ປະຖົມມະການ19
ເມືອງໂຊໂດມ ແລະ ເມືອງໂກໂມຣາຖືກທຳລາຍ
1ເທວະດາທັງສອງໄດ້ມາເຖິງເມືອງໂຊໂດມໃນຕອນຄ່ຳ ແລະ ໂລດກໍກຳລັງນັ່ງຢູ່ທີ່ປະຕູເມືອງ. ເມື່ອໂລດເຫັນເທວະດາເຫລົ່ານັ້ນ, ເພິ່ນຈຶ່ງລຸກຂຶ້ນໄປພົບພວກເພິ່ນ ແລະ ກົ້ມລົງຈົນໜ້າຈຸພື້ນ.2ເພິ່ນໄດ້ເວົ້າວ່າ, “ນາຍຂອງຂ້ານ້ອຍເອີຍ, ຂໍເຊີນໄປແວ່ບ້ານຂອງຜູ້ຮັບໃຊ້ຂອງທ່ານ. ທ່ານຈະໄດ້ລ້າງຕີນ ແລະ ພັກຈັກຄືນໜຶ່ງ ແລ້ວມື້ອື່ນເຊົ້າທ່ານຈຶ່ງຄ່ອຍເດີນທາງຕໍ່ໄປ”.ພວກເພິ່ນຕອບວ່າ, “ຢ່າເລີຍ, ພວກເຮົາຈະຄ້າງຄືນຢູ່ເດີ່ນຂອງເມືອງ”.3ແຕ່ໂລດກໍຂໍຮ້ອງຢ່າງໜັກຈົນພວກເພິ່ນໄດ້ໄປກັບໂລດ ແລະ ໄດ້ເຂົ້າໄປໃນເຮືອນຂອງເພິ່ນ. ໂລດກໍໄດ້ຈັດຕຽມອາຫານສຳລັບພວກເພິ່ນ ໂດຍເຮັດເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ, ແລ້ວພວກເພິ່ນກໍກິນ.4ກ່ອນທີ່ພວກເພິ່ນຈະເຂົ້ານອນ, ມີຜູ້ຊາຍທັງໝົດຈາກທຸກບ່ອນຂອງເມືອງໂຊໂດມ ມີທັງໜຸ່ມ ແລະ ແກ່ກໍໄດ້ພາກັນມາອ້ອມເຮືອນນັ້ນ.5ພວກເຂົາຮ້ອງໃສ່ໂລດວ່າ, “ພວກຜູ້ຊາຍທີ່ມາຫາເຈົ້າຕອນຄ່ຳມື້ນີ້ຢູ່ໃສ? ຈົ່ງພາພວກເຂົາອອກມາຫາພວກເຮົາ ເພື່ອວ່າພວກເຮົາຈະໄດ້ມີເພດສຳພັນກັບພວກເຂົາ”.6ໂລດຈຶ່ງອອກໄປຂ້າງນອກເພື່ອພົບກັບພວກເຂົາ ແລະ ປິດປະຕູທີ່ຢູ່ທາງຫລັງຂອງເພິ່ນ7ແລ້ວເວົ້າວ່າ, “ຢ່າເລີຍ, ເພື່ອນທັງຫລາຍຂອງເຮົາເອີຍ. ຢ່າເຮັດສິ່ງຊົ່ວຮ້າຍເຊັ່ນນີ້ເລີຍ.8ເບິ່ງແມ, ເຮົາມີລູກສາວສອງຄົນທີ່ຍັງບໍ່ເຄີຍຫລັບນອນກັບຜູ້ຊາຍຈັກເທື່ອ. ໃຫ້ເຮົານຳພວກເຂົາອອກມາໃຫ້ພວກເຈົ້າ ແລ້ວພວກເຈົ້າຈະເຮັດສິ່ງໃດແກ່ພວກເຂົາກໍໄດ້ຕາມໃຈມັກ. ແຕ່ຢ່າເຮັດສິ່ງໃດກັບຊາຍເຫລົ່ານີ້ເລີຍ, ເພາະພວກເພິ່ນໄດ້ມາພັກຢູ່ໃຕ້ຫລັງຄາເຮືອນ ໃຕ້ການຄຸ້ມຄອງຂອງເຮົາ”.9ພວກເຂົາຕອບວ່າ, “ຖອຍອອກໄປຈາກທາງຂອງພວກເຮົາ, ເພື່ອນຜູ້ນີ້ມາຢູ່ທີ່ນີ້ໃນຖານະຄົນຕ່າງດ້າວ, ແລ້ວບັດນີ້ລາວຕ້ອງການສະແດງຕົວວ່າເປັນຜູ້ພິພາກສາ! ພວກເຮົາຈະຈັດການກັບເຈົ້າຮ້າຍກວ່າສອງຄົນນັ້ນອີກ”. ພວກເຂົາໄດ້ສືບຕໍ່ກົດດັນໂລດ ແລະ ບຸກເຂົ້າໄປເພື່ອຈະມ້າງປະຕູອອກ.10ແຕ່ຊາຍທັງສອງທີ່ຢູ່ຂ້າງໃນໄດ້ເດ່ມືອອກມາດຶງເອົາໂລດກັບເຂົ້າໄປໃນເຮືອນແລ້ວປິດປະຕູ.11ຫລັງຈາກນັ້ນ ພວກເພິ່ນຈຶ່ງໄດ້ຕີບັນດາຜູ້ຊາຍທີ່ຢູ່ທີ່ປະຕູເຮືອນ, ທັງຄົນໜຸ່ມ ແລະ ຄົນເຖົ້າ, ດ້ວຍການເຮັດໃຫ້ຕາບອດເພື່ອພວກເຂົາຈະຫາປະຕູບໍ່ພົບ.12ຊາຍທັງສອງໄດ້ເວົ້າກັບໂລດວ່າ, “ທ່ານມີຄົນໃດອີກບໍທີ່ຢູ່ໃນເມືອງນີ້ ຄືລູກເຂີຍ, ລູກຊາຍ ຫລື ລູກສາວ ຫລື ຄົນອື່ນໆອີກທີ່ເປັນຂອງທ່ານທີ່ຢູ່ໃນເມືອງນີ້? ຈົ່ງພາພວກເຂົາອອກໄປຈາກບ່ອນນີ້,13ເພາະພວກເຮົາກຳລັງຈະທຳລາຍບ່ອນນີ້. ສຽງທີ່ປະຊາຊົນຂອງເມືອງນີ້ຟ້ອງຕໍ່ພຣະເຈົ້າຢາເວດັງຈົນພຣະອົງໄດ້ສົ່ງພວກເຮົາມາທຳລາຍເມືອງນີ້”.14ດັ່ງນັ້ນ ໂລດຈຶ່ງໄປບອກບັນດາລູກເຂີຍ ເຊິ່ງໄດ້ໝັ້ນໝາຍເພື່ອແຕ່ງງານ ກັບບັນດາລູກສາວຂອງເພິ່ນ. ເພິ່ນໄດ້ກ່າວວ່າ, “ຈົ່ງຟ້າວອອກຈາກບ່ອນນີ້ໄປໄວໆ, ເພາະພຣະເຈົ້າຢາເວກຳລັງຈະທຳລາຍເມືອງນີ້!” ແຕ່ບັນດາລູກເຂີຍຂອງເພິ່ນຄິດວ່າເພິ່ນເວົ້າຫລິ້ນ.15ພໍຮຸ່ງເຊົ້າມາ, ເທວະດາເຫລົ່ານັ້ນຈຶ່ງເລັ່ງລັດໂລດໂດຍກ່າວວ່າ, “ໄວໆ! ຈົ່ງພາເມຍຂອງເຈົ້າ ແລະ ລູກສາວທັງສອງຂອງເຈົ້າທີ່ຢູ່ທີ່ນີ້ອອກໄປ, ບໍ່ດັ່ງນັ້ນເມື່ອເມືອງນີ້ຖືກລົງໂທດ ເຈົ້າຈະຖືກກວາດລ້າງໄປດ້ວຍ”.16ເມື່ອໂລດຍັງລັງເລໃຈຢູ່ນັ້ນ, ຊາຍເຫລົ່ານັ້ນຈຶ່ງຈັບມືຂອງເພິ່ນ ພ້ອມທັງຈັບເອົາມືເມຍ ແລະ ລູກສາວທັງສອງ ແລ້ວນຳພາພວກເພິ່ນອອກມານອກເມືອງຢ່າງປອດໄພ, ເພາະພຣະເຈົ້າຢາເວມີຄວາມເມດຕາຕໍ່ພວກເພິ່ນ.17ທັນທີທີ່ເທວະດາທັງສອງໄດ້ນຳເອົາພວກເພິ່ນອອກມານອກເມືອງແລ້ວ, ເທວະດາຕົນໜຶ່ງຈຶ່ງເວົ້າວ່າ, “ຈົ່ງໜີເອົາຊີວິດລອດ! ຢ່າຫລຽວຄືນຫລັງ ແລະ ຢ່າຢຸດຢູ່ບ່ອນໃດໃນທົ່ງພຽງນີ້! ຈົ່ງໜີໄປທີ່ພູເຂົາ ບໍ່ດັ່ງນັ້ນພວກເຈົ້າຈະຖືກກວາດລ້າງໄປດ້ວຍ!”18ແຕ່ໂລດເວົ້າຕໍ່ພວກເພິ່ນວ່າ, “ຢ່າເລີຍ, ນາຍຂອງຂ້ານ້ອຍເອີຍ ຂໍຄວາມກະລຸນາດ້ວຍ!19ທ່ານໄດ້ກະລຸນາຜູ້ຮັບໃຊ້ຂອງທ່ານ ແລະ ທ່ານໄດ້ສະແດງຄວາມເມດຕາອັນຍິ່ງໃຫຍ່ຕໍ່ຂ້ານ້ອຍໂດຍການໄວ້ຊີວິດຂອງຂ້ານ້ອຍ. ແຕ່ຂ້ານ້ອຍບໍ່ສາມາດໜີໄປເຖິງພູເຂົາໄດ້; ໄພພິບັດນີ້ຈະມາເຖິງຂ້ານ້ອຍ ແລະ ຂ້ານ້ອຍກໍຈະຕາຍ.20ເບິ່ງແມ, ມີເມືອງໜຶ່ງທີ່ຢູ່ໃກ້ພໍທີ່ຈະແລ່ນໄປທີ່ນັ້ນໄດ້ທັນ ແລະ ເມືອງນີ້ກໍເປັນເມືອງນ້ອຍ. ໃຫ້ຂ້ານ້ອຍໜີໄປທີ່ເມືອງນັ້ນ ແລະ ເມືອງນີ້ກໍເປັນເມືອງນ້ອຍຫລາຍບໍ່ແມ່ນບໍ? ແລ້ວຂ້ານ້ອຍກໍຈະລອດຊີວິດ”.21ເທວະດານັ້ນໄດ້ເວົ້າຕໍ່ເພິ່ນວ່າ, “ດີຫລາຍ, ເຮົາຈະເຮັດຕາມຄຳຂໍຮ້ອງນີ້ເໝືອນກັນ, ເຮົາຈະບໍ່ທຳລາຍເມືອງທີ່ເຈົ້າເວົ້າເຖິງ.22ແຕ່ຈົ່ງຟ້າວໜີໄປທີ່ນັ້ນ, ເພາະເຮົາເຮັດຫຍັງບໍ່ໄດ້ຈົນກວ່າເຈົ້າຈະໄປເຖິງເມືອງນັ້ນ”. (ດ້ວຍເຫດນີ້ເມືອງນັ້ນຈຶ່ງມີຊື່ວ່າໂຊອາ. )23ພໍໂລດມາເຖິງໂຊອາ, ຕາເວັນກໍຂຶ້ນເໜືອແຜ່ນດິນແລ້ວ.24ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ໃຫ້ມາດທີ່ກຳລັງໄໝ້ຢູ່ຕົກລົງມາໃສ່ເມືອງໂຊໂດມ ແລະ ໂກໂມຣາ ມາດນີ້ມາຈາກພຣະເຈົ້າຢາເວແຫ່ງຟ້າສະຫວັນ.25ດັ່ງນັ້ນ ພຣະອົງໄດ້ທຳລາຍເມືອງເຫລົ່ານັ້ນ ແລະ ທົ່ງພຽງທັງໝົດ, ເປັນການທຳລາຍທຸກຊີວິດທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ ແລະ ພືດພັນທັງໝົດໃນດິນແດນນັ້ນດ້ວຍ.26ແຕ່ເມຍຂອງໂລດໄດ້ຫລຽວກັບໄປເບິ່ງ ແລະ ນາງຈຶ່ງກາຍເປັນເສົາເກືອ.27ແຕ່ເຊົ້າໆຂອງວັນຕໍ່ມາ ອັບຣາຮາມລຸກຂຶ້ນ ແລະ ກັບໄປຍັງບ່ອນທີ່ເພິ່ນເຄີຍຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ.28ເພິ່ນຫລຽວລົງໄປຍັງເມືອງໂຊໂດມ ແລະ ເມືອງໂກໂມຣາ, ຫລຽວໄປທົ່ວດິນແດນໃນທົ່ງພຽງ ແລະ ເພິ່ນກໍໄດ້ເຫັນຄວັນໜາຕຶບພຸ່ງຂຶ້ນຈາກດິນແດນນັ້ນ, ເປັນເໝືອນຄວັນທີ່ອອກຈາກເຕົາຫລອມ.29ດັ່ງນັ້ນ ເມື່ອພຣະເຈົ້າໄດ້ທຳລາຍເມືອງຕ່າງໆໃນທົ່ງພຽງນັ້ນ, ພຣະອົງລະນຶກເຖິງອັບຣາຮາມ ແລະ ພຣະອົງໄດ້ນຳເອົາໂລດອອກມາຈາກໄພພິບັດທີ່ໄດ້ທຳລາຍລ້າງເມືອງຕ່າງໆທີ່ໂລດເຄີຍອາໄສຢູ່.
ໂລດ ແລະ ລູກສາວທັງສອງ
30ໂລດ ແລະ ລູກສາວທັງສອງຂອງເພິ່ນໄດ້ອອກຈາກເມືອງໂຊອາ ແລະ ໄດ້ໄປຕັ້ງຖິ່ນຖານຢູ່ຕາມພູເຂົາ, ເພາະເພິ່ນຢ້ານທີ່ຈະຢູ່ໃນໂຊອາ. ເພິ່ນ ແລະ ລູກສາວທັງສອງຂອງເພິ່ນພາກັນໄປອາໄສຢູ່ໃນຖ້ຳ.31ມື້ໜຶ່ງລູກສາວກົກໄດ້ເວົ້າກັບນ້ອງສາວວ່າ, “ພໍ່ຂອງເຮົາກໍເຖົ້າແກ່ແລ້ວ, ບໍ່ມີຜູ້ຊາຍຄົນໃດໃນແຖບນີ້ທີ່ຈະໃຫ້ລູກແກ່ພວກເຮົາໄດ້ ຕາມປະເພນີທີ່ທົ່ວໂລກເຂົາປະຕິບັດກັນ.32ໃຫ້ພວກເຮົາພາກັນເອົາເຫລົ້າອະງຸ່ນໃຫ້ພໍ່ດື່ມແລ້ວພວກເຮົາກໍນອນກັບເພິ່ນເພື່ອຮັກສາເຊື້ອສາຍຂອງຄອບຄົວຂອງພວກເຮົາໄວ້ຜ່ານທາງພໍ່ຂອງພວກເຮົາ”.33ຄືນວັນນັ້ນພວກນາງຈຶ່ງເອົາເຫລົ້າອະງຸ່ນໃຫ້ພໍ່ຂອງຕົນດື່ມ, ແລ້ວລູກສາວກົກກໍເຂົ້າໄປນອນນຳພໍ່. ເພິ່ນບໍ່ຮູ້ສຶກຕົວເລີຍວ່ານາງເຂົ້າມານອນນຳ ຫລື ນາງລຸກອອກໄປເມື່ອໃດ.34ວັນຕໍ່ມາລູກສາວກົກກໍເວົ້າກັບນ້ອງສາວວ່າ, “ມື້ຄືນນີ້ເອື້ອຍນອນກັບພໍ່ແລ້ວ. ຄືນນີ້ໃຫ້ພວກເຮົາພາກັນເອົາເຫລົ້າອະງຸ່ນໃຫ້ເພິ່ນດື່ມອີກ ແລ້ວນ້ອງຈົ່ງເຂົ້າໄປ ແລະ ນອນກັບພໍ່ ເພື່ອຮັກສາເຊື້ອສາຍຂອງຄອບຄົວຂອງພວກເຮົາໄວ້ຜ່ານທາງພໍ່ຂອງພວກເຮົາ”.35ດັ່ງນັ້ນ ຄືນນັ້ນພວກນາງກໍເຮັດໃຫ້ພໍ່ດື່ມເຫລົ້າອະງຸ່ນອີກ, ແລ້ວລູກສາວຜູ້ນ້ອຍກໍເຂົ້າໄປໃນ ແລະ ນອນກັບເພິ່ນ. ຄັ້ງນີ້ກໍເໝືອນກັນເພິ່ນກໍບໍ່ຮູ້ສຶກຕົວເລີຍວ່ານາງເຂົ້າມານອນນຳ ຫລື ນາງລຸກອອກໄປເມື່ອໃດ.36ດັ່ງນັ້ນ ລູກສາວທັງສອງຂອງໂລດຈຶ່ງຖືພາກັບພໍ່ຂອງພວກຕົນ.37ລູກສາວກົກໄດ້ລູກຊາຍ ແລະ ນາງຕັ້ງຊື່ລູກນັ້ນວ່າໂມອາບ; ລາວເປັນບັນພະບຸລຸດຂອງຊາວໂມອາບໃນປັດຈຸບັນນີ້.38ສ່ວນລູກສາວຜູ້ນ້ອຍໄດ້ລູກຊາຍຄົນໜຶ່ງເໝືອນກັນ ນາງຕັ້ງຊື່ລູກຊາຍນັ້ນວ່າເບນອຳມີ ລາວເປັນບັນພະບຸລຸດຂອງຊາວອຳໂມນ ໃນປັດຈຸບັນນີ້.Biblica, Inc.