ປະຖົມມະການ16
ນາງຮາກາ ແລະ ອິດຊະມາເອນ
1ໃນເວລານັ້ນ ນາງຊາຣາຍ ເມຍຂອງອັບຣາມບໍ່ມີລູກໃຫ້ແກ່ເພິ່ນ. ແຕ່ນາງມີຄົນຮັບໃຊ້ຄົນໜຶ່ງຊາວເອຢິບຊື່ວ່ານາງຮາກາ,2ດັ່ງນັ້ນ ນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ພຣະເຈົ້າຢາເວຍັງບໍ່ທັນໃຫ້ນ້ອງມີລູກ. ຈົ່ງໄປນອນກັບຄົນຮັບໃຊ້ຂອງນ້ອງສາ; ບາງທີນ້ອງຈະໄດ້ມີລູກຜ່ານທາງນາງກໍໄດ້”.ອັບຣາມຕົກລົງຕາມສິ່ງທີ່ນາງຊາຣາຍໄດ້ເວົ້າ.3ດັ່ງນັ້ນ ຫລັງຈາກທີ່ອັບຣາມອາໄສຢູ່ທີ່ການາອານໄດ້ສິບປີ, ນາງຊາຣາຍເມຍຂອງເພິ່ນຈຶ່ງນຳເອົານາງຮາກາຄົນຮັບໃຊ້ຊາວເອຢິບມາ ແລະ ມອບນາງໃຫ້ຜົວຂອງຕົນເພື່ອໃຫ້ເປັນເມຍຂອງເພິ່ນ.4ເພິ່ນກໍໄດ້ຫລັບນອນກັບນາງຮາກາ ແລະ ນາງກໍໄດ້ຖືພາ.
ເມື່ອນາງຮູ້ວ່ານາງຖືພາແລ້ວ, ນາງກໍເລີ່ມດູຖູກນາຍຍິງຂອງຕົນ.5ແລ້ວນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ອ້າຍຕ້ອງຮັບຜິດຊອບຕໍ່ຄວາມຜິດພາດທີ່ນ້ອງກຳລັງທົນທຸກ. ນ້ອງມອບຄົນຮັບໃຊ້ຂອງນ້ອງໄວ້ໃນອ້ອມແຂນຂອງອ້າຍ ແລະ ບັດນີ້ນາງຮູ້ຈັກວ່ານາງຖືພາ ແລ້ວນາງກໍດູຖູກນ້ອງ. ຂໍພຣະເຈົ້າຢາເວຕັດສິນລະຫວ່າງອ້າຍກັບນ້ອງ”.6ອັບຣາມຈຶ່ງຕອບວ່າ, “ຄົນຮັບໃຊ້ຂອງນ້ອງກໍຢູ່ໃນມືຂອງນ້ອງແລ້ວ, ຈົ່ງເຮັດກັບນາງຕາມທີ່ເຈົ້າຄິດວ່າດີທີ່ສຸດສາ”. ແລ້ວນາງຊາຣາຍຈຶ່ງກົດຂີ່ຂົ່ມເຫັງນາງຮາກາ, ດັ່ງນັ້ນ ນາງຮາກາຈຶ່ງໜີຈາກຊາຣາຍໄປ.7ເທວະດາຂອງພຣະເຈົ້າຢາເວພົບນາງຮາກາໃກ້ກັບບໍ່ນ້ຳພຸໃນຖິ່ນແຫ້ງແລ້ງ; ເປັນບໍ່ນ້ຳພຸທີ່ຢູ່ຂ້າງທາງທີ່ຈະໄປເມືອງຊູເຣ.8ແລະ ເທວະດານັ້ນໄດ້ກ່າວວ່າ, “ຮາກາ, ຄົນຮັບໃຊ້ຂອງຊາຣາຍເອີຍ, ເຈົ້າມາຈາກໃສ ແລະ ເຈົ້າກຳລັງຈະໄປໃສ?”
ນາງຕອບວ່າ, “ຂ້ານ້ອຍກຳລັງໜີຈາກນາງຊາຣາຍນາຍຍິງຂອງຂ້ານ້ອຍ”.9ແລ້ວເທວະດາຂອງພຣະເຈົ້າຢາເວໄດ້ບອກນາງວ່າ, “ຈົ່ງກັບໄປຫານາຍຍິງຂອງເຈົ້າ ແລະ ຍອມຕໍ່ນາງ”.10ເທວະດານັ້ນໄດ້ກ່າວຕື່ມອີກວ່າ, “ເຮົາຈະເພີ່ມເຊື້ອສາຍຂອງເຈົ້າໃຫ້ຫລາຍຂຶ້ນຈົນພວກເຂົາມີຈຳນວນຫລາຍເກີນກວ່າທີ່ຈະນັບໄດ້”.11ເທວະດາຂອງພຣະເຈົ້າຢາເວໄດ້ກ່າວກັບລາວເໝືອນກັນວ່າ:“ເວລານີ້ເຈົ້າກຳລັງຖືພາແລະ ເຈົ້າຈະເກີດລູກຊາຍ.ເຈົ້າຈົ່ງຕັ້ງຊື່ລາວວ່າອິດຊະມາເອນ, ເພາະພຣະເຈົ້າຢາເວໄດ້ຍິນຄວາມເຈັບປວດຂອງເຈົ້າ.12ລາວຈະເປັນດັ່ງລໍປ່າຂອງມະນຸດ;ມືຂອງລາວຈະຕໍ່ສູ້ກັບທຸກຄົນແລະ ມືຂອງທຸກຄົນກໍຈະຕໍ່ສູ້ລາວ,ແລະ ລາວຈະດຳເນີນຊີວິດດ້ວຍການເປັນສັດຕູກັນກັບພີ່ນ້ອງທັງປວງຂອງລາວ” .13ນາງໄດ້ໃຫ້ນາມນີ້ແກ່ພຣະເຈົ້າຢາເວຜູ້ກ່າວກັບນາງວ່າ: “ພຣະອົງເປັນພຣະເຈົ້າຜູ້ເຫັນຂ້ານ້ອຍ,” ເພາະນາງເວົ້າວ່າ, “ບັດນີ້ຂ້ານ້ອຍໄດ້ເຫັນ ພຣະອົງຜູ້ທີ່ເຫັນຂ້ານ້ອຍແລ້ວ”.14ດ້ວຍເຫດນີ້ ນ້ຳສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າເບເອີລາໄຮຣອຍ; ນ້ຳສ້າງນີ້ຍັງຢູ່ທີ່ນັ້ນ, ຢູ່ລະຫວ່າງກາເດັດ ແລະ ເບເຣັດ.15ດັ່ງນັ້ນ ນາງຮາກາກໍໄດ້ເກີດລູກຊາຍຄົນໜຶ່ງໃຫ້ແກ່ອັບຣາມ ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ນາງເກີດອອກມານັ້ນວ່າອິດຊະມາເອນ.16ອັບຣາມມີອາຍຸ 86 ປີ ເມື່ອຮາກາເກີດອິດຊະມາເອນໃຫ້ແກ່ເພິ່ນ.
Biblica, Inc.