ປະຖົມມະການ17
ພັນທະສັນຍາແຫ່ງການເຮັດພິທີຕັດ
1ເມື່ອອັບຣາມມີອາຍຸໄດ້ 99 ປີ, ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະ ໄດ້ກ່າວວ່າ, “ເຮົາຄືພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ , ຈົ່ງດຳເນີນຊີວິດຕໍ່ໜ້າເຮົາຢ່າງສັດຊື່ ແລະ ບໍ່ມີຕຳໜິ.2ແລ້ວເຮົາຈະເຮັດພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ ແລະ ຈະເພີ່ມຈຳນວນເຊື້ອສາຍຂອງເຈົ້າຂຶ້ນຢ່າງຫລວງຫລາຍ”.3ອັບຣາມຈຶ່ງກົ້ມໜ້າລົງ ແລະ ພຣະເຈົ້າໄດ້ກ່າວກັບເພິ່ນວ່າ,4“ສຳລັບເຮົາ, ນີ້ແມ່ນພັນທະສັນຍາຂອງເຮົາກັບເຈົ້າຄື: ເຈົ້າຈະເປັນບິດາຂອງຫລາຍຊົນຊາດ.5ເຈົ້າຈະບໍ່ຖືກເອີ້ນວ່າອັບຣາມ ອີກຕໍ່ໄປ, ເຈົ້າຈະມີຊື່ວ່າອັບຣາຮາມ ເພາະເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງຫລາຍຊົນຊາດ.6ເຮົາຈະໃຫ້ເຈົ້າມີລູກຫລານຢ່າງຫລວງຫລາຍ; ເຮົາຈະໃຫ້ຫລາຍຊົນຊາດເກີດຂຶ້ນມາຈາກເຈົ້າ ແລະ ບັນດາກະສັດທັງຫລາຍຈະມາຈາກເຈົ້າ.7ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ເປັນພັນທະສັນຍານິລັນດອນລະຫວ່າງເຮົາກັບເຈົ້າ ແລະ ເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າຫລາຍລຸ້ນ, ເພື່ອເປັນພຣະເຈົ້າຂອງເຈົ້າ ແລະ ພຣະເຈົ້າຂອງເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າ.8ດິນແດນການາອານທັງໝົດ, ບ່ອນທີ່ເຈົ້າອາໄສຢູ່ເໝືອນດັ່ງຄົນຕ່າງດ້າວນັ້ນ, ເຮົາຈະມອບໃຫ້ເຈົ້າຄອບຄອງຕະຫລອດໄປ ແລະ ເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າ; ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ”.9ແລ້ວພຣະເຈົ້າໄດ້ກ່າວກັບອັບຣາຮາມວ່າ, “ສຳລັບເຈົ້ານັ້ນ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາ, ເຈົ້າ ແລະ ເຊື້ອສາຍຂອງເຈົ້າຕະຫລອດຄົນທີ່ຈະມາພາຍຫລັງເຈົ້າຫລາຍລຸ້ນ.10ນີ້ຄືພັນທະສັນຍາຂອງເຮົາກັບເຈົ້າ ແລະ ກັບເຊື້ອສາຍທີ່ຈະມາພາຍຫລັງເຈົ້າ, ເປັນພັນທະສັນຍາທີ່ເຈົ້າຈະຕ້ອງຮັກສາຄື: ຊາຍທຸກຄົນໃນທ່າມກາງພວກເຈົ້າຈະຕ້ອງຮັບພິທີຕັດ.11ເຈົ້າຈະຕ້ອງຜ່ານການຮັບພິທີຕັດ ແລະ ນີ້ຈະເປັນເຄື່ອງໝາຍແຫ່ງພັນທະສັນຍາລະຫວ່າງເຮົາກັບເຈົ້າ.12ສຳລັບຄົນລຸ້ນທີ່ຈະມາເຖິງນັ້ນ ຜູ້ຊາຍທຸກຄົນໃນທ່າມກາງພວກເຈົ້າທີ່ມີອາຍຸແປດວັນຈະຕ້ອງຮັບພິທີຕັດ, ລວມທັງຄົນທີ່ເກີດໃນຄອບຄົວຂອງເຈົ້າ ຫລື ໄດ້ຊື້ດ້ວຍເງິນຈາກຄົນຕ່າງດ້າວ ຄືຄົນເຫລົ່ານັ້ນທີ່ບໍ່ແມ່ນເຊື້ອສາຍຂອງເຈົ້າ.13ບໍ່ວ່າຈະເປັນຄົນທີ່ເກີດໃນຄົວເຮືອນຂອງເຈົ້າ ຫລື ເຈົ້າຊື້ມາດ້ວຍເງິນ, ພວກເຂົາຕ້ອງຮັບພິທີຕັດ. ພັນທະສັນຍາຂອງເຮົາທີ່ຢູ່ໃນເນື້ອກາຍຂອງເຈົ້າຈະເປັນພັນທະສັນຍານິລັນດອນ.14ຜູ້ຊາຍຄົນໃດທີ່ບໍ່ຮັບພິທີຕັດ, ຜູ້ທີ່ບໍ່ໄດ້ຮັບພິທີຕັດຝ່າຍເນື້ອກາຍ ຈະຖືກຕັດອອກຈາກຊົນຊາດຂອງຕົນ; ເພາະລາວໄດ້ລະເມີດພັນທະສັນຍາຂອງເຮົາ”.15ພຣະເຈົ້າໄດ້ກ່າວກັບອັບຣາຮາມເໝືອນກັນວ່າ, “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ, ເຈົ້າຈະບໍ່ໄດ້ເອີ້ນວ່ານາງຊາຣາຍອີກຕໍ່ໄປ; ນາງຈະມີຊື່ວ່າຊາຣາ.16ເຮົາຈະອວຍພອນນາງ ແລະ ຈະໃຫ້ນາງເກີດລູກຊາຍຄົນໜຶ່ງແກ່ເຈົ້າຢ່າງແນ່ນອນ. ເຮົາຈະອວຍພອນນາງເພື່ອວ່ານາງຈະເປັນແມ່ຂອງຊົນຊາດທັງຫລາຍ; ບັນດາກະສັດຂອງປະຊາຊົນທັງຫລາຍຈະມາຈາກນາງ”.17ອັບຣາຮາມກົ້ມໜ້າລົງ; ເພິ່ນຫົວຂວັນ ແລະ ເວົ້າກັບຕົນເອງວ່າ, “ຊາຍອາຍຸຮ້ອຍປີຈະມີລູກຊາຍໄດ້ຢູ່ບໍ? ແລະ ຊາຣາຈະເກີດລູກເມື່ອອາຍຸເກົ້າສິບບໍ?”18ແລະ ອັບຣາຮາມຕອບພຣະເຈົ້າວ່າ, “ຂໍພຽງແຕ່ໃຫ້ອິດຊະມາເອນໄດ້ດຳລົງຊີວິດຢູ່ພາຍໃຕ້ພອນຂອງພຣະອົງ!”19ແລ້ວພຣະເຈົ້າໄດ້ກ່າວວ່າ, ແມ່ນແລ້ວ, “ແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ແລະ ເຈົ້າຈະເອີ້ນລາວວ່າອີຊາກ. ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບລາວ ເຊິ່ງເປັນພັນທະສັນຍານິລັນດອນແກ່ເຊື້ອສາຍຂອງລາວທີ່ຈະມາພາຍຫລັງລາວ.20ແລະ ສຳລັບອິດຊະມາເອນນັ້ນ, ເຮົາໄດ້ຍິນເຈົ້າ: ເຮົາຈະອວຍພອນລາວແນ່ນອນ; ເຮົາຈະເຮັດໃຫ້ລາວມີລູກຫລານ ແລະ ຈະເພີ່ມຈຳນວນຄົນຂອງລາວຂຶ້ນຢ່າງຫລວງຫລາຍ. ລາວຈະເປັນບິດາຂອງຜູ້ປົກຄອງສິບສອງຄົນ ແລະ ເຮົາຈະເຮັດໃຫ້ລາວເປັນຊົນຊາດທີ່ຍິ່ງໃຫຍ່.21ແຕ່ພັນທະສັນຍາຂອງເຮົານັ້ນ ເຮົາຈະຕັ້ງຂຶ້ນກັບອີຊາກ, ຜູ້ທີ່ນາງຊາຣາຈະເກີດໃຫ້ເຈົ້າປີໜ້າໃນຊ່ວງເວລານີ້”.22ເມື່ອພຣະອົງເວົ້າກັບອັບຣາຮາມຈົບແລ້ວ, ພຣະເຈົ້າກໍຂຶ້ນໄປຈາກເພິ່ນ.23ໃນວັນດຽວກັນນັ້ນ ອັບຣາຮາມກໍນຳອິດຊະມາເອນລູກຊາຍຂອງເພິ່ນ ແລະ ຜູ້ຊາຍທຸກຄົນທີ່ເກີດໃນຄົວເຮືອນຂອງເພິ່ນ ຫລື ຊື້ດ້ວຍເງິນຂອງເພິ່ນມາ, ແລ້ວໃຫ້ພວກເຂົາຮັບພິທີຕັດ, ຕາມທີ່ພຣະເຈົ້າໄດ້ບອກເພິ່ນໄວ້.24ອັບຣາຮາມໄດ້ຮັບພິທີຕັດເມື່ອເພິ່ນມີອາຍຸໄດ້ 99 ປີ,25ສ່ວນອິດຊະມາເອນລູກຊາຍຂອງເພິ່ນມີອາຍຸໄດ້ 13 ປີ;26ອັບຣາຮາມກັບອິດຊະມາເອນລູກຊາຍຂອງເພິ່ນໄດ້ຮັບພິທີຕັດໃນມື້ດຽວກັນ.27ແລະ ຜູ້ຊາຍທຸກຄົນໃນຄົວເຮືອນຂອງອັບຣາຮາມ, ລວມທັງຄົນທີ່ເກີດໃນຄົວເຮືອນຂອງເພິ່ນ ຫລື ຊື້ມາຈາກຄົນຕ່າງດ້າວກໍໄດ້ຮັບພິທີຕັດດ້ວຍກັນກັບເພິ່ນ.Biblica, Inc.