວົ້າວ່າ, “ບັດນີ້ ໃນເມື່ອຂ້ານ້ອຍກ້າທີ່ຈະກ່າວຕໍ່ອົງພຣະຜູ້ເປັນເຈົ້າແລ້ວ, ຖ້າພົບພຽງແຕ່ຊາວຄົນຢູ່ທີ່ນັ້ນເດ?”
ພຣະອົງກ່າວວ່າ, “ເພື່ອເຫັນແກ່ຊາວຄົນ, ເຮົາກໍຈະບໍ່ທຳລາຍເມືອງນັ້ນ”.32ແລ້ວອັບຣາຮາມກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າຢ່າໃຈຮ້າຍເລີຍ, ແຕ່ຂ້ານ້ອຍຂໍກ່າວອີກພຽງຄັ້ງດຽວ. ຖ້າພົບພຽງແຕ່ສິບຄົນຢູ່ທີ່ນັ້ນເດ?”
ພຣະອົງຕອບວ່າ, “ເພື່ອເຫັນແກ່ສິບຄົນ, ເຮົາກໍຈະບໍ່ທຳລາຍເມືອງນັ້ນ”.33ເມື່ອພຣະເຈົ້າຢາເວກ່າວກັບອັບຣາຮາມຈົບແລ້ວ, ພຣະອົງກໍຈາກໄປ ແລະ ອັບຣາຮາມກໍກັບຄືນມາເຮືອນ.
Biblica, Inc.